ເປັນ​ຫຍັງ​ຄົນ​ຈີນ​ ເຮັດການຄ້າຈຶ່ງຮັ່ງມີ? (ຕໍ່​ຈາກ​ສະ​ບັບ​ກ່ອນ)

ເມື່ອພະເຈົ້າແຜ່ນດິນ ຊິນຊີ້ຮວງ (Qin Shi Huang) ໄດ້ສະຖາປານາພະອົງຂຶ້ນເປັນພະເຈົ້າແຜ່ນດິນແຫ່ງລາຊະວົງຊິນທີ່ເປັນອານາຈັກທີ່ຍິ່ງໃຫຍ່ທຳອິດຂອງປະເທດຈີນແລ້ວ ພໍ່ຄ້າລີກໍໄດ້ກາຍເປັນທ່ານເສນາອາມາດທີ່ເຮັດໜ້າທີ່ເປັນເໝືອນດັ່ງນາຍົກລັດຖະມົນຕີມີເງິນຄໍາອຳນາດ ແລະ ອິດທິພົນໃຫຍ່ລົ້ນຟ້າໃນເວລາຕໍ່ມາຖືວ່າປະສົບຄວາມສຳເລັດຈາກການລົງທຶນກໍ່ຕັ້ງລາຊະວົງ ສົມກັບທີ່ໄດ້ຕັ້ງໃຈໄວ້.

ປະຫວັດສາດແຫ່ງການກຳເນີດລາຊະວົງທຳອິດຂອງຈີນທີ່ມາຈາກການລົງທຶນເຮັດການຄ້ານີ້ ໄດ້ຖືກສອນກັນຜ່ານຮຸ່ນລູກຮຸ່ນຫຼານຊາວຈີນພວກເຂົາເກ່ງເລື່ອງເຮັດການຄ້າບໍ່ແມ່ນເກີດຂຶ້ນໃນມື້ໜຶ່ງຍາມດຽວແຕ່ມັນຄືຄວາມຮູ້ທີ່ຖືກສະສົມມານັບພັນໆປີ ແລະ ກໍບໍ່ສະເພາະການເຮັດການຄ້າ, ເລື່ອງການປະດິດຄິດຄົ້ນຂອງຊາວຈີນໃນເມື່ອກ່ອນກໍກ້າວໜ້າທີ່ສຸດໃນໂລກເຊັ່ນ: ເຂັມທິດ, ການພິມ, ໝື້ປືນ ແລະ ການປະດິດເຈ້ຍໃຊ້ກ່ອນໝູ່ໃນໂລກ ລວມທັງວິທະຍາສາດການເດີນເຮືອ ໂດຍກ່າວກັນວ່າ ນັກສຳຫຼວດທີ່ໄປເຖິງແຜ່ນດິນອາເມຣິກາກ່ອນໝູ່ນັ້ນ; ບໍ່ແມ່ນ ທ່ານ ຄຣິດສະຕອບເຟີ ໂຄລຳບັສ (ChristopherColumbus) ແຕ່ແມ່ນທ່ານ ເຈີ້ງເຫີ (Zheng He) ແມ່ທັບເຮືອທີ່ຍິ່ງໃນລາຊະວົງ ມິງ (Ming Dynasty)ຂອງຈີນຕ່າງຫາກ ທີ່ໄປຢຽບແຜ່ນດິນອາເມຣິກາໃນປີ 1421 ຫຼື ປະມານ 71 ປີ ກ່ອນທີ່ ຄຣິດສະຕອບເຟີໂຄລຳບັສ ຈະໄປຮອດອາເມຣິກາ,  ກອງເດີນເຮືອຂອງແມ່ທັບເຈີ້ງເຫີແມ່ນໃຫຍ່ກວ່າຂອງ ຄຣິດສະຕອບເຟີໂຄລຳບັສ ຫຼາຍຮ້ອຍເທົ່າ, ເສຍດາຍທີ່ເວລາຕໍ່ມາ ຍ້ອນຄວາມບໍ່ເປັນເອກະພາບຂອງຂຸນນາງ ແລະ ພະເຈົ້າແຜ່ນດິນອົງໃໝ່ທີ່ຄອງລາດໃນລາຊະວົງມິງ ໄດ້ປິດປະເທດ ແລະ ທຳລາຍກອງເຮືອທີ່ຍິ່ງໃຫຍ່ສະທ້ານໂລກ, ແຜ່ນດິນຈີນກໍກາຍເປັນເໝືອນດັ່ງມັງກອນນອນຫຼັບທີ່ຫາກໍເລີ່ມຕື່ນຂຶ້ນຫຼັງຈາກປົດປ່ອຍປະເທດໃນປີ 1949 ໂດຍການນຳຂອງຜູ້ນຳທີ່ຍິ່ງໃຫຍ່ທ່ານ ເມົາເຈີຕຸງ (Mao Zedong) ແລະ ຕໍ່ມາທ່ານ ເຕີ້ງຊຽວຜິງ (Deng Xiaoping) ຜູ້ນຳທີ່ຍິ່ງໃຫຍ່ອີກທ່ານທີ່ເປີດປະເທດຈີນສູ່ໂລກພາຍນອກ, ເສດຖະກິດເຕີບໂຕ ເຮັດໃຫ້ປະເທດຈີນກັບມາຍິ່ງໃຫຍ່ອີກຄັ້ງເໝືອນດັ່ງມັງກອນກໍາລັງບິນຂຶ້ນສູ່ທ້ອງຟ້າໃນສະໄໝທ່ານ ສີຈິ້ນຜິງ (Xi Jinping) ໂດຍນຳໃຊ້ຍຸດທະສາດ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”ຫຼື One Belt One Road ເພື່ອເຊື່ອມຕໍ່ເສັ້ນທາງການຄ້າເໝືອນດັ່ງເສັ້ນທາງສາຍໄໝໃນອະດີດ.

