ຢ່າລືມ!​!! ໄປໃຊ້ສິດເລືອກຕັ້ງ ສສຊ​ ແລະ​ ສສຂ​ ພ້ອມກັນທົ່ວປະເທດ

ທ່ານຮູ້ບໍ່ ?ທົ່ວປະເທດ​ ມີຜູ້ມີສິດປ່ອນບັດເລືອກຕັ້ງ​ສະມາຊິກສະພາແຫ່ງຊາດຊຸດທີ IX​ ແລະ​ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II​ ທັງໝົດ​ 4.279.243 ຄົນ,​ ເພດຍິງ 2.128.167 ຄົນ.

ການເລືອກຕັ້ງສະມາຊິກສະແຫ່ງຊາດ (ສສຊ) ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊູດທີ 2 ທີ່ຈະມີຂຶ້ນໃນວັນທີ 21 ກຸມພາ 2021:

-ທົ່ວປະເທດມີ 18 ເຂດເລືອກຕັ້ງ (ນະຄອນຫລວງວຽງຈັນ+17ແຂວງ).-ທົ່ວປະເທດມີ 7.217 ໜ່ວຍປ່ອນບັດ.

-ໜ່ວຍປ່ອນບັດເລືອກຕັ້ງຢູ່ຕ່າງປະເທດ ມີ 40 ໜ່ວຍ (ສະຖານເອກອັກຄະລັດຖະທູດ-ກົງສຸນໃຫຍ່).-ຜູ້ສະໝັກຮັບເລືອກຕັ້ງ ມີທັງໝົດ 224 ທ່ານ, ເພດຍິງ 49 ທ່ານ ເລືອກເອົາ 164 ທ່ານ.

Comments