ເປັນ​ຫຍັງ​ຄົນ​ຈີນ ເຮັດການຄ້າ​ຈຶ່ງຮັ່ງມີ? (ຕໍ່​ຈາກ​ສະ​ບັບ​ກ່ອນ)

ສະ​ບາຍ​ດີບັນ​ດາ​ທ່ານ​ນັກ​ອ່ານ​ທີ່​ຮັກ​ແພງ ​ຂ້າ​ພະ​ເຈົ້າ​​ຂໍ​ອະ​ນຸ​ຍາດ​ຂຽນ​ບົດຄວາມ​​ກ່ຽວຫຼັກ​ປັດ​ຊະ​ຍາ​ການ​ຄ້າຂອງ​ຄົນ​ຈີນຕໍ່​ອີກ​ໃນ​ສະ​ບັບ​ເດືອນ​ມີ​ນາ ປີ 2019 ນີ້, ຫວັງ​ວ່າ​ທ່ານ​ນັກ​ອ່ານ​ຄົງ​ຈະ​ບໍ່ຢຸດ​​ເຊົາອ່ານ​ນໍ.

  1. ດຸໝັ່ນ ແລະ ອົດທົນ (ຕໍ່)

ທ່ານ ແຈັກ​ມາ (Jack Ma) ມະ​ຫາ​ເສດ​ຖີອັນ​ດັບ​ໜຶ່ງ​ຂອງ​ຈີນ​ກໍ​ຖື​ວ່າ​ເປັນ​ອີກ​ຄົນ​ໜຶ່ງ​ມີ​ຄວາມ​ດຸ​ໝັ່ນ ແລະ ອົດ​ທົນ​​ເພື່ອ​ສ້າງ​ຕົນ​ເອງ​ໃຫ້​ກາຍ​ເປັນ​ຄົນ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ ເຊິ່ງ​ທ່ານ​ເຄີຍກ່າວ​ວ່າ “ຢ່າ​ຍອມ​ຈຳ​ນົນ, ເຖິງມື້​ນີ້​ຈະ​ລຳ​ບາກ, ມື້​ອື່ນ​ອາດ​ຈະ​ລຳ​ບາກ​ຂຶ້ນ​ໄປ​ອີກ, ແຕ່​ວ່າມື້​ຮື​ອາດ​ຈະ​ເປັນ​ມື້​ທີ່​ສົດ​ໃສ​ສຳ​ລັບ​ທ່ານ” ຫຼື “Never give up. Today is hard, tomorrow will be worse, but the day after tomorrow will be sunshine”, ແຕ່​ໜ້າ​ເສຍ​ດາຍ​ທີ່​ຄົນ​ສ່ວນຫຼາຍ​ມັກ​ຈະ​ລົ້ມ​ລົງ​ໃນ​ຕອນ​ຄ່ຳ​ຂອງມື້​ອື່ນ ​ກ່ອນ​ທີ່​ຈະ​ເຖິງມື້​ຮື.

