ສປປ ລາວ ວາງແຜນຕ້ານ ແລະ ສະກັດ ກັ້ນ ການລັກລອບຄ້າ-ຂາຍສັດປ່າ

ໃນວັນທີ 16 ສິງຫາ 2021 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ອົງການກອງທຶນອະ ນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ຮ່ວມມືກັບກົມກວດກາປ່າໄມ້ ຈັດກອງປະຊຸມວາງແຜນກິດຈະກໍາ ໂຄງການສະໜັບສະໜູນຕ້ານ ແລະ ສະກັດກັ້ນການລັກລອບຄ້າ-ຂາຍ ສັດປ່າ ໃນ ສປປ ລາວ ແລະ ການຮ່ວມມືກັບປະເທດເພື່ອນບ້ານ, ໂດຍການເປັນປະທານຂອງທ່ານ ນາງ ຫລອມຄໍາ ແສງຈັນອຸດົມ ຮອງຫົວໜ້າກົມກວດກາປ່າໄມ້, ທ່ານ ລໍຣິດ ປາເລນຕີນີ ຜູ້ອໍານວຍການ ອົງການ WWF-Laos ພ້ອມດ້ວຍຜູ້ຕາງໜ້າຈາກກົມກວດກາປ່າໄມ້, ໄອຍາການ, ສານ, ຕໍາຫລວດສິ່ງແວດລ້ອມ, ກອງກວດກາປ່າໄມ້ແຂວງ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 2 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ກອງປະຊຸມຄັ້ງນີ້, ມີຈຸດປະສົງເພື່ອຍົກລະດັບ ແລະ ຜັນຂະຫຍາຍຍຸດທະສາດ, ວິທີການໃນການປ້ອງກັນ ແລະ ສະກັດກັ້ນອາຊະຍາກຳສັດປ່າ ທັ້ງພາຍໃນ ແລະ ຂ້າມຊາດ. ພ້ອມກັນນີ້, ກໍເພື່ອເປັນການຮັບປະກັນວ່າ ໜ່ວຍງານປະຕິບັດກົດໝາຍ ມີຄວາມອາດສາມາດ ໃນການສືບສວນ-ສອບສວນ ແລະ ນຳໄປສູ່ການດໍາເນີນຄະດີທາງກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າ ໃນຂັ້ນແຂວງ, ສູນກາງ ແລະ ລະດັບສາກົນ ຢ່າງມີປະສິດທິພາບ.ໂຄງການດັ່ງກ່າວ, ຖືກຈັດຕັ້ງປະຕິບັດຢູ່ທົ່ວປະເທດ ໂດຍການຮ່ວມມືກັນລະຫວ່າງ ກົມກວດ ກາປ່າໄມ້, ອົງການກອງທຶນອະນຸຮັກທໍາມະຊາດໂລກ ປະຈໍາລາວ (WWF-Laos) ແລະ ຄະນະປະສານງານ-ເຄື່ອຂ່າຍການບັງຄັບໃຊ້ກົດໝາຍ ໂດຍສະເພາະວ່າດ້ວຍສັດປ່າ ໃນ 18 ແຂວງ ທົ່ວປະເທດ ໃນກອບໄລຍະໂຄງການ ແຕ່ປີ 2021 ຫາ 2025.

May be an image of 1 ຄົນ ແລະ ຢືນ

ຂໍ້ມູນ: WWF-Laos

Comments