ຈຳປາສັກ ກວດກາຄືນການນຳໃຊ້ທີ່ດິນ ແລະ ໂຄງການລົງທຶນ…….

ໃນວັນທີ 23 ພະຈິກ 2020 ທີ່ຫ້ອງປະຊຸມ ຫລັກ 4 ແຂວງຈໍາປາສັກ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບ ທ່ານ ຕຽງທອງ ສີສຸວັນນະແສງ ຮອງຫົວໜ້າກົມກວດກາລັດທ້ອງຖິ່ນ ອົງການກວດກາລັດຖະບານ ພ້ອມຄະນະ, ສົມທົບກັບຄະນະກວດກາພັກ-ລັດ ແຂວງຈຳປາສັກ ເພື່ອລາຍງານການສືບຕໍ່ລົງເຄື່ອນໄຫວກວດກາ ຢູ່ແຂວງຈຳປາສັກ.

ການລົງມາເຄື່ອນໄຫວຂອງຄະນະໜ່ວຍງານກວດກາໃນຄັ້ງນີ້ ແຜນວຽກຕົ້ນຕໍແມ່ນສືບຕໍ່ດຳເນີນການເຄື່ອນໄຫວກວດກາ ບັນດາຂໍ້ຕົກລົງຂອງການນຳຂັ້ນສູງ ແຂວງຈຳປາສັກ ສະໄໝທີ VII ຈຳນວນໜຶ່ງທີ່ຍັງຄ້າງ ເປັນຕົ້ນການຕົກລົງຫັນສິດນຳໃຊ້ທີ່ດິນໃຫ້ບຸກຄົນ, ນິຕິບຸກຄົນ, ການຕົກລົງປະຕິບັດນະໂຍບາຍ, ການແຕ່ງຕັ້ງຄະນະກຳມະການອື່ນໆ, ນັບທັງການຕົກລົງກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ.

ພ້ອມນັ້ນ, ຈະໄດ້ລົງກວດກາຄືນແຕ່ລະໂຄງການໃຫ້ລະອຽດຈະແຈ້ງ ລວມທັງ ໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ແລະ ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນແຄມຂອງ ຢູ່ນະຄອນປາກເຊ, ລວມທັງແບບການຈັດສັນສວນສາທາລະນະລຽບແຄມຂອງ ຂອງໂຄງການດັ່ງກ່າວ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ກ່າວຕ້ອນຮັບ ແລະ ໄດ້ຊີ້ນຳໃຫ້ ພາກສ່ວນຂອງແຂວງຈຳປາສັກ ກໍຄື ຄະນະກວດກາພັກ-ລັດແຂວງ ສົມທົບກັບຂະແໜງການກ່ຽວຂ້ອງ, ໃນການອຳນວຍຄວາມສະດວກ ແລະ ແບ່ງຄວາມຮັບຜິດຊອບລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃນແຜນດຳ ເນີນງານຂອງຄະນະໜ່ວຍງານກວດກາ ຈາກຄະນະກວດກາສູນກາງພັກ, ສືບຕໍ່ວຽກງານກວດກາ ຢູ່ແຂວງຈຳປາສັກ ແລ້ວສັງລວມລາຍງານຄືນ ເພື່ອຄົ້ນຄວ້າວິທີການແກ້ໄຂໃນຕໍ່ໜ້າ, ເພື່ອຄວາມເປັນເອກະພາບ ທັງສູນກາງ ແລະ ທ້ອງຖິ່ນ ເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບຜົນສຳເລັດຕາມລະດັບຄາດໜາຍ.

ແຫຼ່ງຂໍ້ມູນ: ຂປລ

Comments