General

ມາເບິ່ງ ຄ່າແຮງງານຂັ້ນຕໍ່າສຸດ ຂອງຜູ້ໃຊ້ແຮງງານ ຢູ່ ສປປ ລາວ ແມ່ນ ຈັກກີບ/ເດືອນ?

ປັດຈຸບັນນີ້ ຍັງມີຫຼາຍຄົນ ທີ່ຍັງບໍ່ທັນຮູ້ ແຮງງານຂັ້ນຕໍ່າສຸດ ຂອງຜູ້ອອກແຮງງານຢູ່ ສປປ ລາວ🇱🇦🇱🇦 ມີເທົ່າໃດກັນແທ້??? 👉👉👉 ຄຳຕອບພ້ອມແລ້ວ….

Read More »

ລົງທຶນບໍ່ຫຼາຍ ແຕ່ຜົນຕອບຮັບດີ ເປັນສິ່ງທີ່ນັກທຸລະກິດຕ່າງກໍສົນໃຈ…

ຈາກສະຖານະການຂອງເສດຖະກິດປັດຈຸບັນ ເປັນເລື່ອງຍາກທີ່ຈະສ່ຽງລົງທຶນມະຫາສານ ເພາະການລົງທຶນບໍ່ຫຼາຍ ແຕ່ຜົນຕອບຮັບດີ ເປັນສິ່ງທີ່ນັກທຸລະກິດຕ່າງກໍສົນໃຈ ແລະ ຄຽງຄູ່ກັບທຸລະກິດການຈັດສົ່ງ Delivery ໃນປັດຈຸບັນທີ່ກຳລັງໄດ້ຮັບຄວາມສົນໃຈຈາກຄົນຈໍານວນຫຼາຍ ທັງໃນປະເທດລາວ ແລະ ຕ່າງປະເທດ ຫຼາຍຮ້ານໄດ້ເພີ່ມການຈັດສົ່ງສິນຄ້າຮອດເຮືອນ ຈາກທີ່ຂາຍໜ້າຮ້ານຢ່າງດຽວ. ເຫັນໄດ້ວ່າໃນປະເທດເພື່ອນບ້ານ ລັດຖະບານໄດ້ເລີ່ມໃຫ້ຮ້ານອາຫານຕ່າງໆໃນສູນການຄ້າເປີດບໍລິການຄືນໃໝ່ ແຕ່ວ່າບໍ່ແມ່ນທຸກຮ້ານຈະກັບມາເປີດບໍລິການຕາມປົກກະຕິ ເພາະຍັງຕ້ອງໄດ້ປະເມີນວ່າຖ້າເປີດແລ້ວຄຸ້ມຄ່າບໍ. ສຳລັບບໍລິສັດ Sizzler ແມ່ນໄດ້ເປີດຮ້ານຄືນປະມານ 80% ຫລື 40 ໃນຈຳນວນ 57 ຮ້ານ, ຍ້ອນວ່າບາງຮ້ານຍັງບໍ່ພ້ອມທີ່ຈະໃຫ້ບໍລິການ ເນື່ອງຈາກການຈະລາຈອນຍັງມີຂໍ້ຫ້າມຫຼາຍ ເຮັດໃຫ້ລູກຄ້າພຽງແຕ່ 20% ຂອງພື້ນທີ່ເທົ່ານັ້ນທີ່ຍັງມາກິນອາຫານໃນຮ້ານ ຫຼືບາງສາຂາມີປະມານ 40% ເທົ່ານັ້ນ ແຕ່ເຖິງແມ່ນວ່າລູກຄ້າຈະມາກິນເຂົ້າຢູ່ຮ້ານເຕັມກໍ່ຕາມ ລາຍໄດ້ກໍຍັງບໍ່ເຕັມທີ່, ສິ່ງທີ່ບໍລິສັດ Sizzler ເຮັດໄດ້ຄືຫຼຸດຜ່ອນຄ່າໃຊ້ຈ່າຍໃນດ້ານອື່ນໆເຊັ່ນ: ການເຊົ່າສະຖານທີ່, ຄ່າໃຊ້ຈ່າຍດ້ານຄວາມປອດໄພ ເຊິ່ງແມ່ນສິ່ງທີ່ຮ້ານອາຫານຕ້ອງມີ.   ທ່ານ Korn Sirithat ຜູ້ຈັດການທົ່ວໄປ ແລະ ທ່ານ Nongchanok Sathananon ຮອງປະທານບໍລິຫານກຸ່ມ Marketing ບໍລິສັດ SLRT ຈຳກັດ ຜູ້ໃຫ້ບໍລິການຮ້ານອາຫານພາຍໃຕ້ຍີ່ຫໍ້ Sizzler, ຍອມຮັບວ່າສິ່ງທ້າທາຍໃນການເຮັດທຸລະກິດໃນປັດຈຸບັນຍັງມີອີກຫຼາຍຢ່າງ ຈາກເບື້ອງຕົ້ນຄືເຮັດໃຫ້ລູກຄ້າເຂົ້າມາ ແລະ ...

