ໜ້າເສົ້າໃຈທີ່ລັດຖະບານບຣາຊິວພະຍາຍາມປົກປິດຂໍ້ມູນຕໍ່ປະຊາຊົນແບບນີ້…

ປະເທດບຣາຊິວໄດ້ລົບຂໍ້ມູນທີ່ໄດ້ບັນທຶກໄວ້ຫຼາຍເດືອນກ່ຽວກັບການແຜ່ລະບາດຂອງ Covid-19 ອອກຈາກ Website ຂອງລັດຖະບານທ່າມກາງການວິພາກວິຈານການຈັດການຂອງປະທານາທິບໍດີ Jair Bolsonaro ກ່ຽວກັບການລະບາດຂອງພະຍາດດັ່ງກ່າວ. ກະຊວງສາທາລະນະສຸກກ່າວວ່າ ດຽວນີ້ຈະມີການລາຍງານກໍລະນີຜູ້ຕິດເຊື້ອ ແລະ ຈໍານວນຜູ້ເສຍຊີວິດພາຍໃນ 24 ຊົ່ວໂມງເທົ່ານັ້ນ, ເຊິ່ງບໍ່ໄດ້ສະແດງຕົວເລກທັງໝົດຄືກັນກັບປະເທດສ່ວນໃຫຍ່.

ປະເທດບຣາຊິວ ມີຕົວເລກຂອງຜູ້ຕິດເຊື້ອສູງເປັນອັນດັບທີ 2 ຂອງໂລກ ແລະ ເມື່ອບໍ່ດົນມານີ້ ມີຜູ້ເສຍຊີວິດຫຼາຍກວ່າປະເທດອື່ນໆ. ຂົງເຂດອາເມລິກາລາຕິນ ມີຜູ້ຕິດເຊື້ອຫຼາຍກ່ວາ 640,000 ຄົນ, ແຕ່ເຊື່ອວ່າຈຳນວນຕົວຈິງຍັງສູງກວ່າຫຼາຍ ຍ້ອນບໍ່ໄດ້ກວດທົ່ວເຖິງ ເຊິ່ງຜູ້ຕິດເຊື້ອຫລາຍກວ່າ 35,000 ຄົນ ໄດ້ເສຍຊີວິດ, ເປັນຕົວເລກທີ່ສູງອັນດັບທີ3 ຂອງໂລກ. ຜູ້ນຳໄດ້ຖືກວິພາກວິຈານກ່ຽວກັບການປະຕິເສດມາດຕະການ Lock down ທີ່ໄດ້ແນະນຳ ໂດຍອົງການອະນາໄມໂລກ (WHO) 

ໃນວັນເສົາທີ່ຜ່ານມາ ກະຊວງສາທາລະນະສຸກໄດ້ລົບຂໍ້ມູນກ່ຽວກັບ Covid-19 ທີ່ໄດ້ບັນທຶກໄວ້ໃນແຕ່ລະໄລຍະອອກຈາກ Website ທາງການຂອງລັດ ແລະ ເທດສະບານ ເຊິ່ງກະຊວງພຽງແຕ່ລະບຸວ່າມີ 27.075 ກໍລະນີຜູ້ຕິດເຊື້ອໃໝ່ ແລະ ຈໍານວນຜູ້ເສຍຊີວິດ 904 ກໍລະນີ, ພ້ອມທັງກ່າວອີກວ່າ ຜູ້ປ່ວຍຈໍານວນ 10,209 ຄົນ ໄດ້ປິ່ນປົວດີແລ້ວ.

ໃນ Twitter, ທ່ານ Bolsonaro ກ່າວວ່າ “ຂໍ້ມູນສະສົມ … ບໍ່ໄດ້ມີຜົນສະທ້ອນຕໍ່ສະຖານະການປັດຈຸບັນ” ແຕ່ບໍ່ໄດ້ອະທິບາຍວ່າເປັນຫຍັງຂໍ້ມູນດັ່ງກ່າວຕ້ອງຖືກລົບອອກ ຫຼືບໍ່ສາມາດປ່ອຍອອກໄດ້. ທ່ານກ່າວວ່າມີມາດຕະການເພີ່ມເພື່ອ “ປັບປຸງການລາຍງານຕ່າງໆ”. ສິ່ງດັ່ງກ່າວ ໄດ້ຖືກວິຈານຢ່າງກວ້າງຂວາງຈາກນັກຂ່າວ ແລະ ສະມາຊິກສະພາ ເພາະການລົບຂໍ້ມູນດັ່ງກ່າວ ເກີດຂື້ນຫລັງຈາກປະເທດບຣາຊິວລາຍງານວ່າມີຜູ້ເສຍຊີວິດຫຼາຍກວ່າ 1,000 ຄົນເປັນເວລາ 4 ວັນຕິດຕໍ່ກັນ. ຜູ້ຊ່ຽວຊານດ້ານສາທາລະນະສຸກກ່າວອີກວ່າ ຈຳນວນກໍລະນີຜູ້ຕິດເຊື້ອຢູ່ໃນສະຫະລັດອາເມລິກາ ຄາດວ່າຈະມີການຕິດເຊື້ອເພີ່ມຂຶ້ນຕື່ມອີກ ຍ້ອນວ່າການລະບາດຂອງພະຍາດດັ່ງກ່າວຍັງຮຸນແຮງຢ່າງຕໍ່ເນື່ອງ. ນອກຈາກນັ້ນ, ປະທານາທິບໍດີຍັງກ່າວຫາຜູ້ວ່າການລັດຖະບານ ແລະ ເຈົ້າຄອງນະຄອນ ໃນການນຳໃຊ້ບັນຫາດັ່ງກ່າວ ເພື່ອຜົນປະໂຫຍດທາງການເມືອງ ຍ້ອນວ່າຫຼາຍຄົນທີ່ໄດ້ໃຊ້ມາດຕະການເຂັ້ມງວດຕໍ່ຕ້ານລັດຖະບານຂອງທ່ານ.

ແຫຼ່ງຂໍ້ມູນ: https://bbc.in/2z8iIRA

 

Comments