General

ນະຄອນຫຼວງ ເລັ່ງແກ້ໄຂບັນຫາຮ່ອງລະບາຍນໍ້າ ກ່ອນເຂົ້າລະດູຝົນ

ປັດຈຸບັນ ການດຳເນີນໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ 1 ໄດ້ມີຄວາມຄືບໜ້າຫຼາຍໜ້າວຽກເປັນຕົ້ນ ວຽກງານໄກ່ເກ່ຍ ແລະ ບຸກເບີກ ປະຕິບັດໄດ້ 9,33%, ວຽກຖົມດິນ 2,81%, ວຽກອອກແບບໄດ້ລົງກວດກາ ສະໜາມຕົວຈິງ ແລະ ອື່ນໆ. ໃນໂອກາດທີ່ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ຫົວໜ້າພະແນກແຜນການ ແລະ ການລົງ ທືນນະຄອນຫຼວງວຽງຈັນ, ພ້ອມຄະນະ ໄດ້ລົງຕິດຕາມກວດກາ ການປະຕິບັດໂຄງການທາງດ່ວນ ນວ ໝາຍເລກ 1 ຢູ່ບໍລິເວນຈຸດວາງທໍ່ຮ່ອງລະບາຍນໍ້າ ບ້ານຮ່ອງສຸພາບ ແລະ ບ້ານໂຊກໃຫຍ່ ເມືອງໄຊເສດຖາ (ເຂດເສັ້ນທາງຕັດໃໝ່ 450 ປີ) ເຫັນວ່າການກໍ່ສ້າງເສັ້ນທາງດັ່ງກ່າວ ເປັນຈຸດເຊື່ອມຕໍ່ ແລະ ຈະມີການສ້າງເປັນຂົວຂ້າມຕັດຜ່ານເສັ້ນທາງ 450 ປີ ອາດມີຄວາມສ່ຽງ ທີ່ຈະເກີດມີນໍ້າຖ້ວມຂັງໃນການດຳເນີນໂຄງການ ເນື່ອງຈາກວ່າໄດ້ຖົມດິນ ແລະ ວາງທໍ່ລະບາຍນໍ້າ ໃຫ້ລົດຂອງໂຄງການແລ່ນຜ່ານໄປ-ມາຊົ່ວຄາວ, ເຊິ່ງອາດມີຄວາມສ່ຽງທີ່ຈະບໍ່ສາມາດ ຮອງຮັບນໍ້າໃນເວລາທີ່ຝົນຕົກໜັກຕິດຕໍ່ກັນຫຼາຍວັນ ອາດນໍ້າໄຫຼບໍ່ທັນ ກາຍເປັນນໍ້າຖ້ວມຂັງ ແລະ ສ້າງຜົນເສຍຫາຍໃຫ້ກັບປະຊາຊົນໃນເຂດດັ່ງກ່າວ. ເບື້ອງຕົ້ນໄດ້ສະເໜີໃຫ້ພະແນກ ຍທຂ ...

Read More »

ຄວາມໝາຍຂອງ “Travel Bubble”

“Travel bubble” ມີຊື່ເອີ້ນຄື: “Travel Bridge” (ຂົວເຊື່ອມການເດີນທາງ) ຫຼື Corona Corridor ( ແລວທຸລະກິດໃນສະພາບໂຄໂຣນາ) ຄືການຈັດບຸລິມະສິດໃຫ້ກັບຜູ້ເດີນທາງຈາກປະເທດ ທີ່ສາມາດຄວບຄຸມ Covid-19 ໄດ້ຢ່າງມີປະສິດທິພາບ ໂດຍໃນ Travel Bubble ນັ້ນ ກຸ່ມປະເທດທີ່ຄັດເລືອກ ແລະ ຕົກລົງກັນແລ້ວຈະເປີດພົມແດນໃຫ້ກັນ ແລະ ກັນ ເພື່ອໃຫ້ພົນລະເມືອງຂອງປະເທດໃນກຸ່ມ ສາມາດເດີນທາງໄປມາຫາສູ່ກັນໄດ້ ແຕ່ບໍ່ເປີດໃຫ້ພົນລະເມືອງປະເທດອື່ນທີ່ຢູ່ນອກ Bubble (ນອກກຸ່ມປະເທດທີ່ຄັດເລືອກໄວ້). ເມື່ອບໍ່ດົນມານີ້, ບັນດາປະເທດ Lithuania, Latvia ແລະ Estonia ກໍໄດ້ມີການເປີດພົມແດນໃຫ້ກັນຕັ້ງແຕ່ກາງເດືອນ ພຶດສະພາ ປີ 2020 ເປັນການສ້າງ  Bubble ທຳອິດຂອງ EU ເຊິ່ງພົນລະເມືອງຂອງທັງ 3 ປະເທດສາມາດເດີນທາງໄປມາລະຫວ່າງປະເທດໄດ້ໂດຍບໍ່ຖືກກັກໂຕ ແຕ່ຜູ້ທີ່ເດີນທາງຈາກປະເທດອື່ນຈະຕ້ອງຖືກກັກໂຕ 14 ມື້. ແຫຼ່ງຂໍ້ມູນ: https://www.facebook.com/177444735796044/posts/1324082747798898/  

