Wunderman Thompson ສະເໜີ 5 ເທຣນຫຼັກທີ່ປ່ຽນແປງສຳຄັນໃນດ້ານພຶດຕິກຳ

ປີ 2020 ເປັນອີກໜຶ່ງປີ ທີ່ເກີດຜົນກະທົບໜັກ ຕໍ່ສຸຂະພາບ ແລະ ເສດຖະກິດທົ່ວໂລກ ລວມເຖິງປະເທດລາວ ນັບຕັ້ງແຕ່ທ້າຍເດືອນມັງກອນເປັນຕົ້ນມາ ຜ່ານໄປແລ້ວເຄິ່ງປີ  ແຕ່ໂຄວິດ-19 ນັ້ນ ຍັງແຜ່ລະບາດໄປທົ່ວໂລກຢ່າງໄວວາ ຈົນຫຼາຍຄົນບອກວ່າມັນເປັນເຊື້ອໄວຣັດທີ່ມາເລັ່ງກ້າວໜ້າຫຼາຍໆຢ່າງໃຫ້ເກີດຂຶ້ນ ລວມເຖິງ ພຶດຕິກຳ ແລະ ຄວາມຄາດຫວັງໃຫມ່ໆຂອງຜູ້ບໍລິໂພກ.

ໃນບົດຄວາມນີ້  Wunderman Thompson ໄດ້ນຳສະເໜີ 5 ເທຣນຫຼັກທີ່ສະຫຼຸບຄວາມປ່ຽນແປງສຳຄັນໃນດ້ານພຶດຕິກຳ ແລະ ຄວາມຄາດຫວັງຂອງຜູ້ບໍລິໂພກ ເຊິ່ງມີຄວາມກ່ຽວຂ້ອງກັບແບຣນ ແລະ ສາມາດໃຊ້ເປັນແນວທາງໃຫ້ແບຣນຄວນຈະວາງແຜນ ແລະ ຕອບສະໜອງ ມາສະເໜີໃຫ້ທຸກຄົນໄດ້ອ່ານ.

  1. ຄວາມຄາດຫວັງຕໍ່ “ບໍລິສັດທີ່ດີ” 

ຜູ້ບໍລິໂພກມີຄວາມຄາດຫວັງວ່າແບຣນຕ່າງໆ ຄວນຈະລວມຕົສສະແດງບົດບາດໃນດ້ານເຊີງບວກຢ່າງຈິງຈັງ ໂດຍການເຮັດປະໂຫຍດເພື່ອໂລກ ແລະ ຜູ້ຄົນໃນໄລຍະເວລາທີ່ເສດຖະກິດວິກິດແບບນີ້ ເຊິ່ງພົບວ່າຜູ້ບໍລິໂພກຫຼາຍກວ່າ 90% ລະບຸວ່າ ແບຣນ ຄວນມີໜ້າທີ່ຮັບຜິດຊອບໃນການຮ່ວມເບິ່ງແຍງໂລກ ແລະ ປະຊາຊົນຂອງໂລກຫຼາຍຂຶ້ນ ແລະ ຫຼາຍກວ່າ 71% ມີທັດສະນະຄະຕິສອດຄ້ອງກັນວ່າ ຫາກແບຣນເຫັນຜົນກຳໄລສຳຄັນກວ່າຜູ້ຄົນແລ້ວ ຜູ້ບໍລິໂພກຈະສູນເສຍຄວາມເຊື່ອຖືທີ່ມີຕໍ່ແບຣນນັ້ນໆຕະຫຼອດໄປ ເຊິ່ງເຫັນວ່າອົງກອນຂະໜາດໃຫຍ່ທົ່ວໂລກກຳລັງປັບປ່ຽນຍຸດທະສາດ ໂດຍເລີ່ມຍົກລະດັບຄວາມຮັບຜິດຊອບຕໍ່ສັງຄົມຂອງອົງກອນໃຫ້ມີຄວາມສຳຄັນ ຫຼາຍກວ່າ ຜົນກຳໄລ.

