ຍ້ອນຫຍັງຈຶ່ງຈ້າງ​ຄົນ​ຕ່າງ​ປະ​ເທດ ​ມາເປັນ​ຜູ້​ຈັດ​ການ?

ສະ​ບາຍ​ດີ​ ທ່ານຜູ້​ອ່ານ​ທີ່​ເຄົາ​ລົບ ​, ​ສະ​ບັບ​ນີ້ ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ຄົນ​ລາວ​ເຮັດ​ວຽກ​ເປັນ​ມື​ອາ​ຊີບ ເພ​າະ​ວ່າ​ຜູ້​ປະ​ກອບ​ການ​ຄົນ​ລາວ​ຫັນ​ມາ​ຈ້າງ​ຄົນ​ຕ່າງ​ປະ​ເທດ​ມາ​​ເປັນ​ຜູ້​ຈັດ​ການ​ໃນ​ຕຳ​ແໜ່ງ​ສູງໆຫຼາຍ​ຂຶ້ນ ​ຈິ່ງ​ເຮັດ​ໃຫ້​ຄົນ​ລາວຜູ້​ທີ່​ມີ​ທັກ​ສະ​ສູງ​ເສຍ​ໂອ​ກາດ​ດີໆ​ໄປ.

ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ໂອ້​ລົມ​ກັບ​ນັກ​ທຸ​ລະ​ກິດ​ແຖວ​ໜ້າ​ໃນ​ດ້ານ​ໂຮງ​ແຮມ, ຮ້ານ​ອາ​ຫານ ແລະ ທ່ອງ​ທ່ຽວ ເພື່ອ​ຢາກ​ຮູ້​ວ່າ ເປັນ​ຫຍັງ​ພວກ​ເພິ່ນ​ຈິ່ງ​ຈ້າງ​ຄົນ​ຕ່າງ​ປະ​ເທດ​ມາ​ບໍ​ລິ​ຫານ​​ຮ້ານ​ອາ​ຫານ? ພວກ​ເພິ່ນ​ກໍ​ຕອບ​ກັບ​ມາ​ຢ່າງ​ໄວ​ວ່າ “ຈ້າງ​ແລ້ວ​ສະ​ບາຍ​ໃຈ” ຂ້າ​ພະ​ເຈົ້າ​ ຖາມ​ເຈາະ​ຈິ້ມ​ຕໍ່​ໄປ​ອີກວ່າ “​ເຖິງ​ແມ່ນ​ຈ້າງ​ຄົນ​ຕ່າງ​ປະ​ເທດ​ແພງກວ່າ​ຄົນ​ເຮົາ​ກໍ​ຕາມ​ບໍ?” ພວກ​ເພິ່ນ​ກໍ​ຕອບ​ກັບ​ມາ​ວ່າ “ແມ່ນ, ເຖິງ​ຈະ​ແພງກວ່າ ແຕ່​ກໍ​ກຸ້ມ​ຄ່າກວ່າ ເພາະ​ຄົນ​ຕ່າງ​ປະ​ເທດ​ເຮັດ​ວຽກ​ເປັນ​ແບບ​ມື​ອາ​ຊີບກວ່າ​ຄົນ​ລາວ ໂດຍ​ສະ​ເພາະ​ແມ່ນ​ຄົນ​ປະ​ເທດ​ໃນ​ເອີ​ຣົບ”. ບາງ​ຄົນ​ອາດ​ຈະ​ຄິດ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ຄວນ​ເອົາ​ຄຳ​ຕອບ​ພຽງ​ແຕ່​ຈາກ​ສອງ​ສາມ​ຄົນ​ແລ້ວ​ມາ​ຕັດ​ສິນ​ຄົນ​ທັງ​ປະ​ເທດ ​ຍ້ອນ​ຄົນ​ເອີ​ຣົບ​ເຮັດ​ວຽກ​ດີ ​ກໍເພາະ​​ພວກເຂົາ​ໄດ້​ເງິນ​ເດືອນ​ສູງກວ່າ​ຄົນ​ລາວ​ແມ່ນ​ບໍ? ແຕ່​ແທນ​ທີ່​ຄົນ​ລາວ​ເຮົາ​ຈະ​ຕື່ນ​ຈາກ​ຝັນ​ວ່າ ກ່ອນ​ທີ່​ຈະ​ຮຽກ​ຮ້ອງ​ເງິນ​ເດືອນ​ສູງໆ​ຂຶ້ນ​ຈາກ​ນາຍ​ຈ້າງນັ້ນ ເຮົາ​ຄວນ​ຈະ​ມາ​ພັດ​ທະ​ນາ​ສີ​ມື​ ເພື່ອ​ໃຫ້​ສົມ​ກັບ​ຄ່າ​ຈ້າງ​ທີ່​ແພງໆ​ນັ້ນ​ສາ​ກ່ອນ ເພາະ​ເຖິງ​ຢ່າງ​ໃດ ບໍ່​ແມ່ນ​ຂ້າ​ພະ​ເຈົ້າ​ຕອບ​ແທນ​ຜູ້​ປະ​ກອບ​ການ ຍ້ອນ​ຄົນ​ລາວ​ກໍ​ລ້ວນ​ແຕ່​ຢາກ​ຊ່ວຍ​ເຫຼືອ​ຄົນ​ລາວ​ດ້ວຍ​ກັນ ແລະ ໃຫ້​ໂອ​ກາດ​ກັນ​ຢູ່​ແລ້ວ ເພາະ​ຖ້າ​ຈ້າງ​ຄົນ​ຕ່າງ​ປະ​ເທດ ນອກ​ຈາກ​ຈະ​ແພງ​ແລ້ວ ຍັງ​ຕ້ອງ​ມາ​ຫຍຸ້ງ​ຍາກ​ເລື່ອງ​ທີ່​ພັກ ແລະ ອື່ນໆ​ອີກ​ແມ່ນ​ບໍ? ແຕ່​ທຸ​ລະ​ກິດ ກໍ​ຄື​ທຸກ​ລະ​ກິດ ຜົນ​ປະ​ກອບ​ການ​ແມ່ນ​ສຳ​ຄັນ​ກວ່າ.

