ສະເຫຼີມສະຫຼອງວັນ​ລັດຖະທຳ​ມະນູນ​ແຫ່ງ​ຊາດ ຄົບຮອບ 30 ປີ ​ແລ​ະ ວັນສ້າງຕັ້ງສານປະຊາຊົນຄົບຮອບ 39 ປີ

ໃນວັນທີ 17 ສິງຫານີ້ ທີ່ຫໍວັດທະນະທຳແຫ່ງຊາດ ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີສະເຫຼີມສະຫຼອງວັນ​ລັດຖະທຳ​ມະນູນ​ແຫ່ງ​ຊາດ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ​ແລ​ະ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 39 ປີ (15 ສິງຫາ 1982 – 15 ສິງຫາ 2021), ພາຍໃຕ້ການເປັນປະທານຂອງທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີພະນັກງານຂອງ ສປສສ, ສານທະຫານ ແລະ ແຂກຖືກເຊີນເຂົ້າຮ່ວມ.

May be an image of 1 ຄົນ ແລະ ຢືນ

ໃນພິທີດັ່ງກ່າວ ທ່ານ ນາງ ວຽງທອງ ສີພັນດອນ ໄດ້ມີຄຳເຫັນໂດຍຫຍໍ້ກ່ຽວກັບຄວາມເປັນມາຂອງວັນດັ່ງກ່າວວ່າ: ຕະຫຼອດ​ໄລຍະ 30 ປີ ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ລັດຖະທຳ​ມະນູນ ​ແລະ ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ປະຊາຊົນ​ຕະຫຼອດ​ 39 ປີ, ພາຍ​​ໃຕ້​ການ​ນຳພາ​ຂອງ​ພັກປະຊາຊົນ​ ປະຕິວັດ​ລາວ ແລະ ດ້ວຍຄວາມສາມັກຄີ​ເປັນປຶກແຜ່ນແໜ້ນໜາ ຜ່ານຜ່າທຸກຂໍ້ຫຍຸ້ງຍາກນາໆປະການ ແລະ ດ້ວຍຄວາມຮັບຜິດຊອບສູງຂອງຄະນະພັກ-ຄະນະນຳສານປະຊາຊົນແຕ່ລະຮຸ່ນ, ແຕ່ລະໄລຍະນັບແຕ່ສານສູງສຸດຮອດສານທ້ອງຖິ່ນທຸກຂັ້ນ ໄດ້ປະກອບສ່ວນສຳຄັນໃນ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ສັງຄົມດ້ວຍລະບຽບກົດໝາຍ, ປົກ​ປັກຮັກສາ​ຜົນ​ປະ​ໂຫຍ​ດ​ຂອງ​ລັດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງ​ປະຊາຊົນ, ຮັບປະກັນຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ​ແລະ ຄວາມ​ຍຸຕິ​ທຳຢູ່​ໃນ​ສັງຄົມ ໂດຍ​ໄດ້ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ ​ເພື່ອ​ເຮັດ​ສຳ​ເລັດ​ໜ້າ​ທີ່ຕາມ​ທີ່ລັດຖະທຳມະນູນ ແລະ ກົດໝາຍກຳນົດໄວ້ ຊຶ່ງໄດ້ຮັບຄວາມໄວ້ວາງໃຈຈາກພັກ-ລັດ, ມີຄວາມເຊື່ອຖືສັດທາຈາກປະຊາຊົນ ເຮັດໃຫ້ການຈັດຕັ້ງຂອງສານປະຊາຊົນ ​ແຫ່ງ ສປປ ລາວ ມີການປ່ຽນແປງ, ເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາສືບຕໍ່ເນື່ອງມາຢ່າງ​ບໍ່​ຢຸດ​ຢັ້ງ ບໍ່ວ່າທາງດ້ານການຈັດຕັ້ງ ແລະ ບຸກຄະລາກອນ ໄດ້ສົມຄູ່ກັບການຂະ ຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງປະເທດໃນແຕ່ລະໄລຍະ.

