General

ກົງສູນໃຫຍ່ແຫ່ງຣາຊາອານາຈັກໄທ ມອບອຸປະກອນການແພດ ໃຫ້ແຂວງຄຳມ່ວນ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນວັນທີ 30 ສິງຫາ ນີ້, ກົງສູນໃຫຍ່ແຫ່ງຣາຊາອານາຈັກໄທ ປະຈຳແຂວງສະຫວັນນະເຂດ ນຳໂດຍ ທ່ານ ກິດຕິສັກ ຫລໍປະຕິມາ ຮອງກົງສູນໃຫຍ່, ພ້ອມຄະນະໄດ້ນຳເອົາເຄື່ອງມືການແພດ ມາມອບໃຫ້ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງຄຳມ່ວນ, ເຊິ່ງປະກອບມີ: ຊຸດປ້ອງກັນເຊື້ອໂຄວິດ PPE ຈຳນວນ 100 ຊຸດ, ຜ້າອັກປາກ-ດັງ N95 ຈຳນວນ 10 ກ່ອງ, ຖົງມື 12 ກ່ອງ, ໝວກຄຸມຜົມ 10 ແພັກ, ຜ້າອັກປາກ-ດັງ, ເຈວລ້າງມື, ມຸ້ງ, ໝອນ, ຜ້າຮົ່ມ ແລະ ເຄື່ອງອຸປະໂພກຈຳ ນວນໜຶ່ງ ລວມມູນຄ່າ 50 ລ້ານກີບ. ຕາງໜ້າຮັບໂດຍ ທ່ານ ບຸນມີ ພິມມະສອນ ປະ ທານສະພາປະຊາຊົນແຂວງ, ຫົວໜ້າຄະນະສະເພາະກິດຂັ້ນແຂວງ. ໃນວັນດຽວກັນນີ້, ທ່ານ ນາງ ເລສຸກ ...

Read More »

ສປປ ລາວ-ສ ເກົາຫລີ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫລີ, ທ່ານ ຈອງ ອຸຍຢອງ (H.E. Mr. Chung Eui-yong), ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ໃນລະຫວ່າງ ວັນທີ 28-29 ສິງຫາ 2021. ໃນວັນທີ 28 ສິງຫາ 2021, ທີ່ ກະຊວງການຕ່າງປະເທດ, ໄດ້ມີການພົບປະສອງຝ່າຍລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈອງ ອຸຍຢອງ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫລີ ໃນໂອກາດນີ້,ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ...

Read More »

ເພີ່ມຄວາມຮູ້ ກ່ຽວກັບການລະບາດຂອງ ພະຍາດໂຄວິດ-19 ໃຫ້ສື່ມວນຊົນ

ໃນວັນທີ 26 ສິງຫາ 2021 ຢູ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມເຜີຍແຜ່ ສະພາບການລະບາດຂອງພະຍາດໂຄວິດ-19 ແລະ ທ່າອ່ຽງ ຂອງການລະບາດໃນອະນາຄົດ, ມາດຕະການທີ່ສໍາຄັນ ເພື່ອຢຸດຢັ້ງການລະບາດ ລວມທັງການກະກຽມຄວາມພ້ອມ ໃນການຮັບຮອງຜູ້ຕິດເຊື້ອ ທີ່ມີຈໍານວນເພີ່ມຂຶ້ນໃນແຕ່ລະວັນໃຫ້ສື່ມວນຊົນລາວ, ໂດຍການເປັນປະທານ ຂອງ ທ່ານ ຄໍາພົ້ວ ສຸດທິສົມບັດ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ມີຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ລາວ, ຜູ້ຕາງໜ້າສະຫະພາບເອີຣົບປະຈໍາລາວ, ມີຂະ ແໜງການກ່ຽວຂ້ອງ ຈາກກະຊວງສາທາລະນະສຸກ ແລະ ຜູ້ຕາງໜ້າອົງການສື່ມວນຊົນອ້ອມຂ້າງສູນກາງ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ຄໍາພົ້ວ ສຸດທິສົມບັດ ໄດ້ມີຄໍາເຫັນວ່າ: ນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວເຮົາ, ກົມຟື້ນຟູໜ້າທີ່ການ ແມ່ນໜ່ວຍງານໜຶ່ງທີ່ເຮັດວຽກຮ່ວມກັບໜ່ວຍງານ ອື່ນໆ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19. ຂະນະດຽວກັນ, ບັນດາອົງການສື່ມວນຊົນ ກໍແມ່ນພາກສ່ວນໜຶ່ງ ທີ່ມີບົດບາດສໍາຄັນເພື່ອສະໜອງຂໍ້ມູນຂ່າວສານທີ່ມີ ຄວາມຖືກຕ້ອງ, ຄົບຖ້ວນ, ຊັດເຈນ ກ່ຽວກັບສະພາບການແຜ່ລະບາດ, ມາດຕະການປ້ອງກັນ ...