Read More »

ຍ້ອນຫຍັງຈຶ່ງຈ້າງ​ຄົນ​ຕ່າງ​ປະ​ເທດ ​ມາເປັນ​ຜູ້​ຈັດ​ການ?

ສະ​ບາຍ​ດີ​ ທ່ານຜູ້​ອ່ານ​ທີ່​ເຄົາ​ລົບ ​, ​ສະ​ບັບ​ນີ້ ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ຄົນ​ລາວ​ເຮັດ​ວຽກ​ເປັນ​ມື​ອາ​ຊີບ ເພ​າະ​ວ່າ​ຜູ້​ປະ​ກອບ​ການ​ຄົນ​ລາວ​ຫັນ​ມາ​ຈ້າງ​ຄົນ​ຕ່າງ​ປະ​ເທດ​ມາ​​ເປັນ​ຜູ້​ຈັດ​ການ​ໃນ​ຕຳ​ແໜ່ງ​ສູງໆຫຼາຍ​ຂຶ້ນ ​ຈິ່ງ​ເຮັດ​ໃຫ້​ຄົນ​ລາວຜູ້​ທີ່​ມີ​ທັກ​ສະ​ສູງ​ເສຍ​ໂອ​ກາດ​ດີໆ​ໄປ. ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ໂອ້​ລົມ​ກັບ​ນັກ​ທຸ​ລະ​ກິດ​ແຖວ​ໜ້າ​ໃນ​ດ້ານ​ໂຮງ​ແຮມ, ຮ້ານ​ອາ​ຫານ ແລະ ທ່ອງ​ທ່ຽວ ເພື່ອ​ຢາກ​ຮູ້​ວ່າ ເປັນ​ຫຍັງ​ພວກ​ເພິ່ນ​ຈິ່ງ​ຈ້າງ​ຄົນ​ຕ່າງ​ປະ​ເທດ​ມາ​ບໍ​ລິ​ຫານ​​ຮ້ານ​ອາ​ຫານ? ພວກ​ເພິ່ນ​ກໍ​ຕອບ​ກັບ​ມາ​ຢ່າງ​ໄວ​ວ່າ “ຈ້າງ​ແລ້ວ​ສະ​ບາຍ​ໃຈ” ຂ້າ​ພະ​ເຈົ້າ​ ຖາມ​ເຈາະ​ຈິ້ມ​ຕໍ່​ໄປ​ອີກວ່າ “​ເຖິງ​ແມ່ນ​ຈ້າງ​ຄົນ​ຕ່າງ​ປະ​ເທດ​ແພງກວ່າ​ຄົນ​ເຮົາ​ກໍ​ຕາມ​ບໍ?” ພວກ​ເພິ່ນ​ກໍ​ຕອບ​ກັບ​ມາ​ວ່າ “ແມ່ນ, ເຖິງ​ຈະ​ແພງກວ່າ ແຕ່​ກໍ​ກຸ້ມ​ຄ່າກວ່າ ເພາະ​ຄົນ​ຕ່າງ​ປະ​ເທດ​ເຮັດ​ວຽກ​ເປັນ​ແບບ​ມື​ອາ​ຊີບກວ່າ​ຄົນ​ລາວ ໂດຍ​ສະ​ເພາະ​ແມ່ນ​ຄົນ​ປະ​ເທດ​ໃນ​ເອີ​ຣົບ”. ບາງ​ຄົນ​ອາດ​ຈະ​ຄິດ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ຄວນ​ເອົາ​ຄຳ​ຕອບ​ພຽງ​ແຕ່​ຈາກ​ສອງ​ສາມ​ຄົນ​ແລ້ວ​ມາ​ຕັດ​ສິນ​ຄົນ​ທັງ​ປະ​ເທດ ​ຍ້ອນ​ຄົນ​ເອີ​ຣົບ​ເຮັດ​ວຽກ​ດີ ​ກໍເພາະ​​ພວກເຂົາ​ໄດ້​ເງິນ​ເດືອນ​ສູງກວ່າ​ຄົນ​ລາວ​ແມ່ນ​ບໍ? ແຕ່​ແທນ​ທີ່​ຄົນ​ລາວ​ເຮົາ​ຈະ​ຕື່ນ​ຈາກ​ຝັນ​ວ່າ ກ່ອນ​ທີ່​ຈະ​ຮຽກ​ຮ້ອງ​ເງິນ​ເດືອນ​ສູງໆ​ຂຶ້ນ​ຈາກ​ນາຍ​ຈ້າງນັ້ນ ເຮົາ​ຄວນ​ຈະ​ມາ​ພັດ​ທະ​ນາ​ສີ​ມື​ ເພື່ອ​ໃຫ້​ສົມ​ກັບ​ຄ່າ​ຈ້າງ​ທີ່​ແພງໆ​ນັ້ນ​ສາ​ກ່ອນ ເພາະ​ເຖິງ​ຢ່າງ​ໃດ ບໍ່​ແມ່ນ​ຂ້າ​ພະ​ເຈົ້າ​ຕອບ​ແທນ​ຜູ້​ປະ​ກອບ​ການ ຍ້ອນ​ຄົນ​ລາວ​ກໍ​ລ້ວນ​ແຕ່​ຢາກ​ຊ່ວຍ​ເຫຼືອ​ຄົນ​ລາວ​ດ້ວຍ​ກັນ ແລະ ໃຫ້​ໂອ​ກາດ​ກັນ​ຢູ່​ແລ້ວ ເພາະ​ຖ້າ​ຈ້າງ​ຄົນ​ຕ່າງ​ປະ​ເທດ ນອກ​ຈາກ​ຈະ​ແພງ​ແລ້ວ ຍັງ​ຕ້ອງ​ມາ​ຫຍຸ້ງ​ຍາກ​ເລື່ອງ​ທີ່​ພັກ ແລະ ອື່ນໆ​ອີກ​ແມ່ນ​ບໍ? ແຕ່​ທຸ​ລະ​ກິດ ກໍ​ຄື​ທຸກ​ລະ​ກິດ ຜົນ​ປະ​ກອບ​ການ​ແມ່ນ​ສຳ​ຄັນ​ກວ່າ. ຂໍ​ອະ​ນຸ​ຍາດ​ກັບ​ເຂົ້າ​ມາ​ສູ່​ເນື້ອ​ໃນ​ໃຈ​ຄວາມ​ດີກວ່າ​ເນາະ ແລ້ວຈະ​ເຮັດ​ວຽກ​ແບບ​ໃດ ຈິ່ງ​ຈະ​ຖື​ວ່າ​ເປັນ​ມື​ອາ​ຊີບ​ທີ່ຖືກ​ໃຈ​ນາຍ​ຈ້າງ?. ຄຳ​ຕອບ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຈາກ​ນັກ​ທຸ​ລະ​ກິດ​ແຖວ​ໜ້າ​ຂອງ​ປະ​ເທດ​ລາວ ກໍ​ຄື ຄວາມ​ຮັບ​ຜິດ​ຊອບ​ສູງ ຫຼື Commitment ໝາຍ​ເຖິງ​ເວ​ລາ​ມອບ​ວຽກ​ໃຫ້​ແລ້ວ ກໍ​ສະ​ບາຍ​ຫາຍ​ຫ່ວງ ບໍ່​ແມ່ນ​ຕ້ອງ​ຕາມ​ຖາມ​ຕາມ​ຈີ້​ເອົາ​ຄື​ດັ່ງ​ເຮົາ​ເຫັນ, ເພາະ​ຄົນ​ຕ່າງ​ປະ​ເທດນີ້ ຖ້າ​ໄປ​ຕາມ​ວຽກ​ນຳພວກ​ເຂົາຫຼາຍ ເຂົາ​ກໍ​ຈະ​ບໍ່​ພໍ​ໃຈ ເພາະ​ນັ້ນ​ຖື​ເປັນ​ການ​ດູ​ຖູກ ...

