Facebook-Twitter ຫຸ້ນຕົກຫຼາຍ, ຫຼັງຈາກບັນດາບໍລິສັດ Unilever, Coca-Cola, Verizon ຖອນໂຄສະນາ ຈາກການປະທ້ວງຈຳແນກສີຜິວ…

ເຖິງແມ່ນວ່າຈະມີຫຼັກຖານມາດົນແລ້ວວ່າທາງ Platform Social Media ເຕັມໄປດ້ວຍ Hate Speech ການຈຳແນກເຊື້ອຊາດ ແລະ ຄວາມຮຸນແຮງ ເຊິ່ງທາງດ້ານ Platform ເອງກໍມີການຈ້າງທີມງານເອົາຂໍ້ມູນຈຳນວນຫຼາຍເຂົ້າມາກວດແກ້ເນື້ອໃນເຫຼົ່ານັ້ນ, ຈົນເຄີຍເປັນຂ່າວດັງວ່າ ອະດີດພະນັກງານບາງຄົນອອກມາຮຽກຮ້ອງຄ່າຊົດເຊີຍທາງດ້ານສະພາບຈິດໃຈກັບທາງບໍລິສັດດັງເຊັ່ນ Facebook, ແຕ່ເບິ່ງຄືວ່າຄວາມເຄື່ອນໄຫວຮອບຫຼ້າສຸດທີ່ແບຣນດັງມີຕໍ່ Platform Social Media ໂດຍສະເພາະ Facebook ເຖິງແມ່ນວ່າຈະຢູ່ໃນເລື່ອງເກົ່າເຊັ່ນ Hate Speech ແລະ ການຈຳແນກສີຜິວນັ້ນ ກຳລັງເຮັດໃຫ້ຫຸ້ນຂອງຍັກໃຫຍ່ແບບ Facebook ຫຼຸດລົງຢ່າງບໍ່ເຄີຍເປັນມາກ່ອນ. ໃນວັນສຸກທີ່ຜ່ານມາບໍລິສັດ Unilever ໄດ້ອອກມາປະກາດແລ້ວວ່າຈະຢຸດການລົງໂຄສະນາໃນສະຫະລັດອາເມລິກາໃນ Platform ເຊັ່ນ: Facebook, Instagram ແລະ Twitter ໄປຈົນເຖິງທ້າຍປີນີ້ເປັນຢ່າງນ້ອຍ ໂດຍໃຫ້ເຫດຜົນວ່າບໍ່ຢາກເຂົ້າໄປຫຍຸ້ງກ່ຽວກັບການແບ່ງພັກແບ່ງຝ່າຍ ໃນໄລຍະລະຫວ່າງການຫາສຽງເລືອກຕັ້ງປະທານາທິບໍດີສະຫະລັດອາເມລິກາທີ່ຮ້ອນແຮງໃນຂະນະນີ້ ພ້ອມບອກອີກວ່າ ການໃຫ້ແບຣນດັງເຊັ່ນ Dove ຫຼື Lipton ປະກົດຕົວໃນ Platform ໃນໄລຍະເວລາດັງກ່າວ ບໍ່ໄດ້ຊ່ວຍເພີ່ມມູນຄ່າໃຫ້ກັບຜູ້ຄົນ ຫຼືສັງຄົມແຕ່ຢ່າງໃດ.

 

