General

ການນໍາລາວ ຂຶ້ນຢ້ຽມຢາມເຂດເສດຖະກິດສາມຫຼ່ຽມຄຳທີ່ແຂວງບໍ່ແກ້ວ

ບັນດາການນຳຖືເປັນກຳລັງໃຈສຳຄັນໃນການຊຸກຍູ້ຫົວໜ່ວຍທຸລະກິດໃຫ້ກັບຄືນມາມີແຮງສູ້ ຫຼັງການລະບາດຂອງໂຄວິດ-19 ອັນເຮັດໃຫ້ຫຼາຍທຸລະກິດຕ້ອງຢຸດສະງັກ ໃນນັ້ນລວມທັງເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ແຂວງບໍ່ແກ້ວ. ສະນັ້ນ ເພື່ອເປັນຂັວນ ແລະກຳລັງໃຈກໍ່ຜູ້ປະກອບການ ພະນັກງານກຳມະກອນ ທັງຊ່ວຍຊຸກຍູ້ການເຄື່ອນໄຫວທຸລະກິດຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃນວັນທີ 4 ມິຖຸນານີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ໂອ້ລົມ ແລະ ຊຸກຍູ້ການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ. ໂອກາດນີ້ ກໍ່ໄດ້ຮັບການລາຍງານຫຍໍ້ຈາກ ທ່ານ ຈ່າວເວີຍ ປະທານບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເຊິ່ງໃນໄລຍະໂຄວິດ 19 ນີ້ ໄດ້ເຮັດໃຫ້ຫຼາຍກິດຈະການຕ່າງໆໄດ້ປິດຊົ່ວຄາວ ເຮັດໃຫ້ເສດຖະກິດການເງິນ ມີຄວາມຫຍຸ້ງຍາກ, ການກໍ່ສ້າງບາງໂຄງການກໍ່ໄດ້ຢຸດຊົ່ວຄາວ ແລະ ອື່ນໆ. ໂອກາດ ທີ່ທ່ານໄດ້ມາຢ້ຽມຢາມເຂດເສດຖະກິດນີ້ ຍັງໄດ້ໄປທ່ຽວຊົມຟາມລ້ຽງງົວຂອງເຂດດັ່ງກ່າວ, ການກໍ່ສ້າງທ່າເຮືອຂົນສົ່ງສິນຄ້າ, ດ່ານສາກົນມັງກອນ ແລະ ໂອ້ລົມໃຫ້ທິດຊີ້ນໍາຄະນະບໍລິຫານສາມຫຼ່ຽມຄໍາຕື່ມອີກ. ຂ່າວຈາກ: ສຳນັກຂ່າວສານປະເທດລາວ

Read More »

ເປັນ​ຫຍັງ​ຄົນ​ຈີນ ເຮັດການຄ້າ​ຈຶ່ງຮັ່ງມີ? (ຕໍ່​ຈາກ​ສະ​ບັບ​ກ່ອນ)

