General

ການສູນເສຍຊະນິດພັນສັດປ່າ ເປັນສາເຫດຄວາມບໍ່ສົມດຸນຂອງລະບົບນິເວດ…

ປະຊາກອນສັດປ່າຢູ່ໃນ ປປປ ລາວ ແມ່ນຫຼຸດລົງຢ່າງຫຼວງຫຼາຍ ເນື່ອງຈາກການລ່າ ເພື່ອດຳລົງຊີວິດ ແລະ ການຂ້າ ທີ່ຫຼາຍເກີນໄປ, ເຊິ່ງການສູນເສຍຊະນິດຂອງພັນສັດປ່າດັ່ງກ່າວ ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງ ເຮັດໃຫ້ລະບົບນິເວດຂາດຄວາມສົນດຸນ. ພາບປະກອບເທົ່ານັ່ນ ອີງຕາມແຫຼ່ງຂໍ້ມູນຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ສັດປ່າ ແມ່ນມີຄວາມສຳຄັນໃນຂະບວນການສືບພັນຂອງຊະນິດພັນໄມ້ຕ່າງໆ, ໂດຍມີບົດບາດໃນການເຄື່ອນຍ້າຍແກ່ນຈາກຕົ້ມໄມ້ແມ່ພັນ ເຊິ່ງມີຄວາມສຳຄັນຕໍ່ກັບຄວາມຫຼາກຫຼາຍຂອງສາຍພັນໃນທຳມະຊາດ. ພ້ອມກັນນັ້ນ, ການສູນເສຍສັດປ່າຂະໜາດນ້ອຍ ທີ່ເປັນສັດກິນຊີ້ນ ຫຼືກິນສັດອື່ນເປັນອາຫານຂອງວົງຈອນທຳມະຊາດເຊັ່ນ: ເຫງັນ ແລະ ງູ, ເຊິ່ງຈະເຮັດໃຫ້ສັດທີ່ເປັນຜູ້ຖືກລ່າ (ໜູ) ເພີ່ມຂຶ້ນ, ອາດຈະນຳເຊື້ອພະຍາດມາສູ່ສຸຂະພາບຂອງຄົນ, ທຳລາຍພືດພັນທີ່ປູກ ແລະ ຜົນຜະລິດຕ່າງໆ ທີ່ເກັບມ້ຽນໄວ້. ພາບປະກອບເທົ່ານັ້ນ ພາບປະກອບເທົ່ານັ່ນ ດັ່ງນັ້ນ, ​ຄວາມສົມດຸນທາງດ້ານລະບົບນິເວດແມ່ນມີຄວາມສຳຄັນ ຍ້ອນວ່າມັນຊ່ວຍປ້ອງກັນການແຜ່ຂະຫຍາຍຊອງຊະນິດພັນສັດ-ພືດ ເພື່ອບໍ່ໃຫ້ສັດໃດສັດໜຶ່ງຫຼາຍກວ່າອີກກຸ່ມໜຶ່ງສະເພາະ. ພາບປະກອບເທົ່ານັ້ນ ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

ເພີ່ມຂຶ້ນເລື້ອຍໆ ຫວຽດນາມ ມີຕົວເລກຕິດເຊື້ອສະສົມ ທັງໝົດ 847 ກໍລະນີ…

ສະຖານະການ ໂຄວິດ-19 ໃນປະເທດຫວຽດນາມ ວັນທີ 11/08/2020 ມີຕົວເລກຜູ້ເສຍຊີວິດເພີ່ມ ຍ້ອນໂຄວິດ-19 ເປັນຈໍານວນ 2 ກໍລະນີ ເຮັດໃຫ້ຕົວເລກສະສົມ ຜູ້ເສຍຊີວິດ ຢູ່ປະເທດຫວຽດນາມ ເພີ່ມຂຶ້ນເປັນ 15 ກໍລະນີ ແລະ ຕົວເລກຕິດເຊື້ອສະສົມ ທັງໝົດ 847 ກໍລະນີ. ແຫຼ່ງຂໍ້ມູນ: https://www.covidvisualizer.com/

Read More »