Read More »

ໜ້າເສົ້າໃຈທີ່ລັດຖະບານບຣາຊິວພະຍາຍາມປົກປິດຂໍ້ມູນຕໍ່ປະຊາຊົນແບບນີ້…

ປະເທດບຣາຊິວໄດ້ລົບຂໍ້ມູນທີ່ໄດ້ບັນທຶກໄວ້ຫຼາຍເດືອນກ່ຽວກັບການແຜ່ລະບາດຂອງ Covid-19 ອອກຈາກ Website ຂອງລັດຖະບານທ່າມກາງການວິພາກວິຈານການຈັດການຂອງປະທານາທິບໍດີ Jair Bolsonaro ກ່ຽວກັບການລະບາດຂອງພະຍາດດັ່ງກ່າວ. ກະຊວງສາທາລະນະສຸກກ່າວວ່າ ດຽວນີ້ຈະມີການລາຍງານກໍລະນີຜູ້ຕິດເຊື້ອ ແລະ ຈໍານວນຜູ້ເສຍຊີວິດພາຍໃນ 24 ຊົ່ວໂມງເທົ່ານັ້ນ, ເຊິ່ງບໍ່ໄດ້ສະແດງຕົວເລກທັງໝົດຄືກັນກັບປະເທດສ່ວນໃຫຍ່. ປະເທດບຣາຊິວ ມີຕົວເລກຂອງຜູ້ຕິດເຊື້ອສູງເປັນອັນດັບທີ 2 ຂອງໂລກ ແລະ ເມື່ອບໍ່ດົນມານີ້ ມີຜູ້ເສຍຊີວິດຫຼາຍກວ່າປະເທດອື່ນໆ. ຂົງເຂດອາເມລິກາລາຕິນ ມີຜູ້ຕິດເຊື້ອຫຼາຍກ່ວາ 640,000 ຄົນ, ແຕ່ເຊື່ອວ່າຈຳນວນຕົວຈິງຍັງສູງກວ່າຫຼາຍ ຍ້ອນບໍ່ໄດ້ກວດທົ່ວເຖິງ ເຊິ່ງຜູ້ຕິດເຊື້ອຫລາຍກວ່າ 35,000 ຄົນ ໄດ້ເສຍຊີວິດ, ເປັນຕົວເລກທີ່ສູງອັນດັບທີ3 ຂອງໂລກ. ຜູ້ນຳໄດ້ຖືກວິພາກວິຈານກ່ຽວກັບການປະຕິເສດມາດຕະການ Lock down ທີ່ໄດ້ແນະນຳ ໂດຍອົງການອະນາໄມໂລກ (WHO)  ໃນວັນເສົາທີ່ຜ່ານມາ ກະຊວງສາທາລະນະສຸກໄດ້ລົບຂໍ້ມູນກ່ຽວກັບ Covid-19 ທີ່ໄດ້ບັນທຶກໄວ້ໃນແຕ່ລະໄລຍະອອກຈາກ Website ທາງການຂອງລັດ ແລະ ເທດສະບານ ເຊິ່ງກະຊວງພຽງແຕ່ລະບຸວ່າມີ 27.075 ກໍລະນີຜູ້ຕິດເຊື້ອໃໝ່ ແລະ ຈໍານວນຜູ້ເສຍຊີວິດ 904 ກໍລະນີ, ພ້ອມທັງກ່າວອີກວ່າ ຜູ້ປ່ວຍຈໍານວນ 10,209 ຄົນ ໄດ້ປິ່ນປົວດີແລ້ວ. ໃນ Twitter, ...

Read More »

ມາຮູ້ຈັກ!!! “New Normal ການບໍລິໂພກສື່ໃນຮູບແບບໃໝ່