ທ່ານ ແຈັກ​ມາ ກໍ​ເປັນ​ອີກ​ຄົນ​ໜຶ່ງທີ່​ມີ​ຄວາມ​ອົດ​ທົນ​ເປັນ​ເລີດ ໂດຍບໍ່​ຍອມ​ຈຳ​ນົນ​ຕໍ່​ໂຊກ​ຊາ​ຕາ ເຖິງຈະ​ລົ້ມຫຼາຍ​ຄັ້ງ​ ແລະ ຖືກ​ສັງ​ຄົມ​ປະ​ຕິ​ເສດຫຼາຍ​ປານ​ໃດ ທ່ານ​​ຍັງ​​ອົດ​ທົນ ແລະ ລຸກ​ຢືນ​ຂຶ້ນ​ສູ້​ຈົນ​ປະ​ສົບ​ຄວາມ​ສຳ​ເລັດ ຍ້ອນ​ທ່ານ​ຄິດ​ຢູ່​ສະ​ເໝີ​ວ່າ “ທຸກໆ​ຄວາມ​ລຳ​ບາກ ກໍ​ຈະ​ມີ​ຂອງ​ຂວັນ​ໃຫ້​ຢູ່​ສະ​ເໝີ ແລະ ເມື່ອ​ທ່ານ​ເສຍ​ຢ່າງ​ໜຶ່ງ​ໄປ ທ່ານ​ກໍ​ຈະ​ໄດ້​ສິ່ງ​ທີ່​ດີກວ່າ​ມາ​ແທນ​ຢູ່​ສະ​ເໝີ ຖ້າ​​ມີ​ຄວາມ​ອົດ​ທົນ​ພຽງ​ພໍ”, ແຕ່​ຄົນ​ສ່ວນຫຼາຍ​ມັກ​ຈະ​ຍອມ​ຈຳ​ນົນ​ກ່ອນ ພວກ​ເຂົາ​ຈິ່ງບໍ່​ປະ​ສົບ​ຄວາມ​ສຳ​ເລັດ, ສ່ວນ​ທ່ານ ແຈັກ​ມາ ບໍ່​​​ເຄີຍຍອມຈຳ​ນົນ ຕົວ​ຢ່າງ: ຕອນ​​ທີ່ທ່ານ ຍັງ​​ໜຸ່ມ ທ່ານ​ມີ​ຄວາມ​ຝັນ​ຢາກ​ເປັນ​ຄູ​ສອນ​ພາ​ສາ​ອັງ​ກິດ, ທ່ານ​ຈິ່ງ​ເສັງ​ເຂົ້າ​ມະຫາ​ວິ​ທະ​ຍາ​ໄລ, ທ່ານ​ເສັງ​ຕົກ​ຮອດ 3 ຄັ້ງ ແຕ່​ທ່ານ​ກໍ​ບໍ່​ຍອມຈຳ​ນົນ ຈົນ​ເສັງ​ຄັ້ງ​ທີ 4 ທ່ານ​ຈິ່ງ​ເສັງ​ເຂົ້າ​ໄດ້ ​ທີ່ມະ​ຫາ​ວິ​ທະ​ຍາ​ໄລ ຫາງ​ໂຈ (Hangzhou Normal University) ແລະ ຮຽນ​ຈົບ​ສົມ​ໃຈ​ໃນ​ປີ 1988. ​

ແຕ່ຫຼັງ​ຈາກ​ຮຽນ​ຈົບ ທ່ານ​ໄດ້​ສະ​ໝັກ​ເຂົ້າ​ເຮັດ​ວຽກ​ນຳຫຼາຍ ກວ່າ 30 ອົງ​ກອນ, ແຕ່​ກໍ​ບໍ່​ມີ​ຈັກ​ອົງ​ກອນ​ຮັບ​ທ່ານເຂົ້າ​ເຮັດ​ວຽກ ຍ້ອນເອກະລັກແລະຮູບຮ່າງຂອງທ່ານ, ​ມີ​ເທື່ອ​ໜຶ່ງ​ທີ່​ທ່ານ​ຂໍ​ຮ້ອງ​ໃຫ້​ຕຳຫຼວດ​ໄປ​ນຳ ເພື່ອ​ໄປ​ສະ​ໝັກ​ວຽກ, ແຕ່​ກໍ​ຍັງ​ມີ​ຄົນ​ບອກ​​ວ່າ “ທ່ານບໍ່​ດີ ຈິ່ງບໍ່​ສາ​ມາດ​ຮັບ​ເຂົ້າ​ເຮັດ​ວຽກ” ແລະ ມີອີກ​ຄັ້ງ​ໜຶ່ງ​ທີ່​ເຮັດ​ໃຫ້​ທ່ານ ແຈັກ​ມາ ເຈັບ​ປວດ​ທີ່​ສຸດ​ໃນ​ຊີ​ວິດ ທີ່​ຖືກ​ປະ​ຕິ​ເສດ​ຈາກ​ການ​ສະ​ໝັກ​​ເຂົ້າ​ເຮັດ​ວຽກ, ຕອນນັ້ນ ມີ​ຮ້ານ​ອາ​ຫານ KFC ທີ່​ມີ​ຊື່​ສຽງ​ຂອງ​ໂລກ​ມາ​ເປີດ​ສາ​ຂາ​ທີ່​ເມືອງທີ່​ທ່ານ​ຢູ່ ໂດຍ​ປະ​ກາດ​ຮັບ​ເອົາ​ພະ​ນັກ​ງານ 24 ຄົນ ແລະ ​ທ່ານ​ກໍ​ໄປ​ສະ​ໝັກ​, ແຕ່​ສຸດ​ທ້າຍ​ ພວກເຂົາ​ຮັບ​ເອົາ​ແຕ່ 23 ຄົນ​ເທົ່າ​ນັ້ນ, ສ່ວນ​ຄົນ​ທີ່ 24 ກໍ​ຄື​ທ່ານແຈັກ​ມາທີ່ຖືກ​ປະ​ຕິ​ເສດ.