Read More »

ຈີນແລະລາວເປີດການສົ່ງສິນຄ້າທາງລົດຂ້າມຊາຍແດນລະຫວ່າງສອງປະເທດຢ່າງສຳເລັດຜົນ

ວັນທີ 25 ສິງຫານີ້, ພິທີເປີດການຂົນສົ່ງສິນຄ້າທາງລົດຂ້າມຊາຍແດນຈີນ-ລາວ (ຄຸນມິງ-ວຽງຈັນ) ໄດ້ຈັດຂຶ້ນຢູ່ນະຄອນຄຸນມິງຢ່າງສຳເລັດຜົນ.ລົດຄັນໜຶ່ງໄດ້ບັນທຸກສິນຄ້າທີ່ແມ່ນເຄື່ອງ ຈັກອຸປະກອນ ແລະ ຜະລິດຕະພັນເອເລັກໂຕຣນິກຂ້າມຊາຍແດນທີ່ມີມູນຄ່າເກືອບ 3 ລ້ານຢວນ, ແລ່ນອອກຈາກນະຄອນຄຸນມິງ, ຜ່ານດ່ານບໍ່ຫານ-ບໍ່ເຕັນແລ້ວໄປເຖິງນະຄອນຫຼວງວຽງຈັນ; ໃນຂະນະດຽວກັນ, ລົດຂົນສົ່ງສິນຄ້າທີ່ໄດ້ບັນທຸກສິນຄ້າທີ່ມີເອກະລັກພິເສດຂອງປະເທດລາວໄດ້ແລ່ນຈາກນະຄອນຫຼວງວຽງຈັນໄປເຖິງດ່ານບໍ່ຫານ, ເມື່ອໄປເຖິງນະຄອນຄຸນມິງແລ້ວຈະແຈກຢາຍສິນຄ້າໄປຫາທ້ອງຖິ່ນຕ່າງໆຂອງຈີນ. ການເປີດການຂົນສົ່ງສິນຄ້າທາງລົດຄັ້ງນີ້ມີຈຸດປະສົງຊອກຫາຂໍ້ຫຍຸ້ງຍາກບົກຜ່ອງທີ່ອາດພົບເຫັນຢູ່ຕາມຊ່ອງທາງການຈໍລະຈອນສິນຄ້າລະຫວ່າງນະຄອນຄຸນມິງ-ນະຄອນຫຼວງວຽງຈັນ, ເພື່ອເກັບກຳຂໍ້ຫຍຸ້ງຍາກໃນການຂົນສົ່ງສິນຄ້າເພື່ອເປີດຂະບວນລົດຂົນສົ່ງສາກົນຈີນ-ລາວ, ເປັນການທົດລອງຂັ້ນຕອນ, ຕົ້ນທຶນ ແລະ ການຂົນສົ່ງສິນຄ້າສຳລັບການຄ້າ ແລະ ການຈໍລະຈອນ, ພ້ອມທັງສ້າງພື້ນຖານທີ່ດີໃຫ້ແກ່ການເປີດຂະບວນລົດໄຟຂົນສົ່ງສິນຄ້າ ແລະ ການຄ້າສາກົນ ພາຍຫຼັງທາງລົດໄຟລາວ-ຈີນເປີດນຳໃຊ້ໃນທ້າຍປີນີ້.