1. ລະບົບ streaming ຈະເຂົ້າມາມີອິດທິພົນໃນຜູ້ບໍລິໂພກຫຼາຍຂຶ້ນ ເນື່ອງຈາກເປັນຄອນເທັນທີ່ເຂົ້າເຖິງງ່າຍ ແລະ ມີຫຼາກຫຼາຍຮູບແບບ ຕັ້ງແຕ່ຄວາມບັນເທີງ, ສາລະໜ້າຮູ້, ຂ່າວສານ ແລະ ອື່ນໆ. 2. ສື່ໃຫຍ່ຈະມີການຈັດກິດຈະກໍາຜ່ານລະບົບ Online ຫຼາຍຂຶ້ນ ຍົກຕົວຢ່າງ What the Duck ທີ່ມີການຈັດຄອນເສີດ Online ແລະ ເບິ່ງຄືວ່າກິດຈະກໍາແບບນີ້ຍັງມີແງ່ມຸມທີ່ໜ້າສົນໃຈອີກຫຼາຍຢ່າງ. 3. ອາຊີບ streamer ກໍາລັງເປັນທີ່ໜ້າສົນໃຈຂອງຜູ້ຄົນ ໂດຍການ Live ສົດ ເປັນຮູບແບບການເຮັດຄອນເທັນທີ່ສາມາດເຮັດໄດ້ງ່າຍດ້ວຍການໃຊ້ງົບປະມານທີ່ນ້ອຍ ພ້ອມທັງຍັງເປັນທີ່ສົນໃຈຂອງຄົນເບິ່ງອີກ ເປັນຫຍັງຫຼາຍຄົນຈຶ່ງຈະບໍ່ຢາກເຮັດອາຊີບນີ້ແມ່ນບໍ? 4. ຂ່າວສານບ້ານເມືອງ ຈະເປັນສິ່ງທີ່ຄົນໃຫ້ຄວາມສົນໃຈຫຼາຍຂຶ້ນ ຫຼັງຈາກສະຖານະການທີ່ເກີດຂຶ້ນ ບໍ່ວ່າເລື່ອງການເມືອງ, ເສດຖະກິດ, ອາດສະຍາກໍາ ລວມເຖິງເລື່ອງສ່ວນບຸກຄົນຂອງຜູ້ທີ່ມີຊື່ສຽງ ລ້ວນແຕ່ມີສ່ວນກ່ຽວຂ້ອງກັບຜູ້ຄົນທົ່ວໄປ ຈຶ່ງບໍ່ແມ່ນເລື່ອງແປກທີ່ຄວາມສົນໃຈດ້ານນີ້ຈະເພີ່ມສູງຂຶ້ນ. 5. ຄອນເທັນບັນເທີງຍັງເປັນທີ່ສົນໃຈຢູ່ຕະຫຼອດເວລາ ບໍ່ວ່າຈະເປັນເລື່ອງ Drama ຫຼືຕະຫຼົກ ເອີ້ນໄດ້ວ່າບັນເທີງຍັງເປັນຢາຮັກສາອາລົມຂອງຄົນໃນສັງຄົມໄດ້ດີ ແລະ ຄິດວ່າຍັງມີຄວາມຕ້ອງການຄອມເທັນແບບນີ້ເພີ່ມສູງຂຶ້ນອີກດ້ວຍ.  6. ຄົນເຮົາຕ້ອງການຄອນເທັນ How To ຫຼາຍຂຶ້ນ ວິທີການໃນການເຮັດຫຍັງກໍຕາມໂດຍໃຊ້ຫຼັກການ ຜູ້ຄົນແມ່ນໃຫ້ຄວາມສົນໃຈຫຼາຍຂຶ້ນ ທັງໃນການເຮັດວຽກ, ການໃຊ້ຊີວິດ ຫຼືແມ່ນແຕ່ວິທີຄິດຕໍ່ສະຖານະການຕ່າງໆ ຫຼັກການເຫຼົ່ານີ້ເປັນຄືກັບຫຼັກການທີ່ຈະເປັນທາງອອກແກ່ຜູ້ຄົນ. 7. ຜູ້ບໍລິໂພກຊອກຫາແນວທາງການເຮັດວຽກໃໝ່ໆ ຈາກຄອນເທັນໃນໂລກ Online Online ...

