General

ນະຄອນຫຼວງພົບ 14 ບ້ານ ທີ່ມີໜອນນໍ້າຍຸງລາຍຫຼາຍທີ່ສຸດ…

ຈາກການລາຍງານ ຂອງສູນໄຂ້ຍຸງແມ່ກາຝາກ ແລະ ແມງໄມ້ ແລະ ສາທານະຄອນຫຼວງເຫັນວ່າ ຜົນຂອງການລົງສຳຫຼວດໜອນນຳ້ຍຸງລາຍ ຢູ່ນະຄອນຫຼວງວຽງຈັນ ໄດ້ມີຈຳນວນ 14 ບ້ານທີ່ມີໜອນນຳ້ສູງສຸດ ເຊິ່ງມີຄວາມສ່ຽງຈະເກີດໄຂ້ຍຸງລາຍເປັນວົງກວ້າງ. 14 ບ້ານ ດັ່ງກ່າວ ປະກອບມີ: 1 ບ້ານ ອ່າງນ້ອຍ2 ບ້ານ ເພຍລາດ3 ບ້ານ ຫົວນາ4 ບ້ານ ໂນນແຕ້5 ບ້ານ ຊ້າງຄູ້6 ບ້ານ ໂພນສະຫວັນ7 ບ້ານ ໂພນເຄັງ8 ບ້ານ ທາດຫຼວງກາງ9 ບ້ານ ສະພັງໝໍ້10 ບ້ານ ຂາມງອຍ11 ບ້ານ ຫ້ວຍຫົງ12 ບ້ານ ວຽງຄໍາ13 ບ້ານ ໜອງຈັນ14 ບ້ານ ດອນກອຍ ສະເໜີໃຫ້ ນາຍບ້ານ ແລະ ລູກບ້ານ ຂ້າງເທິງ ຍົກລະດັບຄວາມເປັນເຈົ້າການ ທຳລາຍແຫຼ່ງເພາະພັນຍຸງລາຍ ໃນເຮືອນຂອງຕົນເອງ ຢ່າງຮີບດ່ວນ. ແຫຼ່ງຂໍ້ມູນ: FM 90

Read More »

ກົມໃຫຍ່ຕຳຫລວດ ເຜີຍແຜ່ວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ…

ສຳນັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເຜີຍແຜ່, ເຊື່ອມຊຶມວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນວັນທີ 11 ສິງຫາ 2020 ທີ່ຫ້ອງປະຊຸມຂອງກົມໃຫຍ່ດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ຄຳກິ່ງ ຜຸຍຫລ້າມະນີວົງ ຫົວໜ້າກົມໃຫຍ່ຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ຈິນດາໄມ ວິໄລຫົງສ໌ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ, ມີບັນດານາຍຕຳຫລວດ ຈາກບັນດາກົມກອງທີ່ຂຶ້ນກັບກົມໃຫຍ່ຕຳຫລວດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້ ກໍເພື່ອໃຫ້ນາຍຕຳຫລວດທີ່ເຮັດໜ້າທີ່ດຳເນີນຄະດີ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາບລວມການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ລວມທັງກົດໝາຍ, ລະບຽບການທີ່ກ່ຽວຂ້ອງ, ຄໍາສັ່ງແນະນໍາວ່າດ້ວຍການດໍາເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ທ່ານ ພົນຈັດຕະວາ ຄໍາກິ່ງ ຜຸຍຫລ້າມະນີວົງ ໄດ້ກ່າວວ່າ: ການຟອກເງິນ ແມ່ນການນໍາເອົາເງິນ ຫລື ຊັບສິນທີ່ໄດ້ມາຈາກການກະທໍາຜິດ ຫລື ໄດ້ມາໂດຍບໍ່ຖືກຕ້ອງຕາມກົດໝາຍ ແລ້ວມາປ່ຽນສະພາບເປັນເງິນ ຫລື ຊັບສິນທີ່ໄດ້ມາຢ່າງຖືກຕ້ອງ ເອີ້ນວ່າ: ຂັ້ນຕອນການດໍາເນີນການປ່ຽນ ເງິນເປື້ອນ ໃຫ້ເປັນ ເງິນສະອາດ. ສ່ວນການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແມ່ນການນໍາເອົາເງິນ ຫລື ...

