ຊົມເຊີຍ!!!! ເຈົ້າໜ້າທີ່ລາວ ຈັບຄົນຂາຍເລກເຖື່ອນໄດ້ຈໍານວນຫຼາຍ

ວິທະຍຸກະຈາຍສຽງ ສະຫວັນນະເຂດໄດ້ລາຍງານວ່າ: ປັດຈຸບັນ ມີກຸ່ມຄົນຈໍານວນໜຶ່ງຢູ່ພາຍໃນແຂວງ ກໍຄືທ້ອງຖີ່ນພາກັນລັກລອບເຄື່ອນໄຫວຂາຍເລກເປັນຂະບວນການ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ເອີ້ນວ່າ “ເລກເຖື່ອນ” ເພື່ອໃຫ້ຄົນຊ່ຽງໂຊກເຊີ່ງເປັນລັກສະນະການພະນັນອີກຮູບການໜຶ່ງເປັນຕົ້ນ ເລກລາວ, ເລກຫວຽດ, ເລກໄທ.

ແຕ່ອໍານາດການປົກຄອງ ການຈັດຕັ້ງຂັ້ນບ້ານ ໄດ້ເບີ່ງຂ້າມບໍ່ມີການແກ້ໄຂເຮັດໃຫ້ຫາງສຽງໄປໃນທາງທີ່ບໍ່ດີວ່າ ອໍານາດການປົກຄອງເມືອງ ແລະ ບ້ານ ບໍ່ມີການກວດກາຄືປ່ອຍປະລະເຫຼີງ, ຕໍ່ກັບບັນຫານີ້ທາງຫ້ອງຕໍາຫຼວດ ປກສ ແຂວງ ສະຫວັນນະເຂດ ພະແນກຕໍາຫຼວດເສດຖະກິດ ໄດ້ເອົາໃຈໃສ່ຢ່າງຈິງຈັງໃນການແກ້ໄຂ.

ຫຼ້າສຸດໃນຫຼາຍເດືອນພຶດສະພາ ທີ່ຜ່ານມາ, ວັນທີ 26 ພືດສະພາ 2020 ຫ້ອງຕໍາຫຼວດ ປກສ ແຂວງ, ພະແນກຕໍາຫຼວດເສດຖະກິດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ສຶກສາອົບຮົບຜູ້ຂາຍຫວຍ-ເລກເຖື່ອນ ເພື່ອບໍ່ໃຫ້ມີການກະທໍາຜິດອີກ. ເຊີ່ງການກະທໍາຜິດດັ່ງກ່າວແມ່ນຜິດຕໍ່ລະບຽບກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ກົດໝາຍອາຍາແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຢູ່ໃນໝວດທີ 2 ການກະທໍາຜິດກ່ຽວກັບຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຕາມມາດຕາ 141 ການຫຼິ້ນການພະນັນທີ່ຕ້ອງຫ້າມໄດ້ລະບຸໄວ້ວ່າ: ບຸກຄົນໃດຫາກມີການຫຼິ້ນການພະນັນທີ່ຕ້ອງຫ້າມຈະຖືກປັບໄໝແຕ່ 5.000.000 ກີບ ຫາ 10.000.000 ກີບ.

ບຸກຄົນໃດຫາກໄດ້ສົມຍອມໃຫ້ຫຼິ້ນການພະນັນທີ່ຕ້ອງຫ້າມຢູ່ໃນເຮືອນຂອງຕົນ ຫຼືເປັນເຈົ້າມື ຫຼືເປັນຜູ້ກະທໍາຜິດທີ່ບໍ່ເຂັດຫຼາບຈະຖືກລົງໂທດຕັດອິດສະຫຼະພາບແຕ່ 3 ເດືອນ ຫາ 2 ປີ ຫລື ດັດສ້າງໂດຍບໍ່ຕັດອິດສະຫລະພາບ ແລະ ຈະຖືກປັບໄໝແຕ່ 5.000.000 ກີບ ຫາ 15.000.000 ກີບ.

ສະນັ້ນ, ທາງເຈົ້າໜ້າທີ່ ຫ້ອງຕໍາຫຼວດ ພະແນກເສດຖະກິດ ກໍ່ໄດ້ສົມທົບກັບເຈົ້າໜ້າທີ່ສືບຂ່າວກອງບັນຊາການ ປກສ ນະຄອນໄກສອນ, ກຸ່ມບ້ານ ລົງກວດກາຂື້ນບັນຊີເປົ້າໝາຍຂາຍຫວຍ-ເລກເຖື່ອນ ຢູ່ ພາຍໃນເທສະບານ ນະຄອນໄກສອນພົມວິຫານ ສາມາດຮູ້ໄດ້ຜູ້ກະທໍາຜິດ ແລະໄດ້ຮຽກເຊີນພວກກ່ຽວມາສືກສາອົບຮົມກ່ອນຈະປັບໄໝຕາມລະບຽບກົດໝາຍ.

ໃນໂອກາດດັ່ງກ່າວ ທ່ານ ພັທ ບຸນຖະໜອມ ໄຊປັນຍາ ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງ ສະຫວັນນະເຂດ ກໍໄດ້ຮຽກຮ້ອງໃຫ້ພວກກ່ຽວຈົ່ງຢຸດເຊົາ ເພື່ອບໍ່ໃຫ້ມີການກະທໍາຜິດຕື່ມອີກ ເພາະການກະທໍາຜິດດັ່ງກ່າວ ແມ່ນສ້າງເງື່ອນໄຂໃຫ້ຕົນເອງ ແຕ່ບໍ່ຖືກຕ້ອງຕາມລະບຽບກົດໝາຍເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ; ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຈົ່ງພາກັນຊອກຢູ່ຫາກິນ ປະກອບອາຊີບທີ່ສຸດຈະລິດ ຖືກຕ້ອງຕາມລະບຽບກົດໝາຍ.

ໂດຍ: ວິທະຍຸກະຈາຍສຽງ ສະຫວັນນະເຂດ

Comments