ການແຂ່ງຂັນ ລາວລີກ ຈະໄດ້ຮັບເງິນອຸດໜູນ 90 ລ້ານກີບ ຕໍ່ທີມ 

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈະມອບເງິນອຸດໝູນໃຫ້ທີມບານເຕະລາວລີກ ທີມລະ 90 ລ້ານກີບ ອີງຕາມແຈ້ງການສະບັບທີ 316 ສຕລ ລົງວັນທີ 1 ມິຖຸນາ 2020 ເລື່ອງ: ນະໂຍບາຍອຸດໜູນສະໂມສອນ ໃນການແຂ່ງຂັນບານເຕະ ເປັບຊີ ລາວລີກ 1 ປະຈໍາປີ 2020 ທີ່ໄດ້ລະບຸວ່າ: ສະຫະພັນບານເຕະແຫ່ງຊາດລາວ ຂໍແຈ້ງມາຍັງ ບັນດາ ສະໂມ ສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນເປັບຊີ ລາວລີກ 1 ລະດູການ 2020 ທີ່ປະກອບດ້ວຍ ສະໂມສອນ ລາວໂຕໂຢຕາ ເອັຟຊີ, ສະໂມສອນ ມາສເຕີເຊເວັນ ເອັຟຊີ, ສະໂມສອນຊ້າງນ້ອຍ ເອັຟຊີ, ສະໂມສອນ ກະຊວງປ້ອງກັນຄວາມສະຫງົບ ເອັຟຊີ, ສະໂມສອນ ວຽງຈັນ ເອັຟທີ, ສະໂມສອນ ວຽງຈັນ ເອັຟຊີ (ແຂວງວຽງຈັນ) ແລະ ສະໂມສອນ ເອສຣາ ເອັຟຊີ ຊາບກ່ຽວກັບນະໂຍບາຍການອຸດໜູນສະໂມສອນໃນການແຂ່ງຂັນໃນປີ 2020 ທີ່ໄດ້ຮັບຜົນກະທົບຈາກການແພ່ລະບາດຂອງ ໂຄວິດ-19.

ເຊິ່ງລາຍລະອຽດຂອງແຈ້ງການບາງສ່ວນໄດ້ຂຽນວ່າ: ທຸກສະໂມສອນໃນການແຂ່ງຂັນເປັບຊີ່ ລາວລີກ1 ຈະໄດ້ຮັບເງິນອຸດໜຸນຈຳນວນ 30 ລ້ານກີບ ເພີ່ມເຕີມຈາກເງິນອຸດໜູນທີມເບື້ອງຕົ້ນທີ່ສະໂມສອນເຂົ້າຮ່ວມການແຂ່ງຂັນຈະໄດ້ຮັບຢູ່ແລ້ວ 60 ລ້ານກີບ ເຊິ່ງລວມທັງໝົດເປັນ 90 ລ້ານກີບ ຕາມລາຍລະອຽດເພີ່ມເຕີມ ຕາມແຈ້ງການໃນຮູບ

ນອກຈາກນັ້ນ, ຍັງໄດ້ກຳນົດມື້ລົງທະບຽນ ແລະ ມື້ແຂ່ງຂັນແລ້ວ ໂດຍລາຍລະອຽດຕາມແຈ້ງການໃນຮູບ

ແຫຼ່ງຂໍ້ມຸນ: ສະຫະພັນບານເຕະແຫ່ງຊາດລາວ (ສຕລ)

Comments