The headquarters of Sweden's central bank, the Sveriges Riksbank, stand in Stockholm, Sweden, on Tuesday, Dec. 6, 2011.Sweden is unlikely to seek euro accession for a long time as voters recoil from the currency bloc's deepening crisis, Finance Minister Anders Borg said. Photographer: Casper Hedberg/Bloomberg

ທະນາຄານກາງຂອງປະເທດສະວີເດັນ ເຊິ່ງເປັນທະຄານທີ່ເກົ່າແກ່ທີ່ສຸດໃນໂລກ ກຳນົດ 4 ທາງເລືອກໃນການນຳໃຊ້ເງິນ Digital…

ທະນາຄານກາງຂອງປະເທດສະວີເດັນ ໄດ້ກຳນົດ 4 ຮູບແບບໃນການນຳໃຊ້ສະກຸນເງິນ Digital, ເຊິ່ງການໃຊ້ສະກຸນເງິນ Digital ມີທັງຂໍ້ດີ ແລະ ຂໍ້ເສຍ. ໃນນັ້ນ ຮູບແບບ ທີ 4 ຖືໄດ້ວ່າເປັນຂໍ້ດີທີ່ສຸດຈາກການທົບທວນເສດຖະກິດຂອງ CBDCs ໃນການນຳໃຊ້ສະກຸນເງິນ Digital ໂດຍນອກເໜືອຈາກການອະນຸຍາດໃຫ້ສະຖາບັນຫຼາຍແຫ່ງເຂົ້າເຖິງລະບົບການຊຳລະສະສາງລວມ (RTGS) ໃນເວລາຈິງແລ້ວ, ຮູບແບບດັ່ງກ່າວສ່ວນໃຫຍ່ຍັງແມ່ນກົດໝາຍໃໝ່ ທີ່ຕ້ອງສ້າງບັນຊີແຍກຕ່າງຫາກສຳຫຼັບການທະນາຄານອື່ນ. ແຕ່ເຖິງຢ່າງໃດ ຮູບແບບນີ້ແມ່ນຄ້າຍຄືກັນກັບຮູບແບບທີ່ມີຢູ່ແລ້ວ, ເຊິ່ງບົດບາດຂອງທະນາຄານກາງແມ່ນສະແດງໃນລະບົບການຈ່າຍເງິນກັບຕະຫຼາດເອກະຊົນເຮັດໜ້າທີ່ເປັນຊັ້ນຮອງຮັບບໍລິການລູກຄ້າ. ສຳລັບພາກເອກະຊົນ ວິທີແກ້ໄຂການຊຳລະເງິນທີ່ມີຢູ່ໃນປັດຈຸບັນ ສາມາດດຳເນີນງານໄດ້ເຊັ່ນດຽວກັນໂດຍບໍ່ຈຳເປັນຕ້ອງມີ Hardware ຫລືການລົງທຶນເພີ່ມ.

ສິ່ງທີ່ເຮັດໃຫ້ Synthetic e-krona ມີຄວາມດຶງດູດໃຈແມ່ນຂະໜາດຈຳກັດຂອງມັນ ເມື່ອທຽບໃສ່ກັບແບບອື່ນໆ ມັນຈະບໍ່ກ່ຽວຂ້ອງກັບການລົງທຶນທີ່ສຳຄັນໃນພື້ນຖານໂຄງລ່າງ ແລະ Riksbank ສາມາດຖິ້ມຄວາມຮັບຜິດຊອບທັງໝົດກ່ຽວກັບ KYC, ALM ແລະ ອື່ນໆໄດ້ອີກດ້ວຍ. Riksbank ສະຫຼຸບໄດ້ວ່າທັງຮູບແບບທີ່ເປັນກາງ ແລະ ແບບແບ່ງຂັ້ນກາງປະກອບມີຕົວກາງ, ພ້ອມທັງການສະໜອງລະບົບເອເລັກໂທຣນິກກາງໂດຍບໍ່ມີຕົວກາງຈະເຮັດໃຫ້ມີການປ່ຽນແປງ ແລະ ມີຄ່າໃຊ້ຈ່າຍຢ່າງຫຼວງຫຼາຍ. ເອກະສານ Digital ສະບັບພາສາສະວີເດັນ ສາມາດພິສູດໄດ້ວ່າມັນເປັນໄປໄດ້ແຕ່ອາດຈະບໍ່ແມ່ນການຈັດປະເພດເປັນ CBDC. ທະນາຄານກາງກ່າວຕື່ມວ່າການສ້າງແບບຈໍາລອງຈະຕ້ອງໄດ້ຂະຫຍາຍອອກໄປໃນຫຼາຍດ້ານໃນການສຶກສາໃນອະນາຄົດ.

ແຫຼ່ງຂໍ້ມູນ: https://www.coindesk.com/riksbank-worlds-oldest-central-bank-study-digital-currency-results

Comments