ສະຫາຍ ນາງ ວິໄລຄຳ ໂພສາລາດ ຄະນະປະຈຳປະທານກວດກາພັກ ຮອງລັດຖະ ມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຕາງ ໜ້າໃຫ້ຄະນະພັກ, ຄະນະນໍາ ຕະຫຼອດຮອດສະມາຊິກພັກ, ພະນັກງານ ທົ່ວຂະແໜງ ຍທຂ ໄດ້ໃຫ້ສໍາພາດກ່ຽວກັບ ວຽກງານພັດທະນາໂຄງລ່າງພື້ນຖານຄົມມະນາຄົມຕໍ່ນັກຂ່າວເມື່ອບໍ່ດົນມານີ້ວ່າ: ວຽກງານຍົກລະດັບ ແລະ ພັດທະນາໂຄງລ່າງພື້ນຖານຄົມມະນາຄົມ ໄດ້ສືບຕໍ່ເອົາໃຈໃສ່ປັບປຸງ ຍົກລະດັບເສັ້ນທາງຫຼວງແຫ່ງຊາດໃຫ້ໄດ້ມາດຕະຖານອາຊຽນ ຫຼື ທຽບເທົ່າກັບບັນດາປະເທດອ້ອມຂ້າງ ແລະ ເຊື່ອມຈອດທາງຫຼວງແຫ່ງຊາດກັບທາງຫຼວງທ້ອງຖິ່ນ ແລະ ເຂົ້າເຂດຈຸດສຸມການຜະລິດ.

ໃນນີ້, ເສັ້ນທາງອະນຸພາກພື້ນທີ່ເປັນແລວເສດຖະກິດ ເຊື່ອມຈອດຕາເວັນອອກຕາເວັນຕົກ ແລະ ເໜືອ-ໃຕ້ ແມ່ນໄດ້ສໍາເລັດການກໍ່ສ້າງເສັ້ນທາງ 13 ເໜືອ (ໄລຍະແຕ່ອຸດົມໄຊ- ປາກມອງ), ການສ້ອມແປງທາງເລກ 9 (ນະຄອນໄກສອນ ພົມວິຫານ-ຊາຍແດນຫວຽດນາມ), ກໍ່ສ້າງທາງ 16B (ເຊກອງ-ດາກຈຶງ-ຊາຍແດນຫວຽດນາມ), ກໍ່ສ້າງທາງເລກ 1A (ບຸນເໜືອ- ລານຕຸຍ); ສໍາເລັດການສຶກສາຄວາມເປັນໄປໄດ້ໂຄງການກໍ່ສ້າງ ທາງເລກ 8 ແລະ ທາງເລກ 12; ພວມຈັດຕັ້ງປະຕິບັດໂຄງການ ກໍ່ສ້າງຂະຫຍາຍເສັ້ນທາງ 13 ເໜືອ (ໄລຍະແຕ່ວຽງຈັນ-ໂພນໂຮງ) ແລະ ໂຄງການກໍ່ສ້າງທາງດ່ວນວຽງຈັນ-ບໍ່ເຕ່ນ ໄລຍະທີ 1 (ວຽງຈັນ-ວັງວຽງ) ສະເພາະທາງດ່ວນ ຫ້ວຍຊາຍ-ບໍ່ເຕັນ ແລະ ນະຄອນຫຼວງວຽງຈັນ-ປາກເຊ ແມ່ນພວມຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້.

