ຊົມເຊີຍ!! ສປ. ຈີນ ມອບອຸປະກອນການແພດ ຕ້ານໂຄວິດ-19 ລວມມູນຄ່າ 300 ລ້ານກວ່າກີບ ໃຫ້ ສປປ ລາວ

ແຂວງຫູໜານ ສປ ຈີນ ມອບອຸປະກອນການແພດ ປະກອບມີ ຜ້າອັດປາກ N95 ຈໍາ ນວນ 5.000 ອັນ, ຜ້າອັດປາກສຳລັບແພດ ນໍາໃຊ້ທົ່ວໄປ 10.000 ອັນ, ເຄື່ອງວັດແທກອຸນຫະພູມ 50 ເຄື່ອງ ແລະ ຊຸດປ້ອງກັນພະຍາດໂຄວິດ-19 ຈໍານວນ 1.000 ຊຸດ ລວມມູນຄ່າ 300 ລ້ານກວ່າກີບ, ເຊິ່ງພິທີມອບອຸປະກອນການແພດດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ 2020ທີ່ຜ່ານມາ. ມອບໂດຍ ທ່ານ ສົງ ເຈ່ເຟິງ ປະທານບໍລິສັດ ລາວ-ຊຽງເຟິງ ບີຈີເນສ ທ່ອງທ່ຽວພັດທະນາຈໍາກັດ ໄດ້ຕາງໜ້າໃຫ້ອໍານາດ ການປົກຄອງ ແຂວງຫູໜານ ສປ ຈີນ ແລະ ຮັບໂດຍ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ.

ໃນໂອກາດນີ້, ທ່ານ ສີຫຸນ ສິດທິລືໄຊ ໄດ້ຕ່າງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ຕໍ່ ລັດຖະບານຈີນ ກໍຄື ແຂວງຫູໜານ ສປ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອ ສປປ ລາວ, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

 

Comments