ສະພາວະເງິນຝືດ ຂອງປະເທດໄທ

ດັດຊະນີລາຄາຜູ້ບໍລິໂພກຂອງໄທຫຼຸດລົງຫຼາຍທີ່ສຸດໃນຮອບເກືອບ 11 ປີກະຊວງການຄ້າໄດ້ສະແດງຂໍ້ມູນໃຫ້ເຫັນວ່າ ດັດຊະນີລາຄາຜູ້ບໍລິໂພກທົ່ວໄປ (CPI) ຂອງປະເທດໄທຫຼຸດລົງເຖິງ 3.44% ໃນເດືອນພຶດສະພາ ທຽບກັບປີກ່ອນຖືວ່າຫຼຸດລົງຫຼາຍ ເຊິ່ງຫຼາຍກວ່າທີ່ຄາດໄວ້ໃນຮອບເກືອບ 11 ປີ.

ເສດຖະກິດແບບນີ້ ແມ່ນມີຄວາມສ່ຽງຕໍ່ການເສຍຫາຍທີ່ຈະເກີດຂຶ້ນຈາກພາວະເງິນຝືດ, ປະຈຸບັນ ປະເທດໄທຍັງມີອັດຕາເງິນຝືດພຽງແຕ່ 3 ເດືອນເທົ່ານັ້ນ, ທ່ານ Don Nakornthab ຜູ້ອໍານວຍການອາວຸໂສຂອງພະແນກເສດຖະກິດ ແລະ ນະໂຍບາຍຂອງທະນາຄານກາງ ໄດ້ກ່າວໃນຖະແຫຼງການວ່າ ອັດຕາເງິນຝືດທີ່ເຮັດໃຫ້ເກີດຄວາມເສຍຫາຍ ອາດຈະມີໄລຍະເວລາຍາວນານ ເຊັ່ນດຽວກັບການຫຼຸດລົງຂອງລາຄາສິນຄ້າ ແລະ ການບໍລິການ ພ້ອມທັງປັດໃຈອື່ນໆ. ທ່ານຍັງໄດ້ກ່າວຕື່ມວ່າ ທະນາຄານກາງແມ່ນກໍາລັງຕິດຕາມສະຖານະການນີ້ຢ່າງໃກ້ຊິດ ເຊິ່ງຄາດວ່າອັດຕາເງິນຝືດໃນປີນີ້ຈະມີຜົນດີກ່ອນປີໜ້າ.

ຈາກການສົມທຽບເງິນຝືດແມ່ນມີເຖິງ 2.95% ໃນການສຳຫຼວດຂອງ Reuters ແລະ ດ້ວຍການຫຼຸດລົງເຖິງ 2,99% ໃນເດືອນເມສາ. ທະນາຄານກາງ ໄດ້ກຳນົດເປົ້າໝາຍອັດຕາເງິນຝືດໃນລະດັບ 1% -3% ເຊິ່ງຈະຢູ່ໃນສະພາວະເງິນຝືດອີກຫຼາຍເດືອນ, ອັດຕາເງິນຝືດຫຼັກປະຈຳປີແມ່ນ 0.01%

ແຫຼ່ງຂໍ້ມູນ: https://www.reuters.com/article/thailand-economy-inflation-idUSL4N2DH1YU

Comments