Read More »

ສໍາຫຼັບຜູ້ໃດທີ່ເດີນທາງໄປທ່ອງທ່ຽວເມືອງ ວັງວຽງ ຄວນເພີ່ມຄວາມເອົາໃຈໃສ່ປ້ອງກັນພະຍາດໂຄວິດ-19 …

ອົງການປົກຄອງເມືອງວັງວຽງ, ແຂວງວຽງຈັນ ຈະໃຫ້ຄະນະຮັບຜິດຊອບທີ່ກ່ຽວຂ້ອງຂອງເມືອງ ເພີ່ມຄວາມເອົາ ໃຈໃສ່ ເຄື່ອນໄຫວຕິດຕາມສະພາບຄວາມເປັນລະບຽບຮຽບຂອງການທ່ອງທ່ຽວພາຍໃນເມືອງໃຫ້ເຂັ້ມງວດກ່ວາເກົ່າ ຫລັງຈາກສະພາບການທ່ອງທ່ຽວກັບມາຄຶກຄື້ນອີກຄັ້ງ ແຕ່ມີນັກທ່ອງທ່ຽວພາຍໃນປະເທດຈໍານວນຫລາຍສົມຄວນບໍ່ປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກໍານົດໄວ້. ທ່ານ ບຸນຈັນ ມາລາວົງ, ເຈົ້າເມືອງວັງວຽງ ໃຫ້ສໍາພາດວ່າ: ຫລັງຈາກທີ່ລັດຖະບານ ມີມາດຕະການຜ່ອນພັນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວພາຍໃນປະເທດເດີນທາງໄປທ່ອງທ່ຽວຢູ່ເມືອງວັງວຽງ ເປັນຈໍານວນຫລວງ ຫລາຍ ໂດຍສະເພາະໃນໄລຍະທ້າຍເດືອນພຶດສະພາ ຜ່ານມາ ເນື່ອງຈາກເປັນໄລຍະພັກຍາວ ເຮັດໃຫ້ຢູ່ຕາມໂຮງ ແຮມ-ເຮືອນພັກ, ຮ້ານອາຫານ ແລະ ບັນດາສະ ຖານທີ່ທ່ອງທ່ຽວສໍາຄັນເຕັມໄປດ້ວຍນັກທ່ອງທ່ຽວ. ນີ້ຖືເປັນພາບພົດອັນດີທີ່ບົ່ງບອກວ່າການທ່ອງທ່ຽວຢູ່ເມືອງວັງວຽງ ເລີ່ມກັບມາຄຶກຄື້ນອີກຄັ້ງ. ຢ່າງໃດກໍ່ຕາມ ມີນັກທ່ອງທ່ຽວຈໍານວນຫລາຍສົມຄວນ ໄດ້ນໍາເອົາອາຫານ-ເຄື່ອງດື່ມ ແລະ ເຄື່ອງສຽງໃສ່ລົດສ່ວນຕົວແລ້ວໄປຈອດຢູ່ຕາມສະ ຖານທີ່ທ່ອງທ່ຽວສໍາຄັນ ໂດຍສະເພາະຢູ່ຖະໜົນແຄມນໍ້າຊອງທີ່ສ້າງຂຶ້ນໃໝ່ ແລ້ວເປີດເພັງເນືອງນັນ ແລະ ມົ່ວສຸມຊຸມແຊວຢ່າງລື່ນເລີງ ສົ່ງຜົນກະທົບຕໍ່ຜູ້ອື່ນທີ່ຕ້ອງການໄປພັກຜ່ອນແບບສະຫງົບ. ນອກຈາກນີ້ ຍັງຜິດຕໍ່ລະບຽບການທີ່ຄະນະສະເພາະກິດກໍານົດໄວ້ ຍ້ອນບໍ່ມີມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ດີ. ເຈົ້າເມືອງວັງວຽງ ໃຫ້ຮູ້ຕື່ມວ່າ: ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ອົງການປົກຄອງເມືອງ ຈະໃຫ້ຄະນະຮັບຜິດຊອບທີ່ກ່ຽວຂ້ອງເຄື່ອນໄຫວກວດກາຢູ່ບັນດາຫົວໜ່ວຍບໍລິ ການ ແລະ ສະຖານທີ່ທ່ອງທ່ຽວພາຍໃນເມືອງ ...

