ອີງຕາມ CRI-FM93. ໃນວັນທີ 7 ມິຖຸນານີ້, ຫ້ອງການຖະແຫລງຂ່າວ ລັດຖະບານຈີນ ໄດ້ເຜີຍແຜ່ປື້ມປົກຂາວທີ່ມີຫົວຂໍ້ວ່າ ການເຄື່ອນໄຫວຂອງຈີນ ເພື່ອຕ້ານກັບພະຍາດໂຄວິດ-19 ແລະ ໄດ້ຈັດກອງປະຊຸມຖະແຫລງຂ່າວ ຈີນ ຈະໃຫ້ຢາວັກຊິນທີ່ຄົ້ນຄວ້າຜະລິດເອງນັ້ນກາຍເປັນຜະລິດຕະພັນສາທາລະນະສຸກຂອງໂລກ ຫຼືບໍ່?
ທ່ານ ຫວາງຈື້ກ່າງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີຈີນ ກ່າວວ່າ: ການຄົ້ນຄວ້າຜະລິດຢາວັກແຊັງ ຕ້ານພະຍາດໂຄວິດ-19 ຕ້ອງຖືເອົາຄວາມປອດໄພ, ສັບພະຄຸນ ແລະ ຄວາມສາມາດຊື້ຂອງປະຊາຊົນເປັນສິ່ງສຳຄັນ ທັງຕ້ອງເພີ່ມທະວີການຮ່ວມມືກັບສາກົນ.
ທ່ານ ໄດ້ກ່າວຕື່ມວ່າ: ປະເທດຕ່າງໆລ້ວນແຕ່ໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ການຄົ້ນຄວ້າຜະລິດຢາວັກຊິນ, ແຕ່ວຽກງານນີ້ແມ່ນການເຄື່ອນໄຫວເຕັກນິກວິທະຍາສາດທີ່ເຄັ່ງຄັດສຸຂຸມຮອບຄອບຫລາຍ, ມີຄວາມສະຫລັບສັບຊ້ອນທີ່ສຸດ, ມີຄວາມຫຍຸ້ງຍາກຫລາຍ ແລະ ຕ້ອງໃຊ້ເວລາຫລາຍ ທັງມີສິ່ງທ້າທາຍ ແລະ ຄວາມບໍ່ແນ່ນອນຫລາຍຢ່າງ. ສະນັ້ນ, ການຄົ້ນຄວ້າຜະລິດວັກຊິນ ຕ້ອງຖືເອົາຄວາມປອດໄພ, ສັບພະຄຸນ ແລະ ຄວາມສາມາດຊື້ຂອງປະຊາຊົນເປັນສິ່ງສຳຄັນທີ່ສຸດ. ຕໍ່ໄປພາຍໜ້າ, ຫລັງຈາກ ຈີນ ສຳເລັດການຄົ້ນຄວ້າ ຜະລິດວັກຊິນ ແລະ ການທົດລອງປິ່ນປົວພະຍາດໄປເຖິງຂັ້ນທີ່ສາມາດນຳໃຊ້ຕົວຈິງໄດ້ແລ້ວ, ພວກຂ້າພະເຈົ້າ ຈະຕັ້ງໜ້າຈັດຕັ້ງປະຕິບັດຕາມຄຳໝັ້ນສັນຍາທີ່ ທ່ານ ສີຈິ້ນຜິງ ໄດ້ໃຫ້ໄວ້ໃນກອງປະຊຸມ WHO ຄັ້ງທີ 73, ຄືຖືວັກຊິນນີ້ໃຫ້ເປັນຜະລິດຕະພັນສາທາລະນະ ແລະ ສະໜອງໃຫ້ທົ່ວໂລກ.