Read More »

ສປປ ລາວ ຖືກຈັດອັນດັບທີ 87 ຂອງໂລກ ດັດຊະນີຄວາມອຶດຫິວ

ອົງການສະຫະປະຊາຊາດສໍາລັບເດັກ (UNICEF) ປະຈໍາລາວ ໄດ້ລາຍງານເມື່ອບໍ່ດົນມານີ້ກ່ຽວກັບດັດຊະນີຄວາມອຶດຫິວໃນທົ່ວໂລກປະຈຳປີ 2019 ວ່າ: ສປປ ລາວ ຖືກຈັດຢູ່ໃນປະເພດທີ່ຮຸນແຮງເປັນອັນດັບທີ 87 ໃນຈຳ ນວນທັງໝົດ 117 ປະເທດ. ໄລຍະຜ່ານມາ ສປປ ລາວ ມີຄວາມຄືບໜ້າທີ່ດີໃນການຍົກລະດັບວຽກ ງານໂພຊະນາການ, ແຕ່ຍັງມີຫຼາຍວຽກ ງານທີ່ຕ້ອງໄດ້ມີການຈັດຕັ້ງປະຕິບັດ ແລະ ບັນລຸເປົ້າໝາຍ. ສະຖານະການແມ່ນກ່ຽວກັບໂພຊະນາການຂອງເດັກຍັງຈັດຢູ່ໃນລະດັບທີ່ບໍ່ໜ້າເພິ່ງພໍໃຈ, ເຊິ່ງໄລຍະ 1.000 ວັນທຳອິດຂອງເດັກນ້ອຍແມ່ນມີຄວາມສຳຄັນຕໍ່ການພັດທະນາສຸຂະພາບ ໂດຍສະເພາະການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວຈົນຮອດອາຍຸ 6 ເດືອນ. ອົງການສະຫະປະຊາຊາດສໍາລັບເດັກ ລາຍງານຕື່ມວ່າ: ອີງຕາມການສໍາຫຼວດຕົວຊີ້ວັດດ້ານສັງຄົມຂອງ ສປປ ລາວ ເຫັນວ່າຫຼາຍກວ່າເຄິ່ງໜຶ່ງຂອງເດັກນ້ອຍອາຍຸຕໍ່າກວ່າ 6 ເດືອນບໍ່ໄດ້ຮັບການລ້ຽງດ້ວຍນົມແມ່ພຽງຢ່າງດຽວ ແລະ ຫຼາຍກວ່າສອງສ່ວນສາມຂອງເດັກອາຍຸຕໍ່າກວ່າສອງປີອັດ ຕາການຈະເລີນເຕີບໂຕແມ່ນຕໍ່າກວ່າມາດຕະຖານເນື່ອງຈາກການບໍ່ໄດ້ຮັບອາຫານທີ່ພຽງພໍ ລວມເຖິງຄຸນນະພາບ ແລະ ຄວາມຫຼາກຫຼາຍຂອງອາ ຫານ. ປັດຈຸບັນນີ້, ໜຶ່ງໃນສາມຂອງເດັກນ້ອຍທີ່ມີອາຍຸລະ ຫວ່າງ 6 ເດືອນ ຫາ 5 ປີ ມີທ່າອ່ຽງທີ່ຈະປະເຊີນກັບບັນຫາດ້ານການເຕີບໃຫຍ່, ຄວາມສາມາດໃນການຮຽນຮູ້ຫຼຸດລົງ ແລະ ດ້ານສະຕິປັນຍາ, ເຊິ່ງຈະເຮັດໃຫ້ສັກກະຍະພາບໃນການດຳເນີນຊີວິດຫຼຸດລົງ. ໃນບາງແຂວງ, ອັດຕາການຂາດສານອາຫານສູງເກີນ ...