ເກີດເຫດໄຟໄໝ້ໂຮງແຮມກັກໂຕ ໂຄວິດ-19 ໃນ ອິນເດຍ ເສຍຊີວິດເກືອບ 10 ຄົນ

ຕາມແຫລ່ງຂ່າວ ອິນເດຍ, ວັນທີ 9 ສິງຫາ, ເກີດເຫດໄຟໄໝ້ ໂຮງແຮມ ວິໄຊຍະວະດາ ໃນລັດ ອານທຳປະເທດຂອງ ອິນເດຍ ຊຶ່ງເປັນ ໂຮງແຮມ ທີ່ໃຊ້ກັກໂຕ ຜູ້ສົງໄສ ຕິດເຊື້ອ ໂຄວິດ-19 ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 7 ຄົນ ແລະ ບາດເຈັບ ຈຳນວນ ຫລວງຫລາຍ. ທ່ານ ອາມິດ ຊາ ລັດຖະມົນຕີ ວ່າການ ກະຊວງພາຍໃນ ຂອງອິນເດຍ ໄດ້ສະແດງ ຄວາມເສຍໃຈ ຕໍ່ເຫດການ ທີ່ເກີດຂື້ນໃນຄັ້ງນີ້. ປັດຈຸບັນ, ເຈົ້າໜ້າທີ່ ພວມເລັ່ງ ສືບສວນສອບສວນ ຫາສາເຫດຕົ້ນຕໍ ທີ່ເກີດຂື້ນໃນຄັ້ງນີ້. ແຫຼ່ງຂໍ້ມູນ:​ https://www.facebook.com/plugins/post.php

Read More »

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະສ້າງສວນວິທະຍາສາດໃຫ້ການຮຽນຮູ້ດ້ານດາລາສາດ…

ພິທີເຊັນສັນຍາຈັດຂຶ້ນວັນທີ 7 ສິງຫາ 2020 ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ລົງນາມຂອງ ທ່ານ ນາງ ແກ້ວໄພວັນ ດວງສະຫວັນ ກັບ ທ່ານ ພູວົງ ສູ້ຍຍະວົງ ໃຫ້ກຽດເຂົ້າຮ່ວມ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ບໍລິສັດ ແອັດແລນຕິກ ອິນເຕີເນເຊິນແນວ ກຣຸບ ລົງນາມເຊັນສັນຍາ ( MOA ) ສ້າງສວນວິທະຍາສາດ ແລະ ພຶກສາສາດ ເພື່ອເປັນສະຖານທີ່ຮຽນຮູ້ດ້ານດາລາສາດ ແລະ ແຫຼ່ງທ່ອງທ່ຽວທາງທໍາມະຊາດ. ທ່ານ ນາງ ແກ້ວໄພວັນ ດວງສະຫວັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວວ່າ: ພາຍຫຼັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ, ທັງສອງຝ່າຍໄດ້ມີການເຄື່ອນໄຫວວຽກງານຕົວຈິງຢ່າງຕັ້ງໜ້າ ແລະ ເກີດມີໝາກຜົນເປັນຮູບປະທໍາ. ສະນັ້ນ, ເພື່ອໃຫ້ວຽກດໍາເນີນຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ, ຜ່ານການປຶກສາຫາລືເປັນເອກະພາບຂອງທັງສອງຝ່າຍ ຈຶ່ງໄດ້ຜັນຂະຫຍາຍເປັນກິດຈະກໍາ, ...

Read More »

ໂຮງງານອຸດສາຫະກຳ ແລະ ຫັດຖະກໍາ ໃນນະຄອນຫຼວງວຽງຈັນ…

ປີ 2019 ນະຄອນຫຼວງວຽງຈັນ ມີໂຮງງານອຸດສາຫະກຳ ແລະ ຫັດຖະກໍາ 3.139 ແຫ່ງ, ມູນຄ່າການຜະລິດ 4.608 ຕື້ ກວ່າກີບ ທຽບໃສ່ປີ 2018 ເພີ່ມຂຶ້ນ 3,66%, ມີ 35 ບໍລິສັດທີ່ນໍາເຂົ້າສິນຄ້າຕິດສະຫຼາກເປັນພາສາລາວ ລວມລາຍການສິນຄ້າກວ່າ 1.107 ລາຍການ. ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ລາຍງານການຈັດຕັ້ງປະຕິບັດແຜນພັດທະນາ ອຄ ປະຈໍາປີ 2019 ແລະ 6 ເດືອນຕົ້ນປີ 2020 ຕໍ່ກອງປະຊຸມ ປະຈໍາປີ 2019 ( ແບບທາງໄກ ) ຂອງຂະແໜງ ອຄ ທົ່ວປະເທດວ່າ: ວຽກງານອຸດສາຫະກໍາ ແລະ ຫັດຖະກໍາ ໃນປີ 2019 ໄດ້ມີໂຮງງານ ແລະ ໂຮງຊ່າງຫັດຖະກໍາເກີດຂຶ້ນໃໝ່ ຈໍານວນ 281 ...