ຕົວຢ່າງ: Pooj Morjaria ຜູ້ກໍ່ຕັ້ງ Did They Help ເວັບໄຊທີ່ນຳສະເໜີຂໍ້ມູນກ່ຽວກັບແບຣນ ແລະ ຄົນດັງທີ່ມີສ່ວນຮ່ວມຊ່ວຍເຫຼືອສັງຄົມໃນໄລຍະໂຄວິດ-19 ຄາດວ່າໃນອະນາຄົດກະແສຂອງການບໍລິໂພກຢ່າງມີສິນລະທຳຈະຂະຫຍາຍຕົວຂຶ້ນເລື້ອຍໆ ຜູ້ບໍລິໂພກຈະສຶກສາຫາຂໍ້ມູນຫຼາຍຂຶ້ນໃນການຕັດສິນໃຈວ່າຈະໃຊ້ເງິນເພື່ອຊື້ຫຍັງແດ່ຈາກໃຜ ເຊິ່ງອາດເປັນການອ້າງອີງຂໍ້ມູນທີ່ສະທ້ອນຄ່ານິຍົມຂອງແບຣນຕ່າງໆ ໂດຍຕັ້ງຢູ່ບົນພື້ນຖານຂອງສິ່ງດີໆ ທີ່ແບຣນເຫຼົ່ານີ້ເຮັດໄດ້

2. ເຕັກໂນໂລຊີ ແລະ ທຸກສິ່ງເພື່ອການປ້ອງກັນຕົນເອງ 

ຄົນສ່ວນຫຼາຍຈະຄາດຫວັງໃຫ້ທຸກສິ່ງຮັກສາມາດຕະຖານດ້ານສຸຂະອະນາໄມ ແລະ ສາມາດປ້ອງກັນສິ່ງຕ່າງໆໄດ້ ໃນລະດັບສູງສຸດຢ່າງຕໍ່ເນື່ອງເຖິງວ່າຈະຈົບໄລຍະວິກິດການແຜ່ລະບາດໂຄວິດ-19,  ໂດຍແນວທາງການອອກແບບຜະລິດຕະພັນ ແລະ ປະສົບການກຳລັງປ່ຽນໄປຢ່າງໄວວາເພື່ອຊ່ວຍໃຫ້ຜູ້ບໍລິໂພກໃນປັດຈຸບັນ ແລະ ໃນອະນາຄົດສາມາດປ້ອງກັນຕົນເອງຈາກເຊື້ອໄວຣັດ, ເຊື້ອພະຍາດ ແລະ ມົນລະພິດ ເຊິ່ງຜະລິດຕະພັນໃຫມ່ ແບຣນຄວນໃຫ້ຄວາມສຳຄັນສູງໃນເລື່ອງການປ້ອງກັນຂອງຜູ້ບໍລິໂພກ ບໍ່ວ່າຈະເປັນເລື່ອງອາຫານ, ການເດີນທາງ, ການສັນຈອນ, ການຄ້າປີກ, ການຊ໋ອບປິ້ງ, ເຮືອນ ຫຼື ຫ້ອງຫານ ໂດຍພົບວ່າຜູ້ບໍລິໂພກໃນປະເທດຈີນຕ້ອງການຊື້ລົດຫຼາຍຂຶ້ນເພາະຮູ້ສຶກວ່າການໃຊ້ພາຫະນະສ່ວນຕົວຈະປອດໄພກວ່າ.

ຕົວຢ່າງ: Geely ບໍລິສັດລົດ ໃນຈີນ ໄດ້ເລີ່ມການສົ່ງລົດ ແລະ ກະແຈລົດ ໃຫ້ແກ່ຜູ້ຊື້ແບບບໍ່ມີການສຳພັດ ໂດຍໄດ້ໃຊ້ໂດຣມເປັນພາຫະນະນຳສົ່ງ, ນອກຈາກນີ້ Icon ເຊິ່ງເປັນລົດລຸ້ນໃຫມ່ຂອງບໍລິສັດ ຍັງມີລະບົບຟອກອາກາດອັດສະລິຍະ ທີ່ບໍລິສັດບອກວ່າສາມາດກຳຈັດເຊື້ອພະຍາດ ແລະ ເຊື້ອໄວຣັດໄດ້.

