ສາເຫດທີ່ແຂວງບໍ່ແກ້ວຕ້ອງລັອກດາວເມືອງຕົ້ນເຜີ້ງເປັນເທື່ອທີ 3

ນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ແມ່ນທາງແຂວງບໍ່ແກ້ວໄດ້ປະກາດລັອກດາວເປັນເທື່ອທີ 3 ແລ້ວ ທັ້ງນີ້ເທື່ອທຳອິດແມ່ນປະຕິບັດໂດຍເປັນເອກະພາບກັບທຸກໆແຂວງໃນທົ່ວປະເທດ ເພື່ອປ້ອງກັນບໍ່ໃຫ້ມີການຕິດເຊື້ອ ຫຼື ແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ສ່ວນອີກສອງຄັ້ງຕໍ່ມາແມ່ນມີຜູ້ຕິດເຊື້ອເດີນທາງຜ່ານເມືອງຕົ້ນເຜີ້ງ ເຊິ່ງເປັນເມືອງເອກຂອງແຂວງດັ່ງກ່າວ, ຫຼ້າສຸດກໍ່ຄືຄັ້ງທີ 3 ນີ້ແມ່ນເລີ່ມລັອກດາວເມືອງຕົ້ນເຜີ້ງມາແຕ່ວັນທີ 12 ມັງກອນ ແລະຈະສິ້ນສຸດລົງໃນວັນທີ 24 ເດືອນດຽວກັນ.

ອີງຕາມບົດຖະແຫຼງຂອງ ທ່ານ ດຣ ຄຳຜະຫຍາ ພົມປັນຍາ, ຮອງເຈົ້າແຂວງ ແຂວງບໍ່ແກ້ວ ຮອງປະທານຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດຂອງພະຍາດ COVID-19 ຂັ້ນແຂວງ ໃຫ້ຮູ້ໃນ ວັນທີ 19 ມັງກອນ 2021 ທີ່ຜ່ານມາວ່າ: ໄດ້ຕາງໜ້າການນຳຂອງແຂວງບໍ່ແກ້ວ ອະທິບາຍຊີ້ແຈງຕໍ່ກັບສະພາບການ ທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບຂ່າວທີ່ມີຄົນເຈັບເພດຊາຍ ສັນຊາດຈີນ ທີ່ເກີດອຸບັດຕິເຫດ ແລະ ຖືກນຳສົ່ງໄປປິ່ນປົວຢູ່ ສປ ຈີນ ແລ້ວກວດພົບເຊື້ອໂຄວິດ-19 ໃນອາທິດຜ່ານມາ.


ວັນທີ 11 ມັງກອນ 2021, ພະແນກສາທາລະນະສຸກແຂວງບໍ່ແກ້ວໄດ້ຮັບຂໍ້ມູນຈາກສາທາເມືອງຫຼ້າ ສປ ຈີນ ໂດຍຜ່ານພະແນກສາທາລະນະສຸກແຂວງຫຼວງນ້ຳທາ ກ່ຽວກັບກໍລະນີຄົນຈີນ ໜຶ່ງຄົນທີ່ກວດພົບເຊື້ອພະຍາດໂຄວິດ-19 ພາຍຫຼັງເດີນທາງຮອດ ສປ ຈີນ ໃນຄືນວັນທີ 9 ມັງກອນ ກໍລະນີ ດັ່ງກ່າວຖືກນຳສົ່ງໄປປະເທດຈີນ ຕາມຄຳຮ້ອງຂໍຂອງໝູ່ ແລະ ແຟນຂອງລາວ ເພື່ອຮັບການປິ່ນປົວຕໍ່ ພາຍຫຼັງປະສົບອຸປະ ຕິເຫດລົດຈັກລົ້ມ ແລະ ອາການສາຫັດ ໃນຕອນເຊົ້າຂອງມື້ດຽວກັນນັ້ນ. ຄົນເຈັບຄົນດັ່ງກ່າວເປັນເພດຊາຍ ອາຍຸ 26 ປີ, ເຮັດວຽກຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ, ລາວບໍ່ມີອາການທາງລະບົບຫາຍໃຈມາກ່ອນ ແລະ ຕອນເກີດອຸບັດຕິເຫດ. ກ່ອນທີ່ກໍລະນີດັ່ງກ່າວຖືກນຳສົ່ງໄປປະເທດຈີນ ໂດຍຜ່ານດ່ານບໍ່ເຕັນ ແຂວງຫຼວງນ້ຳທາ, ລາວໄດ້ຮັບການກວດຫາພະຍາດໂຄວິດ-19 ຢູ່ໂຮງໝໍສາກົນຕາທິດເວັນອອກລາວ ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຕ່ຜົນກວດເປັນລົບ. ນີ້ແມ່ນໜຶ່ງໃນມາດຕະການກ່ອນທີ່ທຸກຄົນຈະເດີນທາງເຂົ້າປະເທດຈີນ.ໃນເວລາທີ່ລາວຖືກນຳສົ່ງໄປຮອດປະເທດຈີນເພື່ອປິ່ນປົວ ລາວໄດ້ຮັບການກວດຫາພະຍາດໂຄວິດ-19 ຊຶ່ງຜົນກວດເປັນບວກ ຄືພົບເຊື້ອພະຍາດໂຄວິດ-19.