Read More »

ອິນເດຍ ມອບອຸປະກອນການແພດ ໃຫ້ລັດຖະບານລາວຕ້ານ ໂຄວິດ-19

ເມື່ອອາທິດທີ່ຜ່ານມາ ທີ່ກະຊວງສາທາລະນະສຸກ ສປປ ລາວ, ລັດຖະບານ ແລະ ປະ ຊາຊົນອິນເດຍ ໄດ້ນຳເອົາຢາ ແລະ ອຸປະກອນການແພດມອບໃຫ້ແກ່ລັດຖະບານລາວ ຈຳນວນ 188 ແກັດ ເພື່ອເປັນການປະກອບສ່ວນຊ່ວຍເຫລືອ ໃນການຕ້ານການລະບາດ ໂຄວິດ-19 ແລະ ເປັນນິ ມິດໝາຍອັນດີ ໃນຂົງເຂດການພົວພັນສອງຝ່າຍ ອັນສະໜິດແໜ້ນຂອງສອງປະເທດ, ໂດຍສະເພາະແມ່ນສາຍພົວພັນທາງສາສະໜາ, ວັດທະນະທຳ ແລະ ປະຫວັດສາດ. ຕາງໜ້າມອບເຄື່ອງໃນຄັ້ງນີ້,ໂດຍ ທ່ານ ດິນກາ ອັສຕານາ (Dinkar Asthana) ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ມີພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ດຣ. ບຸນກອງ ສີຫາວົງ ໄດ້ສະແດງຄວາມຂອບໃຈ ມາຍັງປະຊາຊົນ ກໍຄື ລັດຖະບານອິນເດຍ ທີ່ໄດ້ໃຫ້ການຊ່ວຍເຫລືອທາງດ້ານຢາປົວພະຍາດ ແລະ ເຄື່ອງໃຊ້ທາງການແພດ ເພື່ອເປັນການຕໍ່ສູ້ກັບການລະບາດຂອງ ...

Read More »

ພູປ່ຽນສີ ຍ້ອນບັນຫາສິ່ງແວດລ້ອມຈາກບໍ່ທອງແດງຢູ່ຣັດເຊຍ…​

ຮູບພາບ Drone ໄດ້ເປີດເຜີຍແຫຼ່ງນໍ້າ ທີ່ໄຫຼອອກຈາກບໍ່ແຮ່ທອງແດງໃນອະດີດຂອງປະເທດຣັດເຊຍ ກຳລັງປ່ຽນເປັນແມ່ນໍ້າ ໃນພູສີສົ້ມ Ural. ເຊິ່ງນໍ້າດັ່ງກ່າວ ເປັນນໍ້າທີ່ເຊື່ອກັນມາແຕ່ວ່າມີມາຈາກບໍ່ແຮ່ທອງແດງ Levikhinsky ທີ່ເຄີຍຖືກປິດໃນປີ 2004. ອຳນາດການປົກຄອງທ້ອງຖິ່ນກ່າວວ່າ: ນໍ້າໃນແມ່ນໍ້າ ສາມາດອະທິບາຍໄດ້ພຽງແຕ່ເປັນ “ໜອງນໍ້າເສຍ” ແລະ ເປັນຜົນມາຈາກການເຮັດໃຫ້ນໍ້າກົດອາຊິດ ທີ່ໃຊ້ໃນລະຫວ່າງການຂຸດຄົ້ນບໍ່ແຮ່.​ ອົງການໄອຍະການຂອງ Nizhny Tagil ກຳລັງກວດກາເພື່ອກຳນົດວ່າ ມີການລະເມີດສິ່ງແວດລ້ອມທີ່ອາດຈະເກີດຂື້ນເຮັດໃຫ້ແມ່ນໍ້າປ່ຽນເປັນສີສົ້ມ ຫລືບໍ່. ເຈົ້າໜ້າທີ່ກ່າວວ່າ ການປົນເປື້ອນດັ່ງກ່າວ ບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ການສະໜອງນໍ້າດື່ມໃຫ້ແກ່ປະຊາຊົນໃນເມືອງໃກ້ຄຽງ. ແຫຼ່ງຂໍ້ມູນ: https://www.9news.com.au

Read More »

ຍອດຜູ້ເສຍຊີວິດໃນຫວຽດນາມ ເພີ່ມຂຶ້ນເປັນ 11 ຄົນ…

ສສ ຫວຽດນາມ ລາຍງານວ່າ ໃນວັນທີ 10 ສິງຫາ 2020 ມີຜູ້ເສຍຊີວິດເພີ່ມ ຈາກໂຄວິດ-19 ເຮັດໃຫ້ມີຍອດຜູ້ເສຍຊີວິດທົ່ວປະເທດ ເພີ່ມຂຶ້ນເປັນ 11 ຄົນ, ມີຜູ້ຕິດເຊື້ອໃໝ່ ເພີ່ມຂຶ້ນ 31 ຄົນ ໂດຍທັງໝົດ ມີສ່ວນພົວພັນກັບ ກໍລະນີການແຜ່ລະບາດຢູ່ນະຄອນ ດານັງ. ຕົວເລກສະສົມ ຜູ້ຕິດເຊື້ອທັງໝົດ ຢູ່ປະເທດ ຫວຽດນາມ ໃນເວລານີ້ ຢູ່ທີ່ 841 ຄົນ.