ມະຫາເສດຖີອັນດັບຕົ້ນໆໃນອາຊີ ທ່ານ ລີ ກາຊິງ (Lee Ka-Shing) ທີ່ຮົງກົງ, ທ່ານ ລິມ ກໍຮ໌ ຕົງ (Lim Goh Tong) ທີ່ປະເທດ ມາເລເຊຍ ແລະ ທ່ານ ທານິນ ຈາເລີນນົນ (Dhanin Chearavanont) ທີ່ປະເທດໄທ ເຊິ່ງລ້ວນແຕ່ແມ່ນຄົນຈີນທີ່ເລີ່ມຕົ້ນມາຈາກຄອບຄົວທີ່ທຸກຍາກ ແລະ ຕ້ອງອົບພະຍົບມາຈາກປະເທດຈີນ ໂດຍຂ້າມນໍ້າຂ້າມທະເລ ເພື່ອມາອາໄສຢູ່ໃນຕ່າງແດນ ລວມທັງຄົນຈີນທີ່ອາໄສຢູ່ໃນປະເທດລາວເຮົາກໍເລີ່ມຕົ້ນຈາກສູນເຊັ່ນດຽວກັນ. ຫຼັງຈາກນັ້ນພວກເຂົາກໍເລີ່ມສ້າງຖານະຂອງຕົນເອງຈົນກາຍເປັນຄົນຮັ່ງ ໂດຍມີເຄັດລັບຕໍ່ໄປນີ້:

  1. ດຸໝັ່ນ ແລະ ອົດທົນ:

ເສດຖີຈີນສ່ວນຫຼາຍແມ່ນເຄີຍທຸກຍາກມາກ່ອນ ໂດຍສະເພາະແມ່ນຄົນຈີນທີ່ອົບພະຍົບໄປຢູ່ຕ່າງປະເທດ ເພາະພວກເຂົາຕ້ອງເລີ່ມຕົ້ນຈາກສູນ ຫຼື ອາດຈະຕິດລົບສໍາລັບຄົນຈີນບາງຄົນຈິ່ງເຮັດໃຫ້ພວກເຂົາຕ້ອງອົດທົນເຮັດວຽກທຸກປະເພດ ແລະ ບໍ່ລັງກຽດທີ່ຈະຫາເງິນ ເຊິ່ງພວກເຮົາໄດ້ເຫັນຄົນຈີນຫາບເຄື່ອງເລາະຂາຍຈາກເໜືອລົງຮອດໃຕ້ຢູ່ທີ່ປະເທດເຮົາໃນຫຼາຍປີຜ່ານມາ, ຍ້ອນຄວາມອົດທົນນີ້ເອງທີ່ເປັນພື້ນຖານອັນສໍາຄັນໃຫ້ແກ່ຄົນຈີນໃນຕ່າງຖິ່ນໃຫ້ມີກໍາລັງກາຍ ແລະ ກໍາລັງໃຈ ຈົນກໍ່ສ້າງຕົນເອງໃຫ້ກາຍເປັນເສດຖີໄດ້.