3. ຄວາມປ່ຽນແປງໃນເລື່ອງສຸຂະພາບ

ສະຖານະການໂຄວິດ-19 ໄດ້ກະຕຸ້ນໃຫ້ເກີດມາດຕະຖານໃຫມ່ດ້ານສຸຂະພາບຢ່າງໄວວາ ຕັ້ງແຕ່ໃນເລື່ອງສ່ວນປະສົມທີ່ໝັ້ນໃຈໄດ້ວ່າຈະມີໃຊ້ຕໍ່ໄປໄດ້ເລື້ອຍໆ ໃນອະນາຄົດ (Future-proof Ingredients) ແລະ ອາຫານທີ່ມີອາຍຸເກັບໄວ້ໄດ້ດົນ ຈົນເຖິງການເຮັດກະສິກຳອິນຊີທີ່ຢັ້ງຍືນ ລວມທັງການເບິ່ງແຍງຮັກສາຜິວພັນ ໃຫ້ປອດເຊື້ອ ແລະ ຕ້ອງການມີຜູ້ຊ່ວຍທີ່ໃຫ້ຄວາມຊ່ວຍເຫຼືອດ້ານສຸຂະພາບ (Health Concierges), ສຳລັບເລື່ອງການກິນອາຫານ ພົບວ່າ ໃນດ້ານໜຶ່ງຜູ້ບໍລິໂພກຊື້ອາຫານກະປ່ອງ ແລະ ອາຫານແຊຣ໌ແຂງຫຼາຍຂຶ້ນ ແຕ່ໃນອີກດ້ານໜຶ່ງຜູ້ບໍລິໂພກຍັງຫັນໄປຫາທາງເລືອກທີ່ເປັນອາຫານສົດຈາກກະສິກຳອິນຊີ ໂດຍຜູ້ບໍລິໂພກກຳລັງສ້າງສົມດຸນລະຫວ່າງອາຫານທີ່ມີອາຍຸຢູ່ໄດ້ດົນ ກັບອາຫານສົດໃໝ່.  ໃນວົງການການເບິ່ງແຍງພິວພັນ ໄດ້ສ້າງນະວັດຕະກຳຂຶ້ນຢ່າງວ່ອງໄວເຊັ່ນ: ທີ່ປຶກສາແບບດິຈິຕ໋ອນ ໃຫ້ບໍລິການສະເພາະບຸກຄົນ ການນຳສະເໜີນະວັດຕະກຳຜະລິດຕະພັນຂ້າເຊື້ອພະຍາດ ດ້ວຍສ່ວນປະສົມຈາກທຳມະຊາດ ລວມທັງການເຮັດຄວາມສະອາດມື ໃຫ້ປອດໄພຈາກເຊື້ອພະຍາດ,  ມີທັງເລື່ອງຄວາມງາມ ແລະ ປະສິດທິພາບການຂ້າເຊື້ອຫຼາຍກວ່າຈະເປັນພຽງການເຮັດຄວາມສະອາດຢ່າງດຽວ.

ຕົວຢ່າງ: ໂຮງກັ່ນເຫຼົ່າ Amass ໃນລ໋ອດແອັງເຈີລິດ ໄດ້ເປີດໂຕຜະລິດຕະພັນລ້າງມື ສະມຸນໄພໃນເດືອນມີນາ ທີ່ຜ່ານມາ ໂດຍໄດ້ປະສົມກິ່ນຫອມຂອງດອກໄມ້ນານາພັນ, ສ່ວນ  Katie Sturino  ຜູ້ກໍ່ຕັ້ງ Megababe ໄດ້ລາຍງານໃຫ້ສື່ຮູ້ວ່າ ປັດຈຸບັນຢູ່ລະຫວ່າງການສ້າງນິຍາມໃຫມ່ວ່າຜະລິດຕະພັນເຮັດຄວາມສະອາດມືແມ່ນຫຍັງ ມີໜ້າຕາແບບໃດ ແລະ ໃຫ້ຄວາມຮູ້ສຶກແບບໃດ ເຊິ່ງສຳລັບຂ້ອຍ ມັນກາຍເປັນສ່ວນໜຶ່ງທີ່ເພີ່ມເຂົ້າມາໃຫມ່ໃນກິດຈະວັດປະຈຳວັນຂອງທຸກຄົນ ແນ່ນອນ ຈະເຫັນໄດ້ວ່າຜູ້ບໍລິໂພກມີມາດຕະຖານໃຫມ່ໃນເລື່ອງສຸຂະພາບ ຕ້ອງມີຄວາມເປັນທຳມະຊາດ ແລະ ຄວາມສົດໃຫມ່ອີກດ້ວຍ ເຖິງແມ່ນວ່າແນວຄິດທັງສອງນີ້ຈະບໍ່ຄ່ອຍປາກົດຂຶ້ນ ແຕ່ຜູ້ບໍລິໂພກກຳລັງຊອກຫາສຸຂະພາບທີ່ເປັນອົນລວມຫຼາຍຂຶ້ນເພື່ອການປົກກັນສຸຂະພາບຂອງຕົນໃນໄລຍະຍາວ.

