ບາດກ້າວເລີ່ມຕົ້ນຂອງການທ່ອງທ່ຽວຢູ່ປະເທດຝຣັ່ງ ພາຍຫຼັງຄວບຄຸມໂຄວິດ-19 ໄດ້…

ຫໍ Eiffel ໄດ້ເປີດໃຫ້ບໍລິການແກ່ນັກທ່ອງທ່ຽວໃນຕອນເຊົ້າວັນພະຫັດທີ່ຜ່ານມາ, ຫລັງຈາກໄດ້ຖືກປິດລົງເປັນເວລາຫຼາຍກວ່າ 3 ເດືອນຍ້ອນການແຜ່ລະບາດຂອງ COVID-19 . ມັນແມ່ນການປິດທີ່ດົນນານທີ່ສຸດຂອງປາຣີນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2. ການເປີດໃຫ້ບໍລິການຄືນໃໝ່ເປັນສັນຍານແຫ່ງຄວາມສຸກຂອງຜູ້ຄົນໃນປະເທດຝຣັ່ງ, ຫຼັງຈາກປະຕິບັດຕາມຂໍ້ຈຳກັດຫຼາຍກວ່າ 100 ວັນ, ແຕ່ໃນປັດຈຸບັນ, ຈຸດສູງສຸດຂອງຫໍຄອຍຍັງບໍ່ທັນເປີດເທື່ອ, ເຊິ່ງນັກທ່ອງທ່ຽວຈະຕ້ອງໄດ້ຍ່າງຂັ້ນໄດໃນການຂຶ້ນໄປຊົມ ແລະ ຍັງມີຂໍ້ຈຳກັດຫຼາຍຢ່າງຂອງສະຖານທີ່ດັ່ງກ່າວ. ສໍາຫຼັບນັກທ່ອງທ່ຽວທີ່ມີອາຍຸ 11 ປີ ຂຶ້ນໄປ ແມ່ນຕ້ອງໃສ່ໜ້າກາກອະນາໄມ ແລະ ມີເຄື່ອງຫມາຍການເຄື່ອນຍ້າຍຢູ່ໃນສະຖານທີ່ດ່ັງກ່າວ.

ເຈົ້າຄອງນະຄອນປາຣີ ທ່ານ Anne Hidalgo ໄດ້ສະແດງຄວາມຍິນດີຕໍ່ການກັບມາຂອງນັກທ່ອງທ່ຽວ ແລະ ສຳຫຼັບການບໍລິການລິຟພາຍໃນຫໍແມ່ນເລີ່ມຕົ້ນໃຫ້ບໍລິການໃໝ່ ໃນວັນທີ 1 ກໍລະກົດນີ້ 2020 ນີ້ ສ່ວນຄ່າບໍລິການສະເລ່ຍປະມານ 10.40 ເອີໂຣ (ປະມານ 11.65 ໂດລາສະຫະລັດ). ສຳລັບປີ້ແມ່ນໄດ້ເປີດຂາຍແລ້ວ, ໃນຕອນບ່າຍຫຼາຍໆຈຸດໄດ້ເປີດປົກກະຕິ ແຕ່ສຳຫຼັບຕອນແລງແມ່ນໄດ້ປິດທັງໝົດ. ເຈົ້າໜ້າທີ່ຂອງລັດຖະບານຝຣັ່ງປະກາດວ່າພະຍາດ COVID-19 ແມ່ນຖືກຄວບຄຸມ ໃນຕົ້ນເດືອນມິຖຸນາທີ່ຜ່ານມາ. ຝຣັ່ງໄດ້ເຂົ້າຮ່ວມກັບສະຫະພາບເອີຣົບທີ່ຍັງເຫຼືອໃນການຍົກເລີກຂໍ້ຈຳກັດຊາຍແດນຫຼາຍຢ່າງ.

ພ້ອມກັນນັ້ນ, ຍັງມີສັນຍານສະແດງໃຫ້ເຫັນວ່າໄວຣັສຍັງຢູ່ໃນການຄວບຄຸມ ແລະ ອັດຕາການທົດສອບຂອງປະເທດຝຣັ່ງກ່ຽວກັບ COVID-19 ແມ່ນ 1.5%, ອີງຕາມຂໍ້ມູນຫຼ້າສຸດຈາກອົງການສາທາລະນະສຸກແຫ່ງຊາດ. ນອກຈາກນັ້ນ, ປະເທດຝຣັ່ງໄດ້ລາຍງານວ່າມີ 161,348 ກໍລະນີ ທີ່ໄດ້ຮັບການຢືນຢັນການຕິດເຊື້ອ COVID-19 ແລະ ເສຍຊີວິດ 29,731 ກໍລະນີ ອີງຕາມຂໍ້ມູນຂອງລັດຖະບານ.

ແຫຼ່ງຂໍ້ມູນ: https://www.npr.org/sections/coronavirus-live-updates/2020/06/25/883270541/eiffel-tower-reopens-in-paris-after-a-3-month-shutdown

Comments