ໃນປັດຈຸບັນ,​ ການລົນນະລົງຢຸດການໂຄສະນາໃນ Facebook ແລະ Instagram ມີຂຶ້ນພາຍໃຕ້ຊື້ Stop Hate For Profit ເຊິ່ງເກີດຈາກຄວມຮ່ວມມືກັນຂອງ  The Anti-Defamation League, The NAACP ແລະ ອີກຫຼາຍອົງການຈັບມືກັນ, ໂດຍຕອນນີ້ມີຫຼາຍກວ່າ 100 ແບຣນແລ້ວທີ່ລົງຊື່ເຫັນດີ,  ເຊິ່ງສ່ວນໜຶ່ງຂອງການປະທ້ວງນີ້ ຍັງໄດ້ລວມເອົາການທີ່ Facebook ບໍ່ຍອມເຮັດຫຍັງກັບໂພສຂອງປະທານາທິບໍດີ ໂດນັລ ທຣໍາ ທີ່ຫຼາຍຄັ້ງສະແດງເຖິງຄວາມຮຸນແຮງນັ້ນເອງ. ເຊິ່ງຜົນຈາກການຮ່ວມແຮງຮ່ວມໃຈກັນປະທ້ວງ Facebook ຄັ້ງນີ້ ເຮັດໃຫ້ຫຸ້ນຂອງ Facebook ຕົກລົງເຖິງ -8.31% ໃນຊ່ວງແລງຂອງວັນສຸກທີ່ຜ່ານມາ ເຊັ່ນດຽວກັບ Twitter ທີ່ຫຸ້ນຕົກລົງເຖິງ -7.39% (ອ້າງອີງຈາກ MarketWatch)  ເຖິງແມ່ນວ່າບໍ່ມີຂໍ້ມູນຕົວເລກຈາກ Unilever  ວ່າບໍລິສັດຈະໃຊ້ເງິນໂຄສະນາໃນ Platform Social Media ໃນປີນີ້ເທົ່າໃດ, ແຕ່ຂໍ້ມູນຈາກ Pathmatics ເຊິ່ງເປັນ Platform ວິເຄາະດ້ານການໂຄສະນາລະບຸວ່າ ໃນປີ 2019 ບໍລິສັດ Unilever ໃຊ້ເງິນໂຄສະນາໄປກັບ Platform Digital ໃນສະຫະລັດອາເມລິກາ ປະມານ 42,4 ລ້ານໂດລາສະຫະລັດ.

ອີກບໍລິສັດທີ່ອອກມາປະກາດຢຸດການລົງໂຄສະນາຄື Honda America ແຕ່ຈະຢຸດສະເພາະໃນ Facebook ແລະ Instagram ເທົ່ານັ້ນ ເຊິ່ງທາງ Honda ບອກວ່າ ເປັນການຕັດສິນໃຈທີ່ເລືອກຈະຢືນຂ້າງປະຊາຊົນໃນການຢຸດການດູຖູກ ແລະ ການຈຳແນກສີຜິວ.

ສ່ວນ Coca-Cola  ກໍອອກມາປະກາດວ່າຈະຢຸດການລົງໂຄສະນາເຊັ່ນກັນ, ແຕ່ເປັນການຢຸດໃນທຸກ Platform Social Media ທົ່ວໂລກ ເປັນເວລາຢ່າງນ້ອຍ 30 ວັນ ໂດຍເລີ່ມຕັ້ງແຕ່ວັນທີ 1 ກໍລະກົດນີ້

ແລະ ອີກບໍລິສັດໜຶ່ງທີ່ໃຫຍ່ຄືກັນເຊັ່ນ Verizon ທີ່ Pathmatics ອ້າງວ່າໃຊ້ເງິນໂຄສະນາໃນ Facebook ຫຼາຍເຖິງ 1.9 ລ້ານໂດລາສະຫະລັດ/ເດືອນ ກໍອອກມາປະກາດຢຸດລົງໂຄສະນາເຊັ່ນກັນ.

ກ່ອນໜ້າແບຣນດັງທີ່ກ່າວມາຂັ້ນເທິງ ຍັງມີ The North Face, Patagonia ແລະ ມີອີກຫຼາຍແບຣນທີ່ເຂົ້າຮ່ວມການປະທ້ວງຢ່າງພ້ອມພຽງ. ພ້ອມກັນນັ້ນ, ມີການລາຍງານດ້ວຍວ່າ ຕົວແທນຂອງ Facebook ໄດ້ອອກມາຊີ້ແຈງຕໍ່ກໍລະນີ Unilever ຖອນໂຄສະນາວ່າ: ທີ່ຜ່ານມາ ບໍລິສັດມີການລົງທຶນນັບພັນລ້ານໂດລາສະຫະລັດຕໍ່ປີ ເພື່ອເຮັດໃຫ້ການບໍລິການທາງສັງຄົມນີ້ມີຄວາມປອດໄພ ແລະ ມີການເຮັດວຽກກັບຜູ້ຊ່ຽວຊານພາຍນອກເພື່ອປັບນະໂຍບາຍໃຫ້ເໝາະສົມ ແຕ່ທາງ Facebook ກໍຍອມຮັບວ່າ ຍັງມີສິ່ງທີ່ຕ້ອງເຮັດອີກຫຼາຍຢ່າງໃນການພັດທະນາເຄື່ອງມື, ເຕັກໂນໂລຊີເພື່ອຕໍ່ສູ້ກັບ Hate Speech ແລະ ຄວາມຮຸນແຮງໃນ Platform.

ແຫຼ່ງຂໍ້ມູນ: https://www.brandbuffet.in.th/2020/06/facebook-twitter-stock-drop-due-to-advertizes-boycott-over-racism/

Comments