ນອກຈາກຄວາມອົດທົນແລ້ວຄົນຈີນຍັງມີຄວາມໝັ້ນຄົງຄືດັ່ງຄົນຈີນມັກເວົ້າຢູ່ສະເໝີວ່າ “ສິບປີຍັງບໍ່ທັນຊ້າເກີນໄປ”, ສະນັ້ນ ບໍ່ວ່າຄົນຈີນຈະເຮັດຫຍັງ ພວກເຂົາຈະອົດທົນລໍຖ້າໃຫ້ເບ້ຍໄມ້ທີ່ພວກເຂົາເປັນຜູ້ປູກ ກາຍເປັນຕົ້ນໄມ້ໃຫຍ່ ແລະ ອອກດອກສາກ່ອນແລ້ວ ຈິ່ງຈະເກັບກ່ຽວເອົາຜົນລະປູກຕາມຫຼັງຢູ່ສະເໝີ.

ແຕ່ຖ້າເວົ້າເຖິງຄວາມດຸໝັ່ນທີ່ມາກັບຄວາມອົດທົນແລ້ວ ຄົນຈີນແມ່ນຊົນຊາດໜຶ່ງທີ່ຢູ່ໃນລະດັບຕົ້ນໆຂອງໂລກທີ່ມີຄວາມດຸໝັ່ນເປັນເລີດ ໂດຍສະເພາະແມ່ນເວລາເລີ່ມຕົ້ນກໍ່ຮ່າງສ້າງຕົວນັ້ນ ພວກເຂົາຈະໃຊ້ເວລານອນຕໍ່າກວ່າ 8 ຊົ່ວໂມງໃນແຕ່ລະມື້ເພື່ອຈະໄດ້ເອົາເວລາທີ່ຍັງເຫຼືອໄປເຮັດວຽກໃຫ້ຫຼາຍຂຶ້ນ ເຊິ່ງທ່ານ ລີ ກາຊິງ ຄືຕົວຢ່າງທີ່ດີສໍາລັບຄົນຈີນທີ່ປະສົບຄວາມສໍາເລັດ ເຊິ່ງເພິ່ນເກີດທີ່ແຂວງກວາງຕຸ້ງ, ສປ ຈີນ ແລ້ວ ອົບພະຍົບມາຢູ່ທີ່ ຮົງກົງໃນປີ 1940 ແຕ່ຫຼັງຈາກນັ້ນ 2 ປີ ພໍ່ຂອງເພິ່ນໄດ້ເສຍຊີວິດ ຈິ່ງເຮັດໃຫ້ເພິ່ນຕ້ອງອອກຈາກໂຮງຮຽນໃນຕອນທີ່ມີອາຍຸພຽງແຕ່ 12 ປີ ເທົ່ານັ້ນ ເພື່ອໄປເຮັດວຽກລ້ຽງຄອບຄົວ.