ມາຮອດປັດຈຸບັນ,ທີມງານໄດ້ຮັບແຈ້ງຢ່າງບໍ່ເປັນທາງການ ກ່ຽວກັບການກວດຫາພະຍາດໂຄວິດ-19 ຄືນ ເປັນຄັ້ງທີ 2 ຢູ່ໂຮງໝໍປະເທດຈີນບ່ອນທີ່ລາວຮັບການປິ່ນປົວຢູ່ນັ້ນ ວ່າຜົນກວດແມ່ນໃຫ້ຜົນລົບ. ຜ່ານການສອບສວນຄືນຂອງທີມງານ ພົບວ່າກໍລະນີດັ່ງກ່າວເຄີຍໄປ ແຂວງທ່າຂີ້ເຫຼັກ (Tachilek) ປະເທດມຽນມ້າ ໃນຊ່ວງເດືອນພະຈິກ 2020. ຊຶ່ງເປັນສະຖານທີ່ເຄີຍມີການລະບາດ, ກ່ອນເດີນທາງເຂົ້າມາ ປະເທດລາວ ໃນວັນທີ 26/11/2020.
ຕໍ່ກັບເຫດການດັ່ງກ່າວ ນັບແຕ່ວັນທີ 11 ມັງກອນ, ອຳນາດການປົກຄອງແຂວງບໍ່ແກ້ວ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ຈັດຕັ້ງປະຕິບັດຫຼາຍມາດຕະການຄວບຄຸມພະຍາດ ດັ່ງນີ້:ມາດຕະການຄວບຄຸມ.ປິດເທດສະບານເມືອງຕົ້ນເຜິ້ງ ແລະ ປິດເຂດເສດຖະກິດພິເສດບໍ່ອະນຸຍາດໃຫ້ມີຄົນເຂົ້າ-ອອກ ເປັນເວລາ 14 ວັນ ເລີ່ມແຕ່ວັນທີ 12 ມັງກອນ ເປັນຕົ້ນມາ. ແຈ້ງໃຫ້ທຸກຄົນທີ່ອາໄສຢູ່ໃນເຂດເສດຖະກິດພິເສດໃຫ້ຢູ່ແຕ່ໃນເຮືອນຂອງຕົນ. ຍົກເວັ້ນເວລາອອກໄປຮັບອາຫານຢູ່ຈຸດທີ່ກຳນົດຫຼືໄປພົບແພດເວລາເຈັບເປັນ ຫຼື ອອກໄປຊື້ສິ່ງຂອງທີ່ຈຳເປັນເທົ່ານັ້ນ.ຈຳກັດ ແລະ ເຂັ້ມງວດການເດີນທາງເຂົ້າ-ອອກຢູ່ເຂດຊາຍແດນ.ນັບແຕ່ວັນທີ11 ມັງກອນ, ອຳນາດການປົກຄອງແຂວງບໍ່ແກ້ວ ແລະ ອຳນາດການປົກຄອງເມືອງຕົ້ນເຜິ້ງສົມທົບກັບທິມງານສູນກາງ ກົມຄວບຄຸມພະຍາດຕິດຕໍ່, ສູນວິເຄາະ ແລະ ລະບາດວິທະຍາ ພ້ອມກັບ ອົງການອະນາໄມໂລກປະຈໍາ ສປປ ລາວ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ກັບຄະນະຄຸ້ມຄອງເຂດເສດຖະກິດພິເສດ ໃນການສອບສວນ, ຄົ້ນຫາ ແລະ ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ການກວດກັ່ນກອງ.ໄດ້ມີການກຳນົດແລະກວດຕົວຢ່າງຂອງຜູ້ທີ່ພົວພັນກັບລາວທັງໝົດ 305 ຄົນ, ເຊິ່ງຜົນກວດຕົວຢ່າງແມ່ນໃຫ້ຜົນລົບ 305 ທັງໝົດ ແລະ ໃນນີ້ ມີຜູ້ສຳຜັດໃກ້ຊິດ ທັງໝົດ44 ຄົນ ຊຶ່ງຈະໄດ້ເກັບຕົວຢ່າງມາກວດຄືນອີກສອງຮອບ 33 ຕົວຢ່າງ ແມ່ນໃຫ້ຜົນລົບ ແລະ ຈະສີບຕໍ່ຕິດຕາມ ແລະ ເກັບຕົວຢ່າງຮອບທີ່ສາມ. ເຊິ່ງການຕິດຕາມ 14 ວັນ ຈະສິ້ນສຸດໃນວັນທີ 24 ມັງກອນນີ້.ນັບແຕ່ວັນທີ 11 ມັງກອນ ເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ດຳເນີນການກວດຄັດກອງ ປະຊາຊົນທຸກຄົນທີ່ອາໄສຢູ່ໃນເຂດດັ່ງກ່າວ, ມາຮອດວັນທີ 19 ມັງກອນ ໄດ້ເກັບຕົວຢ່າງທັງໝົດ 11.061 ຕົວຢ່າງ ແລະ ໃຫ້ຜົນລົບທັງໝົດ. ທາງເຂດເສດຖະກິດພິເສດຍັງຈະສືບຕໍ່ກວດດຳເນີນຕໍ່ໄປຈົນກວ່າຈະສຳເລັດ.


