Elon Musk ຜູ້ກໍ່ຕັ້ງ Tesla ແຊງໜ້າ Bill Gates ຜູ້ຮ່ວມກໍ່ຕັ້ງ Microsoft ຈົນກາຍເປັນບຸກຄົນທີ່ລໍ່າລວຍທີ່ສຸດ ເປັນອັບດັບ 2 ຂອງໂລກຕາມດັດສະນີ Bloomberg Billionaires Index
Musk ອາຍຸ 49 ປີ ມີມູນຄ່າສຸດທິເພີ່ມ 100,3 ພັນລ້ານໂດລາໃນປີ 2020 ຊຶ່ງຫຼາຍກວ່າບຸກຄົນອື່ນໆ ໃນການຈັດອັນດັບບຸກຄົນທີ່ລໍ່າລວຍທີ່ສຸດ 500 ອັນດັບທຳອິດຂອງໂລກຂອງ Bloomberg ລາຍງານຈາກ Bloomberg News ໃນການເພີ່ມຄັ້ງຫຼ້າສຸດມູນຄ່າສຸດທິຂອງ Musk ເພີ່ມຂຶ້ນ 7,2 ພັນລ້ານໂດລາກ້າວຂຶ້ນທີ 127,9 ພັນລ້ານໂດລາ.
ການເພີ່ມຂຶ້ນຂອງດັດສະນີຈາກບຸກຄົນທີ່ລໍ່າລວຍທີ່ສຸດອັນດັບທີ 35 ໃນເດືອນ ມັງກອນ ເປັນຜົນມາຈາກ Tesla ຊຶ່ງມີມູນຄ່າຕະຫຼາດເກືອບ 500 ພັນລ້ານໂດລາ ປະມານ 3 ໃນ 4 ຂອງມູນຄ່າສຸດທິຂອງ Musk ປະກອບດ້ວຍຫຸ້ນຂອງ Tesla.
Musk ຍັງເປັນຮອງຈາກ Jeff Bezos ຜູ້ກໍ່ຕັ້ງ Amazon ຊຶ່ງມີມູນຄ່າສຸດທິປະມານ 182 ພັນລ້ານໂດລາ Musk ແຊງໜ້າ Gates ໃນປີ 2017.
ການກ້າວກະໂດດຂັ້ນຂອງຜູ້ກໍ່ຕັ້ງ Tesla ໃນໄປສູ່ຄັ້ງທີ່ 2 ໃນປະຫວັດສາດ 8 ປີຂອງດັດສະນີທີ່ Gates ບໍ່ໄດ້ຮັບການພິຈາລະນາວ່າເປັນໜຶ່ງໃນສອງຄົນ ທີ່ລໍ່າລວຍທີ່ສຸດໃນໂລກ.
Gates ຊຶ່ງປັດຈຸບັນມີມູນຄ່າ 127,7 ພັນລ້ານໂດລາໄດ້ບໍລິຈາກເງິນຫຼາຍພັນລ້ານ ເພື່ອກຫານກຸສົນນັບຕັ້ງແຕ່ຊື່ສຽງຂອງທ່ານລວມເຖິງ 27 ພັນລ້ານໂດລາ ໃຫ້ກັບມູນລະນິທິGates ຕັ້ງແຕ່ປີ 2006 ຕາມການລາຍງານຂອງ Bloomberg Newsຜູ້ຮ່ວມກໍ່ຕັ້ງ Microsoft ທຸ້ມເງິນຈຳນວນຫຼາຍໄປກັບການວິໄຈວັກຊີນ COVID-19 ໃນປີນີ້ ແລະ ທຸ້ມກັບ Musk ທາງອອນລາຍ ຫຼັງຈາກຜູ້ກໍ່ຕັ້ງ Tesla ສົງໄສຂໍ້ມູນການລະບາດ ແລະ ຮຽກທົດສອບ COVID-19 ວ່າ “ຫຼອກລວງຫຼາຍ”
ສຳນັກຂ່າວ Bloomberg ໄດ້ຂໍ້ສັງເກດວ່າສະມາຊິກຂອງດັດສະນີໄດ້ຮັບຄວາມລໍ່າລວຍລວມກັນເຖິງ 23% ຫຼື 1,3 ພັນລ້ານໂດລາ ນັບຕັ້ງແຕ່ຕົ້ນປີ 2020 ເຖິງວ່າການລະບາດໃຫຍ່ຈະນຳໄປສູ່ການເລີກຈ້າງພະນັກງານຈຳນວນຫຼາຍສຳຫຼັບຄົນວງານທົ່ວໂລກ.