ທ່ານ ລີ ກາຊິງ ເລີ່ມເຮັດວຽກເປັນພະນັກງານຂາຍທີ່ບໍລິສັດຜະລິດເຄື່ອງຫລິ້ນຢາງປະລາສະຕິກ,ເພິ່ນຕ້ອງເຮັດວຽກມື້ລະປະມານ 16-20 ຊົ່ວໂມງ. ກ່ອນເລີ່ມເຮັດວຽກ 9 ໂມງເຊົ້າ ເພິ່ນຕ້ອງໄປຫາລູກຄ້າໃໝ່ຈາກເຂດອື່ນໆ ແລະ ຕອນຄໍ່າກໍຈະກັບມາທີ່ໂຮງງານເພື່ອກວດສອບເບິ່ງໃບສັ່ງຊື້. ຍ້ອນຄວາມດຸໝັ່ນຄືດັ່ງກ່າວໃນແຕ່ລະທ້າຍປີ ເພິ່ນຈິ່ງໄດ້ຮັບເງິນໂບນັດສູງກວ່າໝູ່ໝົດຢູ່ໃນໂຮງງານ ເຊິ່ງມີບາງປີເພິ່ນໄດ້ຮັບເງິນໂບນັດສູງກວ່າພະນັກງານທີ່ໄດ້ຮັບຢູ່ໃນອັນດັບທີສອງເຖິງ 7 ເທົ່າ ນັ້ນກໍຍ້ອນ
ຄວາມດຸໝັ່ນ (ອ່ານຕໍ່ສະບັບໜ້າ).  (ອ່ານ​ຕໍ່​ສະບັບ​ໜ້າ).

(ວາລະສານທາເກັດ ສະບັບ 152 ເດືອນມີນາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)Why do Chinese people tend to be rich?

In this issue, we shall be looking further into Chinese commercial philosophy following on from our February 2019 issue.

When Chinese Emperor Qin Shi Huang declared himself Emperor of the Qin Dynasty, which was the first empire of China, Li Xin became his right hand, performing duties similar to those of a prime minister, and later went on to have monumental power and influence. It could be said that is success in his investment of founding the dynasty was as he had worked towards.

The origin of the Chinese empire through trade investment has been passed down from generation to generation. Chinese people are not good at trade
from birth, but through times and learning efforts. This does not apply to only trading knowledge, but also creativity making Chinese people one of the world’s greatest inventors, such as compass, publishing techniques, gun powder and paper which was produced before anyone in the world, including sea navigation. There is a saying that the first to discover America is not Christopher Columbus, but Zheng He, great Navy Commander in the era of Ming Dynasty, who went to America in 1421 or about 71 years before Christopher Columbus. Zheng He’s navy fleet was several-100-times bigger than that of Christopher Columbus. Due to conflicts between royal officials and the new emperor resulted in the decision to close
their country which left the world’s most superior navy fleet ruined, China became a sleeping dragon before waking up after the independence in 1949 under the leadership of the great Mao Zedong and then under Deng Xiaoping, another important leader who opened China to the world and accelerated Chinese economic growth making China great again. Currently, Xi Jinping is turning China into an awaken
dragon flying up high in the sky with his “One Belt One Road” strategy linking trading routes together just like silk roads in the past.

Many top wealthy people in Asia, namely Mr. Lee Ka-Shing from Hong Kong, Mr. Lim Goh Tong from Malaysia and Mr. Dhanin Chearavanont from Thailand who are Chinese living in poverty before migrating from their homeland to settle overseas, including Chinese people who live in Laos, all share common secrets on how to build their wealth as following:

  1. Work hard and be patient:

Chinese wealthy people started from poverty, especially those who migrated overseas because they wanted to start from scratch. Because of that, they were willing to whatever it takes just to earn money. We have seen Chinese people carry things for sale from north to south for many years. This perseverance serves as a fundamental motivation and encouragement for Chinese people living overseas to work hard and eventually be rich.

Apart from the perseverance, Chinese people are very consistent just like a saying “10 years is not too late.” Therefore, no matter what Chinese people do, they willremain calm and patient waiting for the seed they plant to grow as a strong tree before harvesting it fruits later. Speaking of diligence and perseverance, Chinese people are among the top in the world reflected in many stories of Chinese rich people built their wealth from zero.

They sleep less than 8 hours a day with the rest of their time to work. Mr. Lee Ka-Shing is another good example of a successful Chinese person.
He was born in Guangdong Province, PRC, before migrating to Hong Kong in 1940. After his father passed away for 2 years, he decided to leave school at the age of only 12 years old to work for his family.

Mr. Lee Ka-Shing started working as a salesperson at a company producing plastic toys. He had to work 16-20 hours a day in approximate. Before beginning his work at 9am, he had to find new customers from other areas and return to the factory at night to check purchasing orders. Due to his hard work, he received more bonus than others every year. Some year, he was rewarded with a bonus 7-time higher than the second highest bonus receiver at the factory. (to be continued).

Comments