May be an image of 2 ຄົນ, ຜູ້ຄົນກຳລັງຢືນຢູ່, military uniform, ໃນຮົ່ມ ແລະ text that says 'B'

ສັງລວມແລ້ວ ຜ່ານພຶດຕິກຳອັນມີຊີວິດຊີວາ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ສານປະຊາຊົນຍັງຮັກສາໄດ້ທາດແທ້ມູນເຊື້ອ, ກາຍເປັນກຳລັງທີ່ຈົງຮັກພັກດີຂອງພັກ, ເປັນທີ່ເພິ່ງທີ່ໄວ້ເນື້ອເຊື່ອໃຈ, ເຫຼື້ອມໃສສັດທາຂອງປະຊາຊົນ, ເປັນຜູ້ຮັກສາຄວາມຍຸຕິທຳ ແລະ ສິນທຳຂອງສັງຄົມ. ດ້ວຍມູນເຊື້ອ, ທາດແທ້, ຜົນງານທີ່ໂດດເດັ່ນດັ່ງກ່າວມານັ້ນ ໃນໂອກາດວັນສ້າງຕັ້ງສານປະຊາຊົນຜ່ານມາ, ພັກ-ລັດ ໄດ້ຕົກລົງຍ້ອງຍໍຫຼຽນໄຊອິດສະຫຼະ ຊັ້ນ I ​ແລະ ຫຼຽນກາ 35 ປີໃຫ້​ສານ​ປະຊາຊົນ, ຕົກລົງຍ້ອງຍໍປະເພດຕ່າງໆ ໃຫ້ຄະນະພັກ-ຄະນະນຳ, ພະນັກງານຂອງສານປະຊາຊົນແຕ່ລະຂັ້ນຢ່າງ​ສົມກຽດ. ຜົນສຳເລັດທັງໝົດທີ່​ຍາດ​ມາ​ໄດ້​ນັ້ນ ແມ່ນຍ້ອນການຊີ້ນຳ-ນຳພາ ຢ່າງ​ໃກ້​ຊິດຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ, ​ແນວ​ລາວ​ສ້າງ​ຊາດ, ຄະນະພັກ, ອຳນາດ​ການປົກຄອງທ້ອງຖິ່ນ, ສະພາປະຊາຊົນແຂວງ ແລະ ອົງການ​ຈັດຕັ້ງມະຫາຊົນທຸກຂັ້ນທີ່ໄດ້ໃຫ້ການຊີ້ນຳ, ອຳນວຍຄວາມສະດວກ ແລະ ສ້າງເງື່ອນໄຂໃນ ທຸກດ້ານໃຫ້ແກ່ການເຄື່ອນໄຫວວຽກງານຂອງສານປະຊາຊົນ; ຍ້ອນໄດ້​ຮັບ​ຄວາມ​ຮ່ວມ​ມື, ອຸ້ມ​ຊູ​ຊ່ວຍ​ເຫຼືອຈາກ​ປະຊາຊົນ​ບັນດາ​ເຜົ່າ ​ແລະ ​ໄດ້​ຮັບ​ການຮ່ວມ​ມື​ປະສານ​ສົມທົບຢ່າງກົມກຽວ​ຈາກ​ການ ຈັດຕັ້ງທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ກັບ​ການ​ບໍລິຫານ​ສານ, ບໍລິຫານ​ຄະດີ ແລະ ບັນດາ​ປະ​ເທດ​ ເພື່ອ​ນມິດ​ຍຸດ​ທະ​ສາດ ກໍ​ຄື​ອົງການ​ຈັດຕັ້ງສາກົນ​ຕ່າງໆ. ພິເສດ ກໍແມ່ນຍ້ອນ​ຄະນະນຳ, ພະນັກງານ ຂອງສານປະຊາຊົນທຸກຄົນ ທີ່ໄດ້ມີ​ຄວາມສາມັກຄີ​ເປັນ​ປຶກ​ແຜ່ນ, ມີ​ຄວາມ​ຕັດສິນ​ໃຈ​ສູງ ຜ່ານ​ຜ່າ​ທຸກ​ຂໍ້​ຫຍຸ້ງຍາກ​ນາໆ​ປະການ, ປະກອບສ່ວນຢ່າງຕັ້ງໜ້າ, ຫ້າວຫັນປະຕິບັດໜ້າທີ່ວຽກ​ງານທີ່ບັນລຸ​ໄດ້​ຕາມ​ຄາດໝາຍ​ທີ່​ວາງ​ໄວ້. ເພື່ອສືບທອດທາດແທ້, ມູນເຊື້ອອັນດີງາມ, ຜົນງານ​ອັນ​ໂດດ​ເດັ່ນຂອງສານປະຊາຊົນ ແລະ ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການຂອງໜ້າ​ທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່ ທີ່​ນັບ​ມື້ນັບສູງຂຶ້ນ. ສານ​ປະຊາຊົນ ຈະຕັ້ງໜ້າ​ຈັດຕັ້ງຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງທີ XI ຂອງ​ພັກ ​ໂດຍ​ຈະ​ສຸມ​ໃສ່:

1. ບໍາລຸງສ້າງພະນັກງານ, ຜູ້ພິພາກສາຂອງສານໃຫ້ມີຄວາມໜັກແໜ້ນ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາຕໍ່ໜ້າ, ຕັ້ງຕໍ່ບໍລິສຸດຮັບໃຊ້ປະຊາຊົນເວົ້າລວມ, ເວົ້າສະເພາະໃຫ້ບັນດາຄະນະສານ, ບັນດາກົມຂອງສານປະຊາຊົນສູງສຸດ, ສານປະຊາຊົນພາກ, ສານປະຊາຊົນນະຄອນຫຼວງວຽງຈັນ, ສານປະຊາຊົນ 4 ເຂດ ໃນນະຄອນຫຼວງວຽງຈັນ ແລະ ສານທະຫານ ເພີ່ມທະວີການໂຄສະນາສຶກສາອົບຮົມນຳພາ-ຊີ້​ນຳ​ການ​ເມືອງ​ແນວ​ຄິດ ດ້ວຍ​ຫຼາຍ​ຮູບ, ຫຼາຍ​ວິທີ ​ເພື່ອສ້າງໃຫ້ພະນັກງານ​ຂອງ​ສານ​ປະຊາຊົນ ​ໄດ້ຮັບຮູ້​ເຂົ້າ​ໃຈ​ທີ່​ຖືກຕ້ອງຕໍ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ-ລັດ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ມີມານະຈິດປະຕິວັດ, ຮັບໃຊ້ປະຊາຊົນ, ມີສະຕິເຄົາລົບລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ. 2. ໃຫ້ຄະນະຮັບຜິດຊອບຕິດຕາມກວດກາການປະຕິບັດໜ້າທີ່ຂອງຜູ້ພິພາກສາ ຂອງສານປະຊາຊົນສູງສຸດ, ສານປະຊາຊົນພາກ, ສານປະຊາຊົນນະຄອນຫຼວງວຽງຈັນ, ສານປະຊາຊົນ 4 ເຂດ ໃນນະຄອນຫຼວງວຽງຈັນ ເອົາໃຈໃສ່ຊຸກຍູ້, ຕິດຕາມການປະບັດໜ້າທີ່ຂອງຜູ້ພິພາກສາ, ສານບ່ອນໃດທີ່ຍັງບໍ່ທັນໄດ້ມີການແຕ່ງຕັ້ງຄະນະກຳມະການຕິດຕາມກວດກາການປະຕິບັດໜ້າທີ່ຂອງຜູ້ພິພາກສາ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 42, 43 ແລະ 44 ຂອງກົດໝາຍວ່າດ້ວຍຜູ້ພິພາກສາ ກໍໃຫ້ຮິບຮ້ອນສະເໜີການແຕ່ງຕັ້ງ ໄປຄຽງຄູ່ກັບການແຕ່ງຕັ້ງຄະນະຮັບຜິດຊອບປະເມີນຜູ້ພິພາກສາດີເກັ່ງປະຈໍາປີ ໃຫ້ມີຄຸນນະພາບ ແລະ ປະສິດທິພາບສູງ ເພື່ອແກ້ໄຂບັນຫາຫາງສຽງຈົ່ມວ່າຂອງສັງຄົມ ທີ່ມີຕໍ່ການປະຕິບັດໜ້າທີ່ຂອງຜູ້ພິພາກສາ.