Read More »

​ມອບ-ໂອນ ສະໜາມບິນທົ່ງໄຫຫີນ ໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບ

ໃນວັນທີ 12 ມິຖຸນາ 2020 ຜ່ານມາ ໄດ້ມີພິທີມອບ-ໂອນສະໜາມບິນ ທົ່ງໄຫຫີນຊຽງຂວາງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ກະຊວງປ້ອງກັນປະເທດ ຮັບຜິດຊອບໂດຍກົງ ໂດຍການກ່າວມອບຂອງ ທ່ານ ບຸນແຕງ ສີມູນ ຮອງຫົວໜ້າກົມການບິນ ພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຕາງໜ້າກ່າວຮັບແມ່ນ ທ່ານ ພັນໂທ ແສງ ຖະໜອມ ບຸດຕະວົງ ຫົວໜ້າຫ້ອງການກອງບັນຊາການທະຫານອາກາດ, ເຂົ້າຮ່ວມເປັນພະຍານ ຂອງ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງ ປ້ອງ ກັນປະເທດ, ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກົມການບິນພົນລະເຮືອນ ໄດ້ເອົາໃຈ ໃສ່ຊີ້ນຳ-ນຳພາສອງກອງວິຊາການຄື: ກອງສະໜາມບິນລາວ ແລະ ກອງຈະລາຈອນທາງອາກາດລາວ ລວມທັງບໍລິສັດສາຍການບິນໃນການພັດທະນາພື້ນຖານໂຄງລ່າງໃຫ້ດີຂຶ້ນເລື້ອຍໆ ເຊັ່ນ: ດ້ານວຽກງານສະໜາມບິນ, ມີການພັດທະນາລະບົບພື້ນຖານ ໂຄງລ່າງຈຳນວນໜຶ່ງເປັນຕົ້ນ: ລານຈອດເຮືອບິນ, ຮົ້ວສະໜາມບິນ, ...

Read More »

ມອບ-ຮັບ ຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ ລະຫວ່າງ ຜູ້ເກົ່າ ແລະ ຜູ້ວ່າການ ອໍານວຍການຜູ້ໃໝ່ ‼️ ພ້ອມແຕ່ງຕັ້ງ ຮອງຜູ້ອໍານວຍການ ເພີ່ມຕື່ມ 4 ທ່ານ…

ໃນຕອນບ່າຍຂອງວັນທີ 16 ມິຖຸນາ 2020 ຢູ່ທີ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ ໄດ້ມີພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ຕໍາແໜ່ງໃໝ່ ຂອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ລະຫວ່າງ ທ່ານ ບຸນອູ້ມ ສີວັນເພັງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຜູ້ເກົ່າ) ທີ່ໄດ້ອອກກະສຽນບໍານານ ແລະ ແຕ່ງຕັ້ງ ທ່ານ ຈັນທະບູນ ສຸກອາລຸນ ເປັນຜູ້ວ່າການຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ (ຜູ້ໃໝ່) ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ,​ ລັດຖະມົນຕີກະຊວງການເງີນ, ມີ ທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມກັບແຂກທີ່ຖືກເຊີນ ເຂົ້າຮ່ວມ. ລັດວິສາຫະກິດໄຟຟ້າລາວ ເປັນຫົວໜ່ວຍທຸລະກິດຂອງລັດ ດຳເນີນທຸລະກິດດ້ານການຜະລິດ, ຄຸ້ມຄອງ, ບໍລິການ ແລະ ພັດທະນາພະລັງງານໄຟຟ້າຕາມແນວທາງຂອງ ພັກ ແລະ ກົດໝາຍຂອງລັດ ຕາມກົນໄກຕະຫລາດ ເພື່ອສະໜອງກະແສໄຟຟ້າ ໃຫ້ແກ່ຜູ້ຊົມໃຊ້ໄຟຟ້າທັງພາຍໃນ ແລະ ຂາຍອອກຕ່າງປະເທດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ...