Read More »

ກົມອຸຕຸຄາດອາທິດນີ້ ຍັງຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ…

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 10 ຫາ 16 ສິງຫາ 2020 ວ່າ: ໃນໄລຍະວັນທີ 10 ຫາ 12 ສິງຫາ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອດ້ານຕາເວັນອອກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ. ຈາກນັ້ນວັນທີ 13 ຫາ 16 ສິງຫາ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກປານກາງ ຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ລົງຫາ ພາກກາງ ແລະ ພາກໃຕ້ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ແຫຼ່ງຂໍ້ມູນ: ​https://www.facebook.com/plugins/post.php

Read More »

ອາຊຽນ ທົບທວນຄວາມການປະຕິບັດແຜນງານຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນ…

ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ (Video conferencing) ຂອງຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມປິ່ນອ້ອມ ໃນລະຫວ່າງວັນທີ 11-12 ສິງຫາ 2020 ນີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານ ຂອງ ທ່ານ Rica rdo B.JALAD ຫົວໜ້າກົມ, ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ປະ ເທດຟີລິບປິນ ແລະ ມີບັນດາຈຸດປະສານງານ ຄະນະກຳມະການຄຸ້ມຄອງໄພພິບັດ ປະເທດອາຊຽນ ເຂົ້າຮວ່ມ. ກອງປະຊຸມຄະນະບໍລິຫານງານສູນປະສານງານຊ່ວຍເຫລືອ ດ້ານມະນຸດສະທຳໄພພິບັດອາ ຊຽນ ຄັ້ງທີ 12, ກອງປະຊຸມຄະນະກຳມະການຮ່ວມເພື່ອເສີມຂະຫຍາຍຂອບການຮ່ວມມືໃນການຊ່ວຍເຫລືອດ້ານມະນຸດສະທຳ ຄັ້ງທີ 13, ກອງປະຊຸມ ໂດຍການເປັນປະທານຂອງ ຫົວໜ້າຫ້ອງການຄຸ້ມຄອງພົນລະເຮືອນຟີລິບປິິນ. ພ້ອມກັນນີ້, ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຍັງຈະໄດ້ເປີດກວ້າງກັບ ສປ ຈີນ, ຍີ່ປຸ່ນ ເຂົ້າຮ່ວມເພື່ອປຶກສາຫາລືຕໍ່ກັບຂອບແນວຄວາມຄິດ ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ແລະ ກອງປະຊຸມລັດຖະມົນຕີ ຄຸ້ມຄອງໄພພິບັດອາ ຊຽນ ...

Read More »

ຊົມເຊີຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ ແລະ ສ.ເກົາຫລີ ຄົບຮອບ 25 ປີ

ສະຖານທູດ ສ.ເກົາຫລີ ປະຈຳ ສປປ ລາວ ໄດ້ຈັດພິທີມອບ-ຮັບລາງວັນ ການແຂ່ງຂັນອອກແບບ ແລະ ເປີດນຳໃຊ້ ສັນຍາລັກ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ ແລະ ສ.ເກົາຫລີ ຄົບຮອບ 25 ປີ (25/10/1995-25/10/2020) ທີ່ໂຮງແຮມຄຣາວພາຊາ ນະຄອນຫລວງວຽງຈັນ ວັນທີ 11 ສິງຫາ 2020. ທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ສ. ເກົາຫລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການຈັດການແຂ່ງຂັນອອກແບບໃນຄັ້ງນີ້ ເປັນຄັ້ງທຳອິດ, ໂດຍມີຜູ້ສະໝັກຈາກລາວ ແລະ ສ.ເກົາຫລີ ຈຳນວນ 109 ຄົນ, ລວມມີ 200 ກວ່າແບບທີ່ສົ່ງເຂົ້າປະກວດ, ເຊິ່ງຜູ້ຊະນະເລີດແມ່ນ ທ້າວ ຄຳເກີດ ຟານຄຳ, ຮອງຊະນະເລີດ ທ້າວ ໄຊຍະພອນ ບົວຈັນທະລາ ແລະ ທີສາມແມ່ນທ້າວ ຢູ ກວາງ ສັນຊາດ ...

