ມາຮູ້ຈັກກັບ “Facebook Shops” ບໍລິການຂາຍສິນຄ້າ Online ຮູບແບບໃໝ່

Facebook ໄດ້ເປີດບໍລິການໃໝ່ທີ່ຊື່ວ່າ Facebook Shops ຢ່າງເປັນທາງການແລ້ວ ເຊິ່ງການບໍລິການນີ້ຈະເຮັດໃຫ້ທຸລະກິດທີ່ມີ Facebook Page ສາມາດສ້າງໜ້າຮ້ານຂອງຕົນເອງໃນ Facebook ໄດ້ຟຣີ.  ນອກຈາກນີ້,  ຍັງມີການບໍລິການທີ່ສາມາດເຊື່ອມຕໍ່ກັບ Instagram ເຊິ່ງເຈົ້າຂອງຮ້ານຄ້າສາມາດສົນທະນາກັບລູກຄ້າຜ່ານທາງ Messenger, Instagram Direct ແລະ Whatsapp ໄດ້ຕື່ມອີກ.

ການເປີດຕົວບໍລິການໃໝ່ນີ້ມີຄວາມແຕກຕ່າງຈາກ E-Commerce ອື່ນໆແບບໃດ?

1. ຮ້ານຄ້າຕ່າງໆ ບໍ່ຈໍາເປັນຕ້ອງຈ່າຍຄ່າທໍານຽມໃຫ້ Facebook ໂດຍປົກກະຕິແລ້ວການຂາຍເຄື່ອງ Online ໃນ Amazon, Alibaba ແລະ Lazada ເຮົາຕ້ອງຈ່າຍຄ່າທໍານຽມຈໍານວນໜື່ງໃຫ້ກັບເຈົ້າຂອງຮ້ານຢູ່ແລ້ວ ແຕ່ສຳລັບບໍລິການນີ້ Mark Zuckerberg ໝັ່ນໃຈວ່າຄົນທີ່ຈະຂາຍເຄື່ອງໃນ Facebook Shops ຈະຕ້ອງຊື້ໂຄສະນາເພີ່ມຢູ່ແລ້ວ ຈຶ່ງບໍ່ມີການເກັບຄ່າທໍານຽມໃດໆເພີ່ມຈາກການຂາຍເຄື່ອງ

2. Facebook ບໍ່ມີບໍລິການແບບ End-to-End Service ຄືກັບ Amazon  ອະທິບາຍງ່າຍໆຄື ບໍລິການນີ້ໃຫ້ໃຊ້ Facebook Shops ເປັນບ່ອນວາງສະແດງສິນຄ້າເທົ່ານັ້ນ ເລື່ອງຂອງການເກັບເງິນ ແລະ ການສົ່ງສິນຄ້າ ຫຼືຂໍ້ມູນອື່ນໆ Facebook ຈະບໍ່ມີບໍລິການແບບນີ້ໃຫ້ ເຊິ່ງເຈົ້າຂອງຮ້ານຕ້ອງຈັດການເລື່ອງນີ້ດ້ວຍຕົນເອງ.

3. Facebook Shops ມີຂໍ້ດີຄືລູກຄ້າສາມາດໂອ້ລົມສົນທະນາກັບເຈົ້າຂອງຮ້ານຜ່ານທາງ Messenger ໄດ້ໂດຍກົງ ສິ່ງເຫຼົ່ານີ້ ເປັນຂໍ້ໄດ້ປຽບຂອງ Facebook ທີ່ເໜືອກວ່າ E-commerce ອື່ນໆ.

4. Facebook Shops ຈະຊ່ວຍໃຫ້ການ Live ສົດຂາຍເຄື່ອງເປັນເລື່ອງທີ່ງ່າຍຂຶ້ນ ເພາະຈາກແບບເກົ່າແມ່ນເຈົ້າຂອງຮ້ານຈະຕ້ອງມານັ່ງເບິ່ງຄອມເມັ້ນວ່າໃຜສັ່ງຊື້ສິນຄ້າກ່ອນແລ້ວຈຶ່ງໄປປິດການຂາຍ ແຕ່ເມື່ອໃຊ້ Facebook Shops ສິນຄ້າຈະຂຶ້ນມາຢູ່ໜ້າຈໍໃນຂະນະທີ່ກຳລັງ Live ສົດ ຈະເຮັດໃຫ້ລູກຄ້າສາມາດເລືອກ ແລະ ສັ່ງຊື້ສິນຄ້າໄດ້ທັນທີ.

