ໂຄວິດ-19 ສະກັດກັ້ນແຮງງານຮຸ່ນໃໝ່ເຂົ້າສູ່ຕະຫຼາດແຮງງານໂລກ

ບົດລາຍງານການວິເຄາະດ້ານແຮງງານຂອງເວບໄຊ ນິກເຄອິ ຈາກ 10 ປະເທດລວມເຖິງຍີ່ປຸ່ນ, ອາເມຣິກາ ແລະ ອັງກິດ ຊີ້ໃຫ້ເຫັນວ່າ: ແຮງງານໂດຍລວມໃນປີ 2020 ຫຼຸດລົງປະມານ 6,6 ລ້ານຄົນຈາກເດືອນກໍລະກົດເຖິງເດືອນກັນຍາ ເມື່ອທຽບກັບໄລຍະດຽວກັນຂອງປີ 2019. ບົດລາຍງານລະບຸວ່າ: ແຮງງານໜຸ່ມ ແລະ ອະດີດແຮງງານພາສທາມ (Part-time) ເປັນກຸ່ມແຮງງານສ່ວນໃຫຍ່ຂອງແຮງງານອົບພະຍົບທີ່ຮ້າຍແຮງທີ່ສຸດ, ແຮງງານໜຸ່ມທີ່ຢູ່ໃນກຸ່ມນີ້ອາດຈະພາດໂອກາດທີ່ຈະໄດ້ເຮັດວຽກສຳລັບຕຳແໜ່ງງານທີ່ຕ້ອງການແຮງງານທີ່ມີທັກສະ ແລະ ມີປະສົບການ. ໃນໄລຍະການແຜ່ລະບາດຂອງໂຣກໂຄວິດ-19 ຮອບທຳອິດ, ເຮັດໃຫ້ເກີດການວ່າງງານເພີ່ມຂຶ້ນ ໂດຍອັດຕາການວ່າງງານໃນ ອາເມຣິກາ ກວມ 3% ຂອງໄລຍະກ່ອນເກີດການແຜ່ລະບາດເພີ່ມຂຶ້ນຫຼາຍເຖິງ 14,8% ໃນເດືອນເມສາ 2020.

ຂະນະທີ່ອັດຕາການວ່າງງານໃນ ຍີ່ປຸ່ນ ກໍເພີ່ມຂຶ້ນເຊັ່ນດຽວກັນ. ການແຜ່ລະບາດຂອງໂຣກໂຄວິດ-19, ສົ່ງຜົນກະທົບໂດຍກົງຕໍ່ຕະຫຼາດແຮງງານທີ່ມີຄວາມອ່ອນແອໃນ ອາເມຣິກາ ໄລຍະເດືອນເມສາເຖິງເດືອນກັນຍາ, ອັດຕາການວ່າງງານກວມ 9,9% ແຕ່ໃນກຸ່ມແຮງງານທີ່ມີອາຍຸຕ່ຳກວ່າ 24 ປີ, ອັດຕາການວ່າງງານກວມເຖິງ 19,1%. ສໍາລັບແຮງງານທີ່ຈົບການສຶກສາສູງສຸດຄືມັດທະຍົມປາຍ, ອັດຕາການວ່າງງານ 16,8% ແລະ ສຳລັບກຸ່ມແຮງງານທີ່ເຮັດວຽກບໍ່ເທົ່າໃດຊ່ວງໂມງ, ອັດຕາການວ່າງງານ 15,2%. ໃນປະເທດຍີ່ປຸ່ນ, ຈຳນວນຜູ້ທີ່ມີລາຍໄດ້ບໍ່ເຖິງ 1 ລ້ານເຢນ ຫຼຸດລົງປະມານ 1,09 ລ້ານຄົນ ໃນໄລຍະເດືອນກໍລະກົດເຖິງເດືອນກັນຍາ, ເມື່ອທຽບກັບໄລຍະເວລາດຽວກັນຂອງປີ 2019. ຍິ່ງໄປກວ່ານັ້ນ ຕະຫຼາດແຮງງານທີ່ບໍ່ເອື້ອອຳນວຍຕໍ່ການເຮັດວຽກອາດຈະເຮັດໃຫ້ເກີດແຮງຈູງໃຈໃນການເຮັດວຽກໜ້ອຍລົງສຳລັບແຮງງານຈົບໃໝ່ ຫຼື ແຮງງານທີ່ຫາກໍເລີ່ມເຂົ້າສູ່ຕະຫຼາດແຮງງານ.