Read More »

ກະຊວງການເງິນ ເຜີຍແຜ່-ເຊື່ອມຊຶມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ

ໃນວັນທີ 25 ສິງຫາ 2021 ທີ່ ກະຊວງການເງິນ, ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມເອກະສານ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງການເງິນ, ມີສະຫາຍ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງການເງິນ, ບັນດາສະຫາຍ ຄະນະບໍລິຫານງານ, ເລຂາ-ຮອງເລຂາ ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ສະມາຊິກພັກ ຂັ້ນຫົວໜ້າພະແນກ-ຮອງຫົວໜ້າພະແນກ ເຂົ້າຮ່ວມ. ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ມີຄຳເຫັນວ່າ: ການຈັດຕັ້ງເຊື່ອມຊຶມເອກະ ສານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແມ່ນສ້າງຄວາມເອກະພາບ, ສ້າງຄວາມຕັດສິນໃຈພາຍໃນຄະນະພັກ ໃນການດໍາເນີນວຽກງານຕົວຈິງ ໂດຍສະເພາະ ພະນັກງານນໍາພາຄຸ້ມຄອງ ໃນແຕ່ລະຂົງເຂດ, ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ແມ່ນຄວາມຮັບຜິຊອບຂອງໝົດທຸກຄົນຮ່ວມກັນແກ້ໄຂ, ຄົ້ນຄວ້າ, ລົງເລິກບັນຫາຄວາມຮັບຜິດຊອບທາງການເມືອງ ເນັ້ນໜັກໃສ່ການຄົ້ນຄວ້າເຊື່ອມຊຶມເນື້ອໃນຕົ້ນຕໍ ເພື່ອໃຫ້ຄະນະພັກກະຊວງ ຮີບຮ້ອນສ້າງແຜນງານ, ແຜນດໍາເນີນງານພາຍໃນອົງຄະນະພັກ ແລະ ບັນດາກົມ ເພື່ອດໍາເນີນການຈັດຕັ້ງປະຕິບັດ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນບາງບັນຫາທີ່ສໍາຄັນ ໃນເອກສານຄໍາສັ່ງຂອງກົມການເມືອງສູນກາງພັກ ເປັນຕົ້ນ ການຈັດຕັ້ງເຜີຍແຜ່ວາລະແຫ່ງຊາດ ...

Read More »

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຕັ້ງບັນຫາໃຫ້ຜູ້ແທນກອງປະຊຸມໃຫຍ່ ອົງຄະນະພັກ ຄອສພ ຊອກຫາຄໍາຕອບ

 ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ທີ່ໄຂຂຶ້ນ ແລະ ປິດລົງ ໃນວັນທີ 24 ສິງຫາ 2021 ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ປະທານກວດກາສູນກາງພັກ, ປະທານກວດກາແຫ່ງລັດ ແລະ ເປັນກຽດເຂົ້າຮ່ວມພິທີປິດ ພ້ອມທັງໂອ້ລົມຕໍ່ກອງປະຊຸມ ໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່,​ປະທານປະເທດແຫ່ງ ສປປ ລາວ.           ການໂອ້ລົມ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແມ່ນເຕັມໄປດ້ວຍຄວາມເປັນຫ່ວງເປັນໄຍ ຕໍ່ການເຄື່ອນໄຫວວຽກງານໂຄສະນາອົບຮົມ ຂອງພັກ ໃນໄລຍະໃໝ່ ແລະ ເປັນທິດຊີ້ນໍາທີ່ເລິກເຊິ່ງ,​ ໜັກແໜ້ນ; ນອກຈາກຜົນງານທີ່ຄະນະໂຄສະນາອົບຮົມສູນກາງພັກຍາດມາໄດ້ ໃນໄລຍະຜ່ານມາແລ້ວ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ຍົກໃຫ້ເຫັນສະພາບການຫຍໍ້ທໍ້ ທາງດ້ານແນວຄິດ ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນ ໃນເງື່ອນໄຂປັດຈຸບັນ ເຊິ່ງບັນຫາຫຍໍ້ທໍ້ຕ່າງໆເຫຼົ່ານັ້ນ ເກີດມາຈາກຫຼາຍສາເຫດ ທີ່ກະທົບຕໍ່ແນວຄິດ ເຊິ່ງສາເຫດຕົ້ນຕໍແມ່ນຍ້ອນຄວາມເຂົ້າໃຈ ຂອງສັງຄົມຈໍານວນບໍ່ໜ້ອຍຕໍ່ແນວທາງນະໂຍບາຍຂອງພັກ ...