ຂໍ​ອະ​ນຸ​ຍາດ​ກັບ​ເຂົ້າ​ມາ​ສູ່​ເນື້ອ​ໃນ​ໃຈ​ຄວາມ​ດີກວ່າ​ເນາະ ແລ້ວຈະ​ເຮັດ​ວຽກ​ແບບ​ໃດ ຈິ່ງ​ຈະ​ຖື​ວ່າ​ເປັນ​ມື​ອາ​ຊີບ​ທີ່ຖືກ​ໃຈ​ນາຍ​ຈ້າງ?. ຄຳ​ຕອບ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຈາກ​ນັກ​ທຸ​ລະ​ກິດ​ແຖວ​ໜ້າ​ຂອງ​ປະ​ເທດ​ລາວ ກໍ​ຄື ຄວາມ​ຮັບ​ຜິດ​ຊອບ​ສູງ ຫຼື Commitment ໝາຍ​ເຖິງ​ເວ​ລາ​ມອບ​ວຽກ​ໃຫ້​ແລ້ວ ກໍ​ສະ​ບາຍ​ຫາຍ​ຫ່ວງ ບໍ່​ແມ່ນ​ຕ້ອງ​ຕາມ​ຖາມ​ຕາມ​ຈີ້​ເອົາ​ຄື​ດັ່ງ​ເຮົາ​ເຫັນ, ເພາະ​ຄົນ​ຕ່າງ​ປະ​ເທດນີ້ ຖ້າ​ໄປ​ຕາມ​ວຽກ​ນຳພວກ​ເຂົາຫຼາຍ ເຂົາ​ກໍ​ຈະ​ບໍ່​ພໍ​ໃຈ ເພາະ​ນັ້ນ​ຖື​ເປັນ​ການ​ດູ​ຖູກ ແລະ ຄິດ​ວ່າ​ພວກ​ເຂົາ​ເຮັດ​ວຽກ​ບໍ່​ເປັນ​. ແຕ່​ຈາກ​ປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ​ເອງທີ່​ເຮັດ​ວຽກ​ໃນ​ວົງ​ການ​ທຸ​ລະ​ກິດ​ມາ 20 ປີ ເຄີຍມອບ​ວຽກ​ໃຫ້​ລູກ​ນ້ອງ​ຈຳ​ນວນ​ໜຶ່ງ ຖ້າບໍ່​ຕາມ ຫຼື ບໍ່ຖາມ​ຄືນ ວຽກ​ນັ້ນ​ແມ່ນ​ຖືກ​ແ​ຊ່ ຫຼື ບໍ່​ກໍ​ຖືກ​ລືມ​ໄປ.​ມັນ​​ຕ່າງ​ກັນຫຼາຍ​ແທ້ ຫຼື ອາດ​ຈະ​ເວົ້າ​ອີກ​ຢ່າງ​ໜຶ່ງວ່າ ເປັນ​ຫົວ​ໜ້າ​ຄົນ​ລາວ ວຽກ​ຈະ​ອອກ​ມາ​ດີ ຫຼື ບໍ່​ດີ​ແມ່ນ​ຂຶ້ນ​ກັບ​ຄວາມ​ຖີ່​ໃນ​ການ​ຕິດ​ຕາມ ເຖິງວ່າບໍ່​ແມ່ນໝົດ​ທຸກ​ຄົນ ແຕ່​ຈາກ​ປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ພົບ​ມາ​​ມັກ​ຈະເປັນ​ແບບນີ້.

