ການຫັນປ່ຽນຂອງໜັງສືພິມຢູ່ອົດສະຕາລີໃນຍຸກ Digital

Rupert Murdoch ໄດ້ໃຫ້ສໍາພາດໃນໜັງສືພິມທຸລະກິດ ຂອງປະເທດອົດສະຕາລີວ່າໜັງສືພິມຈຳນວນ 100 ກວ່າສະບັບ ຈະຕ້ອງກາຍເປັນຮູບແບບ Digital ເທົ່ານັ້ນ ຫລືອາດຈະສູນຫາຍໄປຈາກສື່ສິ່ງພິມ. ປັດຈຸບັນ ມີໜັງສືພິມພາກພື້ນ ແລະ ທ້ອງຖິ່ນ ພຽງແຕ່ 76 ແຫ່ງເທົ່ານັ້ນ ທີ່ເຜີຍແຜ່ທາງອິນເຕີເນັດ ແລະ ໃນເດືອນໜ້າຈະເພີ່ມຂຶ້ນອີກ 36 ສຳນັກພິມ. News Corp Australia ກ່າວວ່າການປ່ຽນແປງຄັ້ງນີ້ ອາດຈະສົ່ງຜົນໃຫ້ພະນັກງານສູນເສຍວຽກເຮັດງານທຳ, ແຕ່ບໍ່ໄດ້ໝາຍຄວາມວ່າໜັງສືພິມຈະມີບົດບາດໜ້ອຍລົງແຕ່ຢ່າງໃດ.

 ເນື່ອງຈາກການແຜ່ລະບາດຂອງ Covid-19 ມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາກອນ ແລະ ການເຜີຍແຜ່ຂໍ້ມູນຂ່າວສານໃນພາກພື້ນ ສົ່ງຜົນໃຫ້ການສ້າງລາຍໄດ້ຈາກການໂຄສະນາ ແລະ ການຂະຫຍາຍຕົວຂອງຂະແໜງສື່ມວນຊົນຂອງປະເທດຊ້າລົງ ບໍລິສັດສື່ມວນຊົນຫຼາຍແຫ່ງໃນປະເທດໄດ້ປິດລົງ ລວມທັງບໍລິສັດ Buzzfeed Australia ແລະ 10 Daily, ເຊິ່ງເປັນເວັບໄຊທ໌ຂ່າວ TencomCBS ທີ່ເປັນເຈົ້າຂອງສະຖານີອອກອາກາດເຄືອຂ່າຍ TencomCBS. ໃນຕົ້ນປີນີ້, ສຳນັກຂ່າວໃນປະເທດອົດສະຕາລີ ທີ່ເປັນສ່ວນໜຶ່ງຂອງ News Corp ໄດ້ປິດສຳນັກຂ່າວລົງຫລັງຈາກເປີດໂຕມາໄດ້ 85 ປີ.

ດັ່ງນັ້ນ, ເພື່ອປະຕິບັດຕາມແນວໂນ້ມທີ່ປ່ຽນແປງ ທາງສຳນັກພິມ News Corp Australia ກໍໄດ້ປັບຮູບແບບຂອງໜັງສືພິມເພື່ອສຸມໃສ່ຜູ້ບໍລິໂພກສື່ ແລະ ນັກທຸລະກິດ ໂດຍສ້າງຄວາມເຂັ້ມແຂງໃຫ້ເປັນບໍລິສັດຂ່າວ Digital ຊັ້ນນຳຂອງອົດສະຕາລີ.” ເຫັນໄດ້ວ່າ ໜັງສືພິມລາຍວັນ News Corp ແລະ The Herald Sun ລວມທັງ ໜັງສືພິມ Daily Telegraph ແມ່ນມີຄວາມສຳຄັນຫຼາຍ ໂດຍສະເພາະ News Corp ທີ່ເປັນຜູ້ນຳໃນການດຳເນີນການໂຄສະນາຢ່າງຕໍ່ເນື່ອງ ເຊິ່ງລັດໄດ້ຫັນມາເອົາໃຈໃສ່ຫລາຍຂື້ນ ເພາະອຸດສາຫະກຳສື່ມວນຊົນແບບດັ້ງເດີມຂອງອົດສະຕາລີ ໄດ້ຮັບຄວາມກົດດັນຢ່າງໜັກໃນຊຸມປີຜ່ານມາ, ຍ້ອນວ່າຜູ້ໂຄສະນາໄດ້ຫັນໄປຫາຜູ້ນຳຍັກໃຫຍ່ຂອງລະບົບອິນເຕີເນັດເຊັ່ນ: Facebook ແລະ Google.

ແຫຼ່ງຂໍ້ມູນ: https://www.bbc.com/news/business-52829347

Comments