ສຸດ​ທ້າຍ​ທ່ານ​ຈິ່ງ​ໄປ​ສະ​ໝັກ​ເປັນ​ຄູ​ ແລະ ຕໍ່​ມາ​ກໍ​ອອກ​ມາ​ເຮັດ​ທຸ​ລະ​ກິດເປີດບໍ​ລິ​ສັດ ອາ​ລີບາ​ບາ (Alibaba) ​ທີ່​ຂາຍ​ເຄື່ອງ​ຜ່ານ “​ອອນ​ໄລ໌” ຈົນ​ກາຍ​ເປັນມະ​ເສ​ດ​ຖີ​ອັນ​ດັນ​ໜຶ່ງ​ຂອງ​ຈີນ. ຈາກນັ້ນ​ຊາວປີ​ຜ່ານ​ໄປ ທ່ານ ແຈັກ​ມາ ໄດ້​ຊື້ ຮ້ານ​ອາ​ຫານ KFC ສາ​ຂາ​ປ​ະ​ເທດ​ຈີນ​ ໃນວັນ​ທີ 2/9/2016 ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ. ນີ້​ຄື​ບົດ​ຮຽນ​​ເພື່ອ​ສອນ​ຄົນ​ໜຸ່ມ​ລຸ້ນ​ໃໝ່​​ຮູ້ວ່າ ເຖິງ​ຈະ​ມີ​ຄົນ​​ກຽດ​ຊັງ, ດູ​ຖູກ ຫຼື ເຮັດ​ໃຫ້​​ເຈັບ​ປວດ, ທ່ານ​​ບໍ່​ຄວນ​ຕອບ​ໂຕ້, ແຕ່​ຕ້ອງຫາຫົນທາງເພື່ອໃຫ້ປະ​ສົບ​ຄວາມ​ສຳ​ເລັດ “ການ​ແກ້​ແຄ້ນ​​ດີ​ທີ່​ສຸດ ກໍ​ຄື​ການປະ​ສົບ​ຄວາມ​ສຳ​ເລັດ”.

  1. ປະຢັດ ແລະ ທ້ອນເງິນ

ຄົນຈີນມີຊື່ສຽງທາງດ້ານການປະຢັດ ແລະ ທ້ອນເງິນເກ່ງຫຼາຍ ຈົນມີຫຼາຍຄົນເຂົ້າໃຈຜິດວ່າ ຄົນຈີນເປັນຄົນຂີ້ຖີ່, ແຕ່ຄວາມຈິງແລ້ວ ພວກເຂົາບໍ່ໄດ້ເປັນຄົນຂີ້ຖີ່ ເພາະວ່າພວກເຂົາມີຄວາມເຊື່ອວ່າ “ຄວາມປະຢັດເປັນທີ່ມາຂອງຄວາມຮັ່ງມີ”. ສໍາລັບຄົນຈີນແລ້ວ ເຖິງວ່າມັນເປັນພຽງເຂົ້າສານເມັດໜຶ່ງທີ່ຕົກເຮ່ຍ ມັນກໍມີຄ່າພໍສໍາລັບພວກເຂົາທີ່ຈະຕ້ອງຍອມສະຫຼະເວລາ ເພື່ອກົ້ມຫົວລົງເກັບເອົາມັນຂຶ້ນມາ.