Read More »

ຫວຽດນາມ ຈັດໂຄງການ ລ້ານຄາບເຂົ້າ – ຮ່າໂນ້ຍແຫ່ງຄວາມເມດຕາ ຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໂຄວິດ-19

ຕາມຂ່າວ ວີໂອວີ ຂອງຫວຽດນາມໃຫ້ຮູ້ວ່າ:  ແຕ່ລະວັນຈະມີເຂົ້າກິນໂດຍບໍ່ເສຍຄ່ານັບລ້ານກັບ ໄດ້ສົ່ງໄປຍັງບັນດາຜູ້ຕິດເຊື້ອທຸກຍາກ, ກຳມະກອນ, ຜູ້ອອກແຮງງານທີ່ບໍ່ມີວຽກເຮັດງານທຳ, ນັກສຶກສາທຸກຍາກ, ຄອບຄົວທຸກຍາກ ແລະ ຄົນພິການທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ – 19. ສືບຕໍ່ບັນດາການເຄື່ອນໄຫວຂອງໂຄງການ ລ້ານຄາບເຂົ້າ – ຮ່າໂນ້ຍ ແຫ່ງຄວາມເມດຕາ ເລີ່ມແຕ່ວັນທີ 23 ສິງຫາ ຫາວັນທີ 6 ກັນຍາ, ສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ, ສະມາຄົມຊາວກະສິກອນນະຄອນ ພ້ອມກັບບັນດາສ່ວນບຸກຄົນ, ຈັດຕັ້ງການເຄື່ອນໄຫວກຸສົນ ສືບຕໍ່ຜັນຂະຫຍາຍໄລຍະທີ 3 ໂຄງການ ລ້ານຄາບເຂົ້າ ສົ່ງໄປຍັງບັນດາຜູ້ປະສົບກັບຄວາມຫຍຸ້ງຍາກທີ່ມີຊື່ວ່າ “ຈິດໃຈຂອງນັກທຸລະກິດໜຸ່ມ ຮ່າໂນ້ຍ”. ໃນແຕ່ລະວັນຈະມີເຂົ້າກິນໂດຍບໍ່ເສຍຄ່ານັບລ້ານກັບ ໄດ້ສົ່ງໄປຍັງບັນດາຜູ້ຕິດເຊື້ອທຸກຍາກ, ກຳມະກອນ, ຜູ້ອອກແຮງງານທີ່ບໍ່ມີວຽກເຮັດງານທຳ, ນັກສຶກສາທຸກຍາກ, ຄອບຄົວທຸກຍາກ ແລະ ຄົນພິການທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ – 19. ຂອງກິນເຫຼົ່ານັ້ນໂດຍສະມາຄົມລົດກະບະ ຫວຽດນາມ (ໜ່ວຍງານຂຶ້ນກັບ ສະຫະພັນຊາວໜຸ່ມນະຄອນ ຮ່າໂນ້ຍ) ສົ່ງໄປຍັງບັນດາທ້ອງຖິ່ນທີ່ໄດ້ຈົດທະບຽນກ່ອນນັ້ນແລ້ວ, ສົມທົບກັບບັນດາໜ່ວຍຊາວໜຸ່ມສົ່ງໄປຍັງຜູ້ຕ້ອງການ.[“] ໂຄງການ ລ້ານຄາບເຂົ້າ – ຮ່າໂນ້ຍແຫ່ງຄວາມເມດຕາ ໄດ້ຜັນຂະຫຍາຍແຕ່ວັນທີ 24 ກໍລະກົດ ...