ສະ​ບາຍ​ດີບັນ​ດາ​ທ່ານ​ນັກ​ອ່ານ​ທີ່​ຮັກ​ແພງ ​ຂ້າ​ພະ​ເຈົ້າ​​ຂໍ​ອະ​ນຸ​ຍາດ​ຂຽນ​ບົດຄວາມ​​ກ່ຽວຫຼັກ​ປັດ​ຊະ​ຍາ​ການ​ຄ້າຂອງ​ຄົນ​ຈີນຕໍ່​ອີກ​ໃນ​ສະ​ບັບ​ເດືອນ​ມີ​ນາ ປີ 2019 ນີ້, ຫວັງ​ວ່າ​ທ່ານ​ນັກ​ອ່ານ​ຄົງ​ຈະ​ບໍ່ຢຸດ​​ເຊົາອ່ານ​ນໍ. ດຸໝັ່ນ ແລະ ອົດທົນ (ຕໍ່) ທ່ານ ແຈັກ​ມາ (Jack Ma) ມະ​ຫາ​ເສດ​ຖີອັນ​ດັບ​ໜຶ່ງ​ຂອງ​ຈີນ​ກໍ​ຖື​ວ່າ​ເປັນ​ອີກ​ຄົນ​ໜຶ່ງ​ມີ​ຄວາມ​ດຸ​ໝັ່ນ ແລະ ອົດ​ທົນ​​ເພື່ອ​ສ້າງ​ຕົນ​ເອງ​ໃຫ້​ກາຍ​ເປັນ​ຄົນ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ ເຊິ່ງ​ທ່ານ​ເຄີຍກ່າວ​ວ່າ “ຢ່າ​ຍອມ​ຈຳ​ນົນ, ເຖິງມື້​ນີ້​ຈະ​ລຳ​ບາກ, ມື້​ອື່ນ​ອາດ​ຈະ​ລຳ​ບາກ​ຂຶ້ນ​ໄປ​ອີກ, ແຕ່​ວ່າມື້​ຮື​ອາດ​ຈະ​ເປັນ​ມື້​ທີ່​ສົດ​ໃສ​ສຳ​ລັບ​ທ່ານ” ຫຼື “Never give up. Today is hard, tomorrow will be worse, but the day after tomorrow will be sunshine”, ແຕ່​ໜ້າ​ເສຍ​ດາຍ​ທີ່​ຄົນ​ສ່ວນຫຼາຍ​ມັກ​ຈະ​ລົ້ມ​ລົງ​ໃນ​ຕອນ​ຄ່ຳ​ຂອງມື້​ອື່ນ ​ກ່ອນ​ທີ່​ຈະ​ເຖິງມື້​ຮື. ທ່ານ ແຈັກ​ມາ ກໍ​ເປັນ​ອີກ​ຄົນ​ໜຶ່ງທີ່​ມີ​ຄວາມ​ອົດ​ທົນ​ເປັນ​ເລີດ ໂດຍບໍ່​ຍອມ​ຈຳ​ນົນ​ຕໍ່​ໂຊກ​ຊາ​ຕາ ເຖິງຈະ​ລົ້ມຫຼາຍ​ຄັ້ງ​ ແລະ ຖືກ​ສັງ​ຄົມ​ປະ​ຕິ​ເສດຫຼາຍ​ປານ​ໃດ ທ່ານ​​ຍັງ​​ອົດ​ທົນ ແລະ ລຸກ​ຢືນ​ຂຶ້ນ​ສູ້​ຈົນ​ປະ​ສົບ​ຄວາມ​ສຳ​ເລັດ ຍ້ອນ​ທ່ານ​ຄິດ​ຢູ່​ສະ​ເໝີ​ວ່າ “ທຸກໆ​ຄວາມ​ລຳ​ບາກ ກໍ​ຈະ​ມີ​ຂອງ​ຂວັນ​ໃຫ້​ຢູ່​ສະ​ເໝີ ແລະ ເມື່ອ​ທ່ານ​ເສຍ​ຢ່າງ​ໜຶ່ງ​ໄປ ທ່ານ​ກໍ​ຈະ​ໄດ້​ສິ່ງ​ທີ່​ດີກວ່າ​ມາ​ແທນ​ຢູ່​ສະ​ເໝີ ຖ້າ​​ມີ​ຄວາມ​ອົດ​ທົນ​ພຽງ​ພໍ”, ແຕ່​ຄົນ​ສ່ວນຫຼາຍ​ມັກ​ຈະ​ຍອມ​ຈຳ​ນົນ​ກ່ອນ ...

Read More »

