ຄະນະສະເພາະກິດ!!! ຈະໂຈະການຖ່າຍທອດສົດຖະແຫຼງຂ່າວ COVID-19 ນັບແຕ່ມື້ອື່ນເປັນຕົ້ນໄປ

ວັນທີ 3 ມິຖຸນາ 2020 ນີ້ ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດຄວບຄຸມ COVID-19 ແຈ້ງໃຫ້ຊາບວ່າ ການຖ່າຍທອດສົດ ການຖະແຫຼງຂ່າວປະຈຳວັນຄວບຄຸມ COVID-19 ຈະໄດ້ໂຈະໄວ້ກ່ອນ ຖ້າມີສະຖານະການໃໝ່ຮີບດ່ວນ ຈຶ່ງຈະກັບມາຖ່າຍທອດສົດຄືນໃໝ່.

ຂໍໃຫ້ບັນດາທ່ານຕິດຕາມຂ່າວ ຈາກພາກປົກກະຕິຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ ສາມາດຕິດຕາມໄດ້ຈາກເວັບໄຊ www.covid19.gov.la ແລະ ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ.
ດ້ານສະພາບການລະບາດ COVID-19 ຢູ່ປະເທດເຮົາ ແລະ ປະເທດທີ່ມີຊາຍແດນຕິດຈອດກັບປະເທດລາວ ແມ່ນຜ່ອນຄາຍລົງຫຼາຍແລ້ວ. ສະເພາະຢູ່ ສປປ ລາວ 52 ມື້ແລ້ວ ບໍ່ມີຜູ້ຕິດເຊື້ອໃໝ່, ຜູ້ຕິດເຊື້ອສະສົມ 19 ຄົນ ກໍ່ປິ່ນປົວດີ 18 ຄົນແລ້ວ ແລະ ຍັງເຫຼືອພຽງ 1 ຄົນ ທີ່ຍັງຕິດຕາມຢູ່ໂຮງໝໍ.

Comments