ເຊື່ອມຊຶມນິຕິກຳການຄຸ້ມຄອງ ແລະ ຈັດເກັບລາຍຮັບຜ່ານປະຕູດຽວ…

ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຈັດກອງປະຊຸມ ເຊື່ອມຊຶມນິຕິກຳກ່ຽວກັບບັນດາເອກະສານຄຸ້ມຄອງ ແລະ ຈັດເກັບລາຍຮັບຜ່ານປະຕູດຽວ ທົ່ວແຂວງຈຳປາສັກ ໃນອາທິດຜ່ານມານີ້, ໂດຍການເປັນປະທານຂອງທ່ານ ພັອ ຖາວອນ ບຸນກອງພິມ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີຄະນະຫ້ອງການ, ກອງບັນຊາການ ປກສ ເມືອງ, ປກສ ນະຄອນປາກເຊ, ໂຮງຮຽນ ປກສ ຊັ້ນສູງເລກ 4, ກອງພັນປ້ອງກັນເຄື່ອນທີ່ ແລະ ພະນັກງານວິຊາການເຂົ້າຮ່ວມ.

ທ່ານ ພັທ ບຸນເລີດ ແກ້ວບົວພາ ຫົວໜ້າກອງພະລາທິການ ປກສ ແຂວງ ຈຳປາສັກ ກ່າວວ່າ: ການເຊື່ອມຊຶມບັນດາເອກະສານການຄຸ້ມຄອງ ແລະ ຈັດເກັບລາຍຮັບຜ່ານປະຕູດຽວໃນຄັ້ງນີ້ ເພື່ອແນໃສ່ໃຫ້ບັນດາກົມກອງອ້ອມຂ້າງ ປກສ ແຂວງ ໂດຍສະເພາະແມ່ນເຮັດໃຫ້ພະນັກງານວິຊາການຮັບຮູ້ ແລະ ເຂົ້າໃຈ ທັງເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບຖືກຕ້ອງ ແລະ ສອດຄ່ອງກັບວຽກງານການເງິນ ທີ່ໄດ້ກຳນົດໄວ້.

ພ້ອມທັງ ແນໃສ່ຫັນເຂົ້າສູ່ລະບົບບັນຊີລາຍຮັບ ໂດຍຜ່ານປະຕູດຽວ ແລະ ເຮັດໃຫ້ການຄຸ້ມຄອງ, ການຕິດຕາມກວດກາ, ການເກັບລາຍຮັບ, ຄ່າທຳນຽມ, ຄ່າທຳນຽມ, ຄ່າບໍລິການ, ຄ່າປັບໃໝ ແລະ ລາຍຮັບອື່ນໆ ທີ່ໄດ້ຈັດຕັ້ງການເກັບຜ່ານມາຫັນເຂົ້າລວມສູນຜ່ານປະຕູດຽວ ຕາມທິດທາງອັນດຽວກັນ ພ້ອມທັງເຮັດໃຫ້ວຽກງານການຈັດຕັ້ງປະຕິບັດໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

This image has an empty alt attribute; its file name is image-19.png

ໃນກອງປະຊຸມ ພັອ ຖາວອນ ບຸນກອງພິມ ໄດ້ເນັ້ນໜັກໃຫ້ບັນດາຄະນະພັກ-ຄະນະບັນຊາການແຕ່ລະຂັ້ນ ຕະຫຼອດຮອດພະນັກງານວິຊາການ ຕ້ອງໄດ້ເອົາໃຈໃສ່ຢ່າງເລິກເຊິ່ງ ໃນການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະ ການເກັບລາຍຮັບ-ລາຍຈ່າຍ ແນໃສ່ໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງ ແລະ ສອດຄ່ອງຕາມທີ່ໄດ້ກຳນົດໄວ້.

ແຫຼ່ງຂໍ້ມູນ: ຂ່າວ ປກສ

Comments