Wunderman Thompson ສະເໜີ 5 ເທຣນຫຼັກທີ່ປ່ຽນແປງສຳຄັນໃນດ້ານພຶດຕິກຳ

ປີ 2020 ເປັນອີກໜຶ່ງປີ ທີ່ເກີດຜົນກະທົບໜັກ ຕໍ່ສຸຂະພາບ ແລະ ເສດຖະກິດທົ່ວໂລກ ລວມເຖິງປະເທດລາວ ນັບຕັ້ງແຕ່ທ້າຍເດືອນມັງກອນເປັນຕົ້ນມາ ຜ່ານໄປແລ້ວເຄິ່ງປີ  ແຕ່ໂຄວິດ-19 ນັ້ນ ຍັງແຜ່ລະບາດໄປທົ່ວໂລກຢ່າງໄວວາ ຈົນຫຼາຍຄົນບອກວ່າມັນເປັນເຊື້ອໄວຣັດທີ່ມາເລັ່ງກ້າວໜ້າຫຼາຍໆຢ່າງໃຫ້ເກີດຂຶ້ນ ລວມເຖິງ ພຶດຕິກຳ ແລະ ຄວາມຄາດຫວັງໃຫມ່ໆຂອງຜູ້ບໍລິໂພກ. ໃນບົດຄວາມນີ້  Wunderman Thompson ໄດ້ນຳສະເໜີ 5 ເທຣນຫຼັກທີ່ສະຫຼຸບຄວາມປ່ຽນແປງສຳຄັນໃນດ້ານພຶດຕິກຳ ແລະ ຄວາມຄາດຫວັງຂອງຜູ້ບໍລິໂພກ ເຊິ່ງມີຄວາມກ່ຽວຂ້ອງກັບແບຣນ ແລະ ສາມາດໃຊ້ເປັນແນວທາງໃຫ້ແບຣນຄວນຈະວາງແຜນ ແລະ ຕອບສະໜອງ ມາສະເໜີໃຫ້ທຸກຄົນໄດ້ອ່ານ. ຄວາມຄາດຫວັງຕໍ່ “ບໍລິສັດທີ່ດີ”  ຜູ້ບໍລິໂພກມີຄວາມຄາດຫວັງວ່າແບຣນຕ່າງໆ ຄວນຈະລວມຕົສສະແດງບົດບາດໃນດ້ານເຊີງບວກຢ່າງຈິງຈັງ ໂດຍການເຮັດປະໂຫຍດເພື່ອໂລກ ແລະ ຜູ້ຄົນໃນໄລຍະເວລາທີ່ເສດຖະກິດວິກິດແບບນີ້ ເຊິ່ງພົບວ່າຜູ້ບໍລິໂພກຫຼາຍກວ່າ 90% ລະບຸວ່າ ແບຣນ ຄວນມີໜ້າທີ່ຮັບຜິດຊອບໃນການຮ່ວມເບິ່ງແຍງໂລກ ແລະ ປະຊາຊົນຂອງໂລກຫຼາຍຂຶ້ນ ແລະ ຫຼາຍກວ່າ 71% ມີທັດສະນະຄະຕິສອດຄ້ອງກັນວ່າ ຫາກແບຣນເຫັນຜົນກຳໄລສຳຄັນກວ່າຜູ້ຄົນແລ້ວ ຜູ້ບໍລິໂພກຈະສູນເສຍຄວາມເຊື່ອຖືທີ່ມີຕໍ່ແບຣນນັ້ນໆຕະຫຼອດໄປ ເຊິ່ງເຫັນວ່າອົງກອນຂະໜາດໃຫຍ່ທົ່ວໂລກກຳລັງປັບປ່ຽນຍຸດທະສາດ ໂດຍເລີ່ມຍົກລະດັບຄວາມຮັບຜິດຊອບຕໍ່ສັງຄົມຂອງອົງກອນໃຫ້ມີຄວາມສຳຄັນ ຫຼາຍກວ່າ ຜົນກຳໄລ. ຕົວຢ່າງ: Pooj Morjaria ຜູ້ກໍ່ຕັ້ງ Did ...

Read More »

ການນໍາລາວ ຂຶ້ນຢ້ຽມຢາມເຂດເສດຖະກິດສາມຫຼ່ຽມຄຳທີ່ແຂວງບໍ່ແກ້ວ

ບັນດາການນຳຖືເປັນກຳລັງໃຈສຳຄັນໃນການຊຸກຍູ້ຫົວໜ່ວຍທຸລະກິດໃຫ້ກັບຄືນມາມີແຮງສູ້ ຫຼັງການລະບາດຂອງໂຄວິດ-19 ອັນເຮັດໃຫ້ຫຼາຍທຸລະກິດຕ້ອງຢຸດສະງັກ ໃນນັ້ນລວມທັງເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ແຂວງບໍ່ແກ້ວ. ສະນັ້ນ ເພື່ອເປັນຂັວນ ແລະກຳລັງໃຈກໍ່ຜູ້ປະກອບການ ພະນັກງານກຳມະກອນ ທັງຊ່ວຍຊຸກຍູ້ການເຄື່ອນໄຫວທຸລະກິດຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃນວັນທີ 4 ມິຖຸນານີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ໂອ້ລົມ ແລະ ຊຸກຍູ້ການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ. ໂອກາດນີ້ ກໍ່ໄດ້ຮັບການລາຍງານຫຍໍ້ຈາກ ທ່ານ ຈ່າວເວີຍ ປະທານບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເຊິ່ງໃນໄລຍະໂຄວິດ 19 ນີ້ ໄດ້ເຮັດໃຫ້ຫຼາຍກິດຈະການຕ່າງໆໄດ້ປິດຊົ່ວຄາວ ເຮັດໃຫ້ເສດຖະກິດການເງິນ ມີຄວາມຫຍຸ້ງຍາກ, ການກໍ່ສ້າງບາງໂຄງການກໍ່ໄດ້ຢຸດຊົ່ວຄາວ ແລະ ອື່ນໆ. ໂອກາດ ທີ່ທ່ານໄດ້ມາຢ້ຽມຢາມເຂດເສດຖະກິດນີ້ ຍັງໄດ້ໄປທ່ຽວຊົມຟາມລ້ຽງງົວຂອງເຂດດັ່ງກ່າວ, ການກໍ່ສ້າງທ່າເຮືອຂົນສົ່ງສິນຄ້າ, ດ່ານສາກົນມັງກອນ ແລະ ໂອ້ລົມໃຫ້ທິດຊີ້ນໍາຄະນະບໍລິຫານສາມຫຼ່ຽມຄໍາຕື່ມອີກ. ຂ່າວຈາກ: ສຳນັກຂ່າວສານປະເທດລາວ