Read More »

ຊົມເຊີຍ!! ສປ. ຈີນ ມອບອຸປະກອນການແພດ ຕ້ານໂຄວິດ-19 ລວມມູນຄ່າ 300 ລ້ານກວ່າກີບ ໃຫ້ ສປປ ລາວ

ແຂວງຫູໜານ ສປ ຈີນ ມອບອຸປະກອນການແພດ ປະກອບມີ ຜ້າອັດປາກ N95 ຈໍາ ນວນ 5.000 ອັນ, ຜ້າອັດປາກສຳລັບແພດ ນໍາໃຊ້ທົ່ວໄປ 10.000 ອັນ, ເຄື່ອງວັດແທກອຸນຫະພູມ 50 ເຄື່ອງ ແລະ ຊຸດປ້ອງກັນພະຍາດໂຄວິດ-19 ຈໍານວນ 1.000 ຊຸດ ລວມມູນຄ່າ 300 ລ້ານກວ່າກີບ, ເຊິ່ງພິທີມອບອຸປະກອນການແພດດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ 2020ທີ່ຜ່ານມາ. ມອບໂດຍ ທ່ານ ສົງ ເຈ່ເຟິງ ປະທານບໍລິສັດ ລາວ-ຊຽງເຟິງ ບີຈີເນສ ທ່ອງທ່ຽວພັດທະນາຈໍາກັດ ໄດ້ຕາງໜ້າໃຫ້ອໍານາດ ການປົກຄອງ ແຂວງຫູໜານ ສປ ຈີນ ແລະ ຮັບໂດຍ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ. ໃນໂອກາດນີ້, ທ່ານ ສີຫຸນ ສິດທິລືໄຊ ໄດ້ຕ່າງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ຕໍ່ ລັດຖະບານຈີນ ກໍຄື ...

Read More »

ສປ.ຈີນ ເຜີຍແຜ່ປື້ມທີ່ມີຫົວຂໍ້ວ່າ “ການເຄື່ອນໄຫວຂອງຈີນ ເພື່ອຕ້ານກັບພະຍາດໂຄວິດ-19”

ອີງຕາມການລາຍງານຂ່າວທາງຊ່ອງຂອງ CRI-FM93. ໃນວັນທີ 7 ມິຖຸນາທີ່ຜ່ານມານີ້, ທາງຫ້ອງການຖະແຫລງຂ່າວລັດຖະບານຈີນ ໄດ້ເຜີຍແຜ່ປື້ມທີ່ມີຫົວຂໍ້ວ່າ “ການເຄື່ອນໄຫວຂອງຈີນ ເພື່ອຕ້ານກັບພະຍາດໂຄວິດ-19” ເຊິ່ງເປັນເອກະສານສຳຄັນທີ່ໄດ້ບັນທຶກຂະບວນການຕ້ານກັບພະຍາດທີ່ລຳບາກຂອງຈີນ ຕາມສະພາບຕົວຈິງ, ມີໂຕໜັງສືປະມານ 37.000 ໂຕ. ປື້ມປົກຂາວ ດັ່ງກ່າວລະບຸວ່າ: ພະຍາດໂຄວິດ-19 ແມ່ນພະຍາດທີ່ແຜ່ລະບາດຢ່າງໃຫຍ່ໃນທົ່ວໂລກທີ່ໄດ້ສ້າງຜົນກະທົບທີ່ກວ້າງຂວາງທີ່ສຸດໃຫ້ແກ່ມວນມະນຸດ ເຊິ່ງບໍ່ເຄີຍມີມາກ່ອນໃນເກືອບ 100 ປີ. ໂດຍຜະເຊີນໜ້າກັບພະຍາດທີ່ເກີດຂຶ້ນຢ່າງກະທັນຫັນ ແລະ ຮ້າຍແຮງ, ຈີນໄດ້ເປີດບັ້ນປ້ອງກັນ ຄວບຄຸມພະຍາດຢ່າງເດັດຂາດ ແລະ  ໄດ້ໃຊ້ທຸກມາດຕະການ, ຍອມເສຍສະຫລະທຸກສິ່ງຢ່າງ ເພື່ອປິ່ນປົວຄົນເຈັບ ແລະກອບກູ້ຊີວິດ. ວັນທີ 31 ພຶດສະພາ 2020 ຜ່ານມານີ້, ອັດຕາປິ່ນປົວໃຫ້ຫາຍຂາດຂອງຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ພາຍໃນປະເທດຈີນ ມີເຖິງ 94,3%. ການຢາ ແລະ ແພດພື້ນເມືອງຈີນ ໄດ້ເສີມຂະຫຍາຍບົດບາດສຳຄັນໃນການຕ້ານພະຍາດຄັ້ງນີ້.  ມາຮອດໄລຍະກາງເດືອນເມສາ, ສະຖາບັນແພດພື້ນເມືອງຈີນ ແຫ່ງຕ່າງໆໄດ້ສົ່ງຊ່ຽວຊານແພດໝໍ 4.900 ຄົນໄປສະໜັບສະໜູນ ແຂວງຫູເປີຍ, ການຢາ ແລະແພດພື້ນເມືອງຈີນ ໄດ້ມີສ່ວນຮ່ວມໃນການປິ່ນປົວຄົນເຈັບໄດ້ກວມເຖິງ 92%. ຈີນ ຍຶດໝັ້ນທັດສະນະປະຊາຄົມຮ່ວມຊະຕາກຳຂອງມວນມະນຸດຢ່າງສະເໝີຕົ້ນສະເໝີປາຍ, ແບກຫາບໜ້າທີ່ຮັບຜິດຊອບຂອງປະເທດໃຫຍ່ ໂດຍສູ້ຊົນແບບຄຽງບ່າຄຽງໄຫລ່ກັບປະເທດອື່ນເພື່ອຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ. ນັບມາຮອດປັດຈຸບັນ, ຈີນ ...

