ມາຮູ້ຈັກກັບ!!! New Normal ຄວາມປົກກະຕິໃນຮູບແບບໃໝ່ຂອງການເຮັດວຽກ ແລະ ການສຶກສາ

1.ລັກສະນະການເຮັດວຽກ “ໄລຍະໄກ”​ ຈະກາຍເປັນຮູບແບບ ການເຮັດວຽກທີ່ປົກກະຕິ

ການເຮັດວຽກໄລຍະໄກ ທີ່ຖືກນໍາມາໃຊ້ເພື່ອແກ້ໄຂບັນຫາການເຮັດວຽກຊ່ວງ Covid-19 ເມື່ອຄົນສາມາດປັບຕົວໃຫ້ເຂົ້າກັບການເຮັດວຽກແບບນີ້ໄດ້ແລ້ວ ຈຶ່ງມີວຽກບາງປະເພດທີ່ຫັນມາໃຊ້ການເຮັດວຽກໄລຍະໄກເປັນເລື່ຶອງປົກກະຕິ.

2.ການປະຊຸມ “Online” ຈະເປັນຮູບແບບທີ່ອົງກອນນິຍົມໃຊ້ຫຼາຍຂຶ້ນ

ຊ່ວຍຫຼຸດຜ່ອນບັນຫາທົ່ວໄປທີ່ເກີດຈາກການປະຊຸມໄດ້ເຊັ່ນ: ສາມາດຫຼຸດບັນຫາດ້ານຄວາມກົດດັນໃນສະຖານທີ່ປະຊຸມໄດ້ ພ້ອມທັງຍັງຫຼຸດຜ່ອນເລື່ອງຂອງຄວາມບໍ່ສະດວກໃນການເດີນທາງມາສະຖານທີ່ປະຊຸມ ຫຼືການສື່ສານກັບລູກຄ້າໄດ້ດີ.

3.ການເຊົ່າຫ້ອງການໃນໃຈກາງເມືອຈະຫຼຸດລົງ

ເນື່ອງຈາກຮູບແບບການເຮັດວຽກທີ່ປ່ຽນໄປ ເຮັດໃຫ້ການເດີນທາງໄປຫ້ອງການ ອາດຈະບໍ່ຈໍາເປັນສະເໝີໄປເພາະສາມາດເຮັດວຽກຢູ່ໃສກໍໄດ້ ສິ່ງເຫຼົ່ານີ້ເປັນສາເຫດໃຫ້ການເຊົ່າຫ້ອງການໃນຕົວເມືອງມີຈໍານວນນ້ອຍລົງ.

4.ຄົນໃນອົງກອນຈະສຶກສາ ແລະ ໃຊ້ງານເຄື່ອງມືໃນການສື່ສານຫຼາຍຂຶ້ນ

ໃນສ່ວນນີ້ ຈະເປັນຄວາມຮູ້ສ່ວນສໍາຄັນທີ່ຈະເຮັດໃຫ້ພະນັກງານສາມາດສື່ສານໄດ້ຢ່າງຫຼາກຫຼາຍ ທັງໃນອົງກອນ ແລະ ການຕີິດຕໍ່ກັບລູກຄ້າດ້ວຍເຊັ່ນ: Application ທີ່ໃຊ້ຕິດຕໍ່ສື່ສານ, Function ການໂຄສະນາຂອງ platform ຕ່າງໆ ແລະ ລະບົບໃນການຮວບຮວມຂໍ້ມູນເປັນຕົ້ນ.

5.ຈະມີການເພີ່ມການຮຽນການສອນຄອສ Online ໃຫ້ກັບພະນັກງານຫຼາຍຂຶ້ນ

ຈາກທີ່ຜູ້ຄົນມີຄວາມຄຸ້ນເຄີຍ ແລະ ຊ່ຽວຊານກັບການສື່ສານທາງໄກແລ້ວ ການຮຽນຮູ້ທັກສະໃໝ່ໆ ຜ່ານຄອສສອນ “Online” ກໍຈະເປັນສິ່ງທີ່ເພີ່ມຂຶ້ນເຊັ່ນກັນ.

6.ການທົດສອບບາງຮູບແບບກໍຈະມີການໃຊ້ລະບົບ “Online” ຫຼາຍຂຶ້ນ

ເຊັ່ນ: ການສອບເສັງຍ່ອຍຂອງມະຫາວິທະຍາໄລ ໃນການເກັບຄະແນນບາງສ່ວນ ແຕ່ການສອບເສັງໃຫຍ່ຍັງໃຊ້ສະຖານທີ່ໂຕຈິງຢູ່.

7.ຈະມີຫຼັກສູດການຮຽນການສອນກັບຄົນຈໍານວນຫຼາຍ ໃນລະບົບ “Online” ຫຼາຍຂຶ້ນ

ໃນເມື່ອລະບົບ “Online”  ສາມາດສື່ສານເຖິງກັນໄດ້ຢ່າງມາປະສິດທິພາບຫຼາຍຂຶ້ນ ການຮຽນການສອນເລື່ອງສິດທິຕ່າງໆ ກໍສາມາດໃຊ້ລະບົບ “Online” ໃນການສອນໄດ້.

ແຫຼ່ງຂໍ້ມູນ: https://adaddictth.com/knowledge/60-New-Normal-Covid

Comments