ສໍາລັບການເຊື່ອມຈອດພາຍໃນ ແມ່ນພວກເຮົາໄດ້ສໍາເລັດຫຼາຍໂຄງການ ເປັນຕົ້ນແມ່ນສໍາເລັດການກໍ່ສ້າງຂະຫຍາຍທາງເລກ 21 (ຜາເມືອງ-ທ່າສີ), ການກໍ່ສ້າງຂົວຂ້າມນ້ໍາຂອງ (ໂຄກເຂົາດໍ-ປາກລາຍ), ກໍ່ສ້າງທາງ 16A (ປາກຊ່ອງ-ຫຼັກ 52 ແຂວງ ອັດຕະປື), ທາງ 6A ຫາງລ້ອງ-ສົບເບົາ, ທາງ 6B (ສົບເບົາ-ປ່າຮ່າງ), ທາງເລກ 4 (ຫົງສາ-ຊຽງແມນ), ທາງເມືອງຊຽງຮ່ອນ-ເມືອງຄອບ-ກ້ອນຕື່ນ, ທາງເລກ 5A (ຂົວນ້ໍາຍອນ-ລ້ອງແຈ້ງ-ຊາຍແດນແຂວງຊຽງຂວາງ) ແລະ ອື່ນໆ. ນອກນີ້, ຍັງໄດ້ພັດທະນາທາງຫຼວງແຂວງ, ທາງຊົນນະບົດ, ທາງເຂົ້າຫາເຂດເສດຖະກິດ ແລະ ຈຸດສຸມການຜະລິດ, ດ້ວຍການຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ, ມາຮອດປີ 2019 ສປປ ລາວ ມີລະບົບຕາໜ່າງເສັ້ນທາງທັງໝົດ 58.254 ກມ, ເພີ່ມຂຶ້ນ 1.922 ກມ ທຽບໃສ່ປີ 2015 ສັງລວມແລ້ວປັດຈຸບັນມີເສັ້ນທາງທຽວໄດ້ຕະຫຼອດປີໄປເຖິງທຸກໆເມືອງໃນປະເທດ. ໃນນີ້, ມີເສັ້ນທາງປູຢາງໄປເຖິງທຸກເທດສະບານແຂວງໃນທົ່ວປະເທດ ແລະ ມີ 138 ເມືອງ ມີເສັ້ນທາງປູຢາງເຂົ້າເຖິງ ຊຶ່ງກວມເອົາ 93,2% (ຈາກທັງໝົດ 148 ເມືອງ) ໃນທົ່ວປະເທດ.

ການພັດທະນາການຂົນ ສົ່ງທາງບົກໄດ້ພັດທະນາ ແລະ ປັບປຸງຄຸນນະພາບການຂົນສົ່ງ ເພື່ອເຮັດໃຫ້ການບໍລິການດ້ວຍບໍລິມາດການຂົນສົ່ງ ເພີ່ມຂຶ້ນ 7% ຕໍ່ປີ ຕາມແຜນການທີ່ວາງໄວ້ຜົນການປະຕິບັດໃນໄລຍະຜ່ານມາ ເຫັນວ່າລະບົບການຂົນສົ່ງສາມາດຮັບປະກັນການຈໍລະຈອນສິນຄ້າ ແລະ ໂດຍສານໄດ້ໄປທົ່ວປະເທດ ແລະ ສາມາດເຊື່ອມຈອດກັບບັນດາປະເທດໃກ້ຄຽງເຊັ່ນ: ການຂົນສົ່ງໂດຍສານ ລະຫວ່າງແຂວງ ຄື: ຈາກນະຄອນຫຼວງວຽງຈັນ ໄປຫາບັນດາແຂວງໃນຂອບເຂດທົ່ວປະເທດ, ປັດຈຸບັນແມ່ນມີທັງໝົດ 71 ສາຍທາງ ແລະ ການຂົນສົ່ງໂດຍສານລະຫວ່າງແຂວງດ້ວຍກັນ ຈໍານວນ 119 ສາຍ ທາງ ນອກຈາກນັ້ນ, ຍັງມີການຂົນສົ່ງໂດຍສານພາຍໃນແຂວງ ພາຍໃນຕົວເມືອງ. ການຂົນສົ່ງໂດຍສານ ລະຫວ່າງປະເທດ ກັບບັນດາປະເທດໃກ້ຄຽງ, ມີລົດໂດຍສານປະຈໍາທາງ ລາວ-ໄທ , ລາວ-ຈີນ, ລາວ-ຫວຽດນາມ ແລະ ສາຍທາງການແລ່ນລົດໂດຍສານ ລາວ-ກໍາປູເຈຍ ລວມທັງໝົດມີ 81 ສາຍທາງ.
ແຫຼ່ງຂໍ້ມູນ: ປະຊາຊົນ