 ຜົນທີ່ຈະເກີດຂຶ້ນຈາກ Facebook Shops: 

Facebook ມີຖານຜູ້ໃຊ້ຫຼາຍກວ່າ 2.6 ພັນລ້ານຄົນ ເຊິ່ງການປ່ຽນແປງຄັ້ງນີ້ຈະສົ່ງຜົນໃນວົງກວ້າງຢ່າງແນ່ນອນ ໂດຍສະເພາະຄົນທີ່ກ່ຽວຂ້ອງກັບວົງການ E-Commerce ສຳລັບຄົນທົ່ວໄປ ຈະໄດ້ຮັບປະໂຫຍດຈາກການທີ່ມີຮ້ານຄ້າໃຫ້ເລືອກຫຼາຍຂຶ້ນ ແລະ ດ້ວຍ AI ຂອງ Facebook ທີ່ຮູ້ຈັກພຶດຕິກໍາຂອງຜູ້ໃຊ້ງານ ມັນກໍຈະເອົາສິນຄ້າທີ່ເຮົາສົນໃຈມາຂາຍໃຫ້ເຮົາຢູ່ເລື່ອຍໆ ແລະ ສິ່ງທີ່ຈະເຮັດໃຫ້ເກີດການປ່ຽນແປງຢ່າງໃຫຍ່ກໍຄື ການປິດການຂາຍໄດ້ໃນແອັບໆດຽວ ຈາກທີ່ເຄີຍໄປປິດການຂາຍໃນ Website ຫຼືແອັບອື່ນ.

ເຈົ້າຂອງຮ້ານຈະໄດ້ປະໂຫຍດຈາກການມີໜ້າຮ້ານ ທີ່ສາມາດປິດການຂາຍໄດ້ງ່າຍຂຶ້ນ ເພາະເຈົ້າຂອງຮ້ານສາມາດຈັດການທຸກຢ່າງ ບໍ່ວ່າຈະເປັນການຕໍ່ລອງລາຄາ ຫຼືການຈັດການເລື່ອງການຈ່າຍເງິນໄດ້ໃນຕົວ ສິ່ງເຫຼົ່ານີ້ເຮັດໃຫ້ລູກຄ້າພໍໃຈ ແລະ ເຈົ້າຂອງຮ້ານເອງກໍຍິ່ງໄດ້ຮັບຄວາມສະດວກຫຼາຍຂຶ້ນ.

Business Model ຂອງ Facebook Shops ນ່າສົນໃຈ

ຢ່າງທີ່ຮູ້ກັນແລ້ວວ່າ ຄົນທີ່ຂາຍເຄືີ່ອງໃນ Facebook Shops ບໍ່ຕ້ອງຈ່າຍຄ່າທໍານຽມໃຫ້ກັບ Facebook ເລີຍ ເພາະ Facebook ໝັ່ນໃຈວ່າຈະມີລາຍໄດ້ຈາກເງິນຄ່າໂຄສະນາຮ້ານຄ້າຕ່າງໆທີ່ຢູ່ໃນລະບົບ ດ້ວຍຈໍານວນຂອງຜູ້ໃຊ້ງານທີ່ຢູ່ໃນລະບົບມີຈໍານວນມະຫາສານເຮັດໃຫ້ Facebook ສ້າງບໍລິການໃນຮູບແບບນີ້ໄດ້ ຢ່າລືມວ່າໃນ Facebook ເອງກໍມີລາຍໄດ້ຫຼັກຈາກການຂາຍໂຄສະນາ ການເປີດ Facebook Shops ກໍຄືກັບວ່າຈະເປັນການເລັ່ງຍອດຂອງການໂຄສະນາໃນ Facebook ໃຫ້ເພີ່ມຂຶ້ນນັັ້ນເອງ.

ສຳລັບບໍລິການ Facebook Shops ປັດຈຸບັນ ແມ່ນໄດ້ເປີດທົດລອງໃຫ້ບໍລິການສະເພາະໃນສະຫະລັດອາເມລິກາເທົ່ານັ້ນ ແຕ່ຄາດວ່າຈະເປີດໃຊ້ໃນປະເທດເຮົາໄວໆນີ້

ແຫຼ່ງຂໍ້ມູນ: https://www.smartsme.co.th/content/237268

 

Comments