ນອກ​ຈາກ​ຄ​ວາມ​ຮັບ​ຜິດ​ຊອບ​ສູງ​ຕໍ່​​ວຽກ​ທີ່​ໄດ້​ມອບ​ໝາຍ​ໃຫ້​ແລ້ວ ​ຄົນ​ຕ່າງ​ປະ​ເທດ​ສ່ວນ​ໃຫຍ່​ຈະ​ຮູ້​ພາບ​ລວມ​ຂອງ​ທຸ​ລະ​ກິດ ແລະ ກໍ​ເຂົ້າ​ໃຈ​ໄດ້​ຢ່າງ​ເລິ່ງ​ເຊິ່ງ​ຕໍ່​ວິ​ໄສັດ​ທັດ ​ແລະ ​ພາ​ລະ​ກິດ​ຂອງ​ອົງ​ກອນ ເຖິງ​ແມ່ນ​ວ່າ ທັກ​ສະ ຫຼື ຄວາມ​ຮູ້​ສະ​ເພາະດ້ານ​ອາດ​ຈະ​ບໍ່​ແຕກ​ຕ່າງ​ກັນ​ກັບ​ຄົນ​ລາວ​​ພວກເຮົາ​ຫຼາຍກໍ​ຕາມ, ​ແຕ່ການ​ຮັກ​ສາ​ເວ​ລາ ແລະ ​ກົດ​ລະ​ບຽບ ກໍ​ຄື​ນະ​ໂຍ​ບາຍ​ຂອງ​ອົງ​ກອນ​ແມ່ນ​ພວກ​ເຂົາ​ເຮັດ​ໄດ້​ດີຫຼາຍ ບໍ່​ແມ່ນ​ຕັ້ງ​ຍ້ອງ. ນອກ​ຈາກນັ້ນ ​ຄວາມ​ຊື່​ສັດ ແລະ ເຮັດ​ວຽກໃຫ້​ໄດ້​ລາຍ​ລະ​ອຽດ ກໍ​ຖື​ວ່​າມີ​ຄວາມ​ສຳ​ຄັນຫຼາຍ​ເພື່ອ​ເປັນ​ຕົວ​ວັດ​ແທກວ່າ ຄົນ​ໃດ​ເຮັດ​ວຽກ​ຢ່າງ​ເປັນ​ມື​ອາ​ຊີບ ເພາະ​ຍິ່ງ​ໃສ່​ໃຈ​ໃນ​ເລື່ອງ​ເລັກໆ​ນ້ອຍໆ​ເທົ່າ​ໃດວຽກ​ກໍ​ຍິ່ງ​ອອກ​ມາດີ ແລະ ສົມ​ບູນ​ຂຶ້ນ ນັ້ນ​ກໍ​ເທົ່າ​ກັບ​ວ່າ​ທ່ານ​ເຮັດ​ວຽກ​​ໄດ້ຢ່າງ​ເປັນ​ມື​ອາ​ຊີບ.

