ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2020 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກ 2020 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.

ສໍາລັບວຽກງານຈຸດສຸມປະຈໍາເດືອນທັນວາ 2020, ກອງປະຊຸມ ໄດ້ຊີ້ນຳໃຫ້ບັນດາຂະ ແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ສຸມໃສ່ຈັດຕັ້ງປະຕິບັດດັ່ງນີ້: ໃຫ້ກະຊວງການຕ່າງປະເທດສືບຕໍ່ກະກຽມແຜນການເຄື່ອນໄຫວໃຫ້ແກ່ການນໍາພັກ-ລັດໃນການເຂົ້າຮ່ວມກອງປະຊຸມສາກົນທີ່ຈະຈັດຂຶ້ນໃນທ້າຍປີ 2020 ໃຫ້ມີເນື້ອໃນລະອຽດຮັດກຸມ;
ໃຫ້ກະຊວງການເງິນ ສືບຕໍ່ຕິດຕາມການຈັດເກັບລາຍຮັບງົບປະມານໃຫ້ໄດ້ຕາມແຜນການທີ່ກໍານົດເປັນຕົ້ນການເຊົ່າສໍາປະທານ, ພັນທະຕາມກົດໝາຍຂອງບັນດາຫົວໜ່ວຍທຸລະກິດ, ຮີບຮ້ອນເລັ່ງທວງໜີ້ຄ້າງມອບຄ່າສໍາປະທານການຊອກຄົ້ນ, ສໍາຫລວດ ຫລື ຂຸດຄົ້ນແຮ່ທາດ, ໜີ້ຄ້າງມອບຄ່າພາກຫລວງໄຟຟ້າ, ສືບຕໍ່ປັບປຸງບັນດາລັດວິສາຫະກິດໃຫ້ມີຄວາມຄືບໜ້າ ແລະ ການຫັນບັນດາຫົວໜ່ວຍວິຊາການຈໍານວນໜຶ່ງທີ່ມີລາຍຮັບໃຫ້ກຸ້ມຕົນເອງດ້ານງົບປະມານ; ໃຫ້ຄະນະຮັບຜິດຊອບຕາມຂໍ້ຕົກລົງເລກທີ 98/ນຍ,ລົງວັນທີ 20 ຕຸລາ 2020 ວ່າດ້ວຍການຫັນຊັບສິນຂອງລັດເປັນທຶນ ຮີບຮ້ອນເລັ່ງລັດການຂຶ້ນບັນຊີບັນດາລັດວິສາຫະກິດ, ໂຄງການໄຟຟ້າ, ໂຄງການບໍ່ແຮ່, ທີ່ດິນ ແລະ ຊັບສິນອື່ນໆຂອງລັດ ເພື່ອຄົ້ນຄວ້າການຫັນເປັນທຶນ, ແກ້ໄຂສະພາບຄ່ອງຂອງການດໍາເນີນທຸລະກິດໃຫ້ມີປະສິດທິຜົນ ແລະ ສ້າງລາຍຮັບໃຫ້ແກ່ລັດ; ໃຫ້ຄະນະສະເພາະກິດສົ່ງເສີມການລົງທຶນແລະ ການຜະລິດສິນຄ້າສືບຕໍ່ປັບປຸງສະພາບແວດລ້ອມ ໃນການລົງທຶນໃຫ້ດີຂຶ້ນ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນ ໄປຄຽງຄູ່ກັບການສົ່ງເສີມການປູກ, ການລ້ຽງ ໃຫ້ມີລັກສະນະຕັ້ງໜ້າດີຂຶ້ນ ເພື່ອຮອງຮັບໃຫ້ແກ່ໂຄງການເສດຖະກິດຕາມແລວທາງລົດໄຟລາວ-ຈີນ;

ໃຫ້ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງພະລັງງານແລະ ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ຊຸກຍູ້ໂຄງການລົງທຶນຂະໜາດໃຫຍ່ ເປັນຕົ້ນໂຄງການສາຍສົ່ງ, ໂຄງການລົງທຶນບໍ່ແຮ່, ໂຄງການທາງລົດໄຟ ແລະ ໂຄງການທາງດ່ວນ ໃຫ້ດໍາເນີນໄປຕາມແຜນການ, ພ້ອມທັງຊຸກຍູ້ບັນດາໂຄງການເຂື່ອນໄຟຟ້າ ແລະໄຟຟ້າກ່ຽວພັນ ທີ່ໄດ້ມີການເຊັນສັນຍາແລ້ວໃຫ້ສໍາເລັດ ແລະ ສາມາດສົ່ງກະແສໄຟຟ້າໃຫ້ຄູ່ສັນຍາໄດ້ຕາມກໍານົດເວລາ; ໃຫ້ທະນາຄານ ແຫ່ງ ສປປ ລາວ ສືບຕໍ່ຄຸ້ມຄອງ ແລະ ຮັກ ສາສະຖຽນລະພາບດ້ານເງິນຕາໃຫ້ມີຄວາມໝັ້ນທ່ຽງ, ເໜັງຕີງໃນລະດັບທີ່ກໍານົດໄວ້, ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ ແລະ ເພີ່ມທະວີການຕິດຕາມ-ກວດກາສິນເຊື່ອຂອງບັນດາສະຖາບັນການເງິນ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ເພື່ອກະຕຸ້ນເສດຖະກິດໃຫ້ຂະຫຍາຍຕົວ;
ໃຫ້ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການເງິນ ຈັດສັນງົບປະມານການລົງທຶນຂອງລັດ ໂດຍການຈັດລຽງບູລິມະສິດຕາມຄວາມຈຳເປັນ ແລະ ຮີບດ່ວນເຊັ່ນ: ການຊຳລະໜີ້ຕ່າງປະເທດຕາມພັນທະ ແລະ ກຳນົດເວລາ, ການຊຳລະໜີ້ສິນພາຍໃນທີ່ຍັງຄຸມເຄືອ ແລະ ແກ່ຍາວ, ພ້ອມກັນນັ້ນ ກໍ່ຄົ້ນຄວ້າຕັດ ຫລື ໂຈະໂຄງການລົງທຶນທີ່ບໍ່ທັນຈຳເປັນ ແລະ ບໍ່ຮີບດ່ວນ;
ໃຫ້ກະຊວງກະສິກຳ ແລະ ປ່າໄມ້ສົມທົບກັບພາກສ່ວນກ່ຽວຂ້ອງ ຊຸກຍູ້ສົ່ງເສີມການກຽມແນວພັນພືດ ແລະ ສັດ ເຂົ້າໃສ່ການຜະລິດໃນລະດູແລ້ງ, ພ້ອມທັງກະກຽມສະໜອງແຫລ່ງນໍ້າ ເພື່ອການຜະລິດໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງພື້ນທີ່ການຜະລິດ;

ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ສຸມໃສ່ການສົ່ງແຮງງານໄປຝຶກອົບຮົມເພື່ອປະກອບເຂົ້າໃນການບໍລິການຕາມເສັ້ນທາງລົດໄຟ ທີ່ຈະເປີດນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2021 ນີ້ ໃຫ້ທັນຕາມກຳນົດເວລາ;
ໃຫ້ກະຊວງສາທາລະນະສຸກ (ຄະນະສະ ເພາະກິດ ເພື່ອສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19) ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມສະ ກັດກັ້ນ ແລະ ແກ້ໄຂການລະຍາດໂຄວິດ-19 ໃນໄລຍະວັນທີ 01-30 ພະຈິກ, ເດືອນທັນວາປີ 2020, ພ້ອມທັງຕິດຕາມເຝົ້າລະວັງການລະບາດຂອງພະຍາດຕາມລະດູການ;
ໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນເຈົ້າການສົມທົບກັບ ກະຊວງແຮງງານ ແລະສະຫວັດດີການສັງຄົມ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ການຮຽນ, ການສອນ ແລະ ການຝຶກອົບຮົມມີຄຸນນະພາບ ໂດຍສະເພາະແມ່ນຊາວໜຸ່ມທີ່ຈະເປັນຜູ້ສືບທອດພາລະກິດຂອງຊາດ ແລະ ແຮງງານທີ່ກັບມາຈາກຕ່າງປະເທດ ໃຫ້ມີຄວາມຮູ້ຄວາມສາມາດ, ທັກສະ ແລະ ມີສຸຂະພາບແຂງແຮງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໄລຍະໃໝ່ ໂດຍຖອດຖອນບົດຮຽນຈາກສະພາບການ ໃນໄລຍະການແຜ່ລະບາດຂອງ ພະຍາດໂຄວິດ-19 ເຮັດໃຫ້ການຮຽນ, ການສອນມີຄວາມຫລາກຫລາຍ ແລະ ມີປະສິດທິພາບ;

ໃຫ້ກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວສືບຕໍ່ໂຄສະນາສົ່ງເສີມການທ່ອງທ່ຽວລາວທ່ຽວລາວ, ແນະນໍາການປັບປຸງສະຖານທີ່ທ່ອງທ່ຽວ, ຝຶກອົບຮົມພະນັກງານນໍາທ່ຽວໃຫ້ມີຄວາມຄ່ອງແຄ້ວ, ການບໍລິການສະຖານທີ່ພັກ-ຮ້ານອາຫານມີຄຸນນະພາບ, ເອົາໃຈໃສ່ຄຸ້ມຄອງການໃຫ້ຄ່າບໍລິການຢູ່ໃນລະດັບທີ່ເໝາະສົມບໍ່ແພງເກີນໄປ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເພີ່ມຂຶ້ນສ້າງຄວາມປະທັບໃຈ, ຈຶ່ງຈະສາມາດຂະຫຍາຍຕະຫລາດການທ່ອງທ່ຽວລາວ. ສືບຕໍ່ໂຄສະນາອອກຂ່າວ, ຖະແຫລງການກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ໃຫ້ປະຊາຊົນຮັບຮູ້ຢ່າງທົ່ວເຖິງ, ພ້ອມທັງສືບຕໍ່ປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງແກ້ໄຂການເຜີຍແຜ່ຂ່າວສານທີ່ບໍ່ມີມູນຄວາມຈິງ;
ໃຫ້ກະຊວງແຮງງານ ແລະສະ ຫວັດດີການສັງຄົມ ເປັນເຈົ້າການສົມທົບກັບທ້ອງຖິ່ນ ສືບຕໍ່ຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ແລະ ອັກຄີໄພ; ໃຫ້ທຸກໆກະຊວງ-ອົງການ ແລະ ທ້ອງຖິ່ນຈົ່ງຍົກສູງສະຕິຄວາມເປັນເຈົ້າ ແລະ ເຮັດວຽກງານແນວຄິດໃຫ້ສະມາຊິກພັກ-ພະນັກງານ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ໃຫ້ເພີ່ມທະວີຄວາມສາມັກຄີເປັນປຶກແຜນພາຍໃນ, ຕັ້ງໜ້າສູ້ຊົນປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂະແໜງການຕົນລວມທັງການສືບ ຕໍ່ສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ ໃນເດືອນທັນວາທີ່ຈະມາເຖິງ ບົນພື້ນຖານປະຢັດມັດທະຍັດແຕ່ມີເນື້ອໃນ, ມີບັນຍາ ກາດ ແລະ ຮັບປະກັນໄດ້ຄວາມສະຫງົບ, ເປັນລະບຽບຮຽບຮ້ອຍຮັບປະກັນບໍ່ໃຫ້ມີສິ່ງທີ່ບໍ່ເພີ່ງປາດຖະໜາໃດໆເກີດຂຶ້ນຢ່າງເດັດຂາດ.
ແຫຼ່ງຂໍ້ມູນ: ຂປລ