ລົງທຶນບໍ່ຫຼາຍ ແຕ່ຜົນຕອບຮັບດີ ເປັນສິ່ງທີ່ນັກທຸລະກິດຕ່າງກໍສົນໃຈ…

ຈາກສະຖານະການຂອງເສດຖະກິດປັດຈຸບັນ ເປັນເລື່ອງຍາກທີ່ຈະສ່ຽງລົງທຶນມະຫາສານ ເພາະການລົງທຶນບໍ່ຫຼາຍ ແຕ່ຜົນຕອບຮັບດີ ເປັນສິ່ງທີ່ນັກທຸລະກິດຕ່າງກໍສົນໃຈ ແລະ ຄຽງຄູ່ກັບທຸລະກິດການຈັດສົ່ງ Delivery ໃນປັດຈຸບັນທີ່ກຳລັງໄດ້ຮັບຄວາມສົນໃຈຈາກຄົນຈໍານວນຫຼາຍ ທັງໃນປະເທດລາວ ແລະ ຕ່າງປະເທດ ຫຼາຍຮ້ານໄດ້ເພີ່ມການຈັດສົ່ງສິນຄ້າຮອດເຮືອນ ຈາກທີ່ຂາຍໜ້າຮ້ານຢ່າງດຽວ. ເຫັນໄດ້ວ່າໃນປະເທດເພື່ອນບ້ານ ລັດຖະບານໄດ້ເລີ່ມໃຫ້ຮ້ານອາຫານຕ່າງໆໃນສູນການຄ້າເປີດບໍລິການຄືນໃໝ່ ແຕ່ວ່າບໍ່ແມ່ນທຸກຮ້ານຈະກັບມາເປີດບໍລິການຕາມປົກກະຕິ ເພາະຍັງຕ້ອງໄດ້ປະເມີນວ່າຖ້າເປີດແລ້ວຄຸ້ມຄ່າບໍ. ສຳລັບບໍລິສັດ Sizzler ແມ່ນໄດ້ເປີດຮ້ານຄືນປະມານ 80% ຫລື 40 ໃນຈຳນວນ 57 ຮ້ານ, ຍ້ອນວ່າບາງຮ້ານຍັງບໍ່ພ້ອມທີ່ຈະໃຫ້ບໍລິການ ເນື່ອງຈາກການຈະລາຈອນຍັງມີຂໍ້ຫ້າມຫຼາຍ ເຮັດໃຫ້ລູກຄ້າພຽງແຕ່ 20% ຂອງພື້ນທີ່ເທົ່ານັ້ນທີ່ຍັງມາກິນອາຫານໃນຮ້ານ ຫຼືບາງສາຂາມີປະມານ 40% ເທົ່ານັ້ນ ແຕ່ເຖິງແມ່ນວ່າລູກຄ້າຈະມາກິນເຂົ້າຢູ່ຮ້ານເຕັມກໍ່ຕາມ ລາຍໄດ້ກໍຍັງບໍ່ເຕັມທີ່, ສິ່ງທີ່ບໍລິສັດ Sizzler ເຮັດໄດ້ຄືຫຼຸດຜ່ອນຄ່າໃຊ້ຈ່າຍໃນດ້ານອື່ນໆເຊັ່ນ: ການເຊົ່າສະຖານທີ່, ຄ່າໃຊ້ຈ່າຍດ້ານຄວາມປອດໄພ ເຊິ່ງແມ່ນສິ່ງທີ່ຮ້ານອາຫານຕ້ອງມີ.  