4. ໂລກແຫ່ງຄວາມຝັນຄືກັບຈະເກີດຂຶ້ນຄວາມເປັນຈິງ

ໂຊຊຽວມີເດຍ (Social Media)  ໄດ້ພົບໄລຍະວິວັດທະນາການອີກຄັ້ງ ຕໍ່ຈາກນີ້ ໂຊຊຽວມີເດຍ ຈະບໍ່ໄດ້ມີໄວ້ເພື່ອການມີສ່ວນຮ່ວມຂອງສັງຄົມເທົ່ານັ້ນ ແຕ່ຈະກາຍເປັນພື້ນຖານດິຈິຕ໋ອລ ທີ່ເຊື່ອມຕໍ່ຫາກັນຢ່າງໃກ້ຊິດ ແລະ ຈິງໃຈຂອງຜູ້ຄົນ, ເຂົ້າມາແທນທີ່ປະຕິສຳພັນທາງກາຍຍະພາບໂດຍ Houseparty ເຊິ່ງເປັນສ່ອງທາງການແຊັດຜ່ານວີດີໂອ ມີປະລິມານການໃຊ້ງານເພີ່ມສູງຂຶ້ນເຖິງ 80%  ໃນເດືອນເມສາຜ່ານມາ. ທັງນີ້, ຂໍ້ມູນເຟສບຸກຍັງສະແດງໃຫ້ເຫັນວ່າປະລິມານການໃຊ້ງານວີດີໂອໄດ້ເພີ່ມຂຶ້ນເຖິງ 1.000% ພື້ນທີ່ດິຈິຕ໋ອລເຫຼົ່ານີ້ກຳລັງດຶງ Community ການສື່ສານໃຫຍ່ໆໃຫ້ເຂົ້າມາ ແລະ ປ່ຽນໂສມສ່ອງທາງອື່ນໆ ເຊັ່ນ: ດົນຕີ, ຄອນເສິດ ແລະ ການສັງສັນຢ່າງວ່ອງໄວ, ເນື່ອງຈາກໂຄວິດ-19 ເຮັດໃຫ້ຄົນຫ່າງຈາກກັນຫຼາຍຂຶ້ນ.

ຕົວຢ່າງ:  Tinder ໄດ້ເປີດຟີເຈີ Passport ຂຶ້ນເພື່ອໃຫ້ຄົນໂສດທົ່ວໂລກສາມາດເຊື່ອມຕໍ່ເຖິງກັນໄດ້ຟຣີໂດຍບໍ່ຕ້ອງເດີນທາງໃນຄວາມເປັນຈິງ ແລະ Hinge ໄດ້ເພີ່ມຟີເຈີ ວີດີໂອຄໍ ເພື່ອທົດແທນການນັດພົບກັບຄູ່ຮັກໃນຄວາມຈິງ ຫຼື ບ້ານພັກຄົນເຖົ້າ ໃນອັງກິດກຳລັງທົດສອບ  Facebook Portal  ເພື່ອເຊື່ອມຕໍ່ຜູ້ພັກອາໄສເຫຼົ່ານີ້ໄດ້ກັບຄອບຄົວ ແລະ ໄດ້ມີການນໍາຫຸ່ນຍົນ  Zorabots ແລະ ຫຸ້ນຍົນ SARA (Social & Autonomous Robotic Health Assistant) ໃຫ້ບ້ານພັກຄົນເຖົ້າ ຢືມໃຊ້ ເພື່ອໃຫ້ຜູ້ພັກອາໄສໄດ້ຮັບຄວາມເພີດເພີນ ແລະ ໃຊ້ເວົ້າຈາສົນທະນາກັບຄອບຄົວໄດ້ອີກດ້ວຍ ນອກຈາກນີ້ ຍັງມີອີກວົງການໜື່ງທີ່ຄຶກຄື້ນຫຼາຍທີ່ສຸດໃນໄລຍະໂຄວິດ-19 ຄືວົງການເກມ ໂດຍການຫຼິ້ນເກມໄດ້ຮັບຄວາມນິຍົມຫຼາຍຂຶ້ນຢ່າງກວ້າງຂວາງນອກເໜືອຈາກກຸ່ມເກມເມີ ບໍລິສັດເກມໄດ້ເຮັດໃຫ້ສ່ອງທາງຂອງຕົນເອງເກີດປະໂຫຍດຫຼາຍຂຶ້ນ ທັງດ້ານການສຶກສາ,​ ຄວາມບັນເທີງ…