Read More »

ເກີດເຫດນໍ້າມັນເຊື້ອໄຟຮົ່ວໄຫຼຢູ່ເຂດມະຫາສະໝຸດອາກຕິກ (Arctic)

ທ່ານ Putin ໄດ້ແນະນຳກ່ຽວກັບສະຖານະການສຸກເສີນ ພາຍຫຼັງທີ່ສາງເກັບນໍ້າມັນເຊື້ອໄຟຂະໜາດໃຫຍ່ ເກີດການຮົ່ວໄຫຼຢູ່ໃນຂອບເຂດມະຫາສະໝຸດ ອາກຕິກ (Arctic), ທ່ານ Vladimir Putin ໄດ້ສັ່ງໃຫ້ແຈ້ງພາວະສຸກເສີນ ຫລັງຈາກນໍ້າມັນກາຊວນຈໍານວນ 20.000 ໂຕນ ໄດ້ໄຫຼເຂົ້າສູ່ເຂດມະຫາສະໝຸດ Arctic. ເຫດການນີ້ ເກີດຈາກການຮົ່ວໄຫຼຂອງສາງເກັບນໍ້າມັນເຊື້ອໄຟຢູ່ໂຮງງານໄຟຟ້າ NTEK ທີ່ຢູ່ໃກ້ເມືອງ Norilsk ໃນວັນສຸກທີ່ຜ່ານມາ ໂດຍໂຮງງານດັ່ງກ່າວຂຶ້ນກັບບໍລິສັດ Nornickel ເຊິ່ງເປັນໜຶ່ງໃນໂຮງງານທ້ອງຖິ່ນທີ່ມີມົນລະພິດຫຼາຍທີ່ສຸດໃນໂລກ.   ລະຫວ່າງການປະຊຸມໃນວັນພຸດທີ່ຜ່ານມາ, ທ່ານ Putin ໄດ້ສະເໜີໃຫ້ ຫົວໜ້າບໍລິສັດຍ່ອຍ Nornickel ທີ່ເປັນເຈົ້າຂອງໂຮງງານໄຟຟ້າ NTEK ມາຊີ້ແຈງກ່ຽວກັບເຫດການທີ່ເກີດຂຶ້ນ ເນື່ອງຈາກບໍລິສັດດັ່ງກ່າວລາຍງານພາກລັດຊ້າ ລັດມາຮູ້ 2 ມື້ຫລັງເກີດເຫດ ຈຶ່ງເປັນຈຸດທີ່ປະທານາທິບໍດີ Putin ຮ້າຍທັງບໍລິສັດ ແລະ ການປົກຄອງທ້ອງຖິ່ນ. ຈາກເຫດການດັ່ງກ່າວທ່ານ Putin ໄດ້ຕົກລົງເຫັນດີວ່າຈຳເປັນຕ້ອງມີພາວະສຸກເສີນແຫ່ງຊາດ ເພື່ອຮຽກຮ້ອງໃຫ້ມີການຮັກສາຊັບພະຍາກອນທໍາມະຊາດໃຫ້ມີຄວາມອຸດົມສົມບູນ. ຄະນະກຳມະການສືບສວນຣັດເຊຍ ທີ່ກ່ຽວຂ້ອງກັບອາຊະຍາກຳໃຫຍ່ຄັ້ງນີ້ໄດ້ເວົ້າວ່າ ບໍລິສັດດັ່ງກ່າວ ໄດ້ດຳເນີນການສືບສວນຄະດີອາຍາ 3 ຄັ້ງ ກ່ຽວກັບອຸປະຕິເຫດ ແລະ ການຄວບຄຸມພະນັກງານໂຮງງານໄຟຟ້າ.   ປະລິມານການຮົ່ວໄຫຼຄັ້ງນີ້ ແມ່ນຫຼາຍກວ່າການຮົ່ວໄຫຼຂອງບໍລິສັດ Kerch ທີ່ເກີດຂຶ້ນໃນປີ 2007 ໂດຍມີການຮົ່ວໄຫຼຂອງນໍ້າມັນຈໍານວນ 5,000 ໂຕນ. ການຮົ່ວໄຫຼໃນເຂດທະເລດຳຄັ້ງນີ້ ເປັນຄັ້ງທີ່ໃຫຍ່ທີ່ສຸດສຳລັບປະເທດຣັດເຊຍ ...

