ສສ ຫວຽດນາມ ລາຍງານວ່າ ໃນວັນທີ 10 ສິງຫາ 2020 ມີຜູ້ເສຍຊີວິດເພີ່ມ ຈາກໂຄວິດ-19 ເຮັດໃຫ້ມີຍອດຜູ້ເສຍຊີວິດທົ່ວປະເທດ ເພີ່ມຂຶ້ນເປັນ 11 ຄົນ, ມີຜູ້ຕິດເຊື້ອໃໝ່ ເພີ່ມຂຶ້ນ 31 ຄົນ ໂດຍທັງໝົດ ມີສ່ວນພົວພັນກັບ ກໍລະນີການແຜ່ລະບາດຢູ່ນະຄອນ ດານັງ.
ຕົວເລກສະສົມ ຜູ້ຕິດເຊື້ອທັງໝົດ ຢູ່ປະເທດ ຫວຽດນາມ ໃນເວລານີ້ ຢູ່ທີ່ 841 ຄົນ.