Read More »

ຈະເຊື່ອມຕໍ່ກະແສໄຟຟ້າເຂົ້າໃນໂຄງການທາງລົດໄຟລາວ-ຈີນ ໃນວັນທີ 18 ກັນຍາ 2021 ນີ້

ການກໍ່ສ້າງວິສະວະກໍາພະລັງງານໄຟຟ້າ ແລະ ວິສະວະກໍາສະໜອງໄຟຟ້າລາກແກ່ ຂອງລົດໄຟລາວ-ຈີນ ໄດ້ມີຄວາມຄືບໜ້າ, ເສັ້ນທາງພະລັງງານໄຟຟ້າຂະໜາດ 10 ກິໂລວັດ (kv) ທີ່ເຊື່ອມຈອດກັນ ແລະ ເຄື່ອງອຸປະກອນທີ່ກ່ຽວຂ້ອງ ຂອງເສັ້ນທາງລົດໄຟທັງໝົດຈະເລີ່ມສົ່ງກະແສໄຟຟ້າ ໃນວັນທີ 24 ສິງຫາ 2021. ພ້ອມນີ້ຍັງຈະມີເຄື່ອງອຸປະກອນຕ່າງໆເຊັ່ນ: ສາຍເຄເບິ້ນທີ່ເຊື່ອມຈອດກັນ, ສາຍສົ່ງກາງຫາວ ແລະ ໝໍ້ແປງໄຟເປັນຕົ້ນ ຈະໄດ້ຊັກນໍາໄຟຟ້າໝົດ 10 kv. ນອກຈາກນັ້ນແລ້ວ, ວິສະວະກໍາສາຍສົ່ງກາງຫາວ ຂອບເຂດລະຫວ່າງອຸໂມງມິດຕະພາບ ບໍ່ເຕ່ນ ຫາ ສະຖານີລົດໄຟວຽງຈັນ ແລະ ສະຖານີລົດໄຟວຽງຈັນ ຫາ ສະຖານທີ່ຮັກສາສ້ອມແປງຫົວລົດໄຟ(Locomotive depot)ກໍຈະເລີ່ມສົ່ງກະແສໄຟຟ້າເຂົ້າເພື່ອເປີດໃຊ້ງານຢ່າງເປັນທາງການ ໃນເວລາ 9:00 ໂມງເຊົ້າ ຂອງວັນທີ 18 ກັນຍາ ປີ 2021 ນີ້.  ຫຼັງຈາກນັ້ນ, ສາຍສົ່ງກາງຫາວ, ສາຍສະໜອງໄຟຟ້າ ແລະ ເຄື່ອງອາໄຫຼ່ທີ່ເຊື່ອມຕໍ່ຕາມແນວເສັ້ນທາງລົດໄຟທັງໝົດຈະໄດ້ຊັກນໍາໄຟຟ້າແຮງສູງ 27,5 kv. ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນທີ່ຢູ່ຕາມແນວເສັ້ນທາງລົດໄຟ ເພື່ອຮັບຊາບ ແລະ ຕ້ອງລະມັດລະວັງຕົວໃນການປ້ອງກັນດ້ານຄວາມປອດໄພ ແລະ ...

Read More »

ຍີ່​ປຸ່ນ ຊ່ວຍ​ເຫຼືອ​ເຂົ້າ 627 ໂຕນ ແກ່ ສ​ປ​ປ ລາວ

ເຂົ້າສານຈໍານວນ 627 ໂຕນ ຊຶ່ງ​ເປັນການຊ່ວຍເຫຼືອຈາກ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນຍີ່ປຸ່ນ ໄດ້​ຂົນ​ສົ່ງມາຮອດ ສາງຂອງອົງການອາຫານໂລກທີ່ນະຄອນຫຼວງວຽງຈັນ​ໃນ​ວັນ​ທີ 23 ສິງ​ຫານີ້. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະຖານເອກອັກຄະລາຊະທູດແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ອົງການອາຫານໂລກໄດ້ເປັນຄູ່ຮ່ວມງານກັນເພື່ອໃຫ້ຄວາມຊ່ວຍເຫຼືອແກ່ບັນດາຊຸມຊົນຜູ້ທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງຂອງສະພາບດິນຟ້າອາກາດ. ໃນຕົ້ນເດືອນ ກຸມພາຜ່ານ​ມາ, ຍີ່ປຸ່ນ ໄດ້ມອບເງິນຊ່ວຍເຫຼືອຈໍານວນ 180 ລ້ານເຢນ ຫຼື​ ປະມານ 1,​7 ລ້ານ ໂດລາ ເພື່ອຊ່ວຍເຫຼືອບັນເທົາຜົນກະທົບຈາກເຫດການ ຝົນຕົກໜັກ ແລະ ໄພນໍ້າຖ້ວມ ໃນເດືອນຕຸລາ 2020 ໃນແຂວງສະຫວັນນະເຂດ ແລະ ບັນດາແຂວງໃນພາກໃຕ້ຂອງ ສປປ ລາວ. ໂດຍການຊ່ວຍເຫຼືອຂອງ ລັດ​ຖະ​ບານ ແລະ ປະຊາຊົນຍີ່ປຸ່ນ, ອົງການອາຫານໂລກ ໄດ້ຊື້ເຂົ້າຈໍານວນ 627 ໂຕນ ໃນຄັ້ງທໍາອິດ ໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດ ຈໍານວນ 35.000 ຄົນ ໃນ 65 ຊຸມຊົນ ໃນບັນດາແຂວງພາກກາງ ແລະ ພາກໃຕ້ ...