Read More »

ເປັນ​ຫຍັງ​ຄົນ​ຈີນ​ ເຮັດການຄ້າຈຶ່ງຮັ່ງມີ? (ຕໍ່​ຈາກ​ສະ​ບັບ​ກ່ອນ)

ເມື່ອພະເຈົ້າແຜ່ນດິນ ຊິນຊີ້ຮວງ (Qin Shi Huang) ໄດ້ສະຖາປານາພະອົງຂຶ້ນເປັນພະເຈົ້າແຜ່ນດິນແຫ່ງລາຊະວົງຊິນທີ່ເປັນອານາຈັກທີ່ຍິ່ງໃຫຍ່ທຳອິດຂອງປະເທດຈີນແລ້ວ ພໍ່ຄ້າລີກໍໄດ້ກາຍເປັນທ່ານເສນາອາມາດທີ່ເຮັດໜ້າທີ່ເປັນເໝືອນດັ່ງນາຍົກລັດຖະມົນຕີມີເງິນຄໍາອຳນາດ ແລະ ອິດທິພົນໃຫຍ່ລົ້ນຟ້າໃນເວລາຕໍ່ມາຖືວ່າປະສົບຄວາມສຳເລັດຈາກການລົງທຶນກໍ່ຕັ້ງລາຊະວົງ ສົມກັບທີ່ໄດ້ຕັ້ງໃຈໄວ້. ປະຫວັດສາດແຫ່ງການກຳເນີດລາຊະວົງທຳອິດຂອງຈີນທີ່ມາຈາກການລົງທຶນເຮັດການຄ້ານີ້ ໄດ້ຖືກສອນກັນຜ່ານຮຸ່ນລູກຮຸ່ນຫຼານຊາວຈີນພວກເຂົາເກ່ງເລື່ອງເຮັດການຄ້າບໍ່ແມ່ນເກີດຂຶ້ນໃນມື້ໜຶ່ງຍາມດຽວແຕ່ມັນຄືຄວາມຮູ້ທີ່ຖືກສະສົມມານັບພັນໆປີ ແລະ ກໍບໍ່ສະເພາະການເຮັດການຄ້າ, ເລື່ອງການປະດິດຄິດຄົ້ນຂອງຊາວຈີນໃນເມື່ອກ່ອນກໍກ້າວໜ້າທີ່ສຸດໃນໂລກເຊັ່ນ: ເຂັມທິດ, ການພິມ, ໝື້ປືນ ແລະ ການປະດິດເຈ້ຍໃຊ້ກ່ອນໝູ່ໃນໂລກ ລວມທັງວິທະຍາສາດການເດີນເຮືອ ໂດຍກ່າວກັນວ່າ ນັກສຳຫຼວດທີ່ໄປເຖິງແຜ່ນດິນອາເມຣິກາກ່ອນໝູ່ນັ້ນ; ບໍ່ແມ່ນ ທ່ານ ຄຣິດສະຕອບເຟີ ໂຄລຳບັສ (ChristopherColumbus) ແຕ່ແມ່ນທ່ານ ເຈີ້ງເຫີ (Zheng He) ແມ່ທັບເຮືອທີ່ຍິ່ງໃນລາຊະວົງ ມິງ (Ming Dynasty)ຂອງຈີນຕ່າງຫາກ ທີ່ໄປຢຽບແຜ່ນດິນອາເມຣິກາໃນປີ 1421 ຫຼື ປະມານ 71 ປີ ກ່ອນທີ່ ຄຣິດສະຕອບເຟີໂຄລຳບັສ ຈະໄປຮອດອາເມຣິກາ,  ກອງເດີນເຮືອຂອງແມ່ທັບເຈີ້ງເຫີແມ່ນໃຫຍ່ກວ່າຂອງ ຄຣິດສະຕອບເຟີໂຄລຳບັສ ຫຼາຍຮ້ອຍເທົ່າ, ເສຍດາຍທີ່ເວລາຕໍ່ມາ ຍ້ອນຄວາມບໍ່ເປັນເອກະພາບຂອງຂຸນນາງ ແລະ ພະເຈົ້າແຜ່ນດິນອົງໃໝ່ທີ່ຄອງລາດໃນລາຊະວົງມິງ ໄດ້ປິດປະເທດ ແລະ ທຳລາຍກອງເຮືອທີ່ຍິ່ງໃຫຍ່ສະທ້ານໂລກ, ແຜ່ນດິນຈີນກໍກາຍເປັນເໝືອນດັ່ງມັງກອນນອນຫຼັບທີ່ຫາກໍເລີ່ມຕື່ນຂຶ້ນຫຼັງຈາກປົດປ່ອຍປະເທດໃນປີ 1949 ໂດຍການນຳຂອງຜູ້ນຳທີ່ຍິ່ງໃຫຍ່ທ່ານ ເມົາເຈີຕຸງ (Mao ...