ເວບໄຊນິກເຄອິ ໄດ້ຮວບຮວມຂໍ້ມູນດ້ານແຮງງານໃນຍີ່ປຸ່ນ, ອາເມຣິກາ, ອັງກິດ, ການາດາ, ຝຣັ່ງ, ອີຕາລີ, ແອັສປາຍ, ສ.ເກົາຫຼີ, ອາຟຣິກາໃຕ້ ແລະ ໄທ ພົບວ່າ: ໃນໄລຍະເດືອນເມສາເຖິງເດືອນມິຖຸນາປີ 2020 ແຮງງານໃນປະເທດເຫຼົ່ານີ້ ຫຼຸດລົງປະມານ 15,35 ລ້ານຄົນ ເຖິງ 439,33 ລ້ານຄົນ ເນື່ອງຈາກປະເທດເຫຼົ່ານີ້ ຕ້ອງຕໍ່ສູ້ກັບການໂຈມຕີຮອບທຳອິດຂອງໂຣກໂຄວິດ-19 ລະບາດ ແລະ ຖືວ່າເປັນການປັບຕົວຫຼຸດລົງຂອງແຮງງານໃນອັດຕາຫຼາຍທີ່ສຸດ ນັບຕັ້ງແຕ່ເດືອນມັງກອນປີ 2014 ເມື່ອທຽບກັບຂໍ້ມູນສະຖິຕິທີ່ເລີ່ມມີການບັນທຶກໃນໄລຍະເດືອນກໍລະກົດປີ 2020 ມີແຮງງານ 6,6 ລ້ານຄົນ ທີ່ອອກຈາກຕະຫຼາດແຮງງານ ເມື່ອທຽບກັບໄລຍະເວລາດຽວກັນຂອງປີ 2019. ຂະນະທີ່ເຊື້ອໄວຣັດໂຄວິດ-19 ລະບາດໜັກ, ບາງປະເທດເລີ່ມໃຊ້ມາດຕະການປິດເມືອງ ເຮັດໃຫ້ການຫາວຽກເຮັດງານທຳເປັນເລື່ອງທີ່ເປັນໄປບໍ່ໄດ້ໃນຫຼາຍໆກໍລະນີໃນອາເມຣິກາ ເມື່ອກຸ່ມຄົນເຫຼົ່ານີ້ທໍ້ຖອຍການຊອກຫາວຽກເຮັດງານທຳ ຈະຖືກນັບລວມເປັນກຸ່ມຜູ້ວ່າງງານ ໂດຍໂຕເລກຜູ້ວ່າງງານໃນເດືອນທັນວາກວມເຖິງ 9,8% ຊຶ່ງສູງກວ່າໂຕເລກຢ່າງເປັນທາງການ 3,1%. ສ່ວນຍີ່ປຸ່ນ ໂຕເລກກຸ່ມຄົນທີ່ຢຸດເຊົາຫາວຽກເຮັດງານທຳກໍເພີ່ມຂຶ້ນເຊັ່ນດຽວກັນ. ສະຖາບັນວິໄຈຂອງຍີ່ປຸ່ນ ໄດ້ປະເມີນວ່າ: ໃນໄລຍະປີ 2018-2019 ໂຕເລກກຸ່ມຄົນທີ່ສູນເສຍຕຳແໜ່ງງານ ແລະ ບໍ່ສາມາດຫາວຽກເຮັດງານທຳກວມປະມານ 1,1% ຂອງແຮງງານ, ໂຕເລກນີ້ເພີ່ມຂຶ້ນເປັນ 1,3% ໃນໄລຍະ 6 ເດືອນທ້າຍປີ 2020. ປັດຈຸບັນ, ການແຜ່ລະບາດຂອງໂຣກໂຄວິດ-19 ຮອບທີ 2 ເລີ່ມກະຈາຍໄປທົ່ວໂລກ ເມື່ອອາທິດທີ່ຜ່ານມາ, ຍີ່ປຸ່ນ ໄດ້ປະກາດພາວະສຸກເສີນໃນນະຄອນຫຼວງໂຕກຽວ ແລະ ແຂວງໃກ້ຄຽງ. ຂະນະທີ່ທ່າອ່ຽງການຟື້ນຕົວຂອງຕະຫຼາດແຮງງານໃນຮູບໂຕ V ເກືອບຈະເປັນໄປບໍ່ໄດ້ ຈຶ່ງມີຄວາມຈຳເປັນຫຼາຍ ທີ່ ລັດຖະບານຕ້ອງໃຫ້ຄວາມຊ່ວຍເຫຼືອ.

ທ່ານ ຮິຊາຊິ ຢາມາດະ ຮອງຫົວໜ້າສະຖາບັນວິໄຈ ຍີ່ປຸ່ນ ລະບຸວ່າ: ລັດຖະບານ ຈໍາເປັນຕ້ອງປັບນະໂຍບາຍທີ່ກະຕຸ້ນໃຫ້ຊາວຍີ່ປຸ່ນ ຫວນກັບເຂົ້າໄປຫາຕະຫຼາດແຮງງານໃນພາກອຸດສາຫະກຳຕ່າງໆ ຊຶ່ງຂະນະນີ້ ກຳລັງປະເຊີນກັບບັນຫາການຂາດແຄນແຮງງານ ໂດຍສະເພາະແມ່ນການເບິ່ງແຍງຜູ້ປ່ວຍ.

ປະຊາຊົນ

Comments