ມາຮູ້ຈັກ!!! “New Normal” ການຊື້ສິນຄ້າ ຫຼືການບໍລິການທີ່ປ່ຽນແປງ

1. ຜູ້ບໍລິໂພກຈະເລືອກຊື້ສິ່ງຂອງທີ່ຈຳເປັນແທ້ໆ

ເພື່ອເປັນຫຼັກປະກັນວ່າຊັບພະຍາກອນທີ່ມີຢູ່ ຈະຖືກນໍາໃຊ້ຕອບສະໜອງພື້ນຖານຂອງການມີຊີວິດຢູ່ໄດ້ ແລະ ຍັງສ້າງຄວາມປອດໄພດ້ານ ປັດໃຈ 4 ໃນການດໍາລົງຊີວິດຂອງມະນຸດອີກດ້ວຍ.

2. ຜູ້ບໍລິໂພກຈະຫັນມາສົນໃຈສິນຄ້າ Local ຫຼືສິນຄ້າພາຍໃນປະເທດຫຼາຍຂຶ້ນ

ໂດຍສະເພາະສິນຄ້າປະເພດຜະລິດຕະພັນທີ່ກ່ຽວກັບການເບິ່ງແຍງສຸຂະພາບ ເນື່ອງຈາກຜູ້ບໍລິໂພກກັງວົນທີ່ຈະຊື້ສິນຄ້ານໍາເຂົ້າ ເພາະບໍ່ຮູ້ວ່າສິນຄ້າເຫຼົ່ານັ້ນຜ່ານຂະບວນການຂົນສົ່ງແບບໃດມາແດ່ ພ້ອມກັນນັ້ນ, ສິນຄ້າພາຍໃນປະເທດຍັງມີຄຸນນະພາບສູງຂຶ້ນເລື້ອຍໆ.

3. ຜູ້ບໍລິໂພກຈະນໍາສິ່ງຂອງທີ່ບໍ່ໄດ້ໃຊ້ ມາຂາຍຫຼາຍຂຶ້ນ

ຜູ້ບໍລິໂພກຈະເລີ່ມຄັດສັນສິ່ງທີ່ມີຢູ່ວ່າແມ່ນຫຍັງທີ່ຈໍາເປັນແທ້ໆ ສິ່ງໃດທີ່ບໍ່ໄດ້ໃຊ້ ຫຼືບໍ່ມີຄວາມຈໍາເປັນ ຈະຖືກນໍາມາຂາຍເພື່ອນໍາເງິນສ່ວນທີ່ໄດ້ຈາກສິ່ງທີ່ບໍ່ໄດ້ໃຊ້ໄປໃຊ້ກັບສິ່ງທີ່ຈໍາເປັນແທ້ໆ.

4. ບໍລິການ Delivery ຈະເປັນທາງເລືອກທີ່ສໍາຄັນຂອງຜູ້ບໍລິໂພກ

ເພາະມີຄວາມສະດວກສະບາຍໃນການແລກປ່ຽນຊື້ຂາຍ ເຖິງແມ່ນວ່າຈະເປັນການສັ່ງອາຫານກໍສາມາດເຮັດໄດ້ງ່າຍໆຄືກັບໄປຊື້ເຂົ້າໜ້າເຮືອນເລີຍ.

5. ການຂາຍສິນຄ້າ Online ເປັນທີ່ນິຍົມຫຼາຍຂຶ້ນ

ເນື່ອງຈາກການປັັບຕົວຂອງລະບົບຂົນສົ່ງ ເຮັດໃຫ້ທຸລະກິດການຄ້າຂາຍ Online ໄດ້ຜົນປະໂຫຍດຈາກການພັດທະນານີ້ ພ້ອມທັງບໍ່ຕ້ອງອອກໄປສ່ຽງກັບສະຖານະການທີ່ມີຄົນຈໍານວນຫຼາຍອີກດ້ວຍ.

6. ຜູ້ບໍລິໂພກຈະເລືອກໃຊ້ brand ທີ່ມີສ່ວນກ່ຽວຂ້ອງກັບກິດຈະກໍາໃນສັງຄົມ ແລະ ເຮັດເພື່ອຄົນອື່ນ

ໃນນີ້ບັນດາ brand ທີ່ມີສ່ວນກ່ຽວຂ້ອງກັບການຊ່ວຍເຫຼຶອຄວາມລໍາບາກ ແລະ ຍື່ນມືເຂົ້າຊ່ວຍເຫຼືອຜູ້ວິກິດຕ່າງໆ ຈະໄດ້ຮັບຄວາມໄວ້ວາງໃຈຈາກຜູ້ຄົນ ແລະ ເປັນທາງເລືອກທີ່ຜູ້ບໍລິໂພກພ້ອມຈະອຸດໜູນ.

7. ທີ່ຢູ່ອາໄສນອກເມືອງຈະເປັນທີ່ສົນໃຈຂອງ “ຜູ້ບໍລິໂພກ” ຫຼາຍຂຶ້ນ

ເນື່ອງຈາກຄວາມສະດວກສະບາຍຂອງລະບົບ Online ການອາໄສຢູ່ສະຖານທີ່ທີ່ຊ່ວຍຫຼຸດຜ່ອນເລື່ອງເວລາການເດີນທາງ ຫຼືສະຖານທີ່ທີ່ເໝາະສົມໃນການໃຊ້ຊີວິດໄດ້ສະດວກສະບາຍຫຼາຍຂຶ້ນ ຈຶ່ງກາຍເປັນຄວາມສົນໃຈຂອງຜູ້ບໍລິໂພກ.

8. ຜູ້ບໍລິໂພກຈະໃຫ້ຄວາມສໍາຄັນໃນສ່ວນຂອງ “ຫ້ອງເຮັດວຽກໃນເຮືອນ” ຫຼາຍຂຶ້ນ

ເນື່ອງຈາກກະແສການ WFH ທີ່ເຮັດໃຫ້ຫ້ອງເຮັດວຽກຢູ່ເຮືອນທີ່ເປັນສ່ວນທີ່ຕ້ອງໃຊ້ຊີວິດຢູ່ຫຼາຍທີ່ສຸດ ຜູ້ບໍລິໂພກຈຶ່ງຢາກໄດ້ບັນຍາກາດທີ່ດີທີ່ສຸດໃນສ່ວນນີ້.

9. ການໃຊ້ລະບົບແລກປ່ຽນເງິນແບບ Digital ກໍາລັງຈະກາຍເປັນເລື່ອງປົກກະຕິ

ການໂອນເງິນຜ່ານມືຖື ຫຼືການເຮັດທຸລະກໍາທັງຫຼາຍ ຈະນິຍົມເຮັດຜ່ານລະບົບ Online ຫຼາຍຂຶ້ນ ແລະ ສັງເກດເຫັນວ່າເງິນສົດອາດຈະມີບົດບາດທີ່ນ້ອຍລົງຢ່າງໜ້າຕົກໃຈ.

ແຫຼ່ງຂໍ້ມູນ: https://adaddictth.com/knowledge/60-New-Normal-Covid

Comments