ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ສະມາຄົມນັກທຸລະກິດແມ່ຍິງ (ສະຫລຸບວຽກງານ 5 ປີ ແຫ່ງການຂະຫຍາຍຕົວຜ່ານມາ)

ເພື່ອສະຫລຸບວຽກງານ 5 ປີ ແລະ ຄົ້ນຄວ້າປະກອບຄຳຄິດຄຳເຫັນ​ໃສ່ແຜນງານຕໍ່ໜ້າ ສະມາຄົມນັກທຸລະກິດແມ່ຍິງໄດ້ຈັດ ກອງປະຊຸມໃຫຍ່ ຄັ້ງທີ III ຂຶ້ນ ວັນທີ 18 ພະຈິກ 2020, ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ພ້ອມດຽວກັນນີ້ຍັງມີບັນດາສະມາຊິກສາມາຄົມນັກທຸລະກິດຍິງສູນກາງ, ແຂວງ, ນະຄອນຫລວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມທຸລະກິດຍິງ (ສທຍ) ທັງເປັນປະທານກອງປະຊຸມ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນຮ່ວມກັນເພື່ອຮອງຮັບເອົາບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານການຈັດຕັ້ງມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງສະມາຄົມນັກທຸລະກິດແມ່ຍິງ, ຈຸດດີທີ່ເປັນທ່າແຮງຂອງສະມາຄົມທຸລະກິດແມ່ຍິງ ທີ່ພວກເຮົາຄວນຈະໄດ້ເສີມຂະຫຍາຍເຂົ້າໃນການເຄື່ອນໄຫວກິດຈະກໍາຕ່າງໆຂອງສະມາຄົມທຸລະກິດແມ່ຍິງຕໍ່ໄປຕາມແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດສັງຄົມຂອງລັດຖະບານ. ພ້ອມກັນນີ້ພວກເຮົາຍັງຈະໄດ້ພ້ອມກັນຕີລາຄາຢ່າງພາວະວິໄສ, ຕໍ່ກັບຂໍ້ຄົງຂ້າງ, ອຸປະສັກທີ່ຍັງມີຢູ່ໃນສະມາຄົມຂອງພວກເຮົາໃນ 5 ປີຜ່ານມາ(2015-2020), ພວກເຮົາໄດ້ຊອກຫາສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການນໍາພາໃນຜ່ານມາເພື່ອໄດ້ຮັບຮອງເອົາກົດລະບຽບສະບັບປັບປຸງຕາມລໍາດັບໃໝ່ຂອງລັດຖະບານ.

ໃນກອງປະຊຸມໃຫຍ່ຄັ້ງນີ້, ຜູ້ແທນກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມຂອງທ່ານ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ເພື່ອເປັນທິດຊີ້ນໍາ ແລະ ເປັນບ່ອນອີງໃນການນໍາໄປຈັດຕັ້ງຜັນຂະຫຍາຍເຊື່ອມເຂົ້າໃນມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງສະມາຄົມທຸລະກິດແມ່ຍິງພວກເຮົາ ສືບຕໍ່ກ້າວເດີນຄຽງບ່າຄຽງໄລ່ກັບສະມາຄົມຕ່າງໆ ຢູ່ພາຍໃນ ແລະ ສາກົນຢ່າງເໝາະສົມໃນຍຸກAEC.

ສິ່ງສໍາຄັນໃນກອງປະຊຸມມື້ນີ້ ບັນດາທ່ານສະມາຊິກສະມາຄົມນັກທຸລະກິດແມ່ຍິງ ໃນນາມຜູ້ແທນສົມບູນ ກອງປະຊຸມໃຫຍ່ຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານ ສະມາຄົມທຸລະກິດແມ່ຍິງຊຸດໃໝ່ ເພື່ອສືບຕໍ່ຊີ້ນໍາ ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ແລະ ສະມາຄົມທຸລະກິດແມ່ຍິງຄັ້ງທີ III ທີ່ຜ່ານການປ່ອນບັດເລືອກຕັ້ງ ເລືອກຄະນະຊຸດໃໝ່ໄດ້ 9 ທ່ານ. ໃນນັ້ນ, ທ່ານ ນາງ ຈັນທະຈອນ ວົງໄຊເປັນປະທານ, ທ່ານ ນາງ ສິຣິຄູນ ພູມລາວັນ ເປັນຮອງ, ທ່ານ ນາງວິດາລີ ຈັນທະຜາສຸກ ເປັນຮອງ ແລະ ອີກ 6 ທ່ານ ເປັນຄະນະ; ເລືອກເອົາ ທ່ານ ນາງ ສີວິໄຊ ທຳມະລັງສີ ເປັນປະທານກວດກາ ແລະ ອີກ 2 ທ່ານ ເປັນຮອງ.

 

 

Comments