ທ່ານ Korn Sirithat ຜູ້ຈັດການທົ່ວໄປ ແລະ ທ່ານ Nongchanok Sathananon ຮອງປະທານບໍລິຫານກຸ່ມ Marketing ບໍລິສັດ SLRT ຈຳກັດ ຜູ້ໃຫ້ບໍລິການຮ້ານອາຫານພາຍໃຕ້ຍີ່ຫໍ້ Sizzler, ຍອມຮັບວ່າສິ່ງທ້າທາຍໃນການເຮັດທຸລະກິດໃນປັດຈຸບັນຍັງມີອີກຫຼາຍຢ່າງ ຈາກເບື້ອງຕົ້ນຄືເຮັດໃຫ້ລູກຄ້າເຂົ້າມາ ແລະ ຮັບປະທານອາຫານຢູ່ຮ້ານ ແມ່ນສະແດງເຖິງການມີລູກຄ້າຫຼາຍ ແຕ່ມັນບໍ່ໄດ້ມີຜົນດີປານໃດໃນປັດຈຸບັນ ເນື່ອງຈາກມີຄົນຫຼາຍເຮັດໃຫ້ກາຍເປັນພື້ນທີ່ສຸ່ມສ່ຽງ ເພາະວ່າບາງຄັ້ງ ສິ່ງທຳອິດທີ່ລູກຄ້າກັງວົນຄືເລື່ອງຄວາມປອດໄພ ປັດຈຸບັນ ລູກຄ້າບໍ່ໄດ້ສົນໃຈການສັ່ງອາຫານທີ່ມີໂປຼໂມຊັນ ແຕ່ເປັນເມນູທີ່ຢາກກິນຫລາຍກວ່າ. Sizzler ໄດ້ເລືອກທີ່ຈະລົງທືນໃນ Sizzler To Go ອີກຄັ້ງໜຶ່ງ ຫລັງຈາກສາຂາທຳອິດໄດ້ເປີດບໍລິການໃນ ເດືອນກຸມພາ ທີ່ສະຖານີ Sala Daeng BTS ພ້ອມທັງເປີດ 2 ສາຂາ ເພີ່ມອີກໃນຮູບແບບ kiosk ແບບ standalone ແລະ ຍັງເລືອກສະຖານທີ່ເປັນຈຸດຄົນຫຼາຍເຊັ່ນ: ສະຖານີ Asoke BTS ແລະ ສະຖານີ Rama 9 MRT ພ້ອມທັງເພີ່ມເມນູໃໝ່ໆ ເຊິ່ງກົນລະຍຸດລາຄາຖືກຕັ້ງໄວ້ບໍ່ເກີນ 100 ບາດ ແລະ ບໍ່ເກີນ 150 ບາດ ກໍ່ມີ. ສາຂາທໍາອິດໄດ້ຮັບການຕອບຮັບທີ່ດີຫຼາຍ  ພົບວ່າຍອດຂາຍເພີ່ມຂຶ້ນ 50% ຫຼາຍກວ່າທີ່ໄດ້ວາງແຜນໄວ້ ແລະ ໃນບາງມື້ຍັງພົບວ່າຂາຍດີກວ່າສາຂາໃຫຍ່. 

ສິ່ງທີ່ໄດ້ຮຽນຮູ້ຈາກ Sizzler To Go ນອກຈາກລາຄາເມນູມີຜົນກະທົບຢ່າງຫຼວງຫຼາຍຕໍ່ການຕັດສິນໃຈຊື້ຂອງລູກຄ້າແລ້ວ, ການຈັດສົ່ງທີ່ທັນເວລາຍັງເປັນສິ່ງທີ່ສຳຄັນ ແລະ ເມນູຕ້ອງມີການປ່ຽນແປງຢ່າງຕໍ່ເນື່ອງ ເຊິ່ງ Sizzler ກຳລັງທົດລອງການປ່ຽນແປງທຸກໆ 1 ເດືອນເຄິ່ງ.  ພ້ອມດຽວກັນນີ້, Sizzler ຍັງໄດ້ຂະຫຍາຍຮ້ານໃຫ້ເປັນຮູບແບບຂອງ Cloud Kitchen ເຊິ່ງເປັນທີ່ຮູ້ກັນວ່າຄວາມສະດວກສະບາຍແມ່ນພຶດຕິກຳຂອງຜູ້ບໍລິໂພກປັດຈຸບັນ. ຄວາມຈິງແລ້ວ Sizzler ໄດ້ຊອກຫາແບບຈຳລອງຂອງ Cloud Kitchen ຕັ້ງແຕ່ເດືອນກຸມພາ ດ້ວຍທັດສະນະວ່າມັນເປັນວິທີທີ່ຈະເຈາະເຂົ້າລູກຄ້າໃໝ່ ໂດຍບໍ່ຕ້ອງຊໍ້າກັບຖານລູກຄ້າທີ່ມີຢູ່ຂອງຮ້ານ ແລະ ຍັງບໍ່ຈຳເປັນຕ້ອງເປີດສາຂາໃໝ່ ເນື່ອງຈາກຕ້ອງຊອກຫາພື້ນທີ່ ພ້ອມທັງລົງທຶນຫຼາຍ ເພາະ Cloud Kitchen ລົງທຶນ 10 ຄັ້ງ ໜ້ອຍກ່ວາການເປີດຮ້ານປົກກະຕິ. ສ່ວນຮູບແບບການບໍລິການຂອງ Cloud Kitchen ແມ່ນສາມາດຊື້ໄດ້ຈາກໜ້າຮ້ານ ແລະ ມີບໍລິການຈັດສົ່ງຮອດເຮືອນ, ປັດຈຸບັນ ການຂາຍຈາກການຈັດສົ່ງໄດ້ເພີ່ມຂຶ້ນຈາກ 5% ເປັນ 10%  ແລະ ເປົ້າໝາຍທີ່ຈະເພີ່ມຂຶ້ນເປັນ 30% ໃນ 2 ປີທາງໜ້າ. ສຳລັບພາບລວມຂອງທຸລະກິດຮ້ານອາຫານທີ່ຈະເປີດໃໝ່ ບໍລິສັດ Sizzler ເຫັນວ່າມັນເປັນການແຂ່ງຂັນທີ່ຮຸນແຮງ ທັງການໂຄສະນາ ແລະ ການສື່ສານເພື່ອດຶງດູດລູກຄ້າ.

ແຫຼ່ງຂໍ້ມູນ: https://www.facebook.com/1683658098593742/posts/2456562057970005/

Comments