ຟິລິປິນ ເຮັດໜ້າກາກອະນາໄມຮັກໂລກ ຈາກເຊືອກປໍມະນິລາ ພືດທ້ອງຖິ່ນທຳມະຊາດ…

ປັດຈຸບັນ, ພວກເຮົາຢູ່ໃນຍຸກສະໄໝທີ່ຄວາມສະອາດ ແລະ ສຸຂະພາບເປັນເລື່ອງທີ່ຫຼາຍຄົນ ໃສ່ໃຈຫຼາຍຂຶ້ນ ໂດຍສະເພາະໃນໄລຍະການລະບາດຂອງພະຍາດໂຄວິດ-19 ທີ່ເຮົາຕ້ອງໃສ່ໜ້າກາກອະນາໄມ ເມື່ອຕ້ອງອອກໄປໃນສະຖານທີ່ ສາທາລະນະ ເຮັດໃຫ້ມີຂີ້ເຫຍື້ອທີ່ມາຈາກໜ້າກາກ ອະນາໄມ ເພີ່ມຂຶ້ນຫຼາຍ.

ໜ້າກາກ “Fiber mask 7XB” ທີ່ເຮັດມາຈາກເສັ້ນໃຍຂອງ abaca ໃນປະເທດຟິລິປິນ ເຊິ່ງເສັ້ນໃຍ abaca ຫຼື ເຊືອກປໍມະນິລາ ທີ່ເປັນມິດກັບສິ່ງແວດລ້ອມ ບໍ່ມີສ່ວນປະກອບຂອງ plastic ປາດສະຈາກສ່ວນປະສົມຂອງສານເຄມີໃນເນື້ອຜ້າ ແລະ ທີ່ສຳຄັນມັນສາມາດຍ່ອຍສະຫຼາຍໄດ້ເອງຕາມທຳມະຊາດ.

ສຳລັບ Abaca ແມ່ນພືດໃນຕະກຸນດຽວກັບກ້ວຍ ເປັນພືດພື້ນເມືອງຂອງຟິລິປິນ ໂດຍເສັ້ນໃຍຊະນິດນີ້ມີຄຸນສົມບັດໜຽວ ແລະ ຢືດ ສາມາດໄປຕັດເຮັດເປັນເຄື່ອງນຸ່ງໄດ້, ພ້ອມທັງ ນຳມາເຮັດເຊືອກ ຫຼື ເຄື່ອງຈັກສານໄດ້

ຈາກຄຸນສົມບັດທີ່ກ່າວມານີ້ ເຮັດໃຫ້ເສັ້ນໃຍ abaca ເໝາະສົມສຳລັບການນໍາມາເຮັດໜ້າກາກອະນາໄມ ໂດຍໜ້າກາກຊະນິດນີ້ ສາມາດຊັກໄດ້ຫຼາຍເທື່ອ ພຽງແຕ່ຊັກກັບນໍ້າສະອາດ ຫຼື ສະບູເທົ່ານັ້ນ. ນອກຈາກນີ້ ໜ້າກາກເສັ້ນໃຍ abaca ນີ້ຍັງໄດ້ຮັບການທົດລອງແລ້ວວ່າ ດີກວ່າໜ້າກາກຜ້າທົ່ວໄປເຖິງ 7 ເທົ່າ ສາມາດກັນນໍ້າ ແລະ ຝຸ່ນໄດ້ດີ.

ແຫຼ່ງຂໍ້ມູນ: https://l.facebook.com/l.php?

Comments