ຜູ້ອອກແຮງງານລາວ ຂະແໜງການປະມົງ ຍັງມີຄວາມສ່ຽງຖືກກົດຂີ່ຂູດຮີດສູງ

ສປປ ລາວ ເປັນປະເທດໜຶ່ງ ທີ່ມີຜູ້ອອກແຮງງານ ໄປເຮັດວຽກຢູ່ຕ່າງປະເທດ ເປັນ ຈໍານວນຫລວງຫລາຍໃນຫລາຍຂົງເຂດເສດຖະກິດ, ຂະແໜງການປະມົງ ກໍ່ເປັນຂະແໜງການໜຶ່ງ ທີ່ຜູ້ອອກແຮງງານລາວ ໄປເຮັດວຽກງານຢູ່ໃນຂະແໜງການນີ້ ແລະ ຖືວ່າເປັນວຽກທີ່ມີຄວາມສ່ຽງສູງ ແລະ ຖືກກົດຂີ່ຂູດຮີດ ຖ້າທຽບໃສ່ກັບວຽກງານໃນຂະແໜງການອື່ນ, ແຮງງານຕ້ອງໄດ້ເຮັດວຽກຢູ່ເທິງເຮືອກາງທະເລເປັນເວລາຫລາຍວັນ, ແຮງງານເຮັດວຽກເກີນຊົ່ວໂມງເຮັດວຽກ, ສິດ ແລະ ສະຫວັດ ດີການກໍ່ບໍ່ໄດ້ຮັບເທົ່າທີ່ຄວນ ຖ້າທຽບກັບວຽກງານຂົງເຂດອື່ນ ຫລື ກາຍເປັນແຮງງານຖືກບັງຄັບ ແລະ ຕົກຢູ່ໃນວົງຈອນຂອງການຄ້າມະນຸດ, ໂດຍການລາຍງານຂອງ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໃນກອງປະຊຸມປຶກສາຫາລືແຜນງານ ໂຄງການຮັບປະກັນສິດທິ ຂອງແຮງງານເຄື່ອນຍ້າຍໃນຂະແໜງການປະມົງ ແລະ ອຸດສາຫະກຳປຸງແຕ່ງອາຫານທະເລ ທີ່ເຮັດວຽກໃນປະເທດອາຊີຕາເວັນອອກສ່ຽງໃຕ້ ໃນວັນທີ 10 ສິງຫາ 2021 ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ.

May be an image of 2 ຄົນ, people sitting, ຜູ້ຄົນກຳລັງຢືນຢູ່, ດອກໄມ້ ແລະ ໃນຮົ່ມ

ທ່ານ ນາງ ອານຸສອນ ຄຳສິງສະຫວັດ ໄດ້ໃຫ້ຮູ້ວ່າ: ໂຄງການຮັບປະກັນສິດທິຂອງແຮງງານເຄື່ອນຍ້າຍ ໃນຂະແໜງການປະມົງ ແລະ ອຸດສາຫະກຳປຸງແຕ່ງອາຫານທະເລ ທີ່ເຮັດວຽກໃນປະເທດອາຊີຕາເວັນອອກສ່ຽງໃຕ້ ເປັນໂຄງການຮ່ວມມືກັນ ລະຫວ່າງ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ແລະ ອົງການແຮງງານສາກົນ, ໂດຍການສະຫນັບສະໜູນ ຈາກ ສະຫະພາບເອີຣົບ ດ້ວຍງົບປະມານ 11.29 ລ້ານໂດລາສະຫະລັດ, ເຊິ່ງຈັດຕັ້ງປະຕິບັດຢູ່ 7 ປະເທດ ຄື: ໄທ, ກຳປູເຈຍ, ມຽນມາ, ຟິລິບປິນ, ຫວຽດນາມ, ອິນໂດເນເຊຍ ແລະ ສປປ ລາວ.

ຈຸດປະສົງ ເພື່ອແນໃສ່ສົ່ງເສີມການເຄື່ອນຍ້າຍແຮງງານທີ່ປອດໄພ ແລະ ຖືກຕ້ອງ ໃນຂອບເຂດປະເທດອາຊີຕາເວັນອອກສ່ຽງໃຕ້ ໃນຂະແໜງການປະມົງ ແລະ ການປຸງແຕ່ງອາຫານທະເລ ໂດຍຈະສ້າງຄວາມເຂັ້ມແຂງດ້ານນິຕິກຳ ແລະ ລະບຽບການ ທີ່ຕິດພັນກັບການເຄື່ອນຍ້າຍແຮງງານ ແລະ ມາດຕະຖານແຮງງານ, ການປົກປ້ອງສິດທິ ແລະ ສົ່ງເສີມສະພາບເຮັດວຽກທີ່ປອດໄພ ແລະ ມີຄວາມໝັ້ນຄົງໃຫ້ແກ່ແຮງງານເຄື່ອນຍ້າຍ ລວມທັງການສ້າງຄວາມເຂັ້ມແຂງ ໃຫ້ແກ່ແຮງງານເຄື່ອນຍ້າຍ, ຄອບຄົວ ແລະ ຊຸມຊົນ.

May be an image of ໜຶ່ງຄົນຂຶ້ນໄປ ແລະ ໃນຮົ່ມ

ທ່ານ ນາງ ອານຸສອນ ກ່າວຕື່ມວ່າ: ສຳລັບ ສປປ ລາວ ແມ່ນຈະເນັ້ນໃສ່ການປັບປຸງນະໂຍ ບາຍ ກ່ຽວການເຄື່ອນຍ້າຍແຮງງານ, ການສົ່ງເສີມການເຄື່ອນຍ້າຍແຮງງານແບບຖືກຕ້ອງ ແລະ ການສະໜອງຜູ້ອອກແຮງງານ ທີ່ກັບຈາກຕ່າງປະເທດ ທີ່ເຮັດວຽກໃນຂະແໜງປະມົງ ແລະ ອຸດສາຫະກຳແປຮູບອາຫານທະເລ ເຂົ້າໃສ່ຕຳແໜ່ງງານພາຍໃນປະເທດ, ໂດຍຜ່ານການພັດທະນາສີມືແຮງງານ. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນປຶກສາຫາລືແຜນງານ ໂຄງການຮັບປະກັນສິດທິຂອງແຮງງານເຄື່ອນຍ້າຍໃນຂະແໜງການປະມົງ ແລະ ອຸດສາຫະກຳປຸງແຕ່ງອາຫານທະເລ ທີ່ເຮັດວຽກໃນປະເທດອາຊີ ຕາເວັນອອກສ່ຽງໃຕ້ ແລະ ໄດ້ເປັນເອກະພາບ ກ່ຽວກັບສິດ ແລະ ໜ້າທີ່ຂອງຄະນະຮັບຜິດຊອບຊີ້ນໍາ ແລະ ຄະນະປະສານງານໂຄງການ ເພື່ອຮ່ວມກັນຈັດຕັ້ງປະຕິບັດການໂຄສະນາເຜີຍແຜ່ ໃຫ້ຄວາມຮູ້ ກ່ຽວກັບການເຄື່ອນຍ້າຍແຮງງານແບບຖືກຕ້ອງ ແລະ ສິດທີ່ເຂົາເຈົ້າຄວນຈະໄດ້ຮັບ, ໂດຍສະເພາະຂະແໜງການປະມົງ ແລະ ອຸດສາຫະກຳການປຸງແຕ່ງອາຫານທະເລ.

ຂ່າວ: ມະນີທອນ

Comments