Read More »

ຖ້າສະຫະລັດຍັງຈະຢຸດໃຊ້ແອັບຂອງຈີນ ອາດຈະເຮັດໃຫ້ຍອດຂາຍ iPhone ຫຼຸດລົງ…

ຄໍາສັ່ງຂອງ ປະທານາທິບໍດີ ໂດນັລ ທຣໍາ ທີ່ຈະຫ້າມບໍ່ໃຫ້ແອັບດັງຈາກຈີນໃຊ້ງານໄດ້ໃນສະຫະລັດອາເມລິກາ ອາດຈະສົ່ງຜົນໃຫ້ຍອດຂາຍສິນຄ້າຂອງບໍລິດສັດອາເມລິກາໄດ້ຮັບຜົນກະທົບໄປນໍາ. Ming-Chi Kuo ນັກວິເຄາະໃຕ້ຫວັນ ຈາກບໍລິສັດ TF International Securities ເຊິ່ງຊ່ຽວຊານດ້ານການຄາດການຜະລິດຕະພັນຂອງ Apple ໄດ້ຢ່າງໝັ້ນໃຈວ່າ: ຫາກລັດຖະບານສະຫະລັດສັ່ງຫ້າມໃຊ້ແອັບ WeChat ຈົນເຮັດໃຫ້ Apple ຕ້ອງຖືກບີບໃຫ້ຖອດແອັບນີ້ຈາກ App Stores ຈະສົ່ງຜົນຕໍ່ຍອດຂາຍຂອງບໍລິສັດຢ່າງໜັກໜ່ວງ ໂດຍຄາດວ່າຈະສົ່ງຜົນໃຫ້ຍອດສົ່ງອອກ iPhone ໃນຈີນຫຼຸດລົງເຖິງ 25-30% ຕໍ່ປີ ເນື່ອງຈາກ WeChat ເປັນແອັບຍອດນິຍົມຢ່າງຫຼວງຫຼາຍໃນຈີນ ແລະ ເປັນສ່ວນໜຶ່ງຂອງຊີວິດປະຈໍາວັນຂອງຄົນຈີນໃນຫຼາຍໆດ້ານຕັ້ງແຕ່ການຕິດຕໍ່ປະຈໍາວັນໄປຈົນເຖິງການເຮັດທຸລະກໍາທາງການເງິນ. ນອກຈາກຍອດຂາຍ iPhone ຈະຫຼຸດລົງເຖິງ 1/4 ເຖິງ 1/63 ແລ້ວ Ming-Chi Kuo ຄາດວ່າຍອດຂາຍຜະລິດຕະພັນອື່ນໆເຊັ່ນ:​ AirPods, iPad ແລະ Apple Watch ຈະຫຼຸດລົງປະມານ 15-25%. ນອກຈາກນີ້, ຍັງມີຄວາມສ່ຽງຕໍ່ສິນຄ້າສັນຊາດອະເມລິກາອີກຖ້າຫາກ Trump ແບນແອັບດັງຈາກຈີນ ເພາະຈະປຸກກະແສຊາດນິຍົມໃຫ້ເກີດຂຶ້ນໃນກຸ່ມຄົນຈີນ ນໍາໄປສູ່ການຕໍ່ຕ້ານສິນຄ້າອາເມລິກາ ແລະ ເຮັດໃຫ້ທຸລະກິດຂອງສະຫະລັດໄດ້ຮັບຜົນກະທົບຈາກການຕັດສິນໃຈຂອງ ໂດນນັລ ...

Read More »

ຕົວເລກຕິດເຊື້ອ ໂຄວິດ-19 ທົ່ວໂລກ ທະລຸ 20 ລ້ານ ແລະ ເສຍຊີວິດຫຼາຍກວ່າ 7 ແສນ ຄົນ…

ປັດຈຸບັນ, ສະຖານະການ COVID-19 ໃນທົ່ວໂລກຍັງສືບຕໍ່ຮຸນແຮງຂຶ້ນເລື້ອຍໆ ເພາະຜູ້ຕິດເຊື້ອໃນມື້ດຽວຫຼາຍກວ່າ 2 ແສນ ຄົນ ລວມທັງໝົດ 20.233.350 ຄົນ ໂດຍຍອດຜູ້ເສຍຊີວິດເພິ່ມຂຶ້ນຫຼາຍກ່ວາ 737.809 ຄົນແລ້ວ. ເວັບໄຊ້ Worldometers ລາຍງານສະຖານະການ ໂຄວວິດ-19 ປະຈໍາວັນທີ 11 ສິງຫາ 2020 ຈໍານວນ 215 ປະເທດທົ່ວໂລກພົບຜູ້ຕິດເຊື້ອ ທັງໝົດ 20.233.350 ຄົນ ເພິ່ມຂຶ້ນ 204.317 ຄົນ, ເສຍຊີວິດ 737.809 ຄົນ ເພິ່ມຂຶ້ນ 4.251 ຄົນ, ປິ່ນປົວດີແລ້ວ 13.087.073 ຄົນ. ປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດ 10 ອັນດັບທຳອິດໄດ້ແກ່ 1 ປະເທດສະຫະລັດອາເມລິກາ ມີຜູ້ຕິດເຊື້ອ 5.246.696 ຄົນ, ເພິ່ມຂຶ້ນ 45.050 ຄົນ, ເສຍຊີວິດ 166.108 ຄົນ, ເພິ່ມຂຶ້ນ 485 ຄົນ, ປິ່ນປົວດີແລ້ວ 2.702.663 ຄົນ ...

