ຕາມແຫລ່ງຂ່າວ ອິນເດຍ, ວັນທີ 9 ສິງຫາ, ເກີດເຫດໄຟໄໝ້ ໂຮງແຮມ ວິໄຊຍະວະດາ ໃນລັດ ອານທຳປະເທດຂອງ ອິນເດຍ ຊຶ່ງເປັນ ໂຮງແຮມ ທີ່ໃຊ້ກັກໂຕ ຜູ້ສົງໄສ ຕິດເຊື້ອ ໂຄວິດ-19 ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 7 ຄົນ ແລະ ບາດເຈັບ ຈຳນວນ ຫລວງຫລາຍ.


ທ່ານ ອາມິດ ຊາ ລັດຖະມົນຕີ ວ່າການ ກະຊວງພາຍໃນ ຂອງອິນເດຍ ໄດ້ສະແດງ ຄວາມເສຍໃຈ ຕໍ່ເຫດການ ທີ່ເກີດຂື້ນໃນຄັ້ງນີ້.

ປັດຈຸບັນ, ເຈົ້າໜ້າທີ່ ພວມເລັ່ງ ສືບສວນສອບສວນ ຫາສາເຫດຕົ້ນຕໍ ທີ່ເກີດຂື້ນໃນຄັ້ງນີ້.
ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php