ສະນັ້ນ ການທ້ອນເງິນຈາກໜຶ່ງກີບ, ສອງກີບ ເມື່ອລວມເຂົ້າກັນກໍຈະເປັນເງິນກ້ອນໃຫຍ່ພໍທີ່ຈະກໍ່ຕັ້ງທຸລະກິດ ເຊິ່ງເປັນບາດກ້າວທໍາອິດໃນການກໍ່ສ້າງຖານະຕົນເອງຂອງຄົນຈີນຄືກັນກັບ ທ່ານ ລີ ກາຊິງ ເມື່ອທ້ອນໂຮມເງິນຈາກການເປັນພະນັກງານຂາຍໄດ້ຈໍານວນໜຶ່ງແລ້ວ ກໍເລີ່ມຕົ້ນເຮັດທຸລະກິດເປັນຂອງຕົນເອງ ໂດຍໄດ້ເລີ່ມກໍ່ຕັ້ງໂຮງງານຜະລິດຢາງປະລາສະຕິກ (Plastic) ໃນປີ 1956 ເຊິ່ງ ມີອາຍຸໄດ້ 17 ປີເທົ່ານັ້ນ. ແຕ່ຖ້າສົມມຸດວ່າຄົນຈີນທີ່ອົບພະຍົບມາຢູ່ປະເທດເຮົາທີ່ມີພຽງແຕ່ໝອນກັບເສື້ອຜ້າໜຶ່ງຜືນ ແລະ ເຮັດວຽກໄປຕາມເປັນ ຕາມເກີດ ແບບວ່າ ຫາໄດ້ເທົ່າໃດກໍກິນໃຫ້ໝົດເທົ່ານັ້ນ, ບໍ່ຕ້ອງປະຢັດ ແລະ ບໍ່ຕ້ອງທ້ອນເງິນແລ້ວ ຄົນຈີນເຫຼົ່ານັ້ນກໍຄົງຈະບໍ່ສາມາດເປັນເສດຖີໄດ້ຄືດັ່ງຄໍາສຸພາສິດຈີນທີ່ວ່າ: “ຄວາມປະຢັດ ເປັນຫົນທາງແຫ່ງຄວາມຮັ່ງມີທີ່ຍິ່ງໃຫຍ່”.

  1. ເພື່ອນເຮັດທຸລະກິດກັບເພື່ອນ

ບໍ່ວ່າຄົນຈີນຈະອົບພະຍົບໄປອາໄສຢູ່ບ່ອນໃດໃນໂລກນີ້ ຄົນຈີນກໍຈະສ້າງຊຸມຊົນຂອງຊາວຈີນ ຫຼື China Town ຂຶ້ນມາຢູ່ສະເໝີ ເພື່ອເປັນສະຖານທີ່ຄ້າຂາຍ, ຕິດຕໍ່ສື່ສານ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ພວກເຂົາເຫັນຄົນຈີນດ້ວຍກັນປຽບສະເໝືອນດັ່ງຄົນຢູ່ໃນຄອບຄົວດຽວກັນ.

ຄົນຈີນມັກຄົບຄ້າສະມາຄົມກັບຄົນຈີນດ້ວຍກັນຫຼາຍທີ່ສຸດ, ເພາະວ່າມັນມີຄວາມສະດວກສະບາຍ ແລະ ຈາກການທີ່ຄົບຄ້າກັບຄົນຈີນດ້ວຍກັນແລ້ວ ຈິ່ງເຮັດໃຫ້ເກີດສາຍພົວພັນແບບພິເສດ ແລະ ນໍາໄປສູ່ການຄ້າທີ່ກ້ວາງຂວາງຂຶ້ນຄືດັ່ງຄໍາສຸພາສິດຈີນທີ່ວ່າ: “ນົກບໍ່ມີຂົນ ຄົນບໍ່ມີມິດ ຈະບິນສູງຂຶ້ນໄດ້ແນວໃດ”, ເພາະວ່າໃນໂລກຂອງການເຮັດທຸລະກິດແລ້ວ ບໍ່ມີໃຜຈະຢູ່ຄົນດຽວ ຫຼື ຄ້າຂາຍຄົນດຽວໄດ້ ໂດຍສະເພາະແມ່ນຕອນທີ່ເລີ່ມຕົ້ນກໍ່ຕັ້ງທຸລະກິດໃໝ່ ເຊິ່ງລູກຄ້າກຸ່ມທໍາອິດ ກໍຈະເປັນມິດສະຫາຍນັ້ນເອງທີ່ຈະມາຊື້ສິນຄ້າ ເພື່ອອຸດໜູນເຊິ່ງກັນແລະກັນ ກ່ອນທີ່ມັນຈະເຕີບໃຫຍ່ຂະຫຍາຍຕົວຄືດັ່ງຄໍາສຸພາສິດຈີນທີ່ວ່າ “ຄົນທີ່ບໍ່ມີເພື່ອນ ກໍຄືດັ່ງຕົ້ນໄມ້ໃຫຍ່ທີ່ບໍ່ມີໃບ ເຖິງວ່າມັນຈະໃຫຍ່ໂຕພຽງໃດກໍຕາມ, ນົກ ແລະ ໜູ ກໍຈະບໍ່ມາເພິ່ງພາອາໄສໄດ້” (ອ່ານຕໍ່​ສະ​ບັບ​ໜ້າ).

