ທ່ານ Putin ໄດ້ແນະນຳກ່ຽວກັບສະຖານະການສຸກເສີນ ພາຍຫຼັງທີ່ສາງເກັບນໍ້າມັນເຊື້ອໄຟຂະໜາດໃຫຍ່ ເກີດການຮົ່ວໄຫຼຢູ່ໃນຂອບເຂດມະຫາສະໝຸດ ອາກຕິກ (Arctic), ທ່ານ Vladimir Putin ໄດ້ສັ່ງໃຫ້ແຈ້ງພາວະສຸກເສີນ ຫລັງຈາກນໍ້າມັນກາຊວນຈໍານວນ 20.000 ໂຕນ ໄດ້ໄຫຼເຂົ້າສູ່ເຂດມະຫາສະໝຸດ Arctic. ເຫດການນີ້ ເກີດຈາກການຮົ່ວໄຫຼຂອງສາງເກັບນໍ້າມັນເຊື້ອໄຟຢູ່ໂຮງງານໄຟຟ້າ NTEK ທີ່ຢູ່ໃກ້ເມືອງ Norilsk ໃນວັນສຸກທີ່ຜ່ານມາ ໂດຍໂຮງງານດັ່ງກ່າວຂຶ້ນກັບບໍລິສັດ Nornickel ເຊິ່ງເປັນໜຶ່ງໃນໂຮງງານທ້ອງຖິ່ນທີ່ມີມົນລະພິດຫຼາຍທີ່ສຸດໃນໂລກ.
ຈາກເຫດການດັ່ງກ່າວທ່ານ Putin ໄດ້ຕົກລົງເຫັນດີວ່າຈຳເປັນຕ້ອງມີພາວະສຸກເສີນແຫ່ງຊາດ ເພື່ອຮຽກຮ້ອງໃຫ້ມີການຮັກສາຊັບພະຍາກອນທໍາມະຊາດໃຫ້ມີຄວາມອຸດົມສົມບູນ. ຄະນະກຳມະການສືບສວນຣັດເຊຍ ທີ່ກ່ຽວຂ້ອງກັບອາຊະຍາກຳໃຫຍ່ຄັ້ງນີ້ໄດ້ເວົ້າວ່າ ບໍລິສັດດັ່ງກ່າວ ໄດ້ດຳເນີນການສືບສວນຄະດີອາຍາ 3 ຄັ້ງ ກ່ຽວກັບອຸປະຕິເຫດ ແລະ ການຄວບຄຸມພະນັກງານໂຮງງານໄຟຟ້າ.
ປະລິມານການຮົ່ວໄຫຼຄັ້ງນີ້ ແມ່ນຫຼາຍກວ່າການຮົ່ວໄຫຼຂອງບໍລິສັດ Kerch ທີ່ເກີດຂຶ້ນໃນປີ 2007 ໂດຍມີການຮົ່ວໄຫຼຂອງນໍ້າມັນຈໍານວນ 5,000 ໂຕນ. ການຮົ່ວໄຫຼໃນເຂດທະເລດຳຄັ້ງນີ້ ເປັນຄັ້ງທີ່ໃຫຍ່ທີ່ສຸດສຳລັບປະເທດຣັດເຊຍ ສະນັ້ນ, ຈຶ່ງມີການຮຽກຮ້ອງໃຫ້ທະຫານ ແລະ ອາສາສະໝັກຫຼາຍຮ້ອຍຄົນ ເຂົ້າຊ່ວຍເຫຼືອ. ນ້ຳມັນກາຊວນມີນໍ້າໜັກກວ່ານໍ້າມັນຊະນິດອື່ນ ແລະ ມັກຈະລະເຫີຍຫຼາຍກ່ວາການຈົມ ເຊິ່ງເຮັດໃຫ້ສະພາບແວດລ້ອມເປັນພິດ ພ້ອມທັງສົ່ງຜົນໃຫ້ການອະນາໄມຍາກກວ່າເກົ່າ ໂດຍສະເພາະການຮົ່ວໄຫຼໃນແມ່ນໍ້າ Ambarnaya ທີ່ມີລັກສະນະເປັນຂຸມ ເປັນເລື່ອງທີ່ຍາກຫຼາຍສໍາລັບການອະນາໄມເພາະວ່າມັນຕື້ນເກີນໄປ ທີ່ຈະໃຊ້ເຮືອຂົນສົ່ງສິນຄ້າເຂົ້າໄປອະນາໄມ ແລະ ຍັງເປັນສະຖານທີ່ທີ່ຫ່າງໄກໂດຍບໍ່ມີຖະໜົນອີກດ້ວຍ.
ແຫຼ່ງຂໍ້ມູນ: https://amp.theguardian.com/environment/2020/jun/03/vladimir-putin-orders-state-of-emergency-huge-fuel-spill-siberia-power-plant-kerch#aoh=15912518749158&_ct=1591251889334&referrer=https%3A%2F%2Fwww.google.com&_tf=From%20%251%24s