3. ໃຫ້ເອົາໃຈໃສ່ຍົກສູງປະສິດທິພາບໃນການຄົ້ນຄວ້າພິຈາລະນາຕັດສິນຄະດີ, ການພິພາກສາຄະດີ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ດ້ວຍຄວາມຮັບຜິຊອບສູງ ແລະ ປະຕິບັດຕາມຂັ້ນຕອນຂອງກົດ ໝາຍກຳນົດຢ່າງເຂັ້ມງວດ.

4. ຫ້ອງການ, ສະຖາບັນ,​ ບັນດາ​ກົມ, ຄະນະ​ສານຂອງສານປະຊາຊົນສູງສຸດ ​ແລະ ສານ​ປະຊາຊົນທ້ອງຖິ່ນ​​ແຕ່ລະ​ຂັ້ນຕ້ອງ​ເປັນ​ເຈົ້າ​ການ​ນໍາ​ເອົາ​​ແຜນການ​ເຄື່ອນ​ໄຫວ​ວຽກ​ງານ 5 ປີ ຂອງ​ສານ​ທີ່​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະ​ລືກ​ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ​ໄດ້​ຮັບຮອງ ​ແລະ ແຜນ​ພັດທະນາ​ລະບົບ​ສານ​ປະຊາຊົນ 5 ປີ ຄັ້ງທີ IV (2021-2025) ​ໄປ​ເຜີຍ​ແຜ່, ຄົ້ນຄວ້າ, ​ເຊື່ອມ​ຊຶມ​ໃຫ້​ແກ່​ພະນັກງານ​ທີ່ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ ​ພ້ອມ​ທັງ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເປັນ​ແຜນ​ງານ, ​ໂຄງການ ​ແລະ ກິດຈະ​ກໍາ​ ໃຫ້​ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ກົມ​ກອງ​ທ້ອງ​ຖິ່ນ​ຕົນເປັນແຕ່ລະໄລຍະ.

5. ປັບປຸງກົນໄກປະສານສົມທົບແຕ່ລະພາກສ່ວນໃຫ້ກົມກຽວກັນ ​ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕາມສິດ ແລະ ໜ້າທີ່ຂອງຕົນ ໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ ທັງນີ້ກໍເພື່ອຮັບປະກັນໃຫ້ແກ່ການສືບສວນ-ສອບສວນ, ການສັ່ງຟ້ອງ, ການຕັດສິນ, ການປະຕິບັດຄໍາຕັດສິນຂອງສານ ແລະ ການພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ກົດໝາຍກໍານົດ. ພ້ອມທັງປັບປຸງຄືນແບບແຜນວິທີເຮັດວຽກການບໍລິການ, ບໍລິຫານຄະດີ ລະຫວ່າງອົງການທີ່ກ່ຽວຂ້ອງກັບການດໍາເນີນຄະດີ ຕາມຂະບວນຍຸຕິທໍາ ໃຫ້ສອດຄ່ອງກົມກຽວ ເຂັ້ມງວດກວ່າເກົ່າໃນການເຄົາລົບນັບຖື ພາລະບົດບາດ, ສິດ, ໜ້າທີ່ຂອງກັນ ແລະ ກັນ ຕາມທີ່​ລັດຖະທໍາ​ມະນູນ ​ແລະ ກົດໝາຍກໍານົດໄວ້.

(ຂ່າວ-ພາບ: ຕຸໄລເພັດ ພິມເມືອງ)

Comments