ສປ.ຈີນ ເຜີຍແຜ່ປື້ມທີ່ມີຫົວຂໍ້ວ່າ “ການເຄື່ອນໄຫວຂອງຈີນ ເພື່ອຕ້ານກັບພະຍາດໂຄວິດ-19”

ອີງຕາມການລາຍງານຂ່າວທາງຊ່ອງຂອງ CRI-FM93. ໃນວັນທີ 7 ມິຖຸນາທີ່ຜ່ານມານີ້, ທາງຫ້ອງການຖະແຫລງຂ່າວລັດຖະບານຈີນ ໄດ້ເຜີຍແຜ່ປື້ມທີ່ມີຫົວຂໍ້ວ່າ “ການເຄື່ອນໄຫວຂອງຈີນ ເພື່ອຕ້ານກັບພະຍາດໂຄວິດ-19” ເຊິ່ງເປັນເອກະສານສຳຄັນທີ່ໄດ້ບັນທຶກຂະບວນການຕ້ານກັບພະຍາດທີ່ລຳບາກຂອງຈີນ ຕາມສະພາບຕົວຈິງ, ມີໂຕໜັງສືປະມານ 37.000 ໂຕ.

ປື້ມປົກຂາວ ດັ່ງກ່າວລະບຸວ່າ: ພະຍາດໂຄວິດ-19 ແມ່ນພະຍາດທີ່ແຜ່ລະບາດຢ່າງໃຫຍ່ໃນທົ່ວໂລກທີ່ໄດ້ສ້າງຜົນກະທົບທີ່ກວ້າງຂວາງທີ່ສຸດໃຫ້ແກ່ມວນມະນຸດ ເຊິ່ງບໍ່ເຄີຍມີມາກ່ອນໃນເກືອບ 100 ປີ. ໂດຍຜະເຊີນໜ້າກັບພະຍາດທີ່ເກີດຂຶ້ນຢ່າງກະທັນຫັນ ແລະ ຮ້າຍແຮງ, ຈີນໄດ້ເປີດບັ້ນປ້ອງກັນ ຄວບຄຸມພະຍາດຢ່າງເດັດຂາດ ແລະ  ໄດ້ໃຊ້ທຸກມາດຕະການ, ຍອມເສຍສະຫລະທຸກສິ່ງຢ່າງ ເພື່ອປິ່ນປົວຄົນເຈັບ ແລະກອບກູ້ຊີວິດ.

Image may contain: one or more people
ວັນທີ 31 ພຶດສະພາ 2020 ຜ່ານມານີ້, ອັດຕາປິ່ນປົວໃຫ້ຫາຍຂາດຂອງຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ພາຍໃນປະເທດຈີນ ມີເຖິງ 94,3%. ການຢາ ແລະ ແພດພື້ນເມືອງຈີນ ໄດ້ເສີມຂະຫຍາຍບົດບາດສຳຄັນໃນການຕ້ານພະຍາດຄັ້ງນີ້.  ມາຮອດໄລຍະກາງເດືອນເມສາ, ສະຖາບັນແພດພື້ນເມືອງຈີນ ແຫ່ງຕ່າງໆໄດ້ສົ່ງຊ່ຽວຊານແພດໝໍ 4.900 ຄົນໄປສະໜັບສະໜູນ ແຂວງຫູເປີຍ, ການຢາ ແລະແພດພື້ນເມືອງຈີນ ໄດ້ມີສ່ວນຮ່ວມໃນການປິ່ນປົວຄົນເຈັບໄດ້ກວມເຖິງ 92%.
ຈີນ ຍຶດໝັ້ນທັດສະນະປະຊາຄົມຮ່ວມຊະຕາກຳຂອງມວນມະນຸດຢ່າງສະເໝີຕົ້ນສະເໝີປາຍ, ແບກຫາບໜ້າທີ່ຮັບຜິດຊອບຂອງປະເທດໃຫຍ່ ໂດຍສູ້ຊົນແບບຄຽງບ່າຄຽງໄຫລ່ກັບປະເທດອື່ນເພື່ອຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ. ນັບມາຮອດປັດຈຸບັນ, ຈີນ ໄດ້ໃຫ້ການຊ່ວຍເຫລືອ ຫລື ພວມໃຫ້ການຊ່ວຍເຫລືອເພື່ອຕ້ານກັບພະຍາດ ໃນ 150 ປະເທດ ແລະ 4 ອົງການຈັດຕັ້ງສາກົນ.

Comments