Read More »

ສະພາວະເງິນຝືດ ຂອງປະເທດໄທ

ດັດຊະນີລາຄາຜູ້ບໍລິໂພກຂອງໄທຫຼຸດລົງຫຼາຍທີ່ສຸດໃນຮອບເກືອບ 11 ປີ, ກະຊວງການຄ້າໄດ້ສະແດງຂໍ້ມູນໃຫ້ເຫັນວ່າ ດັດຊະນີລາຄາຜູ້ບໍລິໂພກທົ່ວໄປ (CPI) ຂອງປະເທດໄທຫຼຸດລົງເຖິງ 3.44% ໃນເດືອນພຶດສະພາ ທຽບກັບປີກ່ອນຖືວ່າຫຼຸດລົງຫຼາຍ ເຊິ່ງຫຼາຍກວ່າທີ່ຄາດໄວ້ໃນຮອບເກືອບ 11 ປີ. ເສດຖະກິດແບບນີ້ ແມ່ນມີຄວາມສ່ຽງຕໍ່ການເສຍຫາຍທີ່ຈະເກີດຂຶ້ນຈາກພາວະເງິນຝືດ, ປະຈຸບັນ ປະເທດໄທຍັງມີອັດຕາເງິນຝືດພຽງແຕ່ 3 ເດືອນເທົ່ານັ້ນ, ທ່ານ Don Nakornthab ຜູ້ອໍານວຍການອາວຸໂສຂອງພະແນກເສດຖະກິດ ແລະ ນະໂຍບາຍຂອງທະນາຄານກາງ ໄດ້ກ່າວໃນຖະແຫຼງການວ່າ ອັດຕາເງິນຝືດທີ່ເຮັດໃຫ້ເກີດຄວາມເສຍຫາຍ ອາດຈະມີໄລຍະເວລາຍາວນານ ເຊັ່ນດຽວກັບການຫຼຸດລົງຂອງລາຄາສິນຄ້າ ແລະ ການບໍລິການ ພ້ອມທັງປັດໃຈອື່ນໆ. ທ່ານຍັງໄດ້ກ່າວຕື່ມວ່າ ທະນາຄານກາງແມ່ນກໍາລັງຕິດຕາມສະຖານະການນີ້ຢ່າງໃກ້ຊິດ ເຊິ່ງຄາດວ່າອັດຕາເງິນຝືດໃນປີນີ້ຈະມີຜົນດີກ່ອນປີໜ້າ. ຈາກການສົມທຽບເງິນຝືດແມ່ນມີເຖິງ 2.95% ໃນການສຳຫຼວດຂອງ Reuters ແລະ ດ້ວຍການຫຼຸດລົງເຖິງ 2,99% ໃນເດືອນເມສາ. ທະນາຄານກາງ ໄດ້ກຳນົດເປົ້າໝາຍອັດຕາເງິນຝືດໃນລະດັບ 1% -3% ເຊິ່ງຈະຢູ່ໃນສະພາວະເງິນຝືດອີກຫຼາຍເດືອນ, ອັດຕາເງິນຝືດຫຼັກປະຈຳປີແມ່ນ 0.01% ແຫຼ່ງຂໍ້ມູນ: https://www.reuters.com/article/thailand-economy-inflation-idUSL4N2DH1YU