ນອກຈາກນີ້, ຍັງມີມາດຕະການອະນາໄມ-ຂ້າເຊື້ອ ຢູ່ສະຖານທີ່ ທີ່ຜູ້ກ່ຽວໄປ ສະຖານະການນີ້ ສະແດງໃຫ້ເຫັນເຖິງໄພຂົ່ມຂູ່ ຂອງພະຍາດ COVID-19 ທີ່ມີຕໍ່ ສປປລາວ. ແລະ ມີຫຼາຍປະເທດກຳລັງປະເຊີນກັບການລະບາດຂະໜາດໃຫຍ່. ສຳລັບສປປລາວ ເວົ້າສະເພາະ ແມ່ນ ແຂວງບໍ່ແກ້ວ, ທ່ານໄດ້ກ້າວຕື່ມວ່າ:ສິ່ງທີ່ໜ້າເປັນຫ່ວງຫຼາຍທີ່ສຸດ ແມ່ນປະເທດໃກຄຽງ ຍ້ອນລາວເຮົາມີຊາຍແດນທາງບົກທີ່ຍາວ ແລະ ເຮັດການຄ້າຮ່ວມກັນ. ສະນັ້ນ, ພວກເຮົາຕ້ອງສືບຕໍ່ຕິດຕາມ ແລະ ຄຸ້ມຄອງເຂດທີ່ມີຄວາມສ່ຽງເຫຼົ່ານີ້ ເພື່ອປົກປ້ອງ ສປປ ລາວ ກໍ່ຄືປະຊາຊົນລາວ ຈາກພະຍາດໂຄວິດ-19. ໃນນາມການນຳຂັ້ນແຂວງ ແຂວງບໍ່ແກ້ວ ພວກເຮົາ ຂໍສະແດງຄວາມເປັນຫ່ວງເປັນໄຍ ຍາມໃດກໍ່ຖືເອົາສຸຂະພາບຂອງພໍ່ແມ່ປະຊາຊົນເປັນຫຼັກ ຂໍຮຽກຮ້ອງມາຍັງບັນທ່ານທຸກຄົນ ທົ່ວສັງຄົມ ຈົ່ງເອົາໃຈໃສ່ປະຕິບັດ ປະຕິບັດຕາມມາດຕະການປ້ອງກັນທີ່ທາງຄະນະສະເພາະວາງອອກຢ່າງເຄັ່ງຄັດ ຖ້າທ່ານຫລືຄົນທີ່ໃກ້ຊິດທ່ານມີອາການດັ່ງຕໍ່ໄປນີ້ເຊັ່ນ: ໄຂ້, ໄອ, ຫາຍໃຈຝືດ, ສູນເສຍການຮັບກິ່ນ ຫຼື ລົດຊາດ ພວກເຮົາແນະນຳ ໃຫ້ທ່ານໃສ່ຜ້າປິດປາກ-ດັງ, ຫຼີກລ້ຽງການພົວພັນໃກ້ຊິດກັບຄົນອື່ນ, ປະຕິບັດການອະນາໄມມືຢ່າງເຄັ່ງຄັດ ແລະ ໄປພົບແພດຢູ່ໂຮງໝໍໃກ້ບ້ານທ່ານ ໃຫ້ໄວເທົ່າທີ່ຈະໄວໄດ້. ຂໍໃຫ້ບັນດານທ່ານເອົາໃຈໃສ່ປະຕິບັດມາດຕະການປ້ອງກັນເຊັ່ນ: ຫຼີກລ່ຽງການເດີນທາງໄປເຂດທີ່ມີການລະບາດ ຫຼື ຊຸມຊົນແອອັດຫຼີກລ່ຽງການສຳຜັດໃກ້ຊິດກັບຄົນທີ່ມີອາການຄ້າຍຄືໄຂ້ຫວັດເຊັ່ນ: ໄຂ້, ໄອ, ເຈັບຄໍແລະຫາຍໃຈຍາກປະຕິບັດມາລະຍາດໃນການໄອຈາມດ້ວຍການອັດປາກ ແລະດັງ, ໃສ່ຜ້າອັດປາກ, ລ້າງມືຂອງທ່ານທຸກຄັ້ງດ້ວຍສະບູຫຼືເຈວລ້າງມືທີ່ມີສ່ວນປະສົມຂອງເຫຼົ້າ.

ແຫຼ່ງຂ່າວຈາກ: ໜັງສືພິມ ແຂວງບໍ່ແກ້ວ, ເສດຖະກິດ-ການຄ້າ

Comments