ບຣາຊິວ ຈະເລີ່ມທົດລອງວັກຊິນຕ້ານ​ໂຄ​ວິດ-19 ທີ່ພັດທະນາຈາກປະເທດອັງກິດ

ບຣາຊິວ ​ເປັນ​ປະ​ເທດກຳລັງ​ປະເຊີນ​ກັບ ​ການລະບາດ ຢ່າງ​ຮຸນ​ແຮງ ​ຂອງ​​ເຊື້ອ​ ພະຍາດ ​ໂຄ​ວິດ-19 ​ສໍານັກຂ່າວຕ່າງປະເທດເປີດ​ເຜີຍ​ວ່າ: ບຣາຊິວ ກຳລັງຈະ​ເລີ່​ມການ​ທົດ​ລອງ​ວັກຊິນ ຕ້ານ​ໂຄ​ວິດ-19 ທີ່​ພັດທະນາ​ຂຶ້ນ ​ໃນມະຫາວິທະຍາ​ໄລ ອ໋ອກຟອດ ຂອງ​ອັງກິດ ​ໃນ​ອາທິດ​ໜ້າ ແລະ ຈະ​ຖື​ເປັນ​ປະ​ເທດ ທຳ​ອິດ ທີ່​ເຂົ້າຮ່ວມ​ ໃນ​ການ​ທົດ​ລອງ​ຄັ້ງນີ້ ຫລັງ​ຈາກ ມະຫາວິທະຍາ​ໄລ ​ເຊົາ​ເປົາ​ໂລ ​ເຊິ່ງ​ເປັນ​ຜູ້​ປະສານ​ງານ​ ການ​ສຶກສາ ​ເປີດ​ເຜີຍ​ຕື່ມ​ວ່າ ບຣາຊິວ ຈະ​ທົດ​ລອງ​ວັກ​ຊິນ ກັບ​ອາສາ​ສະໝັກ 2.000 ຄົນ​ ໂດຍ​ອະທິການ​ບໍດີ ​ຂອງ​ມະຫາ ວິທະຍາ​ໄລ​ ກ່າວ​ວ່າ ການທົດລອງວັກຊິນໃນບຣາຊິວ ເປັນສິ່ງທີ່ຈຳເປັນ ເພາະບຣາຊິວ ເປັນປະເທດ ທີ່ມີການລະບາດ ພວມຢູ່ໃນລະດັບສູງ ບຣາຊິວ ເຊິ່ງເປັນແນວໜ້າແຫ່ງໃໝ່ຂອງການລະບາດ ໄດ້ເພີ່ມມາດຕະການ ຄວບຄຸມ ການລະບາດ ໃນພາກ ຕາເວັນອອກ ສ່ຽງເໜືອ ຂອງປະເທດຫລັງມີລາຍງານ ຈຳນວນ ຜູ້ຕິດເຊື້ອ ໃນລະດັບສູງຂຶ້ນ ຂະນະທີ່ ຄວາມເປັນຫ່ວງ ເລື່ອງການລະບາດ ໃນອາເມລິກາລາຕິນ ກຳລັງເພີ່ມ​ຂຶ້ນ ​ເຖິງ​ວ່າ​ໃນຂົງ​ເຂດ​ອື່ນໆ​ຂອງ​ໂລກ ຈະ​ຫລຸດຜ່ອນ​ລົງ​ແລ້ວ ​ໂດຍ​ຫລາຍ​ປະ​ເທດ ​ໃນ​ເອີຣົບ ກຳລັງ​ເປີດ​ຊາຍ​ແດນ ​ເພື່ອ​ຫລຸດຜ່ອນ​ຜົນ​ກະທົບ​ ທາງ​ເສດຖະກິດຈາກ​ການລະບາດ​ຂອງ​ໂລກ ​ແລະ ພະຍາຍາມ ຫາ​ຄວາມ​ສົມ​ດຸນ ​ໃນ​ການ​ຟື້ນ​ຟູ ​ເສດຖະກິດ ​ໂດ​ຍທີ່​ບໍ່​ສ່ຽງ ​ຕໍ່​ການລະບາດ ​ຮອບ​ທີ່​ສອງ​.

 

Comments