5. ສັດທາ ແລະ ມີມຸມມອງໃຫມ່ກ່ຽວກັບຊຸມຊົນ ແລະ ວັດຖຸນິຍົມ

ການສັດທາ ຫຼື ສາສະໜາ ແລະ ວັດຖຸນິຍົມ ເຖິງຈະບໍ່ມີຄວາມເຊື່ອມໂຍງກັນເທົ່າໃດ ແຕ່ກຳລັງເພີ່ມຄວາມໂດດເດັ່ນຍິ່ງຂຶ້ນ ຄົນສ່ວນຫຼາຍຕ່າງກໍຊອກຫາຄວາມໝັ້ນຄົງທາງຈິດໃຈ ໃນໄລຍະເວລາທີ່ເກີດຄວາມສັບສົນ ມີການສວດມົນ ແລະ ຕັ້ງສະມາທິ ເພີ່ມຂຶ້ນຈຳນວນຫຼາຍ ແລະ ຫຼາຍໆຄົນມີເວລາເບິ່ງເຂົ້າໄປພາຍໃນຈິດໃຈຕົນເອງ ແລະ ເບິ່ງສູງຂຶ້ນໄປໃນວິຖີໃຫມ່ທາງຈິດວິນຍານ ເຊິ່ງອາດຈະຄົງຢູ່ດົນນານກວ່າການປິດເມືອງ

ຕົວຢ່າງ:  Headspace ເຊິ່ງເປັນແອັບພິເຄຊັນ ເພື່ອການເຮັດສະມາທິ ໄດ້ນຳສະເໜີເປີດໃຫ້ໄດ້ໃຊ້ຟຣີ ເຊິ່ງມີທັງການເຮັດສະມາທິ​, ການນອນລັບ ແລະ ການເຝິກການເຄື່ອນໄຫວ. ການເຮັດຄວາມດີເລັກນ້ອຍ ກຳລັງເກີດຂຶ້ນ ໃນທຸກພື້ນທີ່ ເພື່ອສົ່ງມອບຄວາມຊ່ວຍເຫຼືອແກ່ຊຸມຊົນທ່ອງຖິ່ນຜູ້ທຸກຍາກ ແນວຄິດ“Less is More”  ກຳລັງກາຍເປັນວັດທະນາທຳທີ່ຜູ້ຄົນຮັບເອົາມາຫຼາຍຂື້ນ ການປະຕິເສດການໃຊ້ຈ່າຍຟຸມເຟື້ອຍ ແລະ ວັດຖຸນິຍົມກຳລັງເຮັດໃຫ້ຜູ້ຄົນຄິດທົບທວນກ່ອນຊື້ຫຼາຍຂຶ້ນ ເພາະພວກເຂົາຄຳນຶ່ງເຖິງຜົນກະທົບໃນໄລຍະຍາວ ຜູ້ບໍລິໂພກມີແນວໂນ້ມຫຼຸດສິ່ງທີ່ບໍ່ຈຳເປັນລົງ ແລະ ມຸ້ງເນັ້ນເຮັດໃນສິ່ງທີ່ພວກເຂົາເຫັນວ່າມີຄຸນຄ່າ,​ ສິ່ງນີ້ໄດ້ເຮັດໃຫ້ເກີດການນຳວັດສະດຸກັບມາໃຊ້ໃຫມ່ຢ່າງສັງສັນ (Upcycling) ການນຳວັດສະດຸ ກັບຄືນມາໃຊ້ (Recycling) ແລະ ການໃຊ້ຊໍາ (Reusing) ຫຼາຍຂຶ້ນ ເມື່ອເບິ່ງເຫັນຈິດໃຈຕົນເອງຫຼາຍຂຶ້ນ ມີຈິດສຳນຶກຂອງຊຸມຊົນ, ສັງຄົມ ແລະ ໂລກຫຼາຍຂຶ້ນ ຜູ້ບໍລິໂພກຈະຕັດສິນໃຈເລືອກ ຢ່າງຮອບຂອບ  ແລະ ຄົ້ນຄິດຫຼາຍຂຶ້ນ ເພື່ອໃຫ້ສອດຄ່ອງກັບຮູບແບບດຳເນີນຊີວິດ ແລະ ການບໍລິໂພກໃນອານຄົດ.​

 

 

Comments