KKP Research ໂດຍ ກຽດຕິນາ ຄິນະພັດ ເຜີຍວ່າ ບໍລິສັດສ່ວນໃຫຍ່ ໃນຕະຫຼາດຮຸ້ນຂອງໄທ ຢູ່ໃນພາກເສດຖະກິດດັ່ງເດີມ (Old Economy) ທີ່ອາໄສຕົ້ນທຶນຈາກຕະຫຼາດ ເປັນສ່ວນໃຫຍ່ ແລະ ຍັງມີບາງບໍລິສັດ ທີ່ການເຂົ້າເຖິງເຕັກໂນໂລຍີ ແລະ ຂໍ້ມູນຂ່າວສານ ບໍ່ຮອດ 3% ຂອງມູນຄ່າຕະຫຼາດ ຈຶ່ງເຮັດໃຫ້ຕະຫຼາດຮຸ້ນຂອງໄທຟື້ນຕົວຫຼັງໂຄວິດຊ້າ ກວ່າຕະຫຼາດຕ່າງປະເທດທີ່ມີເຕັກໂນໂລຊີເປັນແຮງຍູ້ດັນ.

ໃນຊ່ວງທີ່ຜ່ານມາ ເຖິງວ່າສະຖານະການໂຄວິດ-19 ເລີ່ມຫຼຸດລົງໃນຫຼາຍປະເທດ ແຕ່ດັດສະນີຕະຫຼາດຮຸ້ນໄທບໍ່ສາມາດຟື້ນຕົວກັບສູ່ສະພາບກ່ອນໂຄວິດ ແຕ່ກົງກັນຂ້າມກັບຫຼາຍປະເທດ ເຖິງວ່າຍັງປະເຊີນກັບບັນຫາໂຄວິດທີ່ຮຸນແຮງກວ່າໄທ ແຕ່ຕະຫຼາດຮຸ້ນກັບຟື້ນຕົວໄດ້ຢ່າງວ່ອງໄວກວ່າ ໂດຍສະເພາະຕະຫຼາດຮຸ້ນໃນເຂດເສດຖະກິດທີ່ມີການພັດທະນາທາງດ້ານເຕັກໂນໂລຊີ ລະດັບສູງເຊັ່ນ: ສະຫະລັດອາເມລິກາ, ຈີນ, ຍີ່ປຸ່ນ, ເກົາຫຼີ ຫຼື ໄຕ້ຫວັນ ລ້ວນແຕ່ກັບມາຟື້ນຕົວໄດ້ຢ່າງວ່ອງໄວ.

ຄວາມແຕກຕ່າງໃນການຟື້ນຕົວສະແດງໃຫ້ເຫັນ ເຖິງໂຄງສ້າງຂອງຕະຫຼາດຮຸ້ນໄທ ທີ່ຍັງຂາດບໍລິສັດຊັ້ນນຳ ທີ່ມຸ້ງເນັ້ນຄວາມເປັນຜູ້ນຳທາງເຕັກໂນໂລຊີ ໂດຍບໍລິສັດທີ່ມີຂະໜາດໃຫຍ່ທີ່ສຸດ 10 ອັນດັບທຳອິດໃນຕະຫຼາດຮຸ້ນໄທ ອາດກ່າວໄດ້ວ່າເກືອບທັງໝົດທຸກບໍລິສັດໃຫຍ່ ຍັງຢູ່ໃນພາກເສດຖະກິດແບບດັ່ງເດີມ.

ຖ້າສົມທຽບກັບບໍລິສັດຍັກໃຫຍ່ໃນປະເທດສະຫະລັດ ເປັນກຸ່ມບໍລິສັດທີ່ນຳໃຊ້ເຕັກໂນໂລຊີ ລະດັບຊັ້ນນຳ 5 ແຫ່ງ ຫຼື ທີ່ເອີ້ນວ່າ FAANG ເປັນແກນກາງ ທີ່ປະກອບດ້ວຍ Facebook, Amazon, Apple, Netflix แລະ Google (ຫຼື Alphabet ໃນປັດຈຸບັນ). ທັງນີ້ ສັດສ່ວນຂອງບໍລິສັດໃນຕະຫຼາດຮຸ້ນໄທ ທີ່ກ່ຽວເນື່ອງກັບການພັດທະນາເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ (Tech stock) ມີມູນຄ່າຢູ່ທີ່ 3% ຂອງຕະຫຼາດທັງໝົດ ຍັງຢູ່ໃນລະດັບທີ່ຕໍ່າຫຼາຍ ເມື່ອທຽບກັບຕະຫຼາດຮຸ້ນອື່ນໆ ໃນອາຊີ ໂດຍສະເພາະໄຕ້ຫວັນ ທີ່ມີສັດສ່ວນສູງກວ່າ 50% ຂອງຕະຫຼາດຮຸ້ນ.
ເມື່ອສົມທຽບກັບຕະຫຼາດຮຸ້ນຂອງລາວ ທຶນສ່ວນໃຫຍ່ແມ່ນມາຈາກໃສ ແລະ ການເຂົ້າເຖິກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສາດຍັງຢູ່ໃນລະດັບໃດ..?