​​ຂໍ​ອະ​ນຸ​ຍາດ​ຍົກ​ອີກ​ໜຶ່ງ​ຕົວ​ຢ່າງ ໃນ​ປີ 2000 ຂ້າ​ພະ​ເຈົ້າ​ເຄີຍ​​ເຮັດ​ວຽກ​ເປັນ​ພະ​ນັກ​ງານ​ຕ້ອນ​ຮັບ​ທີ່​ໂຮງ​ແຮມ Mercure ເຊິ່ງ​ເມື່ອ​ກ່ອນ​ແມ່ນ Novotel, ຫົວ​ໜ້າ​ພະ​ແນກ​ຕ້ອນ​ຮັບ​ເປັນ​ແມ່​ຍິງ​​ຝ​ຣັ່ງໄວ​ກາງ​ຄົນ ທີ່​ເຮັດ​ວຽກ​ໄດ້​ເກ່ງຫຼາຍ, ແຕ່​ຕອນນັ້ນ ຂ້າ​ພະ​ເຈົ້າ​ບໍ່​ມັກ​ເພິ່ນປານ​ໃດ ເພາະ​ຖ້າ​ເພິ່ນຍ່າງ​ກາຍ​ມາ​ແລ້ວ​ເຫັນຂ້າ​ພະ​ເຈົ້າ​ຢືນ​ຢູ່​ຊື່ໆ​ບໍ່​ເຮັດ​ຫຍັງ​ໃນ​ຍາມ​ທີ່ບໍ່​ມີ​ແຂກ​ ເພິ່ນກໍ​ຈະ​ຍ່າງ​​ເຂົ້າ​ມາຫາ ​ແລ້ວຈຶ້ງ​ຕາ​ເບິ່ງ​ຂ້າ​ພະ​ເຈົ້າ ພ້ອມ​ທັງ​ເອົາ​ມື​ເຊັດ​ໂຕະ​ເຄົ້າ​ເຕີ​ທີ່​ມີ​ຂີ້​ຝຸ່ນ​ຢູ່ນັ້ນ​ມາ​ຕູ້ຍ​ໃສ່​ແກ້ມ​ຂອງ​ຂ້າ​ພະ​ເຈົ້າ ຈົນ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​​ໃຈ​ຮ້າຍ​ສຸດໆ​ໃຫ້​ຫົວ​ໜ້າ​ຜູ້​ຈັ່ງ​ໄຮ ພ້ອມ​ທັງ​ດ່າ​ຢູ່​ໃນ​ໃຈ ຍ້ອນບໍ່​ເຂົ້າ​ໃຈ​ໃນ​ສິ່ງ​ທີ່​​ເພິ່ນເຮັດ ຄິດ​ວ່າ​​ເພິ່ນ​ຄົງ​​ຊັງ​​ໜັງ​ໜ້າຂ້າ​ພະ​ເຈົ້າຫຼາຍກວ່າ.