Read More »

ຍື່ນສະເໜີປ່າສະຫງວນຫີນໜາມໜໍ່ເປັນມໍລະດົກທຳມະຊາດໂລກ ຕໍ່ UNESCO

ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ຈັດສົ່ງຄະນະປະຕິບັດງານ, ໃນນັ້ນມີພະນັກງານສອງຄົນ ຂອງປ່າສະຫງວນແຫ່ງຊາດຟອງຍາ-ແກ໋ບ່າງ ຈະໄປເຮັດວຽກ ຊ່ວຍເຫຼືອປະເທດເພື່ອນມິດລາວ ເພື່ອພ້ອມກັນເຮັດວຽກກັບ ກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ ປັບປຸງສໍານວນເອກະສານຍື່ນສະເໜີຕໍ່ UNESCO ຮັບຮອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກທໍາມະຊາດໂລກ. ປັດຈຸບັນ, ຫີນໜາມໜໍ່ ແມ່ນເຂດອະນຸລັກຮັກສາທໍາມະຊາດຂຶ້ນກັບແຂວງຄໍາມ່ວນ, ຕິດກັບລະບົບພູຫີນປູນຕາມເສັ້ນຊາຍແດນຫວຽດນາມ-ລາວ ຂອງປ່າສະຫງວນແຫ່ງຊາດຟອງຍາ-ແກ໋ບ່າງ (123.00 ເຮັກຕາ). ສະນັ້ນ, ຈໍາເປັນຕ້ອງນອນໃນລະບົບດຽວກັນເພື່ອອະນຸລັກຮັກສາ ແລະສ້າງເປັນເຂດພູຫີນປູນໃຫຍ່ທີ່ສຸດຢູ່ອາຊີ. ນອກຈາກການໜູນຊ່ວຍຈາກກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ, ແຂວງກວາງບິ່ງ ມີແຜນການໜູນຊ່ວຍຄື ແບ່ງປັນຂໍ້ມູນຂ່າວສານທີ່ກ່ຽວຂ້ອງ, ເຮັດແຜນທີ່ລວມລະຫວ່າງສອງຝ່າຍເພື່ອນໍາໃຊ້ໃນການເຄື່ອນໄຫວຮ່ວມມືລະຫວ່າງຊາຍແດນ, ຊ່ວຍລາວ ກ່ຽວກັບບົດຮຽນຍົກສູງຄວາມຮັບຮູ້ຂອງປະຊາຄົມໃນການອະນຸລັກຮັກສາ, ຮ່ວມກັນຄຸ້ມຄອງຊັບພະຍາກອນທຳມະຊາດ. ແຫຼ່່ງຂໍ້ມູນ:​ https://www.facebook.com/plugins/post.php

Read More »

