ຂ່າວດີ!! ລາວບໍ່ພົບຜູ້ຕິດເຊື້ອໂຄວິດ 53 ມື້ຕິດຕໍ່ກັນ ຍັງພຽງ 1 ຄົນທີ່ຍັງນອນປິ່ນປົວຢູ່ໂຮງໝໍ

ເປັນມື້ທີ 53 ຕິດຕໍກັນທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຂະນະທີ່ໃນວັນທີ 3 ມິຖຸນາຜ່ານມາໄດ້ມີການກວດຫາເຊື້ອ 72 ຄົນລ້ວນເປັນຜົນລົບ ເຮັດໃຫ້ຕົວເລກຜູ້ປ່ວຍສະສົມມີພຽງ 19 ຄົນ ຕອນນີ້ໄດ້ອອກໂຮງໝໍແລ້ວ 18 ກໍລະນີ, ຍັງພຽງໜຶ່ງດຽວທີ່ນອນປິ່ນປົວຢູ່ໂຮງໝໍ.
ໃນວັນທີ 4 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງ ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ສະພາບການເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຮອດເວລາ 17:00 ໂມງຂອງວັນທີ 3 ມິຖຸນາ 2020 ມີຜູ້ເຂົ້າມາທັງໝົດ 2.108 ຄົນ ຜ່ານດ່ານລາວ-ໄທ 1.288 ຄົນ, ໃນນັ້ນ ມີແຮງງານລາວເຂົ້າມາ ໂດຍຜ່ານດ່ານວັງເຕົ່າ-ຊ່ອງເມັກ ມີ 128 ຄົນ ແລະ ຜ່ານດ່ານຂົວມິດຕະພາບ II ມີ 16 ຄົນ, ວິຊາການໂຄງການໄຟຟ້າໄຊຍະບູລີ 2 ຄົນ, ເຫຼືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ 1.142 ຄົນ, ຜ່ານດ່ານລາວ-ຈີນ 20 ຄົນ, ທັງໝົດ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ, ຜ່ານດ່ານລາວ-ຫວຽດນາມ 799 ຄົນ, ໃນນັ້ນ ມີຄົນລາວກັບມາແຕ່ວຽກລັດຖະການ 3 ຄົນ ຜ່ານດ່ານພູເກືອ, ແຂວງອັດຕະປື, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ 796 ຄົນ, ຜ່ານດ່ານລາວ-ກໍາປູເຈຍ 1 ຄົນ ເຊິ່ງເປັນຄົນລາວທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ບໍ່ມີຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ ໂດຍທຸກຄົນໄດ້ແທກອຸນຫະພູມຮ່າງກາຍ ແລະ ກວດຫາອາການຜິດປົກກະຕິ, ບໍ່ພົບຜູ້ມີອາການເປັນໄຂ້, ໄດ້ເກັບຕົວຢ່າງແຮງງານມາກວດແລ້ວນໍາສົ່ງໄປຈໍາກັດບໍລິເວນຢູ່ສະຖານທີ່ທີ່ກໍານົດໄວ້ຈົນກວ່າຈະຄົບກໍານົດ 14 ວັນ.

ດ້ານວຽກງານການກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ວັນທີ 3 ມິຖຸນາຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະ 72 ຄົນ, ໃນນັ້ນ ມີແຮງງານລາວທີ່ກັບມາແຕ່ໄທ 67 ຄົນ, ກໍລະນີສົງໄສ 5 ຄົນ ເຊິ່ງຜົນກວດແຮງງານລາວ ແລະ ກໍລະນີສົງໄສທັງໝົດ ແມ່ນບໍ່ພົບເຊື້ອ ນັບເປັນ 53 ມື້ແລ້ວທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 3 ມິຖຸນາ ໄດ້ເກັບຕົວຢ່າງມາກວດທັງໝົດ 7.563 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ. ທັງນີ້, ດ້ານການຕິດຕາມປິ່ນປົວຄົນເຈັບຢູ່ໂຮງໝໍ ປະຈຸບັນໄດ້ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີອອກໂຮງໝໍແລ້ງທັງໝົດ 18 ຄົນ ແລະ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບພຽງ 1 ຄົນ, ເປັນເພດຊາຍ ເຊິ່ງຈະໄດ້ສືບຕໍ່ຕິດຕາມຢູ່ໂຮງໝໍຕື່ມ.

ສ່ວນການລະບາດຂອງພະຍາດໂຄວິດ-19 ຢູ່ໃນໂລກ ມາຮອດເວລາ 6:00 ໂມງຂອງວັນທີ 4 ມິຖຸນາ 2020 ທົ່ວໂລກມີການລາຍງານການລະບາດ 213 ປະເທດ/ເຂດ, ມີການຢັ້ງຢືນຜູ້ຕິດເຊື້ອ 6.554.617 ຄົນ (84.024 ໃໝ່), ເສຍຊິວິດ 386.288 ຄົນ (4.649 ໃຫມ່) ກວມເອົາ 5,89% ຂອງຜູ້ຕິດເຊື້ອທັງໝົດ ແລະ ປິ່ນປົວຫາຍດີ 3.157.413 ຄົນ (172.416 ໃໝ່) ກວມເອົາ 48,1% ຂອງຜູ້ຕິດເຊື້ອທັງໝົດ.

 

Comments