ຊົມເຊີຍ!! ກອງທັບປະຊາຊົນ ສປ. ຈີນ ນໍາເຄື່ອງຊ່ວຍລາວຕ້ານໂຄວິດເປັນຊຸດທີ 2…

ການລະບາດຂອງພະຍາດໂຄວິດ-19 ເປັນເຫດການສຸກເສີນທີ່ເກີດຂຶ້ນທົ່ວໂລກ ແລະ ສປ ຈີນ ເປັນປະເທດທີ່ປະສົບບັນຫາກ່ອນໝູ່ ທັ້ງມີການສູນເສຍຊີວິດເປັນຈຳນວນຫຼາຍ ແຕ່ດ້ວຍມິດຕະພາບ ແລະການຮ່ວມມືຖານປະເທດເພື່ອນມິດຍຸດທະສາດ ສປ ຈີນໄດ້ເດີນໜ້າຊ່ວຍເຫຼືອລາວເຮົາຢ່າງຕໍເນື່ອງ ນອກຈາກການສົ່ງຜູ້ຊ່ຽວຊານມາແລ້ວຍັງສົ່ງວັດຖຸອຸປະກອນມາຊ່ວຍເສີມອີກໜຶ່ງແຮງ ເວົ້າສະເພາະກອງທັບປະຊາຊົນຈີນແມ່ນເປັນຄັ້ງທີສອງແລ້ວ.

ຫຼ້າສຸດເຊົ້າວັນທີ 2 ມິຖຸນາ 2020, ຄະນະນໍາກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຊ່ວຍເຫຼືອດ້ານອຸປະກອນການແພດຕອບໂຕ້ພະຍາດໂຄວິດ-19 ຈາກກອງທັບປົດປ່ອຍປະຊາຊາຊົນຈີນ ກະຊວງປ້ອງກັນປະເທດ ສປ ຈີນ ຢູ່ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ.

ຕາງໜ້າຄະນະສະເພາະກິດກະຊວງປ້ອງກັນປະເທດລາວຮັບເຄື່ອງໂດຍ ສະຫາຍ ບົວສິງ ອິນທະວົງ ຫົວຫນ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ແລະຕາງໜ້າມອບໂດຍສະຫາຍ ເສີນ ຢົງຈິ່ງ ທີ່ປຶກສາປ້ອງກັນຊາດ ແຫ່ງສະຖານທູດຈີນປະຈໍາລາວ, ມີສະຫາຍ ວົງຄໍາ ພົມມະກອນ ຫົວຫນ້າກົມໃຫຍ່ພະລາທິການ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

ການຊ່ວຍເຫຼືອຄັ້ງນີ້ເປັນຄັ້ງທີ 2 ຂອງກອງທັບປົດປ່ອຍປະຊາຊົນຈີນເຊິ່ງປະກອບມີ ອຸປະກອນປ້ອງກັນຕົວທາງການແພດ, ເຄື່ອງຊ່ວຍຫາຍໃຈ, ເຄື່ອງວັດແທກສະພາບຮ່າງກາຍຄົນເຈັບ ແລະອື່ນໆ.

ໂອກາດນີ້, ທ່ານ ວົງຄໍາ ພົມມະກອນ ໄດ້ຕາງໜ້າກອງທັບປະຊາຊົນລາວ ສະແດງຄວາມຂອບອົກຂອບໃຈມາຍັງກອງທັບປົດປ່ອຍປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອອີກຄັ້ງໜຶ່ງ ເຊິ່ງເປັນການສະໜັບສະໜູນທີ່ເຂັ້ມແຂງໃຫ້ແກ່ຝ່າຍລາວໃນການຕ້ານກັບພະຍາດໂຄວິດ-19 ແລະໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບຖານສະຫາຍກໍ່ຄືອ້າຍນ້ອງທີ່ສະໜິດແໜ້ນລະຫວ່າງສອງກອງທັບລາວ-ຈີນ.

ກອງທັບລາວ ຈະເດັດດ່ຽວຈັດຕັ້ງປະຕິບັດຂໍ້ຕົກລົງຂອງການນຳສອງພັກ, ສອງລັດ ກໍ່ຄືສອງກອງທັບ, ເພີ່ມທະວີການແລກປ່ຽນຮ່ວມມືກັບຝ່າຍຈີນ, ສົ່ງເສີມມູນເຊື້ອການປະສານງານໃນຂົງເຂດທາງດ້ານການແພດລະຫວ່າງສອງກອງທັບ ເພື່ອປະກອບສ່ວນເຂົ້າໃນການລົງເລິກສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກໍ່ຄືການສ້າງຄູ່ຮ່ວມຊາຕາກໍາລາວຈີນນຳອີກ.

ທ່ານ ບົວສິງ ອິນທະວົງ ກ່າວວ່າ ການຊ່ວຍເຫຼືອຄັ້ງນີ້ ບໍ່ພຽງແຕ່ສະແດງເຖິງນໍ້າໃຈໄມຕີຈິດມິດຕະພາບຊ່ວຍເຫຼືອເຊິ່ງກັນແລະກັນ, ມັນຍັງເປັນການຍົກສູງລະດັບຄວາມຮັບຮູ້ດ້ານເຕັກນິກ, ທາງດ້ານວິຊາສະເພາະຂອງແພດກອງທັບປະຊາຊົນລາວ ໂດຍສະເພາະແມ່ນການຝຶກອົບຮົມ ແລະການນໍາໃຊ້ບັນດາອຸປກອນທີ່ທັນສະໄໝເຂົ້າໃນການຕ້ານພະຍາດລະບາດທີ່ຮ້າຍແຮງທີ່ເກີດຂຶ້ນໃນໂລກນີ້.

ຂອບໃຈຂ່າວ ແລະຮູບ ຈາກ CRI

Comments