Read More »

ໄຂ້ຍຸງລາຍລະບາດໜັກ ເຖິງ 4,700 ກໍລະນີ…

ວັນທີ 10 ສິງຫາ 2020, ສູນຂ່າວສານການແພດສຸຂະສຶກສາ ໄດ້ລາຍງານຕົວເລກຜູ້ຕິດເຊື້ອໄຂ້ຍຸງລາຍ ໂຕເລກຫຼ້າສຸດ (8 ສິງຫາ 2020) ວ່າ: ມາຮອດວັນທີ 8 ສິງຫາ 2020 ມີລາຍງານຕົວເລກຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມທັງໝົດ 4,707 ກໍລະນີ ໃນນີ້ຕິດເຊື້ອເພີ່ມ 194 ກໍລະນີ ແລະ ເສຍຊີວິດແລ້ວ 9 ກໍລະນີ, ເຊິ່ງຈາກບົດລາຍງານສັງເກດເຫັນວ່າ ຕົວເລກຜູ້ຕິດເຊື້ອສະສົມຫຼາຍທີ່ສຸດແມ່ນ ນະຄອນຫຼວງວຽງຈັນ (1,065 ກໍລະນີ ເພີ່ມຂຶ້ນ 38 ກໍລະນີ) ຮອງລົງມາແມ່ນແຂວງບໍລິຄໍາໄຊ (542 ກໍລະນີ ເພີ່ມຂຶ້ນ 10 ກໍລະນີ) ແລະ ແຂວງວຽງຈັນ (541 ກໍລະນີ ເພີ່ມຂຶ້ນ 76 ກໍລະນີ) ສ່ວນແຂວງທີ່ມີຜູ້ຕິດເຊື້ອໜ້ອຍທີ່ສຸດ ແມ່ນ ແຂວງຊຽງຂວາງ (1 ກໍລະນີ) ແລະ ແຂວງຫົວພັນ (2 ກໍລະນີ). ພາບປະກອບເທົ່ານັ້ນ ແນວໃດກໍ່ຕາມ, ທາງຄະນະສະເພາະກິດຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ຊຸມຊົນ ແລະ ...

Read More »

ປະເທດໄທ ລິເລີ່ມໂຄງການຖະໜົນກິນໄດ້ ປາສະຈາກສານຜິດ

ປະເທດໄທ ລິເລີ່ມໂຄງການ “ຖະໜົນກິນໄດ້ ປາສະຈາກສານຜິດ” ໂດຍເລີ່ມຈັດຕັ້ງປະຕິບັດ ຢູ່ແຂວງ ສຸຣາດທານີ. ໂຄງການນີ້ ອະທິບາຍໃຫ້ເຂົ້າໃຈງ່າຍໆ ກໍ່ແມ່ນການຊັກຊວນໃຫ້ແຕ່ລະບ້ານ ຫັນມາປູກຜັກໄວ້ກິນແຄມທາງ ເຂດທີ່ມີພື້ນທີ່ເປົ່າຫວ່າງ ໂດຍທາງໂຄງການຈະໃຫ້ທຶນສົມທົບ ແຕ່ລະບ້ານ ມູນຄ່າ 6,000 ບາດ ສະກຸນເງິນໄທ. ເງື່ອນໄຂຂອງໂຄງການແມ່ນ ບ້ານທີ່ຈະເຂົ້າຮ່ວມໂຄງການ ຕ້ອງເລືອກເອົາເສັ້ນທາງຜ່ານບ້ານ ຄວາມຍາວ 1 ກິໂລແມັດ 1 ເສັ້ນທາງ ເພື່ອປູກຜັກຊະນິດໃດກໍ່ໄດ້ ໃນເງື່ອນໄຂທຸກຄົນເປັນເຈົ້າຂອງຮ່ວມກັນ, ຫ້າມນໍາເອົາຜັກໄປຂາຍ, ຫ້າມໃສ່ສານເຄມີ ແລະ ຕ້ອງສ້າງຄວາມສວຍງາມໃຫ້ໝູ່ບ້ານ. ປະຈຸບັນ, ມີທັງໝົດ12 ບ້ານ ເຂົ້າຮ່ວມໂຄງການ ແລະ ສາມາດປູກຜັກແຄມທາງ ໃນຄວາມຍາວ 21 ກິໂລແມັດໄດ້ສໍາເລັດ. ແຫຼ່ງຂໍ້ມູນ: https://www.facebook.com/112344190116834/posts

Read More »