Read More »

ຂ່າວດີ!! ລາວບໍ່ພົບຜູ້ຕິດເຊື້ອໂຄວິດ 53 ມື້ຕິດຕໍ່ກັນ ຍັງພຽງ 1 ຄົນທີ່ຍັງນອນປິ່ນປົວຢູ່ໂຮງໝໍ

ເປັນມື້ທີ 53 ຕິດຕໍກັນທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຂະນະທີ່ໃນວັນທີ 3 ມິຖຸນາຜ່ານມາໄດ້ມີການກວດຫາເຊື້ອ 72 ຄົນລ້ວນເປັນຜົນລົບ ເຮັດໃຫ້ຕົວເລກຜູ້ປ່ວຍສະສົມມີພຽງ 19 ຄົນ ຕອນນີ້ໄດ້ອອກໂຮງໝໍແລ້ວ 18 ກໍລະນີ, ຍັງພຽງໜຶ່ງດຽວທີ່ນອນປິ່ນປົວຢູ່ໂຮງໝໍ. ໃນວັນທີ 4 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງ ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ແລະ ສື່ມວນຊົນເຂົ້າຮ່ວມ. ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ສະພາບການເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຮອດເວລາ 17:00 ໂມງຂອງວັນທີ 3 ມິຖຸນາ 2020 ມີຜູ້ເຂົ້າມາທັງໝົດ 2.108 ຄົນ ຜ່ານດ່ານລາວ-ໄທ ...

Read More »

ບຣາຊິວ ຈະເລີ່ມທົດລອງວັກຊິນຕ້ານ​ໂຄ​ວິດ-19 ທີ່ພັດທະນາຈາກປະເທດອັງກິດ

ບຣາຊິວ ​ເປັນ​ປະ​ເທດກຳລັງ​ປະເຊີນ​ກັບ ​ການລະບາດ ຢ່າງ​ຮຸນ​ແຮງ ​ຂອງ​​ເຊື້ອ​ ພະຍາດ ​ໂຄ​ວິດ-19 ​ສໍານັກຂ່າວຕ່າງປະເທດເປີດ​ເຜີຍ​ວ່າ: ບຣາຊິວ ກຳລັງຈະ​ເລີ່​ມການ​ທົດ​ລອງ​ວັກຊິນ ຕ້ານ​ໂຄ​ວິດ-19 ທີ່​ພັດທະນາ​ຂຶ້ນ ​ໃນມະຫາວິທະຍາ​ໄລ ອ໋ອກຟອດ ຂອງ​ອັງກິດ ​ໃນ​ອາທິດ​ໜ້າ ແລະ ຈະ​ຖື​ເປັນ​ປະ​ເທດ ທຳ​ອິດ ທີ່​ເຂົ້າຮ່ວມ​ ໃນ​ການ​ທົດ​ລອງ​ຄັ້ງນີ້ ຫລັງ​ຈາກ ມະຫາວິທະຍາ​ໄລ ​ເຊົາ​ເປົາ​ໂລ ​ເຊິ່ງ​ເປັນ​ຜູ້​ປະສານ​ງານ​ ການ​ສຶກສາ ​ເປີດ​ເຜີຍ​ຕື່ມ​ວ່າ ບຣາຊິວ ຈະ​ທົດ​ລອງ​ວັກ​ຊິນ ກັບ​ອາສາ​ສະໝັກ 2.000 ຄົນ​ ໂດຍ​ອະທິການ​ບໍດີ ​ຂອງ​ມະຫາ ວິທະຍາ​ໄລ​ ກ່າວ​ວ່າ ການທົດລອງວັກຊິນໃນບຣາຊິວ ເປັນສິ່ງທີ່ຈຳເປັນ ເພາະບຣາຊິວ ເປັນປະເທດ ທີ່ມີການລະບາດ ພວມຢູ່ໃນລະດັບສູງ ບຣາຊິວ ເຊິ່ງເປັນແນວໜ້າແຫ່ງໃໝ່ຂອງການລະບາດ ໄດ້ເພີ່ມມາດຕະການ ຄວບຄຸມ ການລະບາດ ໃນພາກ ຕາເວັນອອກ ສ່ຽງເໜືອ ຂອງປະເທດຫລັງມີລາຍງານ ຈຳນວນ ຜູ້ຕິດເຊື້ອ ໃນລະດັບສູງຂຶ້ນ ຂະນະທີ່ ຄວາມເປັນຫ່ວງ ເລື່ອງການລະບາດ ໃນອາເມລິກາລາຕິນ ກຳລັງເພີ່ມ​ຂຶ້ນ ​ເຖິງ​ວ່າ​ໃນຂົງ​ເຂດ​ອື່ນໆ​ຂອງ​ໂລກ ...