ແຕ່​ຫຼັງ​ຈາກ 10 ຜ່ານ​ໄປ ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ເປັນ​ຜູ້​ຈັດ​ການ​ແລ້ວ ຈິ່ງ​ເຂົ້າ​ໃຈ​ເຫດ​ຜົນ ແລະ ​ກໍຢາກ​ຂອບ​ໃຈ​​ຫົວ​ໜ້າ​​ຝ​ຣັ່ງຄົນ​ນັ້ນທີ່​ສຸດ ເພາະ​ເພິ່ນເຮັດ​ຖືກ​ແລ້ວ ຂ້າ​ພະ​ເຈົ້າ​ບໍ່​ສົມ​ຄວນ​ຢືນ​ຢູ່​ຊື່ໆ ໂດຍ​ຄິດ​ວ່າວຽກ​ອະ​ນາ​ໄມເປັນ​ວຽກ​ຂອງ​ແມ່​ບ້ານ ເຊິ່ງບໍ່​ແມ່ນ​ວຽກ​ຂອງ​ຂ້າ​ພະ​ເຈົ້າ, ​ເພາະ​ຄວາມ​ຈິງ​ແລ້ວ ວຽກ​ທຸກ​ຢ່າງ​ທີ່​ຢູ່​ຕໍ່​ໜ້າ​ເຮົາ ເຮົາ​​ກໍຕ້ອງ​ເຮັດ​ໝົດ ແລະ ບໍ່ຄວນ​ໄປ​ລໍ​ຖ້າ​ແມ່​ບ້ານ ເພາະ​ເວ​ລາ​ແຂກ​ມາ​ Check in ທີ່​ເຄົ້າ​ເຕີ ແລ້ວ​ເຫັນ​ຂີ້​ຝຸ່ນ ເຂົາ​ຈະ​ບໍ່​ໄດ້​ສົນ​ໃຈ​ວ່າ ນັ້ນ​ເປັນ​ວຽກ​ຂອງ​ໃຜ ເຂົາ​ຈະ​ຕ້ອງ​ມາ​ຕຳ​ນິ​ຄົນ​ຜູ້​​ທີ່ຢືນ​ຕ້ອນ​ຮັບ​ຢູ່​ໃກ້ໆ​ນັ້ນແຫຼະ​ທີ່ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ ຫຼື ບໍ່​ກໍ​ໂທດ​ໂຮງ​ແຮມ​ທີ່ບໍ່​​ຮັກ​ສາຄວາມ​ສະ​ອາດ. ​ສະນັ້ນ, ທ່ານ​ຜູ້​ອ່ານ​​ບໍ່​ຕ້ອງ​ແປກ​ໃຈ​ດອກ ທີ່​ເຫັນ​ຜູ້​ຈັດ​ການ​ຄົນ​ຕ່າງ​ປະ​ເທດ​ຕ້ອງ​ປັດ​ກວາດ​ຫ້ອງ​ການ​ຮ່ວມ​ກັບ​ພະ​ນັກ​ງານ​ຄົນ​ລາວ ໂດຍ​ທີ່​ພວກ​ເຂົາ​ບໍ່​ໄດ້​ຄິດ​ວ່າ ນັ້ນ​ເປັນ​ວຽກ​ຂອງ​ແມ່​ບ້ານ​ແຕ່​ຢ່າງ​ໃດ.

ນີ້​ຈິ່ງ​ເປັນ​ຄຳ​ຕອບ​ໃຫ້​ວ່າ ການ​ເຮັດ​ວຽກ​ແບບ​ມື​ອາ​ຊີບນັ້ນເປັນ​ແບບ​ໃດ ມັນ​ບໍ່​ໄດ້​ກ່ຽວ​​ກັບ​ວ່າ​ທ່ານ​ເກ່ງ​ເວົ້າໄດ້​ສາມ​ສີ່​ພາ​ສາ ຫຼື ມີ​ທັກ​ສະ​ດ້ານ​ວຽກ​ງານ​ເປັນ​ເລີດ ແຕ່​ມັນ​ກ່ຽວ​​ກັບ​ຈິດ​ສຳ​ນຶກ ແລະ ລັກ​ສະ​ນະ​ນິດ​​ໄສ​ທີ່ຢູ່​ພາຍ​ໃນ ຖ້າ​ທ່ານ​ຕ້ອງ​ການ​ເປັນ​ຄົນ​ລາວ​ຍຸກ​ໃໝ່​ທີ່​ເຮັດ​ວຽກ​ໄດ້​ໃຈ​ຫົວ​ໜ້າ​ຢ່າງ​ເປັນ​ມື​ອາ​ຊີບ​ແລ້ວ ບໍ່​ວ່າ​ຈະ​ຢູ່​ລາວ ຫຼື ​ຢູ່ຕ່າງ​ປະ​ເທດ ກ່ອນ​ອື່ນ​ໝົດ​ຕ້ອງ​ກັບ​ມາ​ປູກຝັງ​ນິດ​​ໄສແຫ່ງ​ຄວາມ​ຮັກ​ຜິດ​ຊອບ​ສູງ ແລະ ໃສ່​ໃຈ​ໃນ​ເລື່ອງ​ລາຍ​ລະ​ອຽດ​ເລັກໆ​ນ້ອຍໆ​ກ່ອນ ເພາະ​ສິ່ງ​ນ້ອຍໆ​ເຫຼົ່າ​ນີ້​ແຫຼະ​ຄື​ຕົວ​ຊີ້​ວັດ​ວ່າ​ທ່ານ​ເຮັດ​ວຽກ​ຢ່າງ​ເປັນ​ມື​ອາ​ຊີບ ແລະ ຜົນ​ທີ່​ຕາມ​ມາ​ກໍ​ຄື​ຄ່າ​ຈ້າງ​ແຮງ​ງານ​ທີ່​ສູງ​ເທົ່າ​ຄົນ​ເຮັດ​ວຽກ​ເປັນ​ມື​ອາ​ຊີບ.