 

why Chinese people tend to be rich?

  (cont. from previous issue)

Greeting dear readers, I would like continue my article on Chinese commercial philosophy from the previous issue of March 2019. I hope that you will also continue to read this together.

  1. Work hard and be patient (cont.)

Mr. Jack Ma, the richest man in China, is considered another person with perseverance working hard to be successful. He once said that “never give up. Today is hard, tomorrow will be worse, but the day after tomorrow will be sunshine.” It is too bad that people tend to give up at tomorrow’s night before they reach the sunshine day after tomorrow.

Mr. Jack Ma is another person will excellence level of patience. He has never given in to his fate. Even when he failed and was rejected by society, he still kept his cool and standed back up to achieve his goal. He always keep in mind that “there is always a reward to overcome any difficulty. When you lose something, you will often receive a better thing in return only if you are patient enough.” However, most people tend to give up early and that is the reason they never succeed. Mr. Jack Ma has never given up to his fate. For example, when he was young, he wanted to be an English teacher. He applied for different universities and failed the entrance examination 3 times. He still went on for his 4th attempt and got accepted eventually into Hangzhou Normal University where he graduated in 1988.

After his graduation, he applied for a job with over 30 organizations. Not even one was willing to hire him due to his appearance. He once asked a police offer to accompany him to apply for a job. Still, they rejected him saying that “he is a bad guy, so we cannot hire him.” The most painful moment in his life refers to when he was rejected by KFC, the globally famous fast-food chain. There were 24 candidates awaited to be employed. In the end, 23 were hired and he was the only person in the group who was rejected.

  1. Economy and saving

Chinese people are well-known for their economical and saving habit, and they sometimes are mistakenly regarded as being thifty. In fact, they are not thifty, they believe that “saving is the source of wealth.” For Chinese people, they are willing to spend their time picking up even a seed of rice on the ground because it is valuable to them.

Therefore, saving up starting from 1 or 2 kip can lead to a big sum of money which will allow us to start our business. This is the first step for Chinese people in building up their richness just like Mr. Li Ka Shing. When he saved enough from his salary, he decided to start his own business by establishing a plastic factory in 1956 when he was only 17 years old. What will happen to Chinese people who migrate to our country with nothing, work just enough to feed their stomach and never save any money? The answer is that they will never be rich just like the saying “saving is a way to build wealth.”

  1. Peer-to-peer business

No matter where Chinese people migrate to, they will always build up their own community so called China Town to be a point for trading, communicating and helping each other. Chinese regard their fellow countrymen as one of their family members.

Chinese people like to deal with each other the most because it is more convenient. With more and more interaction with one another, they later form their special bond which helps widen their trading activities just like the saying “birds without wings just like people without friends will never fly high.” In the business world, nobody can do business alone, espcially the newly established business that the first group of customers will more likely be their friends who will support each other before it grows bigger just like the Chinese saying “men without friends is like trees without leaves. Does not matter how big the trees are, birds and rats will never settle there” (to be continued).

Comments