Read More »

ມາຮູ້ຈັກ!!! “New Normal” ການຊື້ສິນຄ້າ ຫຼືການບໍລິການທີ່ປ່ຽນແປງ

1. ຜູ້ບໍລິໂພກຈະເລືອກຊື້ສິ່ງຂອງທີ່ຈຳເປັນແທ້ໆ ເພື່ອເປັນຫຼັກປະກັນວ່າຊັບພະຍາກອນທີ່ມີຢູ່ ຈະຖືກນໍາໃຊ້ຕອບສະໜອງພື້ນຖານຂອງການມີຊີວິດຢູ່ໄດ້ ແລະ ຍັງສ້າງຄວາມປອດໄພດ້ານ ປັດໃຈ 4 ໃນການດໍາລົງຊີວິດຂອງມະນຸດອີກດ້ວຍ. 2. ຜູ້ບໍລິໂພກຈະຫັນມາສົນໃຈສິນຄ້າ Local ຫຼືສິນຄ້າພາຍໃນປະເທດຫຼາຍຂຶ້ນ ໂດຍສະເພາະສິນຄ້າປະເພດຜະລິດຕະພັນທີ່ກ່ຽວກັບການເບິ່ງແຍງສຸຂະພາບ ເນື່ອງຈາກຜູ້ບໍລິໂພກກັງວົນທີ່ຈະຊື້ສິນຄ້ານໍາເຂົ້າ ເພາະບໍ່ຮູ້ວ່າສິນຄ້າເຫຼົ່ານັ້ນຜ່ານຂະບວນການຂົນສົ່ງແບບໃດມາແດ່ ພ້ອມກັນນັ້ນ, ສິນຄ້າພາຍໃນປະເທດຍັງມີຄຸນນະພາບສູງຂຶ້ນເລື້ອຍໆ. 3. ຜູ້ບໍລິໂພກຈະນໍາສິ່ງຂອງທີ່ບໍ່ໄດ້ໃຊ້ ມາຂາຍຫຼາຍຂຶ້ນ ຜູ້ບໍລິໂພກຈະເລີ່ມຄັດສັນສິ່ງທີ່ມີຢູ່ວ່າແມ່ນຫຍັງທີ່ຈໍາເປັນແທ້ໆ ສິ່ງໃດທີ່ບໍ່ໄດ້ໃຊ້ ຫຼືບໍ່ມີຄວາມຈໍາເປັນ ຈະຖືກນໍາມາຂາຍເພື່ອນໍາເງິນສ່ວນທີ່ໄດ້ຈາກສິ່ງທີ່ບໍ່ໄດ້ໃຊ້ໄປໃຊ້ກັບສິ່ງທີ່ຈໍາເປັນແທ້ໆ. 4. ບໍລິການ Delivery ຈະເປັນທາງເລືອກທີ່ສໍາຄັນຂອງຜູ້ບໍລິໂພກ ເພາະມີຄວາມສະດວກສະບາຍໃນການແລກປ່ຽນຊື້ຂາຍ ເຖິງແມ່ນວ່າຈະເປັນການສັ່ງອາຫານກໍສາມາດເຮັດໄດ້ງ່າຍໆຄືກັບໄປຊື້ເຂົ້າໜ້າເຮືອນເລີຍ. 5. ການຂາຍສິນຄ້າ Online ເປັນທີ່ນິຍົມຫຼາຍຂຶ້ນ ເນື່ອງຈາກການປັັບຕົວຂອງລະບົບຂົນສົ່ງ ເຮັດໃຫ້ທຸລະກິດການຄ້າຂາຍ Online ໄດ້ຜົນປະໂຫຍດຈາກການພັດທະນານີ້ ພ້ອມທັງບໍ່ຕ້ອງອອກໄປສ່ຽງກັບສະຖານະການທີ່ມີຄົນຈໍານວນຫຼາຍອີກດ້ວຍ. 6. ຜູ້ບໍລິໂພກຈະເລືອກໃຊ້ brand ທີ່ມີສ່ວນກ່ຽວຂ້ອງກັບກິດຈະກໍາໃນສັງຄົມ ແລະ ເຮັດເພື່ອຄົນອື່ນ ໃນນີ້ບັນດາ brand ທີ່ມີສ່ວນກ່ຽວຂ້ອງກັບການຊ່ວຍເຫຼຶອຄວາມລໍາບາກ ແລະ ຍື່ນມືເຂົ້າຊ່ວຍເຫຼືອຜູ້ວິກິດຕ່າງໆ ຈະໄດ້ຮັບຄວາມໄວ້ວາງໃຈຈາກຜູ້ຄົນ ແລະ ເປັນທາງເລືອກທີ່ຜູ້ບໍລິໂພກພ້ອມຈະອຸດໜູນ. 7. ທີ່ຢູ່ອາໄສນອກເມືອງຈະເປັນທີ່ສົນໃຈຂອງ “ຜູ້ບໍລິໂພກ” ຫຼາຍຂຶ້ນ ເນື່ອງຈາກຄວາມສະດວກສະບາຍຂອງລະບົບ Online ການອາໄສຢູ່ສະຖານທີ່ທີ່ຊ່ວຍຫຼຸດຜ່ອນເລື່ອງເວລາການເດີນທາງ ຫຼືສະຖານທີ່ທີ່ເໝາະສົມໃນການໃຊ້ຊີວິດໄດ້ສະດວກສະບາຍຫຼາຍຂຶ້ນ ...