 (ວາລະສານທາເກັດ ສະບັບ 155 ເດືອນມິຖຸນາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

why are foreigners hired as managers?

Greetings dear readers! In this issue, I would like to urge Lao people to work professionally. Since many Lao entrepreneurs are hiring more foreigners to work as managers making qualified Lao people lose these good employment opportunities.

I have had chances to discuss with top hotel, restaurant and tourist business owners just to find out reasons for hiring foreign managers. They quickly responded to me that “it makes me feel worriless.” I then asked further that “even if it means you have to pay more for hiring them?” They answered “yes, it might be more expensive, but worthwhile. Foreigners are more professional than Lao people, especially the Europeans.” Some people may think that I should not generalize Lao people based on answers from a couple of people. They think that the reason Europeans are performing much better than Lao workers is because they earn higher wage. Instead of being trapped in their dream of earning higher wage, Lao people should focus more on developing their skills to earn such high salary. This does not mean that I am talking on behalf of all entrepreneurs. I am just a Lao person and Lao people should help by giving opportunities to each other. Hiring foreigners is more expensive. Furthermore, you have to arrange accommodation and other things for them as well. In the end, what matters more for business is turnover.

Let us get into the main question of what to do to appear professional to employers. Answer I received from top business people in Laos is high sense of responsibility or commitment meaning you take care of your assigned work without delay or being constantly checked by your employer. For foreigners, constant checking makes them feel uncomfortable and insulted as if they are incompetent. From my own experience of having been working the business field for 20 years, whenever I assign work to my subordinates, if I do not constantly check on them, they will just procrastinate and eventually forget about it. It is very different or it can be said that the effectiveness of Lao managers in getting their work done really depend on the frequency of monitoring upon their subordinates. I am not saying that every employee is like that, but from my experience, I always face with such issue.

Apart from the high sense of responsibility, most foreigners have the general knowledge in business as well as a thorough understanding in vision and mission statement of the organization they work for. Even though they possess the same level of skill or knowledge as Lao people, their good compliance with time and rules as well as their company’s policy makes them different, not that I especially favor them. Moreover, loyalty and ability to pay attention on details are highly crucial as they are considered indicators for professionalism. Ability to pay attention on even tiny details of work will help employees produce good outcomes. This makes them professional.

I would like to mention another example. In 2000, I used to work as a receptionist at Mercure Hotel, Novotel in the past. I worked with the foreign female reception manager who is highly skillful. At that moment, I did not like her very much because every time she passed by and saw me doing nothing when there were no guests, she would approach me and give me an intimidating look, while swiping her finger on the dusted surface of a nearby table and painting it on my face. I was so angry and sworn in my mind because I did not understand in what she did. I thought that she hated me.

After 10 years passed, I became a manager myself and started to understand and appreciate what that female manager did to me. She did the right thing because I should not do nothing by thinking that cleaning was not my job, I should let a maid do it. In fact, we should do every task in front of us even cleaning without waiting for a maid to do it. When guests check in at the counter and see dust, customers do not care whose job it is. They will complain to the receptionist near them for having no sense of responsibility or the hotel for not keeping things cleaned. Therefore, please do not be surprised seeing foreign managers help cleaning office on their own because they do not think that the job should only be done by a maid.

By now you should have an answer of how to work professionally. It does not matter if you can speak 4 or 5 languages or have an excellent skill. It is all about your conscience and personality. If you would like to be a new person and impress your boss, whether you are in Laos or somewhere else, you should be aware of the high sense of responsibility and pay attention on details. These will indicate whether you are professional or not. If you are, you will consequently be offered high payment just like others.

By Kabkeo Thammavong

Comments