Read More »

ການປະເມີນຜົນ ສະບັບປັບປຸງກ່ຽວກັບຜົນກະທົບຂອງ COVID-19 ໃນທົ່ວໂລກ

ນັບຕັ້ງແຕ່ COVID-19  ໄດ້ລະບາດຈາກເອີຣົບ ແລະ ອາເມລິກາເໜືອໄປສູ່ທາງທິດໃຕ້ຂອງໂລກ ເຮັດໃຫ້ຈຳນວນຜູ້ເສຍຊີວິດເພີ່ມຂື້ນເລື້ອຍໆ ໃນບັນດາປະເທດທີ່ມີລາຍໄດ້ຕໍ່າ ແລະ ປານກາງ, ເຊິ່ງເຮັດໃຫ້ມີການປິດປະເທດຕໍ່ເນື່ອງເປັນເວລາດົນ ແລະ ເຮັດໃຫ້ມີຜົນກະທົບໜັກຕໍ່ຕົ້ນທຶນເສດຖະກິດຂອງໂລກ. ໃນເດືອນ ເມສາ ທີ່ຜ່ານມາ ໄດ້ຄາດຄະເນວ່າ COVID-19 ກຳລັງຈະເຮັດໃຫ້ຄົນຈໍານວນ 40 ຫາ 60 ລ້ານຄົນ ເຂົ້າສູ່ຄວາມທຸກຍາກທີ່ສຸດ, ແຕ່ການຄາດຄະເນເສດຖະກິດໂລກ ໃນເດືອນມິຖຸນາ ຜ່ານມາ ເຫັນໄດ້ວ່າການແຜ່ລະບາດອາດຈະເຮັດໃຫ້ຄົນຈໍານວນຫຼາຍພົບກັບຄວາມທຸກຍາກ ຫຼາຍກວ່າ 71 ລ້ານຄົນ . ໃນປັດຈຸບັນ ການລະບາດຍັງຮຸນແຮງເກີນຄາດໝາຍ, ການບັງຄັບໃຊ້ມາດຕະການປິດລ້ອມເພື່ອຮັກສາຄວາມປອດໄພ ແມ່ນຈະສົ່ງຜົນໃຫ້ບໍລິສັດຕ່າງໆມີການປັບຮູບແບບເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ, ຄອບຄົວທີ່ມີຄວາມສ່ຽງຈະຫຼຸດຜ່ອນການຊົມໃຊ້ ຫຼືການຊື້ສິ່ງຂອງທີ່ບໍ່ຈໍາເປັນ ແລະ ຫຼາຍໆປະເທດທີ່ມີລາຍໄດ້ຕໍ່າຫາປານກາງ ຈະເຫັນຄວາມກົດດັນດ້ານການເງິນສູງຂື້ນ. ການຄາດຄະເນຜົນກະທົບຂອງ COVID-19 ຕໍ່ຄວາມທຸກຍາກໂດຍການປຽບທຽບ GDP ໃໝ່ ກັບ GDP ກ່ອນ COVID-19 ເຫັນໄດ້ວ່າ ຜູ້ຄົນຈໍານວນ 71 ລ້ານຄົນ ຈະຕົກສູ່ຄວາມທຸກຍາກທີ່ສຸດ, ເຊິ່ງຈາກສະຖານະການປັດຈຸບັນອາດເຮັດໃຫ້ເພີ່ມຂຶ້ນເຖິງ  100 ລ້ານຄົນ ກໍເປັນໄດ້ ໂດຍວັດແທກຈາກຄວາມທຸກຍາກລະດັບສາກົນຄື: ຄ່າລາຍໄດ້ສະເລ່ຍຫົວຄົນຕໍ່ມື້ແມ່ນຕໍ່າກ່ວາ 1,90 ໂດລາສະຫະລັດ, ເຊິ່ງການຄາດຄະເນວ່າຈະມີຫຍັງເກີດຂື້ນໃນປີ 2021 ແມ່ນມາພ້ອມກັບຄວາມບໍ່ແນ່ນອນຫລາຍຂື້ນ. ...

