ຄຳແນະນຳ ການຫາສຽງໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ແລະ ສສຂ ຊຸດທີ IIIV.

ວິທີ​ການຈັດຕັ້ງ​ປະຕິບັດ

1. ອົງການ​ຈັດ​ຕັ້ງ​ພັກ​-​ລັດ, ແນວ​ລາວ​ສ້າງ​ຊາດ, ສະຫະພັນ​ນັກຮົບ​ເກົ່າ, ອົງການ​ຈັດ​ຕັ້ງ​ມະ ຫາ​ຊົນ, ອົງການ​ຈັດ​ຕັ້ງ​ສັງຄົມ, ຫົວໜ່ວຍ​ທຸ​ລະ​ກິດ​ມີ​ສິດ ແລະ ໜ້າທີ່ຈັດ​ຕັ້ງ​ໂຄສະນາ​ຫາ​ສຽງ ໃຫ້​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ໃນ​ເຂດ​ເລືອກ​ຕັ້ງ​ຂອງ​ຕົນ ແລະ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງແຕ່​ລະ​ຄົນ ກໍ​ມີ​ສິດ​ໂຄສະນາ​ຫາ​ສຽງ ໃຫ້​ແກ່​ຕົນ​ເອງ​ຕາມ​ລະບຽບ​ກົດ​ໝາຍ;

2. ຄະ​ນະ​ກໍາ​ມະ​ການ​ເລືອກ​ຕັ້ງ​ຂັ້ນ​ທ້ອງຖິ່ນ ແລະ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ໃນ​ແຕ່​ລະ ເຂດ​ເລືອກ​ຕັ້ງ ຕ້ອງ​ປຶກສາ​ຫາລື ກ່ຽວ​ກັບ​ແຜນການ, ຂັ້ນ​ຕອນ, ຮູບ​ການ, ວິ​ທິ​ການ​ລະອຽດ​ໃນ ການ​ໂຄສະນາ​ຫາ​ສຽງ, ການ​ຈັດ​ວາງ​ຕາຕະລາງ​ການເຄື່ອນໄຫວ ຂອງ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຢູ່ ໃນ​ເຂດ​ເລືອກ​ຕັ້ງ​ຂອງ​ຕົນ​ໃຫ້​ແທດເ​ໝາະ​ກັບ​ສະພາບ ຕື່ນ​ຕົວ​ທາງ​ດ້ານ​ການເມືອງ​ຂອງ​ປະຊາຊົນ ແລະ ເງື່ອນ​ຕົວ​ຈິງ​ຢູ່​ແຕ່​ລະ​ທ້ອງຖິ່ນ, ການຈັດຕັ້ງ​​ໜ່ວຍ​ໂຄສະນາ​ຫາ​ສຽງ​ຂອງ ຜູ້​ສະ​ໝັກ ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ແລະ ສະມາຊິກ​ສະພາ​ປະຊາຊົນ​ແຂວງ ຊຸດ​ທີ II ໃຫ້​ປະຕິບັດ​ດັ່ງນີ້:

2.1. ໃຫ້​ຈັດ​ຕັ້ງ​​ໜ່ວຍ​ໂຄ ສະນາ​ຫາ​ສຽງ ສະມາຊິກ​ສະພາ​ແຫ່ງ​ຊາດ​ຕ່າງຫາກ ແລະ ສະ​ມາ ຊິກ​ສະພາ​ປະຊາຊົນ​ຂັ້ນ​ແຂວງ​ຕ່າງຫາກ ໝາຍ​ຄວາມ​ວ່າ​ໃຫ້​ແຍກ​ກັນ​ເປັນ​​ໜ່ວຍ​ໃຜ​​ໜ່ວຍ​ລາວ;

2.2. ສໍາ​ລັບ​ເຂດ​ເລືອກ​ຕັ້ງ ທີ່​ມີ​ຜູ້​ສະ​ໝັກ​ຮັບເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ຈໍາ​ນວນ​​ໜ້ອຍ​ທ່ານ ໃຫ້​ຈັດ​ເປັນ​ຈຸ​ດຽວ, ຖ້າ​ເຂດ​ໃດ​ມີ​ຜູ້​ສະ​ໝັກ​ຫຼາຍ​ທ່ານ ໃຫ້​ຈັດ​ເປັນ​ຫຼາຍ​ຈຸ ຕາມ​ຄວາມ​ເ​ໝາະ​ສົມ ເພື່ອ​ໂຄສະນາ​ຫາ​ສຽງ ໃນ​ເຂດ​ເລືອກ​ຕັ້ງ​ຂອງ​ຕົນ;

2.3. ສໍາ​ລັບ​ຜູ້​ສະ​ໝັກ ເປັນ​ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ແຂວງ ອາດ​ຈະ​ຈັດ​ເຮັດ​ເປັນ​ຈຸ​ດຽວ​ໂຄສະນາ​ຫາ​ສຽງ ໃນ​ຂອບ​ເຂດ​ເມືອງ​ຂອງ​ຕົນ.

3. ການ​ກະກຽມ​ສະຖານທີ່​ການ​ໂຄສະນາ​ຫາ​ສຽງ ໃຫ້​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ ເພື່ອ​ໄປ​ໂອ້​ລົມປະຊາຊົນ​ນັ້ນ ຄວນ​ຈັດ ​ຢູ່​ບ່ອນ​ເໝາະ​ສົມ ເຊັ່ນ: ຢູ່​ສະ ໂມສອນ​ຫ້ອງ​ວ່າການ​ແຂວງ, ນະຄອນຫຼວງ​ວຽງ​ຈັນ, ຫ້ອງ​ວ່າການ​ເມືອງ, ນະຄອນ, ບ້ານ ຫຼື ບໍລິເວນ​ປະຊາຊົນ​ເຕົ້າໂຮມ​ຢູ່​ຫຼາຍ, ສໍາ​ລັບ ເຂດ​ຊົນນະບົດ​ທີ່​ຫ່າງ​ໄກ​ສອກຫຼີກ​ນັ້ນ ຄວນ​ເລັ່ງ​ໃສ່​ບາງ​ຈຸດ ທີ່​ສາມາດ​ເຕົ້າໂຮມ​ປະຊາຊົນ ເພື່ອ​ໃຫ້​ພົບ​ກັບ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ.

ປະຊາຊົນ

Comments