ນາຍົກ ປະເທດ ເລບານອນ ລາອອກຈາກຕໍາແໜ່ງ ເພື່ອຮັບຜິດຊອບຕໍ່່ເຫດການລະເບີດ…

ທ່ານ Hassan Diab ນາຍົກລັດຖະມົນຕີເລບານອນ ປະກາດລາອອກຈາກຕຳແໜ່ງ ເພື່ອຮັບຜິດຊອບຕໍ່ເຫດລະເບີດ ຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງປະເທດ ສຳນັກຂ່າວຕ່າງປະເທດລາຍງານຈາກເບຣຸດ ປະເທດເລບານອນ ໃນວັນທີ 11 ສິງຫາ 2020 ວ່າ: ທ່ານ ຮັດຊັນ ດີອັບ (Hassandi Ab) ຖະແຫຼງຜ່ານໂທລະພາບແຫ່ງຊາດ ໃນວັນທີ 10 ສິງຫາ ຜ່ານມາຕາມເວລາທ້ອງຖິ່ນ ປະກາດລາອອກຈາກຕຳແໜ່ງ ນາຍົກ ລັດຖະມົນຕີ ເລບານອນ ຫຼັງຈາກດຳລົງຕໍາແໜ່ງໄດ້ພຽງ 7 ເດືອນເທົ່ານັ້ນ. ທັງນີ້ ການປະກາດລາອອກໄດ້ສົ່ງຜົນໃຫ້ ຄະນະລັດຖະມົນຕີສິ້ນສຸດວາລະຈາກຕຳແໜ່ງໄປພ້ອມກັນ ເພື່ອສະແດງ ຄວາມຮັບຜິດຊອບ ຕໍ່ເຫດລະເບີດ ຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງປະເທດ ທີ່ທ່າເຮືອ ໃນນະຄອນຫລວງ ເບຣຸດ ເຮັດໃຫ້ມີ ຜູ້ເສຍຊີວິດ ຫລາຍກວ່າ 200 ຄົນ, ໄດ້ຮັບບາດເຈັບ 6.000 ກວ່າຄົນ ແລະ ສູນຫາຍອີກ ປະມານ 20 ຄົນ. ນອກນີ້ ປະຊາຊົນ ຫລາຍແສນຄົນ ບໍ່ມີທີ່ຢູ່ອາໄສ ແຫຼ່ງຂໍ້ມູນ: https://l.facebook.com/l.php?

Read More »

ຟິລິປິນ ເຮັດໜ້າກາກອະນາໄມຮັກໂລກ ຈາກເຊືອກປໍມະນິລາ ພືດທ້ອງຖິ່ນທຳມະຊາດ…

ປັດຈຸບັນ, ພວກເຮົາຢູ່ໃນຍຸກສະໄໝທີ່ຄວາມສະອາດ ແລະ ສຸຂະພາບເປັນເລື່ອງທີ່ຫຼາຍຄົນ ໃສ່ໃຈຫຼາຍຂຶ້ນ ໂດຍສະເພາະໃນໄລຍະການລະບາດຂອງພະຍາດໂຄວິດ-19 ທີ່ເຮົາຕ້ອງໃສ່ໜ້າກາກອະນາໄມ ເມື່ອຕ້ອງອອກໄປໃນສະຖານທີ່ ສາທາລະນະ ເຮັດໃຫ້ມີຂີ້ເຫຍື້ອທີ່ມາຈາກໜ້າກາກ ອະນາໄມ ເພີ່ມຂຶ້ນຫຼາຍ. ໜ້າກາກ “Fiber mask 7XB” ທີ່ເຮັດມາຈາກເສັ້ນໃຍຂອງ abaca ໃນປະເທດຟິລິປິນ ເຊິ່ງເສັ້ນໃຍ abaca ຫຼື ເຊືອກປໍມະນິລາ ທີ່ເປັນມິດກັບສິ່ງແວດລ້ອມ ບໍ່ມີສ່ວນປະກອບຂອງ plastic ປາດສະຈາກສ່ວນປະສົມຂອງສານເຄມີໃນເນື້ອຜ້າ ແລະ ທີ່ສຳຄັນມັນສາມາດຍ່ອຍສະຫຼາຍໄດ້ເອງຕາມທຳມະຊາດ. ສຳລັບ Abaca ແມ່ນພືດໃນຕະກຸນດຽວກັບກ້ວຍ ເປັນພືດພື້ນເມືອງຂອງຟິລິປິນ ໂດຍເສັ້ນໃຍຊະນິດນີ້ມີຄຸນສົມບັດໜຽວ ແລະ ຢືດ ສາມາດໄປຕັດເຮັດເປັນເຄື່ອງນຸ່ງໄດ້, ພ້ອມທັງ ນຳມາເຮັດເຊືອກ ຫຼື ເຄື່ອງຈັກສານໄດ້ ຈາກຄຸນສົມບັດທີ່ກ່າວມານີ້ ເຮັດໃຫ້ເສັ້ນໃຍ abaca ເໝາະສົມສຳລັບການນໍາມາເຮັດໜ້າກາກອະນາໄມ ໂດຍໜ້າກາກຊະນິດນີ້ ສາມາດຊັກໄດ້ຫຼາຍເທື່ອ ພຽງແຕ່ຊັກກັບນໍ້າສະອາດ ຫຼື ສະບູເທົ່ານັ້ນ. ນອກຈາກນີ້ ໜ້າກາກເສັ້ນໃຍ abaca ນີ້ຍັງໄດ້ຮັບການທົດລອງແລ້ວວ່າ ດີກວ່າໜ້າກາກຜ້າທົ່ວໄປເຖິງ 7 ເທົ່າ ສາມາດກັນນໍ້າ ແລະ ຝຸ່ນໄດ້ດີ. ...

Read More »