Read More »

ກະຊວງສຶກສາ ແລະ ກິລາ ແຈ້ງລະອຽດ ກໍານົດມື້ສອບເສັງຈົບຊັ້ນສາຍສາມັນສຶກສາ ປ5, ມ4, ມ7

ອີງຕາມແຈ້ງການ ຂອງກະຊວງສຶກສາທິການ ແລະ ກິລາ ເລື່ອງ ການສອບເສັງຈົບຊັ້ນສາຍສາມັນສຶກສາປະຈໍາສົກຮຽນ 2019-2020, ສະບັບເລກທີ 1767/ຫກ, ລົງວັນທີ 15 ມິຖຸນາ 2020 ໃຫ້ຮູ້ເຖິງກໍານົດວັນເວລາສອບເສັງຂອງສາຍສາມັນວ່າ: ຊັ້ນປະຖົມສຶກສາ ການສອບເສັງຈົບຊັ້ນປະຖົມ ປ5 ກໍານົດເອົາ 3 ວິຊາຄື ພາສາລາວ(ພາກຫັດແຕ່ງ, ພາກຂຽນທວາຍ, ຄໍາຖາມ), ຄະນິດສາດ ແລະ ໂລກອ້ອມຕົວເຮົາ. ໃຫ້ສົ່ງບົດລາຍງານການຈັດຕັ້ງປະຕິບັດຫຼັກສູດຊັ້ນ ປ5, ສະຖິຕິນັກສອບເສັງ ແຍກຍິງ-ຊາຍ, ນັກສອບເສັງຫ້ອງສອງພາສາລາວ-ຝຣັ່ງ, ຈໍານວນຫ້ອງ, ສູນສອບເສັງ ເຖິງກົມສາມັນສຶກສາ ກ່ອນວັນທີ 26 ມິຖຸນາ 2020. ວັນທີ 16-17 ກໍລະກົດ 2020 ສອບເສັງຈົບຊັ້ນ ປ5. ວັນທີ 27-28 ກໍລະກົດ 2020 ສອບເສັງຄືນ ສໍາລັບນັກຮຽນ ປ5 ທີ່ຂາດສອບເສັງຈົບຊັ້ນທີ່ມີເຫດຜົນພຽງພໍ. ວັນທີ 14 ສິງຫາ 2020 ສົ່ງລາຍງານຜົນການສອບເສັງຊັ້ນ ປ5 ເຖິງກົມສາມັນສຶກສາ, ກະຊວງສຶກສາທິການ ...

Read More »

ການເປີດການທ່ອງທ່ຽວແບບ “travel bubble” ແມ່ນຫຍັງກັນແທ້?

ໃນວັນທີ 14 ມິຖຸນາ ຜ່ານມາ ຮອງໂຄສົກປະຈໍາສໍານັກນາຍົກລັດຖະມົນຕີ (Ms. Triksi Trisornkun) ເປີດເຜີຍວ່າ ລັດຖະມົນຕີວ່າການທ່ອງທ່ຽວ ແລະ ກິລາ (Mr. Phiphat Ratchakitprakan) ໄດ້ຜັກດັນແຜນການ “travel bubble” ການຈັບຄູ່ປະເທດ ເພື່ອເຊື່ອມຕໍ່ການເດີນທາງລະຫວ່າງປະເທດທີ່ສາມາດຈັດການ Covid-19 ໄດ້ດີເທົ່າໆກັນ, ເຊິ່ງເປັນຄວາມຮ່ວມມືໃນລັກສະນະສອງຝ່າຍ ດ້ານການທ່ອງທ່ຽວແບບໃໝ່ທີ່ທົ່ວໂລກກໍາລັງຫັນມາສົນໃຈ ພາຍຫຼັງສະຖານະການ Covid-19 ໃນຫຼາຍໆປະເທດເລີ່ມດີຂຶ້ນ ໂດຍຈະມີການເປີດຮັບນັກທ່ອງທ່ຽວ ມື້ລະ 1,000 ຄົນ ເຂົ້າປະເທດ ໂດຍບໍ່ຕ້ອງກັກໂຕ 14 ມື້. ປັດຈຸບັນ ການປະຊຸມສູນບໍລິການສະຖານະການ Covid-19 ໄດ້ເຫັນດີໃນຫຼັກການແລ້ວ ເຊິ່ງໃນຕອນນີ້ ຢູ່ໃນຂັ້ນຂອງການຫາລືລະຫວ່າງກະຊວງການທ່ອງທ່ຽວ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງການມະຫາດໄທ ແລະ ກະຊວງການຕ່າງປະເທດ ເພື່ອຫາຂໍ້ສະຫຼຸບໃນແນວທາງການດໍາເນີນການ ບໍ່ວ່າຈະເປັນແນວທາງການເຈລະຈາກັບປະເທດກຸ່ມເປົ້າໝາຍ, ຂໍ້ປະຕິບັດຕ່າງໆ ລວມເຖິງການປ້ອງກັນການລະບາດຂອງພະຍາດ ກ່ອນສູນບໍລິຫານສະຖານະການ Covid-19 ຈະພິຈາລະນາອີກຄັ້ງໜຶ່ງ ໃນວັນທີ 17 ມິຖຸນາ ນີ້. ຮອງໂຄສົກປະຈໍາສໍານັກນາຍົກລັດຖະມົນຕີ ໄດ້ໃຫ້ຂໍ້ມູນວ່າ: ເສດຖະກິດໄທ ແລະ ທົ່ວໂລກ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງ  Covid-19 ...

