10 ເດືອນ ດ່ານສາກົນພູເກືອ ເກັບລາຍປະຕິບັດໄດ້ 27.7 ຕື້ກວ່າກີບ……

ທ່ານ ໂພໄຊ ສຸລິວົງສາ ຫົວໜ້າຄະນະຄຸ້ມຄອງດ່ານສາກົນພູເກືອ ແຂວງອັດຕະປື ໄດ້ໃຫ້ຮູ້ໃນວັນທີ 26 ພະຈິກ 2020 ນີ້້ວ່າ: ຕະຫຼອດໄລຍະ 10 ເດືອນຜ່ານມາ ຄະນະຮັບຜິດຊອບດ່ານສາກົນພູເກືອໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານວິຊາສະເພາະຢ່າງຕັ້ງໜ້າ ແລະ ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນ ການຈັດເກັບລາຍຮັບ ແມ່ນໄດ້ປະຕິບັດຕາມກົດໝາຍງົບປະມານຢ່າງເຂັ້ມງວດ ເຮັດໃຫ້ການເກັບລາຍຮັບຂອງດ່ານສາກົນພູເກືອ ປະຕິບັດໄດ້ 27.725.911.987 ກີບ, ລາຍຮັບສ່ວນໃຫຍ່ ແມ່ນໄດ້ຈາກພາສີ 27.489.217.987 ກີບ.

ຖ້າທຽບໃສ່ແຜນການປີ ເບື້ອງຕົ້ນ ແມ່ນປະຕິບັດໄດ້ຕາມລະດັບຄາດໝາຍ ຖ້າປະຕິບັດຕາມແຜນການມອບເພີ່ມໃຫ້ໃໝ່ ຈຳນວນ 35,5 ຕື້ກີບແລ້ວແມ່ນບໍ່ສຳເລັດຕາມແຜນການ, ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການເກັບລາຍຮັບບໍ່ໄດ້; ລາຍຮັບທີ່ເກັບໄດ້ສ່ວນຫຼາຍແມ່ນໄດ້ມາຈາກການນຳເຂົ້ານ້ຳມັນເຊື້ອໄຟ, ສ່ວນການມອບເງິນແມ່ນມອບຜ່ານເອເລັກໂຕນິກ (ບັດສະມາດແທັກ) ພ້ອມນີ້ ການເກັບອາກອນປະຕິບັດໄດ້ 162 ລ້ານກວ່າກີບ.

ໃນນີ້ ອາກອນທາງກົງ ແລະ ທາງອ້ອມ 68 ລ້ານກວ່າກີບ, ຈາກຄ່າຈົດທະບຽບແລະ ຄ່າທຳນຽມຕ່າງໆ ປະຕິບັດໄດ້ 93 ລ້ານກວ່າກີບ, ລາຍຮັບຄ່າບໍລິການນອກເວລາ ແຜນການປີ 500ລ້ານກີບ, ໃນໄລຍະ 10 ເດືອນຜ່ານມາ ປະບັດໄດ້ 74ລ້ານກວ່າກີບ, ຖ້າທຽບໃສ່ແຜນການປີເທົ່າກັບ 14,84% ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ບໍ່ມີຜູ້ສັນຈອນ, ຜູ້ທ່ອງທ່ຽວ ແລະ ລົດໂດຍສານບໍ່ສາມາດເຂົ້າ-ອອກໄດ້.

ທ່ານ ໂພໄຊ ສຸລິວົງສາ ໃຫ້ຮູ້ຕື່່ມອີກວ່າ: ສຳລັບ 2 ເດືອນທ້າຍປີ 2020 ຄະນະຄຸ້ມຄອງດ່ານສາກົນພູເກືອ ແມ່ນຈະໄດ້ສູ້ຊົນຈັດຕັງປະຕິບັດ ຢ່າງຕັ້ງໜ້າ ເພື່ອເຮັດໃຫ້ການຄຸ້ມຄອງດ່ານມີຄວາມສະຫົງບດີ ມີຄວາມເປັນລະບຽບຮຽບຮ້ອຍ ຮັກສາຄວາມສາມັກຄີພາຍໃນ ແລະ ຮັກສາຄວາມສາມັກຄີມິດຕະພາບລາວ – ຫວຽດນາມ ໃຫ້ມີຄວາມໜັກແໜ້ນ ເອົາໃຈໃສ່ຊີ້ນຳ-ນຳພາໃນທຸກຂະແໜງການ,

ໜ່ວຍງານທີ່ຂຶ້ນກັບຄວາມຮັບຜິດຊອບຂອງດ່ານໃຫ້ມີການສູ້ຊົນ ຊອກທຸກວິທີທາງເພື່ອຈັດຕັ້ງປະຕິບັດຈັດເກັບລາຍຮັບໃຫ້ໄດ້ຕາມແຜນການມອບໝາຍຈາກຂັ້ນເທິງໂດຍສະເພາະລາຍຮັບຈາກພາສີ 5- 6 ຕື້ກີບ, ອາກອນ 19 ລ້ານກ່ວາກີບ ແລະ ຄ່າບໍລິການນອກເວລາອື່ນໆ.

ແຫຼ່ງຂໍ້ມູນ: Attapeu Media

Comments