Read More »

ສປ. ຈີນ​ ປະ​ກາດວ່າ​ ຖ້າວັກ​ຊິນຕ້ານ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ​ ສາ​ມາດ​ນຳ​ໃຊ້​ໄດ້ຕົວ​ຈິງ ສັນຍາວ່າຈະສະ​ໜອງ​ໃຫ້​ທົ່ວ​ໂລກ

ອີງຕາມ CRI-FM93. ໃນວັນ​ທີ 7 ມິ​ຖຸ​ນາ​ນີ້, ຫ້ອງ​ການ​ຖະ​ແຫລງ​ຂ່າວ​ ລັດ​ຖະ​ບານ​ຈີນ​ ໄດ້​ເຜີຍ​ແຜ່​ປື້ມ​ປົກ​ຂາວ​ທີ່​ມີ​ຫົວ​ຂໍ້​ວ່າ ການ​ເຄື່ອນ​ໄຫວ​ຂອງ​ຈີນ​ ເພື່ອ​ຕ້າ​ນ​ກັບ​ພະ​ຍາດ​ໂຄວິດ-19 ແລະ​ ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຈີນ​ ຈະ​ໃຫ້​ຢາ​ວັກຊິນ​ທີ່​ຄົ້ນ​ຄວ້າ​ຜະ​ລິດ​ເອງ​ນັ້ນ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ ຫຼືບໍ່? ທ່ານ​ ຫວາງ​ຈື້​ກ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ວິ​ທະ​ຍາ​ສາດ​ ແລະ​ ເຕັກ​ໂນ​ໂລ​ຊີຈີນ​ ກ່າວ​ວ່າ: ການ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ແຊັງ​ ຕ້ານ​ພະ​ຍາດ​ໂຄວິດ-19 ຕ້ອງ​ຖື​ເອົາ​ຄວາມ​ປອດ​ໄພ, ສັບ​ພະ​ຄຸນ ແລະ ຄວາມ​ສາ​ມາດ​​ຊື້​ຂອງ​ປະ​ຊາ​ຊົນ​ເປັນ​ສິ່ງ​ສຳ​ຄັນ ທັງ​ຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສາ​ກົນ. ທ່ານ​ ໄດ້ກ່າວ​ຕື່ມວ່າ: ປະ​ເທດ​ຕ່າງ​ໆ​ລ້ວນ​ແຕ່​ໄດ້​ໃຫ້​ຄວາມ​ສຳ​ຄັນຢ່າງ​ສູງ​ຕໍ່​ການ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ຊິນ, ແຕ່​ວຽກ​ງານ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເຕັກ​ນິກວິ​ທະ​ຍາ​ສາດ​ທີ່​​ເຄັ່ງ​ຄັດ​ສຸ​ຂຸມ​ຮອບ​ຄອບຫລາຍ, ​ມີ​ຄວາມ​ສະຫລັບ​ສັບ​ຊ້ອນ​ທີ່​ສຸດ, ມີ​ຄວາມ​ຫຍຸ້ງ​ຍາກຫລາຍ ແລະ​ ຕ້ອງ​ໃຊ້​ເວ​ລາຫລາຍ ທັງ​ມີ​ສິ່ງ​ທ້າ​ທາຍ​ ແລະ​ ຄວາມບໍ່​ແນ່ນອນຫລາຍ​ຢ່າງ. ສະ​ນັ້ນ, ການ​ຄົ້ນ​ຄວ້າ​ຜະ​ລິດ​ວັກຊິນ ຕ້ອງ​ຖືເອົາ​ຄວາມ​ປອດ​ໄພ, ​ສັບ​ພະ​ຄຸນ ແລະ​ ຄວາມ​ສາ​ມາດ​ຊື້​ຂອງ​ປະ​ຊາ​ຊົນ​ເປັນ​ສິ່ງ​ສຳ​ຄັນ​​ທີ່​ສຸດ. ຕໍ່​ໄປ​ພາຍ​ໜ້າ, ຫລັງ​ຈາກ​ ຈີນ​ ສຳ​ເລັດ​ການ​ຄົ້ນ​ຄວ້າ​ ຜະ​ລິດວັກຊິນ ແລະ​ ການ​ທົດ​ລອງ​ປິ່ນ​ປົວ​ພະ​ຍາດໄປ​ເຖິງ​ຂັ້ນ​ທີ່​ສາ​ມາດ​ນຳ​ໃຊ້​ຕົວ​ຈິງ​ໄດ້​ແລ້ວ, ພວກ​ຂ້າ​ພະ​ເຈົ້າ​ ຈະ​ຕັ້ງ​ໜ້າ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ ທ່ານ​ ສີ​ຈິ້ນ​ຜິງ​ ໄດ້ໃຫ້​ໄວ້​ໃນ​ກອງ​ປະ​ຊຸມ​ WHO ຄັ້ງ​ທີ 73, ...

Read More »