Read More »

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສປປ ລາວ ປະຈໍາເດືອນ 5 ປີ 2020 ບັນລຸໄດ້ປະມານ 711 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 5 ບັນລຸໄດ້ປະມານ 711 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 264 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 447 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 183 ລ້ານໂດລາສະຫາລັດ      ໝວດສິນຄ້າສົ່ງອອກຫຼັກ ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 264 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດຕາມລໍາດັບ ເຊັ່ນ: ແຮ່ທອງ ມີມູນຄ່າປະມານ 33 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າປະມານ 23 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ , ໝາກກ້ວຍ ມີມູນຄ່າປະມານ 20 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ…) ມີມູນຄ່າປະມານ 19 ລ້ານໂດລາສະຫະລັດ, ...

Read More »

ໄທ ກຽມເປີດດ່ານຊາຍແດນ 24 ຊົ່ວໂມງ ພ້ອມທັງເຮັດ “ດັບເບີລ ວີຊ້າ” ກະຕຸ້ນນັກທ້ອງທ່ຽວ 42 ລ້ານຄົນ

ທາງໜ່ວຍງານພາກລັດຂອງປະເທດໄທກໍາລັງພິຈາລະນາອອກ “ດັບເບິລ ວີຊາ”  (Double Visa)  ເພື່ອໃຫ້ນັກທ່ອງທ່ຽວເດີນທາງເຂົ້າອອກປະເທດໄທ ໄດ້ 2 ເທື່ອ ຕາມໄລຍະເວລາທີ່ກໍານົດ ເຊິ່ງມີຈຸດປະສົງເພື່ອອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວຕ່າງປະເທດ ທີ່ຕ້ອງການເດີນທາງລະຫວ່າງປະເທດ ອາຊຽນ ເຊັ່ນ: ເດີນທາງມາພັກທີ່ປະເທດໄທໄລຍະໜຶ່ງ ແລ້ວຕ້ອງການເດີນທາງໄປທ່ຽວປະເທດລາວ ເພື່ອຢ້ຽມຊົມສະຖານທີ່ຕ່າງໆ​ແລ້ວ ຈຶ່ງເດີນທາງກັບມາທີ່ປະເທດໄທຄືນ ເພື່ອບິນກັບໄປປະເທດຕົນ ໂດຍໄດ້ປະກາດ ແຈ້ງມາດຕະການ ກະຕຸ້ນການທ່ອງທ່ຽວ ຕັ້ງ”ດັບເບິລ ວີຊາ”  (Double Visa) ເຂົ້າອອກປະເທດໄທໄດ້ ໂດຍເປີດດ່ານຊາຍແດນ 24 ຊົ່ວໂມງ ຄາດໝາຍດຶງນັກທ່ອງທ່ຽວເຂົ້າປະເທດປະມານ 42 ລ້ານຄົນ ໃນປີ 2020 ນີ້. ສ່ວນການທົດລອງເປີດດ່ານ 24 ຊົ່ວໂມງ ມີແຜນຈະເປີດໃນທ້າຍ ປີ 2019  ໂດຍຈະທົດລອງໄປກ່ອນ ເປັນເວລາ 3 ເດືອນ.​ ໃນເບື້ອງຕົ້ນ ແມ່ນມີແຜນຈະເປີດດ້ານຊາຍແດນ 2 ດ່ານ ຕະຫຼອດ 24 ຊົ່ວໂມງ ໃນຊ່ວງເທດສະການສໍາຄັນເຊັ່ນ: ດ່ານໜອງຄາຍ ຈັງຫວັດໜອງຄາຍ ແລະ ດ່ານ ສະເດົາ  ຈັງຫວັດສົງຂາ. ...

Read More »