Read More »

ຍີ່ປຸ່ນ ຈະສັກວັກຊີນໂຄວິດ-19 ໂດສ 3 ໃຫ້ບຸກຄະລາກອນທາງການແພດ

ອ້າງ​ຕາມ​ ແຫ​ລ່ງຂ່າວ ຊິນ​ຮວາ​ຂອງ ຈີນ ລາຍ​ງານ​ວ່າ:​ ທ່ານ ທາ​ໂຣະ ​ໂຄ​ເນະ ລັດຖະມົນຕີ ຜູ້​ຮັບຜິດຊອບ ​ແຜນ​ວັກ​ຊິນ ປ້ອງ​ກັນ​ໂຄ​ວິດ-19 ຂອງ​ຍີ່ປຸ່ນ ກ່າວ​ວ່າ: ລັດຖະບານ ຍີ່ປຸ່ນ ພວມ​ກຽມພ້ອມ​ ສັກ​ວັກ​ຊິນ ປ້ອງ​ກັນ​ໂຄ​ວິດ-19 ​ໂດ​ສທີ 3 ​ໃຫ້​ກັບ ບຸກຄະລາ​ກອນ​ ທາງ​ການ​ແພດ, ຫາກ​ກະຊວງ ສາທາລະນະ​ສຸກ ​ເ​ຫັນ​ວ່າ ​ເປັນ​ເລື່ອງ​ຈຳ​ເປັນ. ​ໂດຍ​ທ່ານ ທາ​ໂຣະ ​ໂຄ​ເນະ ກ່າວ​ລະຫວ່າງ ກອງ​ປະຊຸມ ຄະນະ​ກຳມະການ ສະພາ ນິຕິບັນຍັດ ວ່າ ລັດຖະບານ ຕັດສິນ​ໃຈ ສັກ​ວັກ​ຊິນ ປ້ອງ​ກັນ ​ໂຄ​ວິດ-19 ​ໂດ​ສທີ 3 ​ໃຫ້​ປະຊາຊົນ ທີ່​ສັກ​ວັກ​ຊິນ ​ໂດ​ສທີ 2 ມາ​​ແລ້ວ 8 ​ເດືອນ ​ໃນ​ເດືອນ​ຕຸລາ​ນີ້. ຂະນະ​ນີ້ ລັດຖະບານ ພວມ​ກຽມພ້ອ​ມ ​ແຜນ​ສັກ​ວັກ​ຊິນ ປ້ອງ​ກັນ​ໂຄ​ວິດ-19 ​ເພື່ອ​ໃຫ້​ສາມາດ ​ເລີ່​ມດຳ​ເນີນ​ງານ​ໄດ້  ​ໂດຍ​ທັນທີ ຫາກ​ກະຊວງ​ ແນະ​ນໍາ​ສັກ​ວັກ​ຊິນ ​ໂດ​ສທີ 3. ການ​ຕັດສິນ​ໃຈ ດັ່ງກ່າວ​ຂອງ ລັດຖະບານ ມີ​ຂຶ້ນ ​ໂດຍ​ອິງ​ໃສ່​ ຂໍ້​ມູນ ຊີ້​ແຈງ​ຈຳ​ເປັນ  ​ຕ້ອງ​ສັກ​ວັກຊິນ ​ໂດ​ສ​ເພີ່ມ​ເຕີມ ​ເພື່ອ​ກະ​ຕຸ້ນ ພູມ​ຄຸ້ມ​ກັນ ...

Read More »