ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສປປ ລາວ ຈະກາຍເປັນປະເທດທີ່ມີລາຍຮັບປານກາງ ບັນລຸເປົ້າໝາຍພັດທະນາແບບຍືນຍົງໃນປີ 2030

ໃນສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄຫມທີ XI ກ່າວອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຈັດຂຶ້ນເມື່ອບໍ່ດົນມານີ້ ສະຫາຍໄດ້ກ່າວບາງຕອນວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກເຮົາໄດ້ສໍາເລັດລົງຢ່າງຈົບງາມແລ້ວ ແຕ່ພວກເຮົາຍັງຕ້ອງມີຄວາມຮັບຜິດຊອບສູງ ແລະ ຈິງຈັງຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກໃຫ້ປາກົດຜົນເປັນຈິງ. ບັນດາສະຫາຍກໍາມະການສູນກາງພັກ ສະໄໝທີ XI ທີ່ໄດ້ຮັບຄວາມໄວ້ ວາງໃຈຈາກກອງປະຊຸມໃຫຍ່ຄັ້ງນີ້ ຈົ່ງເຊີດຊູຄວາມຮັບ ຜິດຊອບການເມືອງ, ຍົກສູງຄວາມເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານ ກໍຄືໃນການດຳລົງຊີວິດ, ການຝຶກຝົນຫລໍ່ຫລອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ນໍາພາການຈັດຕັ້ງປະຕິ ບັດແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກໃຫ້ມີຜົນສໍາເລັດຕົວຈິງ.

ນອກຈາກນີ້ ບັນດາຜູ້ແທນກອງປະຊຸມໃຫຍ່ ຈົ່ງພ້ອມ ກັນເສີມຂະຫຍາຍຄວາມເປັນເຈົ້າການຜັນຂະຫຍາຍແນວທາງນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກຢ່າງປະ ດິດສ້າງ ແລະ ປຸກລະດົມມະຫາຊົນ ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ກວ້າງຂວາງເລິກເຊິ່ງ ແລະ ຕໍ່ເນື່ອງເພື່ອເລັ່ງໃສ່ການພັດທະນາປະເທດ ຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ. ໃນຕໍ່ໜ້ານີ້ ພວກເຮົາຕ້ອງພ້ອມກັນສຸມໃສ່ນຳພາ-ຊີ້ນຳ ແລະ ປຸກລະດົມຂະບວນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາ ຊິກສະພາປະຊາຊົນແຂວງ, ນະຄອນຫລວງ ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ ທີ່ພັກ ແລະ ລັດເຮົາວາງໄວ້.

ສະຫາຍ ທອງລຸນ ສີລຸລິດ ຍັງໄດ້ກ່າວບາງຕອນວ່າ:ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຮອດປີ 2030 ເປັນເຄື່ອງມືຕົ້ນຕໍ ເພື່ອຮັບປະກັນເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ໄລຍະຍາວ, ໂດຍສະເພາະການຫລຸດພົ້ນ ອອກຈາກສະຖານະພາບປະເທດດ້ອຍພັດທະນາ, ເປັນປະເທດກໍາລັງພັດທະນາ ທີ່ມີລາຍຮັບປານກາງສູງ ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030 ຕາມທິດສີຂຽວ ແລະ ຍືນຍົງ,ເພື່ອປະກອບສ່ວນເຂົ້າ ໃນການຊຸກຍູ້ການຂະຫຍາຍຕົວຂອງເສດຖະ ກິດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນຕົວເມືອງ ແລະ ຊົນນະບົດໃຫ້ດີຂຶ້ນ, ສ້າງວຽກເຮັດງານທໍາ ແລະ ກິດຈະກໍາສ້າງລາຍໄດ້ໃຫ້ແກ່ປະຊາຊົນ; ການຍົກສູງປະສິດທິພາບ, ປະສິດທິຜົນ ແລະ ຄວາມຍືນຍົງຂອງ ການນໍາໃຊ້ຊັບພະຍາກອນທໍາມະຊາດທີ່ມີຢູ່ຢ່າງຈໍາກັດຂອງປະເທດ ໃຫ້ເກີດຜົນປະໂຫຍດສູງສຸດ ໂດຍສະເພາະແມ່ນ ຊັບພະຍາກອນປ່າໄມ້, ທີ່ດິນ, ບໍ່ແຮ່, ຊັບພະຍາກອນນໍ້າ, ແຫລ່ງນໍ້າ, ຊີວະນາໆພັນ

ສໍາລັບຄະນະບໍລິຫານງານສູນກາງພັກ ສະໄຫມທີ XI ປະກອບດ້ວຍກຳມະການສົມບູນສູນກາງພັກ 71 ສະຫາຍ, ຍິງ 12 ສະຫາຍ ແລະ ກຳມະການສຳຮອງສູນກາງພັກ 10 ສະຫາຍ, ຍິງ 2 ສະຫາຍ.

Comments