Read More »

ຊົມເຊີຍ!! ກອງທັບປະຊາຊົນ ສປ. ຈີນ ນໍາເຄື່ອງຊ່ວຍລາວຕ້ານໂຄວິດເປັນຊຸດທີ 2…

ການລະບາດຂອງພະຍາດໂຄວິດ-19 ເປັນເຫດການສຸກເສີນທີ່ເກີດຂຶ້ນທົ່ວໂລກ ແລະ ສປ ຈີນ ເປັນປະເທດທີ່ປະສົບບັນຫາກ່ອນໝູ່ ທັ້ງມີການສູນເສຍຊີວິດເປັນຈຳນວນຫຼາຍ ແຕ່ດ້ວຍມິດຕະພາບ ແລະການຮ່ວມມືຖານປະເທດເພື່ອນມິດຍຸດທະສາດ ສປ ຈີນໄດ້ເດີນໜ້າຊ່ວຍເຫຼືອລາວເຮົາຢ່າງຕໍເນື່ອງ ນອກຈາກການສົ່ງຜູ້ຊ່ຽວຊານມາແລ້ວຍັງສົ່ງວັດຖຸອຸປະກອນມາຊ່ວຍເສີມອີກໜຶ່ງແຮງ ເວົ້າສະເພາະກອງທັບປະຊາຊົນຈີນແມ່ນເປັນຄັ້ງທີສອງແລ້ວ. ຫຼ້າສຸດເຊົ້າວັນທີ 2 ມິຖຸນາ 2020, ຄະນະນໍາກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຊ່ວຍເຫຼືອດ້ານອຸປະກອນການແພດຕອບໂຕ້ພະຍາດໂຄວິດ-19 ຈາກກອງທັບປົດປ່ອຍປະຊາຊາຊົນຈີນ ກະຊວງປ້ອງກັນປະເທດ ສປ ຈີນ ຢູ່ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ຕາງໜ້າຄະນະສະເພາະກິດກະຊວງປ້ອງກັນປະເທດລາວຮັບເຄື່ອງໂດຍ ສະຫາຍ ບົວສິງ ອິນທະວົງ ຫົວຫນ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ແລະຕາງໜ້າມອບໂດຍສະຫາຍ ເສີນ ຢົງຈິ່ງ ທີ່ປຶກສາປ້ອງກັນຊາດ ແຫ່ງສະຖານທູດຈີນປະຈໍາລາວ, ມີສະຫາຍ ວົງຄໍາ ພົມມະກອນ ຫົວຫນ້າກົມໃຫຍ່ພະລາທິການ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ. ການຊ່ວຍເຫຼືອຄັ້ງນີ້ເປັນຄັ້ງທີ 2 ຂອງກອງທັບປົດປ່ອຍປະຊາຊົນຈີນເຊິ່ງປະກອບມີ ອຸປະກອນປ້ອງກັນຕົວທາງການແພດ, ເຄື່ອງຊ່ວຍຫາຍໃຈ, ເຄື່ອງວັດແທກສະພາບຮ່າງກາຍຄົນເຈັບ ແລະອື່ນໆ. ໂອກາດນີ້, ທ່ານ ວົງຄໍາ ພົມມະກອນ ໄດ້ຕາງໜ້າກອງທັບປະຊາຊົນລາວ ສະແດງຄວາມຂອບອົກຂອບໃຈມາຍັງກອງທັບປົດປ່ອຍປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອອີກຄັ້ງໜຶ່ງ ເຊິ່ງເປັນການສະໜັບສະໜູນທີ່ເຂັ້ມແຂງໃຫ້ແກ່ຝ່າຍລາວໃນການຕ້ານກັບພະຍາດໂຄວິດ-19 ແລະໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບຖານສະຫາຍກໍ່ຄືອ້າຍນ້ອງທີ່ສະໜິດແໜ້ນລະຫວ່າງສອງກອງທັບລາວ-ຈີນ. ...

Read More »