ມາຮູ້ຈັກ!!! “New Normal ການບໍລິໂພກສື່ໃນຮູບແບບໃໝ່

1. ລະບົບ streaming ຈະເຂົ້າມາມີອິດທິພົນໃນຜູ້ບໍລິໂພກຫຼາຍຂຶ້ນ

ເນື່ອງຈາກເປັນຄອນເທັນທີ່ເຂົ້າເຖິງງ່າຍ ແລະ ມີຫຼາກຫຼາຍຮູບແບບ ຕັ້ງແຕ່ຄວາມບັນເທີງ, ສາລະໜ້າຮູ້, ຂ່າວສານ ແລະ ອື່ນໆ.

2. ສື່ໃຫຍ່ຈະມີການຈັດກິດຈະກໍາຜ່ານລະບົບ Online ຫຼາຍຂຶ້ນ

ຍົກຕົວຢ່າງ What the Duck ທີ່ມີການຈັດຄອນເສີດ Online ແລະ ເບິ່ງຄືວ່າກິດຈະກໍາແບບນີ້ຍັງມີແງ່ມຸມທີ່ໜ້າສົນໃຈອີກຫຼາຍຢ່າງ.

3. ອາຊີບ streamer ກໍາລັງເປັນທີ່ໜ້າສົນໃຈຂອງຜູ້ຄົນ

ໂດຍການ Live ສົດ ເປັນຮູບແບບການເຮັດຄອນເທັນທີ່ສາມາດເຮັດໄດ້ງ່າຍດ້ວຍການໃຊ້ງົບປະມານທີ່ນ້ອຍ ພ້ອມທັງຍັງເປັນທີ່ສົນໃຈຂອງຄົນເບິ່ງອີກ ເປັນຫຍັງຫຼາຍຄົນຈຶ່ງຈະບໍ່ຢາກເຮັດອາຊີບນີ້ແມ່ນບໍ?

4. ຂ່າວສານບ້ານເມືອງ ຈະເປັນສິ່ງທີ່ຄົນໃຫ້ຄວາມສົນໃຈຫຼາຍຂຶ້ນ

ຫຼັງຈາກສະຖານະການທີ່ເກີດຂຶ້ນ ບໍ່ວ່າເລື່ອງການເມືອງ, ເສດຖະກິດ, ອາດສະຍາກໍາ ລວມເຖິງເລື່ອງສ່ວນບຸກຄົນຂອງຜູ້ທີ່ມີຊື່ສຽງ ລ້ວນແຕ່ມີສ່ວນກ່ຽວຂ້ອງກັບຜູ້ຄົນທົ່ວໄປ ຈຶ່ງບໍ່ແມ່ນເລື່ອງແປກທີ່ຄວາມສົນໃຈດ້ານນີ້ຈະເພີ່ມສູງຂຶ້ນ.

5. ຄອນເທັນບັນເທີງຍັງເປັນທີ່ສົນໃຈຢູ່ຕະຫຼອດເວລາ

ບໍ່ວ່າຈະເປັນເລື່ອງ Drama ຫຼືຕະຫຼົກ ເອີ້ນໄດ້ວ່າບັນເທີງຍັງເປັນຢາຮັກສາອາລົມຂອງຄົນໃນສັງຄົມໄດ້ດີ ແລະ ຄິດວ່າຍັງມີຄວາມຕ້ອງການຄອມເທັນແບບນີ້ເພີ່ມສູງຂຶ້ນອີກດ້ວຍ.

 6. ຄົນເຮົາຕ້ອງການຄອນເທັນ How To ຫຼາຍຂຶ້ນ

ວິທີການໃນການເຮັດຫຍັງກໍຕາມໂດຍໃຊ້ຫຼັກການ ຜູ້ຄົນແມ່ນໃຫ້ຄວາມສົນໃຈຫຼາຍຂຶ້ນ ທັງໃນການເຮັດວຽກ, ການໃຊ້ຊີວິດ ຫຼືແມ່ນແຕ່ວິທີຄິດຕໍ່ສະຖານະການຕ່າງໆ ຫຼັກການເຫຼົ່ານີ້ເປັນຄືກັບຫຼັກການທີ່ຈະເປັນທາງອອກແກ່ຜູ້ຄົນ.

7. ຜູ້ບໍລິໂພກຊອກຫາແນວທາງການເຮັດວຽກໃໝ່ໆ ຈາກຄອນເທັນໃນໂລກ Online

Online ຄືສິ່ງທີ່ເຮັດໃຫ້ເກີດມີວຽກຮູບແບບໃໝ່ຢ່າງຫຼວງຫຼາຍ ແລະ ເບິ່ງຄືວ່າຈະເປັນຊ່ອງທາງການຊອກຫາວຽກໃໝ່ຂອງຄົນປະຈຸບັນໄດ້ຫຼາຍອີກດ້ວຍ ເຊິ່ງຄວາມເປັນໄປໄດ້ຂອງທຸລະກິດສາມາດປັບປ່ຽນ ແລະ ພັດທະນາໄດ້ດ້ວຍສິ່ງທີ່ເອີ້ນວ່າ Online.

ແຫຼ່ງຂໍ້ມູນ: https://adaddictth.com/knowledge/60-New-Normal-Covid

Comments